ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ບັນດາເຈົ້າໜ້າທີ່ການເລືອກຕັ້ງ ສຫລ ໃຫ້ບຸລິມະສິດດ້ານຄວາມປອດໄພ ກ່ອນໜ້າການປ່ອນບັດເລືອກຕັ້ງ ປະທານາທິບໍດີ ໃນເດືອນພະຈິກ


ບັນດາເຈົ້າໜ້າທີ່ການເລືອກຕັ້ງ ສຫລ ໃຫ້ບູລິມະສິດດ້ານຄວາມປອດໄພ ກ່ອນໜ້າການປ່ອນບັດເລືອກຕັ້ງ ປະທານາທິບໍດີ

ເຈົ້າ​ໜ້າ​ທີ່​ຮັບຜິດຊອບການ​ເລືອກ​ຕັ້ງ​ຂອງ​ສະ​ຫະ​ລັດກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໝັ້ນ​ໃຈ​ວ່າ​ ເຂົາ​ເຈົ້າ​ຈະ​ສາ​ມາດ​ປ້ອງ​ກັນ​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ​ຕໍ່​ການ​ລົງ​ຄະ​ແນນ​ເລືອກຕັ້ງເອົາປະ​ທາ​ນາ​ທິ​ບໍ​ດີ​ ໃນ​ເດືອນ​ພະ​ຈິກທີ່ຈະມາເຖິງນີ້ໄດ້. ຢູ່ໃນເມືອງອາແລັກສ໌ແຊນເດຣຍ, ລັດເວີຈີເນຍ, ເວີ້ຣໍນິກາ ບອລແດຣາສ ອີເກຣຊຽດສ໌, ນັກ​ຂ່າວ​ຂອງວີ​ໂອ​ເອ ນັ່ງ​ຢູ່​ໃນຫ້ອງຝຶກ​ອົບ​ຮົມເຈົ້າ​ໜ້າ​ທີ່ເລືອກ​ຕັ້ງ ຊຶ່ງ​ເປັນ​ນຶ່ງ​ໃນ​ຫຼາຍ​ມາດ​ຕະ​ການ​ເພື່ອ​ຮັບ​ປະ​ກັນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ມີ​ອິດ​ສະ​ຫລະ, ຍຸ​ຕິ​ທຳ ແລະ​ໂປ່ງ​ໃສ ຊຶ່ງ ບົວສະຫວັັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນເດືອນແລ້ວນີ້, ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ ໄດ້ກ່າວຕໍ່ລັດຖະສະພາວ່າ ການເລືອກຕັ້ງປະທານາທິບໍດີສະຫະລັດ ຈະມີຄວາມຍຸຕິທຳ ແລະປອດໄພ ຍ້ອນມີການປ້ອງກັນທີ່ຮັດແໜ້ນຂຶ້ນ ແລະເພີ່ມທະວີການຮ່ວມມືກັນ ລະຫວ່າງລັດຖະບານກາງ, ລັດ ແລະອຳນາດການປົກຄອງທ້ອງຖິ່ນ.

ທ່ານນາງ ເຈນ ອີສເຕີລີ, ຜູ້​ອຳ​ນວຍ​ການ​ອົງ​ການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ​ ແລະໂຄງລ່າ​ງພື້ນ​ຖານ ກ່າວວ່າ:

“ຈາກໄພຂົ່ມຂູ່ທາງອິນເຕີແນັດ, ຈາກໄພຂົ່ມຂູ່ແບບເຫັນເປັນຕົວຕົນ, ຈາກຄວາມສ່ຽງດ້ານການດໍາເນີນງານ, ແລະຈາກອິດທິພົນທີ່ບໍ່ດີຂອງຕ່າງປະເທດ. ສິ່ງນຶ່ງທີ່ຄວນສັງເກດໃຫ້ດີ ກໍຄື ມັນມີຄວາມຫຼາກຫຼາຍ ແລະມີການແບ່ງອຳນາດໃນໂຄງລ່າງພື້ນຖານການເລືອກຕັ້ງຂອງພວກເຮົາທີ່ກະຈາຍອອກໄປ ເພາະວ່າ ມັນຖືກຄຸ້ມຄອງໂດຍລັດ, ດ້ວຍການແຍກ 8,800 ເຂດການປົກຄອງທີ່ກະຈາຍກັນໄປທົ່ວປະເທດ, ຄວາມແຕກຕ່າງກັນທີ່ວ່ານັ້ນ ເຮັດໃຫ້ເກີດຄວາມໝັ້ນໜຽວຂຶ້ນ.”

ຕົວຢ່າງເຊັ່ນ, ໃນເມືອງອາເລັກຊັນເດຣຍ, ລັດເວີຈີເນຍ ເຄື່ອງກວດກາ ຫລື ສະແກນບັດລົງຄະແນນສຽງບໍ່ໄດ້ເຊື່ອມຕໍ່ໃສ່ກັບອິນເຕີແນັດ, ສະນັ້ນ ຈຶ່ງເຮັດໃຫ້ຂັ້ນຕອນການລົງຄະແນນສຽງປອດໄພຫລາຍຂຶ້ນ ຈາກການພະຍາຍາມລັກເຈາະຂໍ້ມູນ.

ທ່ານນາງ ແອນຈີ ມານີ ເກລຍ-ເທີນເນີ ຫົວໜ້າຝ່າຍລົງທະບຽນ ແລະ ຜູ້ອໍານວຍການໃຫຍ່ໃນການເລືອກຕັ້ງທີ່ເມືອງ Alexandria ກ່າວວ່າ:

“ນອກຈາກນັ້ນ, ພວກເຮົາຍັງທົດສອບເຄື່ອງສະແກນກ່ອນການເລືອກຕັ້ງທຸກໆຄັ້ງອີກ ໂດຍຜ່ານການທົດສອບດ້ານຕັກກະຢ່າງໜັກແລະຄວາມແມ້ນຢຳຫລາຍເພື່ອຮັບປະກັນວ່າ ພວກມັນຖືກຕັ້ງໂປຣແກຣມໃສ່ຢ່າງຖືກຕ້ອງ.”

​ເພື່ອ​ຮັບປະກັນ​ວ່າຂັ້ນຕອນຕ້ອງມີ​ຄວາມ​ໂປ່​ງ​ໃສ, ເມືອງແຫ່ງນີ້ ​ພວມ​ຝຶກ​ອົບຮົມ​ພະນັກງານຮັບຜິດຊອບການເລືອກ​ຕັ້ງ 500 ຄົນ ​ສຳລັບ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ ແລະ​ການ​ເລືອກ​ຕັ້ງໃນ​ເດືອນ​ພະຈິກ. ພວກເຂົາເຈົ້າ ກຳລັງຮຽນຮູ້ກ່ຽວກັບຂໍ້ກໍານົດໃນການລົງຄະແນນສຽງວ່າ ມີຫຍັງແດ່ ພ້ອມທັງຮຽນວິທີການປະຕິບັດການສະແກນບັດລົງຄະແນນສຽງ ແລະຢັ້ງຢືນຜົນໄດ້ຮັບຂອງເຂດເລືອກຕັ້ງ.

ທ່ານນາງຈູລີ ໂພໂດລສະກີ ຫາກໍໄດ້ຮັບການຝຶກອົບຮົມເມື່ອບໍ່ດົນມານີ້.

ທ່ານນາງຈູລີ ໂພໂດລສະກີ ເຈົ້າຫນ້າທີ່ຮັບຜິດຊອບການເລືອກຕັ້ງກ່າວວ່າ:

“ມີຈັກຄົນໄດ້ເຂົ້າມາລົງທະບຽນແລ້ວ, ເຈົ້າຮູ້ບໍ່ວ່າ ມີຈັກຄົນ, ບັດລົງຄະແນນສຽງທັງຫຼາຍໄດ້ຜ່ານເຄື່ອງຈັກໄປຈັກບັດແລ້ວ, ແລະມັນດໍາເນີນໄປຕະຫຼອດມື້ເລີຍ ແລະມີຫລາຍຄົນຕ່າງກັນກໍາລັງເຮັດວຽກນີ້ຢູ່. ພວກເຮົາຫມູນວຽນປ່ຽນຜຽນກັນໄປຢູ່ຕໍາແຫນ່ງຕ່າງໆ. ສະນັ້ນ, ບໍ່ມີທາງດອກທີ່ຈະມີທີມງານນຶ່ງຫມົດທຸກຄົນ ປະສານງານກັນເພື່ອເຮັດອັນໃດອັນນຶ່ງແບບສໍ້ໂກງໄດ້ເລີຍ.”

