ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ບົດລາຍງານ ຂອງອົງການສະຫະປະຊາຊາດ ກ່າວ​ວ່າ ມີແມ່ຍິງເສຍຊີວິດ ເພີ້ມ​ຂຶ້ນໃນລະຫວ່າງການຖືພາ ຫຼືເກີດລູກ


(ພາບ​ໃນ​ແຟມ) ແມ່ຍິງຖື​ພາລຽນ​ແຖວ​ກັນ​ເຂົ້າ​ໄປ​ຫາ​ນາງ Lucy Mbewe, ທີ່​ເປັນ​ປະ​ດຸງ​ຄັນແບບ​ພື້ນ​ເມືອງ ຢູ່​ເຮືອນ​ຂອງ​ລາວ ໃນ​ບ້ານ Simika, ຢູ່​ເມືອງ Chiradzulu ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ມາ​ລາ​ວີ, 23 ພືດ​ສະ​ພາ, 2021.
(ພາບ​ໃນ​ແຟມ) ແມ່ຍິງຖື​ພາລຽນ​ແຖວ​ກັນ​ເຂົ້າ​ໄປ​ຫາ​ນາງ Lucy Mbewe, ທີ່​ເປັນ​ປະ​ດຸງ​ຄັນແບບ​ພື້ນ​ເມືອງ ຢູ່​ເຮືອນ​ຂອງ​ລາວ ໃນ​ບ້ານ Simika, ຢູ່​ເມືອງ Chiradzulu ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ມາ​ລາ​ວີ, 23 ພືດ​ສະ​ພາ, 2021.

ບົດລາຍງານໃຫມ່ຂອງອົງການສະຫະປະຊາຊາດຊັ້ນນໍາ 4 ຂະ​ແໜງ ແລະທະນາຄານໂລກຄາດຄະເນວ່າ ທຸກໆສອງນາທີ ມີແມ່ຍິງຄົນນຶ່ງເສຍຊີວິດໃນລະຫວ່າງການຖືພາ ຫຼືເກີດລູກ, ຊຶ່ງສ່ວນຫຼາຍແມ່ນມາ​ຈາກສາເຫດທີ່ສາມາດປ້ອງກັນໄດ້.

ບົດລາຍງານ​ທີ່​ມີ​ຫົວ​ຂໍ້ "ທ່າ​ອ່ຽງ​ໃນ​ການຕາຍຂອງແມ່ ແຕ່ 2000 ຫາ 2020," “Trends in maternal mortality 2000 to 2020,” ແມ່ນຂຽນໂດຍອົງ​ການ​ອະ​ນາ​ໄມ​ໂລກ (WHO), ກອງ​ທຶ​ນເດັກສາ​ກົນຂອງ​ສະ​ຫະ​ປະ​ຊາ​ຊາດ​ ຫລື UNICEF, ແລະກອງທຶນ​ດ້ານປະ​ຊາ​ກອນ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫລື UNFPA, ພ້ອມກັບກຸ່ມທະນາຄານໂລກ ແລະ​ກົມ​ວຽກ​ງານ​ເສດ​ຖະ​ກິດ ແລະ​ສັງ​ຄົມ​ຂອງ​ສະ​ຫະ​ປະ​ຊາ​ຊາດ ພະແນກປະຊາກອນ.

ພວກເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ​ກ່າວ​ວ່າ ຂໍ້​ມູນ​ທີ່​ນຳ​ສະ​ເໜີ​ຢູ່ໃນ​ບົດ​ລາຍ​ງານ​ນີ້ ຄວນ​ເປັນ​ການ​ເຕືອນໃຫ້​ບັນ​ດາ​ຜູ້​ນຳ​ໂລກ ​ດຳ​ເນີນ​ການ​ແກ້​ໄຂ​ການ​ເສຍ​ຊີ​ວິດ​ຂອງ​ແມ່ ​ດ້ວຍ​ການ​ລົງ​ທຶນ​ໃນ​ລະ​ບົບ​ການ​ດູ​ແລ​ສຸ​ຂະ​ພາບ ແລະ​ປິດ​ຊ່ອງ​ຫວ່າງຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານສັງ​ຄົມ ແລະ ເສດ​ຖະ​ກິດ​ທາງ​ທີ່​ພາ​ໃຫ້​ມີ​ການ​ເສຍ​ຊີ​ວິດ​ເຫຼົ່າ​ນີ້.

"ໃນຂະນະທີ່ການຖືພາຄວນຈະເປັນຊ່ວງເວລາແຫ່ງຄວາມຫວັງ ອັນໃຫຍ່ຫຼວງ ແລະປະສົບການໃນທາງບວກສໍາລັບແມ່ຍິງທຸກຄົນ ແຕ່ມັນກໍຍັງເປັນປະສົບການ ອັນຕະລາຍທີ່ຫນ້າຕົກໃຈ ສໍາລັບຫລາຍລ້ານຄົນໃນທົ່ວໂລກ." ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານເຕຣົ​ສ ອາ​ດາ​ນອມ ເກ​ເບ​ຣ​ເຢຊຸ​ສ, ຜູ້ອຳນວຍການໃຫຍ່ ຂອງອົງການອະນາໄມໂລກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG