ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ໂຣກວັນ​ນະ​ໂຣກ ຍັງ​ຄົງ​ເປັນນຶ່ງ​ ໃນ​ພະ​ຍາດ​ທີ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ທີ່​ສຸດ​ໃນ​ໂລກ, ແຕ່​ມີ​ຄວາມ​ຫວັງ​ສຳ​ລັບ​ຢາ​ວັກ​ຊີນ​ເພີ່ມ​ຂຶ້ນ


ແພດ​ໝໍ​ຊີ້​ໃສ່ X-ray ທີ່​ສະ​ແດງ​ໃຫ້​ເຫັນ​ປອດ​ທີ່​ຕິດ​ເຊື້ອ​ໂຣກວັນ​ນະ​ໂຣກ​ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 27 ມັງ​ກອນ 2014.
ແພດ​ໝໍ​ຊີ້​ໃສ່ X-ray ທີ່​ສະ​ແດງ​ໃຫ້​ເຫັນ​ປອດ​ທີ່​ຕິດ​ເຊື້ອ​ໂຣກວັນ​ນະ​ໂຣກ​ໃນ​ນະ​ຄອນຫຼວງ ລອນດອນ, ອັງ​ກິດ, 27 ມັງ​ກອນ 2014.

ກໍ​ລະ​ນີ​ຂອງໂຣກວັນ​ນະ​ໂຣ​ກ​ໃນ​ທົ່ວ​ໂລກ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ປີ​ກາຍນີ້, ໃນ​ຂະ​ນະ​ທີ່​ການຢຸດ​ຊະ​ງັກຕໍ່​ການ​ບໍ​ລິ​ການ​ດ້ານສຸ​ຂະ​ພາບທີ່​ມີ​ສາ​ເຫດ​ມາ​ຈາກ​ໂຣກ​ລະ​ບາດໂຄວິດ-19 ໄດ້​ຂັດ​ຂວາງ​ຄວາ​ມ​ພະ​ຍາ​ຍາມ​ທີ່​ຈະ​ຕໍ່​ສູ້​ກັບ​ໂຣກ​ດັ່ງ​ກ່າວ, ອີງ​ຕາມ​ລາຍ​ງານ​ປະ​ຈຳ​ປີ ​ສະ​ບັບຫຼ້າ​ສຸດ ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ. ເຮັນ​ຣີ ຣິ​ຈ​ແວ​ລ ມີ​ລາຍ​ງານ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ ​ສະ​ເໜີ.

ເຖິງ​ແມ່ນ​ຈະ​ເປັນ​ໂຣກ​ທີ່​ສາ​ມາດ​ປິ່ນ​ປົວ​ໄດ້ ແລະ ຮັກ​ສາ​ໃຫ້​ຫາຍ​ດີ​ກໍ່​ຕາມ, ໂຣກວັນ​ນະ​ໂຣກ ຫຼື TB ຍັງ​ຄົງ​ເປັນ​ນຶ່ງ​ ໃນ​ໂຣກ​ຕິດ​ຕໍ່​ທີ່​ຮ້າຍ​ແຮງ​ເຖິງ​ຊີ​ວິດ​ທີ່​ສຸດ​ໃນ​ໂລກ, ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ປະ​ມານ ນຶ່ງ​ລ້ານ​ສາມ​ແສນ​ຄົນ​ໃນ​ປີ 2022, ອີງ​ຕາມ​ຕົວ​ເລກຫຼ້າ​ສຸດ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ.

ນັ້ນ​ແມ່ນ​ການຫຼຸດ​ລົງ​ປະ​ມານ 19 ເປີ​ເຊັນ​ຈາກ​ປີ​ກ່ອນ​ໜ້າ​ນັ້ນ. ແຕ່​ມັນ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ເລັກ​ນ້ອຍ​ໃນ​ຕົວ​ເລກ​ຂອງ​ກໍ​ລະ​ນີ​ທີ່​ຄາດ​ວ່າ​ມີ ສິບ​ລ້ານ​ຫ້າ​ແສນ​ກໍ​ລະ​ນີ. ປະ​ມານ 40 ເປີ​ເຊັນ​ຂອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ກັບ TB ແມ່ນ​ຖືກກວດ​ພົບ ແລະ ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​.

ໂຣກ​ລະ​ບາດ ໂຄວິດ-19, ເຊິ່ງ​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 2020, ໄດ້​ຄອບ​ງຳ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນຫຼາຍ​ພາກ​ສ່ວນ​ຂອງ​ໂລກ ແລະ ລະ​ດັບກາ​ນກວດ​ຫາ ແລະ ປິ່ນ​ປົວ TB ແມ່ນ​ໄດ້ຫຼຸດ​ລົງ.

ດ​ຣ. ລູ​ຊີ​ກາ ດິ​ຕິວ, ຈາກ​ອົງ​ການ​ຄູ່​ຮ່ວມ ຢຸດ​ໂຣກວັນ​ນະ​ໂຣກ ຫຼື Stop TB Partnership ກ່າວ​ວ່າ “ບໍ່​ເປັນ​ຈັ່ງ​ໂຊກ, ການ​ຕິດ TB ແມ່ນ​ໄດ້​ເພີ່ມ​ຂຶ້ນ. ພວກ​ເຮົາ​ເຄີຍ​ມີ​ການຫຼຸດ​ລົ​ງ​ສອງ​ເປີ​ເຊັນ​ຕໍ່​ປີ. ແລະ​ຕໍ່​ມາ​ຍ້ອນ​ໂຄວິດ, ຕອນນີ້​ພວກ​ເຮົາ​ເຫັນ​ການ​ເພີ່ມ​ຂຶ້ນໃນ​ສອງ​ປີ​ທີ່​ຜ່ານ​ມາ​ຄື 21 ແລະ 22 ເກືອບ 4 ເປີ​ເຊັນ.”

ອົງ​ການ​ອະ​ນາ​ໄມ​ໂລກ​ຄາດ​ວ່າການ​ຂັດ​ຂວາງ​ທີ່​ກ່ຽວ​ຂ້ອງ​ກັບ ໂຄວິດ ໄດ້​ສົ່ງ​ຜົນ​ໃຫ້​ມີ​ການ​ຕາຍ​ເກືອບ​ເຄິ່ງ​ລ້ານ​ຄົນ​ຍ້ອນ TB ໃນ​ສາມ​ປີ​ຈາກ 2020 ຫາ 2022.

ລາຍ​ງານ​ນັ້ນ​ຍັງ​ໄດ້​ເປີດ​ເຜີຍ​ການ​ຂາດ​ຄວາມ​ກ້າວ​ໜ້າ​ໃນ​ບາງ​ຂົງ​ເຂດ.

ດ​ຣ. ລູ​ຊີ​ກາ ດິ​ຕິວ ກ່າວ​ວ່າ “ເປັນ​ສະ​ຖາ​ນະ​ການ​ທີ່​ຫຍຸ້ງ​ຍາກ​ສຳ​ລັບ​ຄົນ​ທີ່​ມີ​ອາ​ການ​ດື້​ຢາ​ TB ເຊັ່ນ​ດຽວ​ກັບ​ຜູ້​ທີ່​ເປັນ TB ແຕ່​ຍັງ​ນ້ອຍ. ສະ​ນັ້ນ​ຜູ້​ທີ່​ເປັນ TB ທີ່​ດື້​ຢາ, ມີ​ເກືອບ 2 ແສນ​ຄົນ​ຖືກກວດ​ພົບ ແລະ ທຳ​ການ​ປິ່ນ​ປົວ. ແລະ ຄື​ດັ່ງ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກ່າວ, ສອງ​ໃນ​ຫ້າ​ຄົນ​ທີ່​ມີ​ອາ​ການ​ດື້​ຢາ TB ແມ່ນ​ສາ​ມາດ​ເຂົ້າ​ເຖິງ​ການ​ປິ່ນ​ປົວ​ອາ​ການ​ດື້​ຢາ TB.”

ແຕ່​ການ​ຕໍ່​ສູ້​ກັບ TB ແມ່ນ​ກຳ​ລັງ​ກັບ​ຄືນ​ເຂົ້າ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ. ຕົວ​ເລກ​ຂອງ​ກໍ​ລະ​ນີ​ທີ່​ຖືກກວດ​ພົບ​ທົ່ວ​ໂລກ​ເມື່ອ​ປີ​ກາຍນີ້​ແມ່ນ ເຈັດ​ລ້ານ​ຫ້າ​ແສນ​ກໍ​ລະ​ນີ, ເຊິ່ງ​ສູງ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ບັນ​ທຶກ​ມາ.

ດ​ຣ. ລູ​ຊີ​ກາ ກ່າວ​ວ່າ “ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ເທດ​ຕ່າງໆແມ່ນ​ພ້ອມ​ທີ່​ຈະ​ຟື້ນ​ຕົວຫຼັງ​ຈາກ ໂຄວິດ ແລະ ແມ່ນ​ກະ​ທັ້ງ​ໂດດ​ສູງກວ່າ​ລະ​ດັບ​ກ່ອນ ໂຄວິດ.”

ຢາ​ວັກ​ຊີນ TB ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ​ຜະ​ລິດ​ໂດຍ​ບໍ​ລິ​ສັດ GlaxoSmithKline ປັດ​ຈຸ​ບັນ​ນີ້​ແມ່ນ​ຢູ່​ໃນ​ຂັ້ນ​ສຸດ​ທ້າຍ​ຂອງ​ການ​ທົດ​ລອງ ແລະ ຢາ​ວັກ​ຊີນ​ອີກຫຼາຍກວ່າ​ສິບ​ຊະ​ນິດ​ ແມ່ນ​ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ທົດ​ລອງ.

ດ​ຣ. ລູ​ຊີ​ກາ ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການ​ຢາ​ວັກ​ຊີນ. ສະ​ນັ້ນ​ມັນ​ຈະ​ມີ​ຜົນ​ກະ​ທົບ​ທີ່​ສຳ​ຄັນ. ສິ່ງ​ທີ່​ມັນໝາຍເຖິງ… ຂ້າ​ພະ​ເຈົ້າ​ຈະ​ບອກ​ສິ່ງ​ທີ່​ມັນໝາຍ​ເຖິງ. ມັນໝາຍ​ເຖິງ​ ການ​ມີ​ຢາ​ວັກ​ຊີນ​ ທີ່​ໄດ້​ຜົນ​ຢ່າງ​ສົມ​ບູນ​ ຕໍ່​ກຸ່ມ​ອາ​ຍຸ​ທີ່​ແຕກ​ຕ່າງ​ກັນ ຫຼື ຢາວັກ​ຊີນຫຼາຍ​ຊະ​ນິດ​ທີ່​ໃຊ້​ໄດ້​ຜົນ​ນຳ​ກັນ.”

ສຳ​ລັບ​ການຫຼຸດ​ລົງ 19 ເປີ​ເຊັນ​ໃນ​ການ​ເສຍ​ຊີ​ວິດ​ຍ້ອນ TB ແມ່ນ​ຍັງ​ຕ່ຳ​ກວ່າ​ເປົ້າ​ໝາຍ​ການຫຼຸດ​ລົງ 75 ເປີ​ເຊັນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ພາຍ​ໃນ​ປີ 2025 ຫຼາຍ.

ການ​ໃຫ້​ທຶນ​ກໍ​ໄດ້ຫຼຸດ​ລົງ​ເຊັ່ນ​ກັນ, ເຊິ່ງຕ່ຳ​ກວ່າ​ເຄິ່ງ​ນຶ່ງ​ຂອງ​ເປົ້າ​ໝາຍ​ຢ່າງ​ໜ້ອຍ 13 ຕື້​ໂດ​ລາ​ສຳ​ລັບ​ການກວດ​ໂຣກ, ປິ່ນ​ປົວ ແລະ ການ​ບໍ​ລິ​ການ​ເພື່ອ​ປ້ອງ​ກັນ​ໃນ​ປີ 2022 ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ.

ລັດ​ຖະ​ບານ​ທັງຫຼາຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ໃຊ້​ເງິນ 22 ຕື້​ໂດ​ລາ​ຕໍ່​ປີ​ໃສ່ໂຣກວັນ​ນະ​ໂຣກ ພາຍ​ໃນ​ປີ 2027 ຢູ່ກອງ​ປະ​ຊຸມ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ.

XS
SM
MD
LG