ເນື່ອງຈາກສະພາບແວດລ້ອມທາງດ້ານການເມືອງທີ່ແຕກແຍກກັນ ແລະມີໄພຂົ່ມຂູ່ທີ່ອາດຈະເກີດຂຶ້ນໄດ້ສູງນັ້ນ ເຈົ້າຫນ້າທີ່ເລືອກຕັ້ງ, ທ່ານມາກ ດາຍເອີ ແລະຜູ້ອື່ນໆ ກໍ່ກໍາລັງຮຽນຮູ້ວິທີການທີ່ຈະເຮັດໃຫ້ຄວາມສ່ຽງຫລຸດຜ່ອນລົງໄດ້.

ທ່ານມາກ ດາຍເອີ ເຈົ້າຫນ້າທີ່ເລືອກຕັ້ງກ່າວວ່າ:

“ບາງທີ ດົນໆ ອາດມີຄັ້ງດຽວ ທີ່ຈະມີຜູ້ໃດຜູ້ນຶ່ງເປັນຄົນອາລົມຮ້າຍ ຫລື ມີເລື້ອງທີ່ບໍ່ດີໃນມື້ນັ້ນ, ເປັນຜູ້ປ່ອນບັດເລືອກຕັ້ງຄົນນຶ່ງ, ແຕ່ສ່ວນຫຼາຍແລ້ວ ມັນເປັນປະສົບການທີ່ຫນ້າເພິ່ງພໍໃຈ."

ພວກນັກວິ​ເຄາະ​ທີ່​ໃຫ້​ສຳພາດ​ກັບ​ວີ​ໂອ​ເອຍັງ​ຄາດຫວັງອີກດ້ວຍ​ວ່າ ​ໂດຍ​ລວມ​ແລ້ວ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ່​ຈະມາເຖິງນີ້ ຈະດຳ​ເນີນ​ໄປ​ຢ່າງ​ສະດວກບໍ່ມີບັນຫາຫຍັງ.

ທ່ານແອນທອນ ດາບູຣາ, ເປັນຜູ້ອໍານວຍການດ້ານບໍລິຫານຂອງສະຖາບັນຄວາມປອດໄພດ້ານຂໍ້ມູນຂ່າວສານຈາກມະຫາວິທະຍາໄລຈອນສ໌ ຮອບຄິນສ໌ (Johns Hopkins).

ທ່ານກ່າວຜ່ານທາງ Skype ວ່າ:

“ມີຫຼາຍ, ຫຼາຍສາຍຕາທີ່ຈ້ອງມອງເບິ່ງລະບົບການເລືອກຕັ້ງຂອງພວກເຮົາ, ແລະພວກທີ່ເປັນປໍລະປັກບໍ່ມັກສິ່ງນັ້ນແທ້ໆ. ພວກເຂົາເຈົ້າຊອກຫາເປົ້າຫມາຍທີ່ເປັນຈຸດອອ່ນ, ສິ່ງທີ່ຜູ້ຄົນບໍ່ໄດ້ຫຼຽວເບິ່ງແທ້ໆ. ແລະສະນັ້ນຫລະ, ຂ້າພະເຈົ້າຮູ້ສຶກວ່າ ຍ້ອນເຫດຜົນເຫຼົ່ານັ້ນ, ແນ່ນອນ ຈະບໍ່ມີເຫດການທີ່ກ່ຽວຂ້ອງກັບຄວາມປອດໄພເກີດຂຶ້ນຫຼາຍໃນໄລຍະການເລືອກຕັ້ງປີ 2024 ນີ້.”

​ແຕ່​ວ່າ​ມີ​ໄພ​ຂົ່ມຂູ່​ອີກ​ປະ​ເພດນຶ່ງ ​ທີ່​ຜູ້​ລົງ​ຄະ​ແນນ​ສຽງ​ຄວນ​ລະວັງ, ອີງຕາມຜູ້​ສະໜັບສະໜູນ​ການ​ລົງ​ຄະ​ແນນ​ສຽງ​ກ່າວ​.

ທ່ານນາງ ຊູຊານາ ກູດແມນ ເປັນຜູ້ອໍານວຍການດ້ານຄວາມປອດໄພດ້ານການເລືອກຕັ້ງສຳລັບອົງການທີ່ບໍ່ຫວັງຜົນກໍາໄລຊື່ວ່າ “ຄອມມອນ ຄອສ (Common Cause)”

ທ່ານນາງກ່າວ​ຜ່ານທາງ Skype ວ່າ:

“ມີ​ຂໍ້​ມູນ​ທີ່​ຜິດໆ ​ແລະ​ບິດເບືອນຄວາມຈິງ ທີ່ເຜີຍແຜ່ອອກໄປ ​ກ່ຽວ​ກັບ​ລະບົບ​ການ​ລົງ​ຄະ​ແນນ​ເລືອກຕັ້ງ​ ແລະ​ວິທີ​ການ​ເຮັດ​ວຽກ​ເພື່ອ​ທຳລາຍ​ຄວາມ​ເຊື່ອ​ໝັ້ນ ​ໃນ​ຂະ​ບວນການ​ປະຊາທິປະ​ໄຕ​ຂອງ​ພວກ​ເຮົາ. ຂ້າພະເຈົ້າຄິດວ່າ ທີ່ຈິງແລ້ວ ນັ້ນແມ່ນຄວາມເປັນຫ່ວງທີ່ຍິ່ງໃຫຍ່ກວ່າຫຼາຍ.”

ບັນດາຜູ້ລົງຄະແນນສຽງຊາວອາເມຣິກັນຖືກເຕືອນໃຫ້ມີຄວາມລະມັດລະວັງ; ອາສາສະໝັກທີ່ເປັນພະນັກງານຍາມຫີບປ່ອນບັດເລືອກຕັ້ງ ຫຼື ພວກຜູ້ສັງເກດການເອງ; ແລະໃຫ້ຕິດຕໍ່ກັບເຈົ້າໜ້າທີ່ໂລດ ຖ້າພວກເຂົາເຈົ້າມີຄຳຖາມໃດໆກ່ຽວກັບວ່າ ຂັ້ນຕອນໃນການເລືອກຕັ້ງເຮັດແນວໃດ.

Last month, top U.S. officials told Congress the U.S. presidential election will be fair and secure, thanks to tightening safeguards and increasing cooperation between federal, state, and local authorities.

(Jen Easterly, Cybersecurity and Infrastructure Security Agency Director)

“From cyber threats, from physical threats, from operational risks, and from foreign malign influence. // One thing to note, that it's the diversity and decentralization of our election infrastructure, because it's managed by state, by 8,800 separate jurisdictions around the country, that heterogeneity gives it resilience.”

In the city of Alexandria, Virginia, for example, ballot scanners are not connected to the internet, thus making the process more secure against hacking attempts.

(Angie Maniglia-Turner, Alexandria Director of Elections)

“Additionally, we test the scanners prior to every election through a very intense logic and accuracy test to ensure that they are programmed properly.”

To ensure a transparent process, the city is training up to 500 election officers for the primaries and the November election. They are learning about what the voting requirements are as well as how to operate the ballot scanners and certify the results of the precinct.

(Julie Podolsky, Election Officer)

“How many people have checked in. How many, you know, ballots have gone through the machine, and it's happening all day long and different people are doing it. We rotate positions. So, there's no way that you're going to have an entire team of people coordinated in order to do anything shady at all.”

Given the polarized political environment and potential threats, election officer Marc Dyer and others are also learning de-escalation techniques.

(Marc Dyer, Election Officer)

“Maybe once in a blue moon there will be someone who is belligerent or is having a bad day, a voter, but most of the time, it's been a pleasant experience.”

Analysts interviewed by VOA also expect that, overall, the upcoming presidential election will run smoothly.

(Anton Dahbura, Johns Hopkins Information Security Institute) (Skype)

“There are many, many eyes on our election system, and adversaries don't really like that. They look for soft targets, things that people aren't really looking at. And so, I feel that for those reasons, there really won't be much of a security event of any around the 2024 elections.”

But there is another kind of threat that voters should be aware of, voting advocates say.

(Susannah Goodman, Common Cause Election Security Director) (Skype)

“There is mis- (information) and disinformation being sowed about the voting systems and how things work to undermine trust in our democratic process. I think that is actually a much bigger concern.”

American voters are being encouraged to remain vigilant; volunteer as poll workers or observers themselves; and reach out to authorities if they have questions about how the election process works.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG