ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ສະ​ຫະ​ລັດ ວາງຂໍ້​ບັງ​ຄັບໃຫ້​ກວດ​ ໂຄວິດ ຕໍ່​ນັກ​ເດີນ​ທາງ​ຈາກ ຈີນ


ນັກ​ທ່ອງ​ທ່ຽວ​ທີ່​ໃສ່​ໜ້າ​ກາກ​ນັ່ງ​ຢູ່​ເຂດ​ລໍ​ຖ້າ​ໃນ​ສະ​ໜາມ​ບິນ ກວາງ​ໂຈ ໄບ​ຢຸນ, ແຂວງ ກວາງ​ຕົງ, ຈີນ, 25 ທັນ​ວາ 2022.
ນັກ​ທ່ອງ​ທ່ຽວ​ທີ່​ໃສ່​ໜ້າ​ກາກ​ນັ່ງ​ຢູ່​ເຂດ​ລໍ​ຖ້າ​ໃນ​ສະ​ໜາມ​ບິນ ກວາງ​ໂຈ ໄບ​ຢຸນ, ແຂວງ ກວາງ​ຕົງ, ຈີນ, 25 ທັນ​ວາ 2022.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ລັດ​ຖະ​ບານ​ກາງ​ໄດ້​ປະ​ກາດ​ວ່າ, ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອງ​ກໍ​ລະ​ນີ​ໄວ​ຣັ​ສ​ໂຄ​ໂຣ​ນາ​ໃນ​ປະ​ເທດ ຈີນ, ຜູ້​ໂດຍ​ສານຂອງສາຍ ການບິນ ​ເກືອບ​ທຸກ​ຄົນ​ຈາກ​ປະ​ເທດ​ດັ່ງ​ກ່າວ ​ຈະ​ຕ້ອງ​ສະ​ໜອງ​ຫຼັກ​ຖານ​ຂອງ​ການກວດ​ໂຄວິດ-19 ເປັນ​ຜົນ​ລົບ​ເພື່ອ​ເດີນ​ທາງ​ເຂົ້າ​ມາໃນ ສະ​ຫະ​ລັດ ເລີ່ມ​ຕົ້ນ​ແຕ່ ວັນ​ທີ 5 ມັງ​ກອນ. ຂໍ້​ຍົກ​ເວັ້ນ​ດຽວ​ແມ່ນ​ສຳ​ລັບ​ຜູ້​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 2 ປີ​ເທົ່າ​ນັ້ນ.

ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ລັດ ໄດ້​ມີ​ຂຶ້ນ​ລຸນຫຼັງ​ການ​ດຳ​ເນີນ​ການ​ໂດຍ ອິນ​ເດຍ, ອິ​ຕາ​ລີ, ຍີ່​ປຸ່ນ ແລະ ໄຕ້​ຫວັນ.

ມາດ​ຕະ​ການ​ຫ້າມ​ຕ່າງໆ​ທີ່​ຖືກ​ກຳ​ນົດ​ໂດຍ ສະ​ຫະ​ລັດ ຈະ​ຖືກ​ໃຊ້​ກັບ​ປະ​ຊາ​ຊົນ​ທີ່​ເດີນ​ທາງ​ມາ​ຈາກ ຈີນ ແຜ່ນ​ດິນ​ໃຫຍ່, ຮົງ​ກົງ ແລະ ມາ​ເກົ້າ, ລວມ​ທັງ​ຜູ້​ທີ່​ສືບ​ຕໍ່​ເດີນ​ທາງ​ໄປ​ບ່ອນ​ອື່ນ.

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ລັດ​ຖະ​ບານ​ກາງ ​ຜູ້​ທີ່​ໄດ້​ອ້າງ​ເຖິງ​ການ​ຂາດ​ຂໍ້​ມູນ​ທີ່​ພ​ຽງ​ພໍ ແລະ ຄວາມ​ໂປ່ງ​ໃສ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຈີນນັ້ນ ເວົ້າ​ວ່າ “ສະ​ຫະ​ລັດ ຈະ​ເອົາ​ບາດ​ກ້າວການປ້ອງ​ກັນ​ໄວ້​ກ່ອນ​ເພື່ອ​ປົກ​ປ້ອງ​ສາ​ທາ​ລະ​ນະ​ສຸກ​ຂອງ ອາ​ເມ​ຣິ​ກາ ແລະ ລະ​ມັດ​ລະ​ວັງ​ສຳ​ລັບ​ການ​ກຳ​ເນີດ​ຂຶ້ນ​ຂອງ​ສາຍ​ພັນ ໂຄວິດ-19 ທີ່​ອາດ​ເປັນ​ໄປ​ໄດ້ສູງ.”

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ກອງ​ປະ​ຊຸມ​ທາງ​ໂທ​ລະ​ສັບ​ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ມີ​ວິ​ໄສ​ທັດ​ທີ່​ຈຳ​ກັດ ກ່ຽວ​ກັບ ຂໍ້​ມູນ​ການ​ລຽງ​ລຳ​ດັບ​ຈີ​ໂນມ, ກ່ຽວ​ກັບ ສາຍ​ພັນ​ທີ່​ໝຸນ​ວຽນ​ໃນ ຈີນ ໃນ​ຂໍ້​ມູນ​ໂລກ. ນອກ​ຈາກ​ນັ້ນ, ການກວດ​ໂຣກ ແລະ ການ​ລາຍ​ງານ​ກ່ຽວ​ກັບ​ກໍ​ລະ​ນີ​ໃໝ່​ຍັງ​ໄດ້ຫຼຸດ​ລົງ. ໂດຍ​ອີງ​ໃສ່​ການ​ຂາດ​ຂໍ້​ມູນ​ທີ່​ມີ​ຢູ່ນີ້, ມັນ​ຍິ່ງ​ຍາກກວ່າ​ເກົ່າ​ສຳ​ລັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ພວກ​ເຮົາ​ທີ່​ຈະ​ລະ​ບຸ​ສາຍ​ພັນ​ໃໝ່​ທີ່​ຈະ​ມາ​ແຜ່​ລາມ​ໃນ ສະ​ຫະ​ລັດ.” ລະ​ບຽບ​ພື້ນ​ຖານ​ຂອງ​ກອງ​ປະ​ຊຸມ​ລາຍ​ງານ​ໄດ້​ຮຽກ​ຮ້ອງບໍ່​ໃຫ້​ໃຊ້​ຊື່​ຂອງ​ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ.

ການ​ກະ​ທຳ​ຂອງ ສະ​ຫະ​ລັດ ແມ່ນ​ຖືກ​ອະ​ນຸ​ຍາ​ດ​ຢ່າງ​ສິ້ນ​ເຊີງ, ອີງ​ຕາມ​ທ່ານ​ນາງ ລໍ​ເຣັນ​ສ ກອ​ສ​ຕິນ, ຜູ້​ອຳ​ນວຍ​ການ​ສູນ​ກາງ​ການ​ຮ່ວມ​ມື ກ່ຽວ​ກັບ ກົດ​ໝາຍ​ສຸ​ຂະ​ພາບ​ແຫ່ງ​ຊາດ ແລະ ໂລກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ. ທ່ານ​ນາງ​ເວົ້າ​ວ່າ “ຈີນ​ໄດ້​ປະ​ສົບ​ການ​ລະ​ບາດ​ຂອງ​ໂຄວິດ​ຢ່າງ​ຮ້າຍ​ແຮງ, ເຊິ່ງ​ເຫັນ​ວ່າ​ຖືກ​ຕ້ອງ​ຢ່າງ​ເຕັມ​ທີ່​ກັບ​ການ​ຕອບ​ໂຕ້​ຂອງ ສະ​ຫະ​ລັດ. ຈີນ ຈະ​ບໍ່​ສາ​ມາດ​ຕຳ​ໜິ​ໄດ້​ເພາະ​ວ່າ​ລັດ​ຖະ​ບານ​ໄດ້​ດຳ​ເນີນມາດ​ຕະ​ການ​ຫ້າມ​ເດີນ​ທາງ​ເຂົ້າ​ໃນ ຈີນ ​ທີ່​ຮຸນ​ແຮງຫຼາຍເກືອບ​ສາມ​ປີ, ລວມ​ທັງ​ການ​ບັງ​ຄັບ​ກັກ​ຕົວ​ກວດ​ໂຣກ​.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG