ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ກຳ​ມະ​ກອນ​ລາວ ທີ່ປະ​ເຊີນ​ກັບ​ສະ​ພາບ​ຄວາມ​ທຸກ​ຍາກ​ທາງ​ເສດ​ຖະ​ກິດ ຊອກ​ຫາ​ວຽກ​ງານ​ຢູ່​ບ່ອນ​ອື່ນ


ແມ່​ຍິງ​ຄົນ​ນຶ່ງ​ຫໍ່​ໝາກ​ມີ້​ເພື່ອ​ຂາຍ​ຢູ່​ຕາມ​ຖະ​ນົນ​ໃນ​ນະ​ຄອນ ຫຼວງ​ພະ​ບາງ, 31 ມັງ​ກອນ 2024.
ແມ່​ຍິງ​ຄົນ​ນຶ່ງ​ຫໍ່​ໝາກ​ມີ້​ເພື່ອ​ຂາຍ​ຢູ່​ຕາມ​ຖະ​ນົນ​ໃນ​ນະ​ຄອນ ຫຼວງ​ພະ​ບາງ, 31 ມັງ​ກອນ 2024.

ກຳ​ມະ​ກອນລາວຈຳ​ນວນຫຼວງຫຼາຍ, ຜູ້​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ສະ​ພາບ​ຄວາມ​ທຸກ​ຍາກ​ທາງ​ເສດ​ຖະ​ກິດ, ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ຊອກ​ຫາ​ວຽກ​ເຮັດ​ໃນ​ປະ​ເທດໄທ, ເກົາຫຼີໃຕ້ ແລະ ຍີ່​ປຸ່ນ, ເຊິ່ງ​ຈະ​ນຳ​ເອົາ​ເງິນຫຼາຍ​ລ້ານ​ໂດ​ລາ​ເຂົ້າ​ມາ​ໃນປະເທດ ລາວ ຈາກ​ການ​ສົ່ງ​ເງິນ​ເດືອນ​ກັບ​ຄືນ​ບ້ານ ແຕ່​ມັນ​ຈະ​ເຮັດ​ໃຫ້​ພວກ​ກຳ​ມະ​ກອນ​ທີ່​ວ່າ​ນັ້ນ​ພົບ​ກັບ ​ກັບ​ດັກ​ໜີ້​ສິນ ແລະ ການ​ຄ້າ​ມະ​ນຸດ.

ລາວ​ ເປັນ​ປະ​ເທດ​ທີ່​ມີ​ຄ່າ​ຈ້າງ​ງານ​ຂັ້ນ​ຕ່ຳທີ່​ສຸດຢູ່​ໃນ​ພາກ​ພື້ນ, ເຊິ່ງ​ເປັນບັນ​ຫາ​ທີ່​ກຳ​ເນີດ​ມາ​ຈາກ​ພາ​ວະເງິນ​ເຟີ້ ແລະ ສະ​ກຸ​ນ​ເງິນກີບ ​ທີ່​ມີ​ຄ່າ​ຕົກ​ຕ່ຳ​ລົງ​ຢ່າງຫຼວງຫຼາຍ. ເຂົາ​ເຈົ້າ​ຍັງ​ເພິ່ງ​ພາ​ອາ​ໄສ ຈີນ ຫຼາຍ​ຍິ່ງ​ຂຶ້ນ​ຍ້ອນ​ໜີ້​ສິນ ແລະ ການ​ລົງ​ທຶນ​ຈຳ​ນວນຫຼາຍ​ຂອງ ຈີນ ໃນ​ຂະ​ແໜງ​ໄຟ​ຟ້າ.

ໃນ​ຂະ​ນະ​ດຽວ​ກັນ, ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່າວ​ວ່າ ​ການ​ຂາດ​ແຄນ​ພະ​ນັກ​ງານ​ທີ່​ມີ​ທັກ​ສະ, ເຊິ່ງ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່​ໃຫ້​ເຫດ​ຜົນ​ວ່າ​ເປັນ​ຍ້ອນ “ການ​ຍົກ​ຍ້າຍ​ຖິ່ນ​ຖານ​ໄປ​ເຮັດ​ວຽກ​ຢູ່​ບ່ອນ​ອື່ນ​ຂອງ​ຜູ້​ມີ​ການ​ສຶ​ກ​ສາ​ສູງ” ແລະ ເງິນ​ທຶນ​ທີ່ບໍ່​ພຽງ​ພໍ​ນັ້ນ ໄດ້​ກີດ​ກັ້ນ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ ແລະ ຂຸດ​ຄົ້ນ​ບໍ່​ແຮ່​ພາຍ​ໃນ​ປະ​ເທດ.

ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ ໄດ້​ລາຍ​ງານ​ໃນ​ປີ​ກາຍນີ້​ວ່າ ກຳ​ມະ​ກອນ​ລາວ 303,391 ຄົນ​ທີ່​ເຮັດ​ວຽກ​ໃນ​ຕ່າງ​ປະ​ເທດ​, ເຊິ່ງ 100,230 ຄົນ​ໄດ້​ວຽກ​ຢ່າງ​ຖືກ​ຕ້ອງ​ຕາມກົດ​ໝາຍ, ໃນ​ຂະ​ນະ​ທີ່ 203,161 ຄົນ​ໄດ້​ຊອກ​ຫາ​ວຽກ​ງານ​ໃນ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ໂດຍ​ປາ​ສະ​ຈາກ​ໃບ​ອະ​ນຸ​ຍາດ​ທີ່​ຖືກ​ຕ້ອງ.

ລາຍ​ງານ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ໃນ​ເດືອນ​ກຸ​ມ​ພາ​ທີ່​ຜ່ານ​ມາ​ໂດຍ​ໜັງ​ສື​ພິມ Vientiane Times ໄດ້​ກ່າວ​ວ່າ ປະ​ຊາ​ຊົນລາວປະ​ມານ 228,000 ຄົນ ​ໄດ້ພາກັນ​ເຮັດ​ວຽກ​ໃນ​ປະ​ເທດໄທ, ລວມ​ທັງ 70,000 ຄົນ​ ທີ່ເຮັດ​ວຽກ​ໂດຍບໍ່​ມີ​ໃບ​ອະ​ນຸ​ຍາດ.

ອີກ 13,000 ຄົນ​ແມ່ນ​ເຮັດ​ວຽກ​ໃນ​ປະ​ເທດເກົາຫຼີ​ໃຕ້, ອີງ​ຕາມ​ການ​ກ່າວ​ຂອງບົດລາຍງານ​ລາຍ​ງານ. ໂຕ​ເລກ​ທີ່​ວ່ານີ້ ບໍ່​ໄດ້​ລວມ​ເອົາ​ແຮງ​ງານ​ຕ່າງ​ດ້າວ​ຈຳ​ນວນຫຼາຍ ​ຜູ້​ທີ່​ໄດ້​ຂ້າມ​ເຂດ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ຢ່າງ​ຜິດ​ກົດ​ໝາຍ, ໂດຍ​ສະ​ເພ​າະ ຈີນ.

Large numbers of Laotian workers, facing poor economic conditions, are seeking work in Thailand, South Korea and Japan, bringing Laos millions of dollars in repatriated salaries but exposing the workers to debt traps and human trafficking.

Laos has the region’s lowest minimum wage, a problem exacerbated by inflation and a substantially depreciating currency, the kip. It also is increasingly dependent on China because of debt and substantial Chinese investments in Laos' energy sector.

Meanwhile, government reports say a shortage of skilled workers – which the Energy and Mines Ministry attributes to a "brain drain" and insufficient funding – hampers domestic hydropower and mining projects.

The Lao Ministry of Labor and Social Welfare reported last year that of the 303,391 Lao workers overseas, 100,230 acquired jobs legally, while 203,161 sought employment in neighboring countries without proper permits.

A report published in February by the Vientiane Times said approximately 228,000 Laotians were working in Thailand, including 70,000 without permits.

Another 13,000 were working in South Korea, the report said. These figures do not include large numbers of migrant workers who illegally cross the borders into neighboring countries, especially China.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG