ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

15 ລັດຂອງສະຫະລັດ ຈະລົງຄະແນນສຽງເລືອກຕັ້ງຂັ້ນຕົ້ນ ສຳລັບການເລືອກຕັ້ງປະທານາທິບໍດີ ໃນວັນອັງຄານ


ຜູ້ສະໜັບສະໜູນຜູ້ສະໝັກ ຢືນຢູ່ນອກສະຖານທີ່ລົງຄະແນນສຽງ ໃນການເລືອກຕັ້ງຂັ້ນຕົ້ນສຳລັບປະທານາທິບໍດີ,ວັນທີ 23 ມັງກອນ 2024, ໃນເມືອງ Windham, New Hampshire. Super Tuesday ຮູ້ສຶກທຳມະດາ ແຕ່ສຳລັບຊາວອາເມຣິກັນ ຈຳນວນຫຼາຍທີ່ສະໜັບສະຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີແຖວໜ້າປະກົດວ່າກຽມພ້ອມແລ້ວ.
ຜູ້ສະໜັບສະໜູນຜູ້ສະໝັກ ຢືນຢູ່ນອກສະຖານທີ່ລົງຄະແນນສຽງ ໃນການເລືອກຕັ້ງຂັ້ນຕົ້ນສຳລັບປະທານາທິບໍດີ,ວັນທີ 23 ມັງກອນ 2024, ໃນເມືອງ Windham, New Hampshire. Super Tuesday ຮູ້ສຶກທຳມະດາ ແຕ່ສຳລັບຊາວອາເມຣິກັນ ຈຳນວນຫຼາຍທີ່ສະໜັບສະຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີແຖວໜ້າປະກົດວ່າກຽມພ້ອມແລ້ວ.

ພວກຜູ້ລົງຄະແນນສຽງເລືອກຕັ້ງ ຈະມຸ່ງໜ້າໄປປ່ອນບັດຢູ່ໃນ 15 ລັດຂອງສະຫະລັດ ແລະຊາວອາເມຣິກັນ ຊາມົວ ໃນວັນອັງຄານມື້ອື່ນນີ້ ເຊິ່ງເປັນມື້ທີ່ໃຫຍ່ທີ່ສຸດຂອງການລົງຄະແນນສຽງເລືອກຕັ້ງຂັ້ນຕົ້ນ ສຳລັບການເລືອກຕັ້ງປະທານາທິບໍດີ, ໂດຍທີ່ປະທານາທິບໍດີ ໂຈ ໄບເດັນ ແລະອະດີດປະທານາທິບໍດີ ດໍໂນລ ທຣຳ ຄາດວ່າ ຈະໄດ້ຮັບໄຊຊະນະຫຼາຍຂຶ້ນ ແລະມີການປະເຊີນໜ້າກັນທີ່ຫຼີກລ່ຽງບໍ່ໄດ້ ໃນການເລືອກຕັ້ງແຫ່ງຊາດ ໃນເດືອນພະຈິກ.

ທ່ານ ໄບເດັນ, ຜູ້ທີ່ໄດ້ເອົາຊະນະ ການລົງເລືອກຕັ້ງຄືນໃຫມ່ຂອງ ທ່ານ ທຣໍາ ໃນປີ 2020, ກໍາລັງປະເຊີນໜ້າພຽງແຕ່ການຄັດຄ້ານທີ່ສຳຄັນ ຢູ່ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ ກ່ຽວກັບສິ່ງທີ່ຮູ້ຈັກກັນຢູ່ໃນປະຕິທິນການເມືອງຂອງສະຫະລັດ ໃນຊື່ Super Tuesday. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ໄບເດັນ ​ກໍຍັງຕາມຫຼັງ ທ່ານ ທຣຳ ຢູ່ສອງສາມເປີເຊັນ ​ໃນ​ການສຳຫຼວດຄະ​ແນນ​ສຽງ​ທົ່ວ​ປະ​ເທດ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ​ໃນ​ຫຼາຍໆລັດທີ່ສຳຄັນໃນການແຂ່ງຂັນ​ທາງດ້ານ​ການ​ເມືອງ ທີ່ມີແນວໂນ້ມວ່າ​ ຈະເປັນໂຕ​ກຳນົດ​ຜົນໄດ້ຮັບລະດັບ​ຊາດ.

ໃນວັນເສົາທີ່ຜ່ານມາ ທ່ານ ທຣຳ ໄດ້ຮັບຄະແນນສຽງຂອງຜູ້ແທນຫຼາຍຂຶ້ນ ໃນການເຂົ້າຮ່ວມກອງປະຊຸມສະເໜີຊື່ຂອງພັກຣີພັບບລີກັນ ລະດັບຊາດ ໃນລະດູຮ້ອນນີ້ ໃນການແຂ່ງຂັນຂອງການຖືກສະເໜີຊື່ ຢູ່ທີ່ລັດ ມິຊິແກນ (Michigan), ໄອດາໂຮ (Idaho) ແລະ ມິສຊູຣີ (Missouri). ທ່ານໄດ້ຖືກຄາດຄະເນວ່າ​ ຈະ​ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ອັງ​ຄານ​ມື້​ອື່ນນີ້ ເໜືອ​ຜູ້​ທ້າ​ຊິງທີ່​ຍັງ​ເຫຼືອຂອງທ່ານ ກໍ​ຄື ທ່ານນາງ ນິກກີ ເຮລີ (Nikki Haley), ເຊິ່ງ ເປັນເອກ​ອັກ​ຄະ​ລັດ​ຖະ​ທູດ​ ປະຈຳສະ​ຫະ​ປະ​ຊາ​ຊາດ ຄັ້ງດຽວ ແລະ​ເປັນ​ອະ​ດີດ​ຜູ້ວ່າການລັດ ຄາໂຣໄລນາ ໃຕ້.

ທ່ານ ທຣຳ ປະເຊີນກັບການຮ້ອງຟ້ອງທາງອາຍາ 4 ຄະດີ ທີ່ບໍ່ເຄີຍມີມາກ່ອນ ໃນຂໍ້ຫາຕ່າງໆ ລວມມີ 91 ຂໍ້ກ່າວຫາ, ໂດຍການພິຈາລະນາຄະດີຄັ້ງທຳອິດ ມີກຳນົດຈະເລີ້ມຂຶ້ນ ໃນອີກ 3 ອາທິດ ໃນຂໍ້ຫາທີ່ວ່າ ທ່ານພະຍາຍາມປິດບັງການຈ່າຍເງິນຄ່າປິດປາກ ໃຫ້ກັບນັກສະແດງໜັງ ໂປ້ ກ່ອນການໂຄສະນາຫາສຽງໃນການເລືອກຕັ້ງປະທານາທິບໍດີ ປີ 2016 ທີ່ປະສົບຜົນສຳເລັດຂອງທ່ານນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG