ທາງການລາວ ຈະຍົກເລີກສໍາປະທານທີ່ດິນ ທັງຂອງບັນດານັກທຸລະກິດລາວ ແລະ ຕ່າງຊາດ ທີ່ບໍ່ປະຕິບັດຕາມສັນຍາ ໂດຍສະເພາະແມ່ນສໍາປະທານຂອງບັນດາບໍລິສັດຈີນ ທີ່ຖືຄອງທີ່ດິນໄວ້ ເພື່ອການເກງກຳໄລນັ້ນ.
ເຈົ້າໜ້າທີ່ຄະນະກວດກາພັກ-ລັດ ເປີດເຜີຍວ່າ ການອະນຸຍາດໃຫ້ສໍາປະທານທີ່ດິນແກ່ເອກະຊົນລາວ ແລະ ຊາວຕ່າງຊາດ ທີ່ຂາດການປະສານງານກັນ ລະຫວ່າງ ຂັ້ນສູນກາງກັບທ້ອງຖິ່ນ ໄດ້ສ້າງບັນຫາຫຍຸ້ງຍາກໃຫ້ກັບການພັດທະນາທາງດ້ານເສດຖະກິດໃນລາວ ຫຼາຍຂຶ້ນນັບມື້ ເພາະວ່າ ມີການອະນຸຍາດສຳປະທານທີ່ບໍ່ໄດ້ປະສານງານກັນໄປ 2,325 ໂຄງການ ໃນພື້ນທີ່ສຳປະທານລວມກວ້າງກວ່າ 11 ລ້ານເຮັກຕາ ໂດຍຄິດເປັນເກີນກວ່າ 46% ຂອງເນື້ອທີ່ທັງໝົດໃນລາວ ແລະສ່ວນຫຼາຍກໍຍັງເປັນການອະນຸຍາດທີ່ບໍ່ຖຶກຕ້ອງຕາມລະບຽບກົດຫມາຍອີກດ້ວຍ ຈຶ່ງເຮັດໃຫ້ຈະຕ້ອງດຳເນີນການກວດກາສຳປະທານທີ່ດິນໃນທົ່ວປະເທດອີກເທື່ອນຶ່ງໃໝ່ ເພື່ອດຳເນີນມາດຕະການຍົກເລີກສຳປະທານທີ່ຜິດກົດໝາຍຕໍ່ໄປ.
ກ່ອນໜ້ານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງໄປເຖິງພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ດຳເນີນການກວດກາສຳປະທານທີ່ດິນທຸກໂຄງການໃນທົ່ວປະເທດ ໂດຍໃນປີ 2023 ທີ່ຜ່ານມາ ກໍກວດກາໄດ້ພຽງ 460 ໂຄງການ ແລະ ມີການຍົກເລີກສຳປະທານທີ່ດິນໄດ້ພຽງແຕ່ 101 ໂຄງການເທົ່ານັ້ນ ຈາກທັງໝົດ 2,325 ໂຄງການ ຊຶ່ງໃນນີ້ຫຼາຍກວ່າ 1,700 ໂຄງການເປັນສຳປະທານທີ່ດິນຂອງບັນດາບໍລິສັດຈາກຈີນ ແລະເກີນກວ່າ 1,300 ໂຄງການ ເປັນການອະນຸຍາດໂດຍອຳນາດການປົກຄອງທ້ອງຖິ່ນ ຈຶ່ງເຮັດໃຫ້ການກວດກາໂດຍອຳນາດຈາກຂັ້ນສູນກາງ ສາມາດຈັດຕັ້ງປະຕິບັດໄດ້ຢາງຈຳກັດ ເພາະວ່າ ບໍ່ໄດ້ຮັບການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນຢ່າງເທົ່າທີ່ຄວນ ຫາກແຕ່ການກວດກາສຳປະທານທີ່ດິນ ກໍຍັງຈະດຳເນີນການຕໍ່ໄປ ດັ່ງທີ່ ທ່ານສອນໄຊ ໄດ້ຖະແຫລງຢືນຢັນວ່າ:
“ການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນນີ້, ກະແມ່ນທຸກພາກສ່ວນຈະຕ້ອງເປັນຄູ່ຮ່ວມຍຸທະສາດທຸລະກິດສິຍືນຍົງນີ້ ກະແມ່ນເບື້ອງລັດເຮົາ ກໍຕ້ອງໄດ້ເບິ່ງສະໜັບສະໜູນ ດັດສົມ ຜູ້ທີເຮັດແທ້ຈິງ ກໍແມ່ນສົ່ງເສີມຜູ້ທີ່ເຮັດແທ້ທຳຈິງ ກໍແມ່ນສົ່ງເສີມຜູ້ໃດຈັບຈອງຊື່ໆ ບໍ່ເຮັດ ກໍຕ້ອງໄດ້ແກ້ໄຂ ຜ່ານມານີ້ ກະມີຫຼາຍສັນຍາສຳປະທານຕ່າງໆນີ້ ເຊັນໄປແລ້ວ ແຕ່ວ່າ ບໍ່ໄດ້ເຮັດ ກະມີຫຼາຍ ແຕ່ຜູ້ທີ່ຢາກເຮັດ ຜັດບໍ່ມີດິນສິພັດທະນາ ຊຶ່ງພາກລັດເຮົາຈະໄດ້ພ້ອມກັນກວດກາ ຫັນກຽວເຂົ້າຕື່ມ.”
ສ່ວນທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ກໍໄດ້ອອກຖະແຫຼງການຢືນຢັນວ່າ ໃນປັດຈຸບັນນີ້ ມີປະຊາຊົນລາວ ຫຼາຍກວ່າ 628,000 ຄອບຄົວທີ່ຄອບຄອງທີ່ດິນຢູ່ໃນເຂດປ່າສະຫງວນຂອງລັດ ຈຶ່ງບໍ່ມີສິດໃນທີ່ດິນ ແລະ ຈະຕ້ອງຖືກຍົກຍ້າຍອອກຈາກທີ່ດິນດັ່ງກ່າວ ໄປຢູ່ເຂດຈັດສັນໃໝ່ໃນໄລຍະຕໍ່ໄປ ແຕ່ວ່າຍັງບໍ່ສາມາດກຳນົດການຍົກຍ້າຍທີ່ຊັດເຈນໄດ້ໃນເວລານີ້ ເນື່ອງຈາກລັດຖະບານ ຍັງບໍ່ມີງົບປະມານ ຈຶ່ງຕ້ອງຄອຍຖ້າການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫລັກ ສ່ວນການອອກໃບຕາດິນໃຫ້ກັບປະຊາຊົນ ກໍປະຕິບັດໄດ້ພຽງ 10 ເປີເຊັນຂອງແຜນການປີ 2023 ທີ່ຜ່ານມາ ຊຶ່ງເຮັດໃຫ້ຈະຕ້ອງເພີ້ມການອອກໃບຕາດິນໃຫ້ໄດ້ຫລາຍຂຶ້ນໃນປີ 2024 ໂດຍຈະດຳເນີນການຄຽງຄູ່ກັບການກວດກາເພື່ອຍົກເລີກສຳປະທານທີ່ດິນທີ່ບໍ່ປະຕິບັດຕາມສັນຍາດ້ວຍ ດັ່ງທີ່ທ່ານນາງ ບຸນຄຳ ຢືນຢັນວ່າ:
“ໃນການຈັດຕັ້ງປະຕິບັດຕົວຈິງນີ້ເນາະ ໃນກົດຫມາຍວ່າດ້ວຍທີ່ດິນຂອງພວກເຮົາ ກະໄດ້ມີການກໍານົດທີ່ກ່ຽວຂ້ອງກັບການນໍາໃຊ້ທີ່ດິນ ອັນທີ 1 ນີ້ແມ່ນກົດຫມາຍກຳນົດວ່າ ຖ້າເຈົ້າບໍ່ພັດທະນາ ຫຼືບໍ່ເສຍພາສີ ຈະມີການແຈ້ງເຕຶອນ ຫຼັງຈາກນັ້ນ ຈະກ້າວໄປເຖິງການເສຍສິດນໍາໃຊ້ທີ່ດິນ ອັນທີ 2 ມານີ້ຢູ່ໃນອາກອນທີ່ດິນນັ້ນ ພວກເຮົາຈະກຳນົດການຈ່າຍເພີ້ມ ຖ້າວ່າ ດິນເປົ່າວ່າງ ແລະບໍ່ທຳການຜະລິດ ຫົວໜ່ວຍຈະຄູນຂຶ້ນ ອັນນີ້ ກໍຈະເປັນການຜັກດັນໃຫ້ຜູ້ທີ່ມີດິນກະສິກຳໄດ້ທຳການຜະລິດ.”
ຍິ່ງໄປກວ່ານັ້ນ ການອະນຸຍາດໃຫ້ສຳປະທານທີ່ດິນຈຳນວນຫຼາຍ ຍັງເຮັດໃຫ້ເກີດການຂັດແຍ້ງໃນສັງຄົມລາວ ຢ່າງກວ້າງຂວາງອີກດ້ວຍ ເພາະພະນັກງານລັດ ໃຊ້ອຳນາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນນຳໄປສົ່ງມອບໃຫ້ກັບນັກທຸລະກິດ ໂດຍໄດ້ຮັບຜົນປະໂຫຍດຕອບແທນເປັນການສ່ວນຕົວເປັນສຳຄັນ ສ່ວນປະຊາຊົນຜູ້ທີ່ຖືກຍາດແຍ່ງເອົາທີ່ດິນກັບໄດ້ຮັບຄ່າຊົດເຊຍໃນອັດຕາທີ່ຕ່ຳຫຼາຍ ເມື່ອສົມທຽບກັບລາຄາທີ່ດິນຕົວຈິງ ໂດຍເຖິງແມ່ນວ່າ ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈະໄດ້ຮ້ອງຮຽນຕໍ່ຄະນະປະຈຳສະພາແຫ່ງຊາດ ເປັນຈຳນວນຫຼາຍກໍຕາມ ແຕ່ຄະນະປະຈຳສະພາແຫ່ງຊາດ ກໍສາມາດດຳເນີນມາດຕະການໄດ້ພຽງການສະເໜີຕໍ່ຄະນະກວດກາພັກ-ລັດ ເພື່ອໃຫ້ດຳເນີນການກວດສອບຕາມການຮ້ອງຂໍດັ່ງກ່າວເທົ່ານັ້ນ ຊຶ່ງການຈັດຕັ້ງປະຕິບັດຕົວຈິງ ກໍຍັງບໍ່ມີປະສິດທິພາບ ເພາະການຍ່ອນຍານໃຫນການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກົດໝາຍວ່າ ດ້ວຍ ອົງການກວດກາແຮງລັດ ສະບັບປັບປຸງໃນປີ 2022 ຊຶ່ງເມື່ອບ9ມີການບັງຄັບໃຊ້ກົດໝາຍ ຈຶ່ງເປັນການປ່ອຍໃຫ້ຄົນທຳຄວາມຜິດສາມາດລອຍນວນຢູ່ຕໍ່ໄປ ທັງຍັງຖືຄອງທີ່ດິນທີ່ຜິດກົດໝາຍຕໍ່ໄປໄດ້ອີກດ້ວຍ.
ຟໍຣັມສະແດງຄວາມຄິດເຫັນ