ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ປາກຊັນກັບບຶງການ ຈະແລ້ວສຳເລັດສົມບູນ ແລະເປີດການນຳໃຊ້ ເປັນທາງການ


ຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ທີ່ເຊື່ອມຕໍ່ລາວກັບໄທ ຈາກເມືອງປາກຊັນ ກັບ ບຶງການ ກຳລັງຢູ່ໃນການກໍ່ສ້າງ
ຂົວຂ້າມແມ່ນ້ຳຂອງແຫ່ງທີ 5 ທີ່ເຊື່ອມຕໍ່ລາວກັບໄທ ຈາກເມືອງປາກຊັນ ກັບ ບຶງການ ກຳລັງຢູ່ໃນການກໍ່ສ້າງ

ການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ປາກຊັນກັບບຶງການ ຈະແລ້ວສຳເລັດສົມບູນ ແລະເປີດການນຳໃຊ້ເປັນທາງການ ໃນວັນຊາດ ທີ 2 ທັນວາ 2024 ນີ້.

ທ່ານໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ເມືອງປາກຊັນ ແຂວງບໍລິຄຳໄຊ ກັບຈັງຫວັດບຶງການ ຖະແຫລງວ່າ ການດຳເນີນງານຢູ່ເບື້ອງລາວ ຄືການກໍ່ສ້າງຖະໜົນເຊື່ອມຕໍ່ກັບໂຕຂົວ ແລະອາຄານດ່ານກວດຄົນເຂົ້າເມືອງ ໄດ້ສຳເລັດສົມບູນທັງ 100 ເປີເຊັນແລ້ວໃນປັດຈຸບັນນີ້. ສ່ວນການກໍ່ສ້າງໂຕຂວງຈາກຈຸດເຄິ່ງກາງແມ່ນນ້ຳຂອງມາທີ່ເບື້ອງລາວນັນ ກໍຄືບໜ້າແລ້ວເກີນກວ່າ 76 ເປີເຊັນຂອງແຜນການ ຊຶ່ງຊັກຊ້າກວ່າແຜນການເດີມເຖິງ 1 ປີ ເພາະຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ຈຶ່ງເຮັດໃຫ້ບໍລິສັດຮັບເໝົາຂອງໄທ ບໍ່ສາມາດເດີນທາງເຂົ້າມາດຳເນ່ນການກໍ່ສ້າງຢູ່ເບື້ອງລາວໄດ້ ແຕ່ກໍໄດ້ແກ້ໄຂບັນຫາດັ່ງກາວດ້ວຍການຈ້າງບໍລິສັດທ້ອງຖິ່ນໃນລາວ ເພື່ອດຳເນີນງານທີ່ຈຳເປັນ ແລະເລັ່ງດ່ວນໄປກ່ອນ ໃນໄລຍະທຳອິນແຕ່ນັບຈາກປີ 2022 ເປັນຕົ້ນມາ ການດຳເນີນງານກໍສາມາດຈັດຕັ້ງປະຕິບັດໄດ້ເປັນປົກກະຕິ ຈຶ່ງເຊື່ອໝັ້ນວ່າ ການກໍ່ສ້າງທັງຢູ່ເບື້ອງລາວແລະໄທ ຈະສຳເລັດສົມບູນ ແລະເປີດນຳໃຊ້ໃນໂອກາດການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2024 ນີ້ ດັ່ງທີ່ ທ່ານໄລທອງ ຢືນຢັນວ່າ:

“ຄວາມຄືບໜ້າຂອງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້ ກະມັນມີສອງສັນຍາເນາະ ສັນຍາທີ່ວ່າ ການກໍ່ສ້າງທາງແລະອາຄານດ່ານ ກະຖືວ່າ ແລ້ວລະ 100 ເປີເຊັນ ຈຶ່ງຍັງແຕ່ຂົວນ້ຳຂອງຫັ້ນ ມາຮອດປັດຈຸບັນນີ້ ໄດ້ 76 ເປີເຊັນ ຖືວ່າ ບໍ່ມີຂໍ້ຫຍຸ້ງຍາກຫຍັງເນາະ ລະດູຝົນກະຄືຈະບໍ່ມີບັນຫາ ເພາະວ່າ ວຽກເຮົາມັນວິດໜ້ານ້ຳ ເຮົາຢູ່ພາສ່ວນເທິງແລ້ວ ມັນຈຶ່ງບໍ່ມີບັນຫາໃນການກໍ່ສ້າງ ຫຼືວ່າ ຝົນຕົກ ເຮົາກຊຍັງສາມາດເຮັດໄດ້ຫັ້ນນະ ເພາະວ່າ ເຮົາມີລະບົບໂຄງຫລັງຄາປົກເປັນໄລຍະໆໄປເດ້ ແລ້ວກະການກຽມໃນເລື້ອງຕ້ານເຈື່ອນ ກະສິໃຫ້ສຳເລັດກ່ອນຝົນ.”

ໂຄງການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທີ 5 ຈະໃຊ້ທຶນໃນມູນຄ່າລວມ 3,930 ລ້ານບາດ ທີ່ຈັດສັນໂດຍລັດຖະບານໄທ ທັງໝົດ ໃນນີ້ລັດຖະບານໄທ ກໍໄດ້ຈັດສັນໃຫ້ລັດຖະບານລາວ 1,248 ລ້ານບາດ ໂດຍແບ່ງເປັນການຊ່ວຍເຫຼືອ 30 ເປີເຊັນ ແລະເງິນກູ້ຢືມ 70 ເປີເຊັນ ແລະເຖິງແມ່ນວ່າ ການດຳເນີນງານຈະຊັກຊ້າກວ່າແຜນການທີ່ວາງໄວ້ກໍຕາມ ຫາກແຕ່ຈາກການສຶກສາວິໄຈ ກໍພົບວ່າ ຂົວດັ່ງກ່າວນີ້ ຈະສ້າງຜົນປະໂຫຍດທາງເສດຖະກິດໃຫ້ກັບແຂວງບໍລິຄຳໄຊ ກວ່າ 25 ເປີເຊັນຂອງປະໂຫຍດທີ່ຈະເກີດຂຶ້ນໃນການໃຊ້ຂົວ ເພື່ອເຊື່ອມຕໍ່ການຄ້າລະຫວ່າງ ລາວ-ໄທ-ຫວຽດນາມ ແລະຍັງຖືເປັນສ່ວນສຳຄັນທີ່ປະກອບເຂົ້າໃນລະບົບ ໂລຈິສຕິກ (Logistic) ທີ່ເຊື່ອມຕໍ່ລະຫວ່າງ ລາວ-ຈີນ-ໄທ ໂດຍມີທາງລົດໄຟ ລາວ-ຈີນ ເປັນປັດໄຈສຳຄັນທີ່ຈະສ້າງຜົນປະໂຫຍດໃຫ້ລາວກັບໄທ ໄດ້ເພີ້ມຂຶ້ນໃນໄລຍະຍາວ ແຕ່ວ່າ ກໍມີຄວາມຈຳເປັນຢ່າງຮີບດ່ວນທີ່ ລາວ-ໄທ ຈະຕ້ອງພັດທະນາບໍລິການດ້ານ ໂລຈິສຕິກ ທີ່ສະດວກ ແລະວ່ອງໄວຢ່າງແທ້ຈິງ ດັ່ງທີ່ ທ່ານເສດຖາ ທວີສິນ ນາຍົກລັດຖະມົນຕີໄທ ຢືນຢັນວ່າ:

“ການລົງທຶນໂຄງສ້າງພື້ນຖານຕ່າງໆ ລົດໄຟຄວາມໄວສູງຫຼືຈະເປັນ Land Bridge ຫັ້ນ ແຕ່່ວ່າ ຖ້າເກີດເຮົາລົງທຶນໄປແລ້ວຫັ້ນ ຂ້າພະເຈົ້າໃຊ້ຄຳວ່າລົງທຶນ Hardware ແລ້ວຫັ້ນ Software ຍັງບໍ່ແກ້ໄຂ ກໍມີບັນຫາ ສິນຄ້າໄປເຖິງ 8 ໂມງເຊົ້າ ກວ່າຈະຜ່ານໄດ້ກໍບ່າຍໂມງ ກາຍເວລາທີ່ລົດໄຟໄປເຖິງແລ້ວ ບັນຫາເກີດຂຶ້ນຄືແມ່ນຫຍັງ ຖ້າມື້ອື່ນ ຄົນສົ່ງອອກກໍຕ້ອງເສຍຄ່າເຊົ່າຫ້ອງເຢັນເກັບໄວ້ ຖ້າເກີດວ່າ ຂ້າພະເຈົ້າລົງທຶນໄປເປັນລ້ານໆ ແລ້ວເຮົາບໍ່ໄດ້ແກ້ໄຂບັນຫາເຫຼົ່ານີ້ໜິ ມັນກໍບໍ່ໄດ້ຊ່ອຍໃນການ Save ເວລາ ລົດໄຟຄວາມໄວສູງເປັນການ Save ເວລາ ແຕ່ເຮົາບໍ່ໄດ້ແກ້ໄຂບັນຫາເຫຼົ່ານີ້.”

ແຕ່ຢ່າງໃດກໍຕາມ ລັດຖະບານໄທ ກໍໄດ້ອະນຸມັດງົບປະມານ 4,765 ລ້ານບາດເພື່ອໃຊ້ໃນການກໍ່ສ້າງຂົວຂ້ານ້ຳຂອງແຫ່ງທີ 6 ເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນຣາຊະທານີ ໃນປີ 2025 ໂດຍງົບປະມານແບ່ງເປັນ 2 ສ່ວນ ກໍຄື 50 ເປີເຊັນເປັນງົບປະມານຂອງລັດຖະບານໄທ ກັບອີກ 50 ເປີເຊັນເປັນການຊ່ວຍເຫຼືອ ແລະເງິນກູ້ທີ່ຈັດສັນໃຫ້ກັບລັດຖະບານລາວ ໂດຍຈຸກໍ່ສ້າງຂົວຢູ່ລະຫວ່າງ ບ້ານປາກແຊງ ອຳເພີນາຕານ ຈັງວັດອຸບົນຣາຊະທານີ ກັບບ້ານປາກພານ ເມືອງລະຄອນເພັງ ແຂວງສາລະວັນ ໂດຍໂຕຂົວມີຄວາມຍາວ 1,020 ແມັດ ມີ 2 ຊ່ອງທາງຈະລາຈອນ ທີ່ເຊື່ອມຕໍ່ລາວ-ໄທ ໄປຫວຽດນາມ ດ້ວຍໄລຍະທາງພຽງ 150 ກິໂລແມັດ ແຕ່ວ່າ ຕ້ອງເລື່ອນການກໍ່ສ້າງອອກໄປຢ່າງບໍ່ມີກຳນົດ ເພາະບັນຫາວິກິດການທາງເສດຖະກິດ ແລະການເງິນຂອງລາວ ໃນເວລານີ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG