ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ຊຸມຊົນນັກດຳນໍ້າຍິງ ທ້າທາຍຕໍ່ການຄາດເດົາກ່ຽວກັບເລື້ອງ ເພດ, ເຊື້ອຊາດ ແລະ ອາຍຸ


ຊຸມຊົນນັກດຳນໍ້າຍິງ ທ້າທາຍຕໍ່ສົມມຸດຕິຖານເລື້ອງເພດ, ເຊື້ອຊາດ ແລະ ອາຍຸ

ຊຸມຊົນນັກດຳນ້ຳທີ່ເອີ້ນວ່າ Scuba Mar Maids ນຳເອົາບັນດາແມ່ຍິງທີ່ມີອາຍຸ, ເຊື້ອຊາດ ແລະພື້ນຖານທີ່ແຕກຕ່າງກັນ ມາຮວມໂຕກັນ ໂດຍມີຄວາມຫຼົງໄຫຼ ໃນໂລກໃຕ້ນ້ຳ. ຈີເນຍ ດູລອດ (Genia Dulot) ນັກ​ຂ່າວ​ຂອງວີ​ໂອ​ເອ ມີ​ລາຍ​ງານ​ມາ​ຈາກ​ປາ​ນາ​ມາ, ບ່ອນ​ທີ່​ນາງ​ໄດ້ດຳນໍ້າ​ຮ່ວມ​ກັບ​ບັນດາ​ແມ່​ຍິງທັງຫຼາຍເຫຼົ່ານີ້.

ຄູສອນການດຳນໍ້າເລິກ ຫຼື scuba diving, ນາງ ມາຍຣາ ໂທມັສ (Maira Thomas) ນຳສະເໜີບົດຮຽນການທົບທວນຄວາມຮູ້ ກ່ຽວກັບການນໍາໃຊ້ເຄື່ອງນຳທາງໃຫ້ກັບແມ່ຍິງກຸ່ມນຶ່ງ ຈາກສະຫະລັດ. ນາງໄດ້ພາພວກເຂົາໄປທີ່ປານາມາເພື່ອຄົ້ນຫາສິ່ງມະຫັດສະຈັນໃຕ້ນ້ໍາຂອງອຸທະຍານແຫ່ງຊາດ ໂຄອິບາ (Coiba).

ນາງ ໂທມັສ (Thomas), ຜູ້ທີ່ປັບການສອນຂອງນາງ ໃຫ້ເໝາະສົມກັບແມ່ຍິງ ກ່າວວ່າ ການດໍານ້ໍາເລິກໂດຍສ່ວນໃຫຍ່ແລ້ວ ເປັນກິລາປະເພດນຶ່ງຂອງຜູ້ຊາຍ.

ນາງ ມາຍຣາ ໂທມັສ (Maira Thomas), ຄູສອນການດຳນ້ຳເລິກ ກ່າວວ່າ:

“ວິທີການສອນແມ່ຍິງ, ວິທີນຳເອົາຄວາມຮູ້ ແລະ ທັກສະສະເພາະມາໃຊ້ກັບແມ່ຍິງ ໂດຍສະເພາະ.//ແລະ​ຍັງ​ໃສ່ໃຈຕື່ມອີກໜ້ອຍນຶ່ງນຳ, ເພາະ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ ແມ່​ຍິງ​ຕ້ອງ​ການ​ການ​ເບິ່ງແຍງຫຼາຍກວ່າ​ນີ້ອີກໜ້ອຍນຶ່ງ.”

ນາງ ໂທມັສ (Thomas), ເຊິ່ງເປັນຜູ້ຊ່ຽວຊານດ້ານການດຳນໍ້າເລິກ ມາເປັນເວລາ 15 ປີແລ້ວ, ກ່າວວ່ານາງມັກຈະຖືກປະຕິເສດວຽກຍ້ອນນາງເປັນແມ່ຍິງ. ຜູ້ທີ່ມີທ່າແຮງຈະເປັນນາຍຈ້າງ ໄດ້ໂຕ້ຖຽງວ່າ ນາງບໍ່ສາມາດແບກຖັງທີ່ໜັກໄດ້ ຫຼືອາດຈະມີອາລົມຫວັ່ນໄຫວຫຼາຍເກີນໄປໃນສະຖານະການທີ່ຮ້າຍແຮງ.

ເພື່ອຊ່ວຍໃຫ້ແມ່ຍິງມີສ່ວນຮ່ວມໃນການດໍານ້ໍາເລິກ ຫຼາຍຂຶ້ນ, ນາງໄດ້ເລີ່ມກຸ່ມທີ່ເອີ້ນວ່າ Scuba Mar Maids ເມື່ອຫລາຍປີກ່ອນ. ໂດຍສ່ວນໃຫຍ່ແມ່ນຢູ່ໃນສະຫະລັດ, ມັນເປັນຊຸມຊົນອອນໄລນ໌ຂອງແມ່ຍິງທີ່ເດີນທາງ ແລະດໍານ້ໍາຮ່ວມກັນ.

ນາງ ສເຕັບຟານີ ເບັນຈາມິນ (Stephanie Benjamin), ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈາກ​ລັດເທັກຊັສ (Texas) ຂອງ​ສະ​ຫະ​ລັດ, ກ່າວ​ວ່າ ການ​ດຳ​ນ້ຳເລິກ ​ເປັນ​ການ​ຫລົບ​ໜີ​ຈາກ​ຄວາມ​ກົດ​ດັນຈາກ​ວຽກ​ງານ​ຂອງ​ນາງ.

ນາງ ສເຕັບຟານີ ເບັນຈາມິນ (Stephanie Benjamin), ນັກດຳນ້ຳເລິກ:

"ການດໍານໍ້າເລິກ ເຮັດໃຫ້ຮູ້ສຶກສະຫງົບຫຼາຍ. ການຢູ່ໃນມະຫາສະຫມຸດກໍສະບາຍຫຼາຍ. ເຈົ້າພຽງແຕ່ລົງໄປບ່ອນນັ້ນ, ເຈົ້າອອກໄປທ່ຽວກັບເຕົ່າ, ເຈົ້າຫາຍໃຈ. ເຈົ້າບໍ່ຈຳເປັນຕ້ອງເວົ້າກັບໃຜເລີຍ. ເຈົ້າກະຄືວ່າ, 'ວ້າວ, ເບິ່ງປາພວກນີ້ແມ້!' ມັນຄືກັບການເດີນທາງໄປດາວອັງຄານ. ມັນເປັນທຳມະຊາດ. ມັນຕື່ນເຕັ້ນຫຼາຍ, 'ຂ້ອຍຢູ່ກັບປາສະຫຼາມ!”.

ນາງ ລໍເຣນ ກຣີນ (Lauren Green), ອາຈານສອນລອຍນໍ້າຈາກເມືອງ ແຄນຊັສ (Kansas), ລັດ ມິຊຊູຣີ (Missouri) ຂອງໃນສະຫະລັດ, ກ່າວວ່າ ຄົນມັກຈະປະຫລາດໃຈເມື່ອນາງບອກພວກເຂົາວ່ານາງດໍານ້ໍາເລິກ.

ນາງ ລໍເຣນ ກຣີນ (Lauren Green), ນັກດຳນໍ້າເລິກ:

"ຂ້ອຍຄິດວ່າ ສໍາລັບຂ້ອຍ ໂອກາດທີ່ຈະສະແດງໃຫ້ແມ່ຍິງຫນຸ່ມຄົນຜິວດໍາຄົນອື່ນໆ ເຫັນວ່າ , 'ເຮ້, ຂ້ອຍກໍາລັງດໍານ້ໍາ, ຂ້ອຍເປັນແມ່ຍິງຜິວດໍາທີ່ດໍານ້ໍາ, ເຈົ້າກໍສາມາດເຮັດສິ່ງນີ້ໄດ້ຄືກັນ. ຢ່າຢ້ານ.' // ສິ່ງທີ່ເຈົ້າຕ້ອງເຮັດແມ່ນການທຸ້ມເທ, ໃຫ້ເວລາ, ຮັບເອົາຄວາມຮູ້."

ນາງ Gayle Cole, ນາງແພດຈາກລັດເທັກຊັສ, ໄດ້ຮັບການຢັ້ງຢືນໃຫ້ເປັນນັກດຳນ້ຳເລິກເມື່ອປະມານ 2 ປີກ່ອນ, ເມື່ອອາຍຸ 59 ປີ. ນາງບອກວ່າ ນາງຕ້ອງເຮັດວຽກຢ່າງໜັກ ເພື່ອໃຫ້ຍັງມີສຸຂະພາບທີ່ດີສຳລັບການດຳນ້ຳ, ແຕ່ອາຍຸຂອງນາງບໍ່ໄດ້ຢຸດຢັ້ງນາງເລີຍ.

ນາງ ເກລ ໂຄລ (Gayle Cole), ນັກດຳນໍ້າເລິກ:

"ຂ້ອຍເຊື່ອໝົດທັງຫົວໃຈຂອງຂ້ອຍວ່າ ອາຍຸຕາມເວລາຂອງເຈົ້າຈະເທົ່າໃດກໍຕາມ ແລະເຈົ້າບໍ່ສາມາດປ່ຽນປີເກີດຂອງເຈົ້າໄດ້. 'ຄວາມເຖົ້າແກ່' ເປັນເລື້ອງຂອງຈິດໃຈ, ແລະໃນຫົວຂອງຂ້ອຍ, ຂ້ອຍມີອາຍຸປະມານ 35 ປີ, ດັ່ງນັ້ນຂ້ອຍຈຶ່ງສາມາດດໍານ້ໍາໄປໄດ້ອີກ 35 ປີ.”

ໃນເວລາພຽງ​ບໍ່​ເທົ່າ​ໃດ​ປີ, ຊຸມ​ຊົນ Mar Maid ໄດ້ເຕີບໃຫຍ່ຂະຫຍາຍໂຕ​ຂຶ້ນ​ຈາກແມ່ຍິງ 80 ຄົນ ເປັນ​ເກືອບ 5,000 ​ຄົນ. ບັນດາສະມາຊິກກ່າວວ່າ ການນຸ່ງເສື້ອສີບົວໃຕ້ນ້ໍາ ແມ່ນວິທີການຂອງພວກເຂົາເພື່ອສະແດງໃຫ້ເຫັນວ່າ ພວກເຂົາເປັນແມ່ຍິງທີ່ແຂງແຮງ, ທີ່ມັກພະຈົນໄພ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

The Scuba Mar Maids dive community unites women of different ages, races and backgrounds over a shared a passion for the underwater world. VOA’s Genia Dulot reports from Panama, where she joined some of these women on a dive.

Scuba diving instructor Maira Thomas gives a navigation refresher class to a group of women from the United States. She brought them to Panama to explore the underwater wonders of Coiba National Park.

Scuba diving is a predominantly male sport, says Thomas, who tailors her instruction to women.

Maira Thomas, Scuba Diving Instructor:

“How to teach women, how to incorporate some of the knowledge and skills specifically to women. // And also being a little bit more caring, because I feel like women need a little bit more care."

Thomas, a scuba professional for 15 years, says she was often turned down for jobs for being female. Potential employers argued that she couldn’t carry heavy tanks or might get too emotional in an extreme situation.

To help more women get involved in scuba diving, she started Scuba Mar Maids several years ago. Based mostly in the U.S. it’s an online community of women who travel and dive together.

Stephanie Benjamin, a police officer from the U.S. state of Texas, says scuba diving is an escape from the stress of her work.

Stephanie Benjamin, Scuba Diver:

“Scuba diving is so calming. Being in the ocean is so chill. You just go down there, you hang out with a turtle, you breathe. You don’t have to talk to anybody. You are like, ‘Wow, look at all these fishes!’ It’s like traveling to Mars. It’s wild. It’s wild, ‘I am with a shark!’”.

Lauren Green, a swim teacher from Kansas City, Missouri, in the U.S., says people often are surprised when she tells them that she scuba dives.

Lauren Green, Scuba Diver:

“I think for me the opportunity to show other young Black women, like, 'hey, I am diving, I am a Black woman that dives, you can do this too. Don’t be afraid.' // All you have to do is to put in the work, put in time, obtain the knowledge.”

Gayle Cole, a nurse practitioner from Texas, got certified as a scuba diver about two years ago at age 59. She says she needs to work hard to stay in shape for diving, but her age is not stopping her.

Gayle Cole, Scuba Diver:

“I believe with my whole heart that how old you are is chronological and you can’t change the year you were born. 'Old' is psychological, and in my head, I am about 35, so I could be diving for another 35 years.”

In just a few years, the Mar Maid community grew from 80 women to almost five thousand. Members say wearing pink underwater is their way of showing that they're strong, adventurous women.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG