ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ປະ​ທັບ​ໃຈ ແລະ ມ່ວນ​ຊື່ນ​ກັບ​ການ​ສະ​ຫຼອງ​ບຸນ​ປີ​ໃໝ່​ຢູ່​ນະ​ຄອນ ຫຼວງ​ພະ​ບາງ


ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ຫົດ​ນ້ຳ​ໃສ່​ຄົນຢູ່ຫຼັງ​ລົດ​ກະ​ບະ​ໃນ​ງານ​ບຸນ​ປີ​ໃໝ່​ລາວ.
ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ຫົດ​ນ້ຳ​ໃສ່​ຄົນຢູ່ຫຼັງ​ລົດ​ກະ​ບະ​ໃນ​ງານ​ບຸນ​ປີ​ໃໝ່​ລາວ.

ບຸນປີໃໝ່ລາວຢູ່ນະຄອນຫຼວງພະບາງ ມີຄວາມຄືກຄື້ນຫຼາຍກວ່າປີຜ່ານມາ ຍ້ອນການເປີດປີທ່ອງທ່ຽວລາວ 2024. ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດພາ​ກັນ​ມ່ວນ​ຊື່ນ​ກັບ​ປະ​ເພ​ນີ​ອັນ​ດີ​ງາມ​ຢູ່​ນະ​ຄອນ​ດັ່ງ​ກ່າວ ທ່າມ​ກາງ​ອາ​ກາດ​ຮ້ອນ​ຈັດ. ນັກຂ່າວຂອງພວກ ເຮົາມີລາຍງານ ເຊິ່ງ ພຸດທະສອນ ຈະນໍາລາຍ ລະອຽດມາສະເໜີທ່ານ.

ເພື່ອສົ່ງເສີມປີທ່ອງທ່ຽວລາວ ນະຄອນຫຼວງພະບາງ ທີ່ເປັນເມືອງເອກະລັກ ທາງດ້ານປະຫວັດສາດ-ວັດທະ ນະທຳ ການຈັດການສະເຫຼີມສະຫຼອງປີໃໝ່ລາວ ປີ 2024 ໃນລະຫວ່າງວັນທີ 13-16 ຂອງເດືອນເມສານີ້ ທາງ​ການຫຼວງ​ພະ​ບາງ​ ກໍ​ໄດ້​ມີຫ້າງຫາກະກຽມ ກິດຈະກຳຕ່າງໆຢູ່ນະຄອນດັ່ງ​ກ່າວໃຫ້ມີຄວາມ ໂດດເດັ່ນຄືກຄື້ນ ແລະ ປະດັບເອ້ຢ້ອງຕົວເມືອງຫຼວງພະບາງ ໃຫ້ມີຄວາມສວຍ ງາມ, ການກະກຽມກ້ອນກຳລັງຮັກ​ສາ​ຄວາມ​ປອດ​ໄພ, ໜ່ວຍງານການຈັດງານ, ການປະກວດນາງສັງຂານ, ພິເສດແຕ່ລະເມືອງຂອງແຂວງໄດ້ສົ່ງຕົວ ແທນ ຂອງຕົນເຂົ້າຮ່ວມງານສະເຫຼີມສະຫຼອງອີກດ້ວຍ.

ການສະເຫຼີມສະຫຼອງປີໃໝ່ລາວຢູ່ນະຄອນຫຼວງພະບາງ ໃນປີ 2024 ມີຄວາມ ຄືກຄື້ນເປັນພິເສດຍ້ອນວ່າ ເປັນປີທ່ອງທ່ຽວລາວ ແລະ ເປັນປີ ທີ່ປະຊາຊົນ ລາວບໍ່ມີຄວາມກັງວົນໃຈ ຕໍ່ກັບພະຍາຍາດໂຄວິດ-19. ນັກທ່ອງທ່ຽວຈຳນວນ ຫຼາຍ ທັງພາຍໃນແລະຕ່າງປະເທດ ໄດ້ພາກັນຫຼ່ັງໄຫຼເຂົ້າມາທ່ອງທ່ຽວ ບຸນປີ ໃໝ່ລາວຢູ່ນະຄອນຫຼວງພະບາງ ເປັນຕົ້ນແມ່ນເພື່ອ​ຊົມ ການແຫ່ນາງສັງຂານ ປີໃໝ່ລາວ ແລະ ການແຫ່ປະສາດເຜີ້ງ ແລະ ປະຊາຊົນຊາວນະຄອນຫຼວງພະບາງກໍ່ໄດ້ສຳຜັດໄດ້ເຖິງຄວາມແຕກຕ່າງຈາກຊຸມປີຜ່ານມາ.

ຕໍ່ກັບການກະກຽມ ສະເຫຼີມສະຫຼອງບຸນປີໃໝ່ຂອງປະຊາຊົນແລ້ວ ເຂົາເຈົ້າຍັງ ໄດ້ກະກຽມເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບນັກທ່ອງທ່ຽວຈຳນວນຫຼວງຫຼາຍ ເຂົ້າມາທ່ອງທ່ຽວນະຄອນຫຼວງພະບາງ ໃນປີ 2024 ນີ້ໃຫ້ມີຄວາມປະທັບໃຈ ແລະ ຢາກໃຫ້ກັບມາທ່ອງທ່ຽວນະຄອນຫຼວງພະບາງອີກຄັ້ງ.

ຂ​ະ​ບວນ​ແຫ່​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ 2024 ຢູ່​ນະ​ຄອນ​ຫຼວງ​ພະ​ບາງ.
ຂ​ະ​ບວນ​ແຫ່​ສະ​ເຫຼີມ​ສະຫຼອງ​ບຸນ​ປີ​ໃໝ່​ລາວ 2024 ຢູ່​ນະ​ຄອນ​ຫຼວງ​ພະ​ບາງ.

ຊາວຕ່າງຊາດທີ່ໄດ້ມາທ່ອງທ່ຽວນະຄອນຫຼວງພະບາງ ກໍ່ໄດ້ມີຄວາມປະທັບ ໃຈເຖິງເອກະລັກ ວັດທະນະທຳ ອັນເກົ່າແກ່ຂອງລາວ ປະທັບໃຈພູມສັນຖານ ຂອງເມືອງທີ່ຕັ້ງຢູ່ແຜ່ນດິນອັນພິເສດ, ດັ່ງຊາວຕ່າງປະເທດທ່ານໜື່ງກ່າວ່າ

“ຂ້ອຍມັກຫຼາຍ, ມັນ​ງາມຫຼາຍ. ນີ້ແມ່ນຄັ້ງທຳອິດທີ່ຂ້ອຍມາທ່ອງທ່ຽວຫຼວງພະບາງ, ຂ້ອຍໄດ້ເຫັນສິ່ງທີ່ໜ້າປະທັບໃຈ ເປັນຕົ້ນແມ່ນສີສັນເມືອງຫຼວງພະບາງ ທີ່ມີວັດເກົ່າແກ່ ມີພະລາດຊະວັງ ມີຄວາມເປັນມາທາງປະຫວັດສາດ ຕົວເມືອງ ຕັ້ງຢູ່ບ່ອນທີ່ມີຄວາມພິເສດ ໜ້າຫຼົງໄຫຼ ຄົນຫຼວງພະບາງ ນິໃຈດີ ເປັນກັນເອງ, ອາຫານ ແລະ ທີ່ຢູ່ອາໃສ ກະບໍ່ແພງ, ຂ້ອຍປະທັບໃຈຫຼາຍ”

ນາງ​ສັງ​ຂານ 2024, ຫຼວງ​ພະ​ບາງ, ລາວ.
ນາງ​ສັງ​ຂານ 2024, ຫຼວງ​ພະ​ບາງ, ລາວ.

ຊາວຕ່າງປະເທດທີ່ມາທ່ຽວຫຼິ້ນປີໃໝ່ລາວ ກໍ່ຍັງໄດ້ສະແດງຄວາມປະທັບໃຈ ກັບການສະເຫຼີມສະຫຼອງຢູ່ນະຄອນຫຼວງພະບາງວ່າ ພວກເຂົາເຈົ້າຮູ້ສືກມ່ວນ ຫຼາຍ ໂດຍສະເພາະການຫົດນ້ຳ, ການທ່ຽວຊົມປະເພນີ ວັດທະນະທຳຂອງ ຊາວນະຄອນຫຼວງພະບາງ.

“ມັນ​ງາມຫຼາຍ, ຂ້ອຍ​ມັກຫຼາຍ, ຂ້ອຍປະທັບໃຈທີ່ໄດ້ມາທ່ອງທ່ຽວຫຼີ້ນບຸນປີໃໝ່ລາວຢູ່ຫຼວງພະບາງຫຼາຍ ຂ້ອຍ ໄດ້ຫົດນ້ຳ, ສົງນ້ຳພະ ແລະ ທ່ຽວເລາະຕາມຖະໜົນ ເບີ່ງການແຫ່ນາງສັງຂານ, ແຫ່ປູ່ເຢີຍ່າເຢີ ແລະ ປະສາດເຜີ້ງ ຜູ້ຄົນຫຼວງພະບາງ ຍີ້ມແຍ້ມແຈ່ມໃສ ແລະ ເຫັນພວກກເຂົາມີຄວາມສຸກ ໃນບຸນສົງການ ແຕ່ລະບ້ານມີການສະເຫຼີມສະຫຼອງ ມີການທຳບຸນທາງປະເພນີ ຊຶ່ງເປັນຮີດຄອງທີ່ໜ້າປະທັບໃຈ, ຂ້ອຍກໍ່ຢາກກັບ ມາທ່ຽວຫຼວງພະບາງອີກຄັ້ງ”

ການສະເຫຼີມສະຫຼອງ ບຸນປີໃໝ່ລາວຢູ່ນະຄອນຫຼວງພະບາງປີນີ້​ຖື​ວ່າໄດ້​ປະ​ສົບຜົນສຳເລັດຢ່າງຈົບງາມ. ນັກທ່ອງທ່ຽວທີ່ມາຫຼິ້ນບຸນປີໃໝ່ກໍ່ມີຈຳນວນຫຼາຍ ເຮັດໃຫ້ການບໍລິຫານບາງພວກສ່ວນຍັງບໍ່ພຽງພໍ, ເປັນຕົ້ນແມ່ນບ້ານພັກ ຮ້ານອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຊຶ່ງຊາວນະຄອນຫຼວງ ພະບາງ ກໍຈະສືບຕໍ່ປັບປຸງ ແລະ ພັດທະນາສິ່ງຍັງເປັນຈຸດອ່ອນ ເພື່ອໃຫ້ນະ ຄອນດັ່ງ​ກ່າວ ກາຍເປັນເມືອງທີ່ໜ້າທ່ຽວຊົມຢ່າງນີ້ຕະຫຼອດໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG