ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ສານສຸງສຸດຂອງສະຫະລັດ ອະນຸຍາດໃຫ້ ທ່ານ ທຣຳ ມີຊື່ໃນບັດເລືອກຕັ້ງ ຂອງລັດ ໂຄໂລຣາໂດ


ສານສູງສູດ ສາມາດເບິ່ງເຫັນໄດ້ຢູ່ທີ່ ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ ທີ 4 ມີນາ 2024, ບ່ອນທີ່ບັນດາຜູ້ພິພາກສາ ມອບສິດໃນການມີຊື່ໃນບັດລົງຄະແນນສຽງເລືອກຂັ້ນຕົ້ນສຳລັບການເລືອກຕັ້ງປະທານາທິບໍດີ ປີ 2024 ຄືນ ໃຫ້ກັບ ທ່ານ ດໍໂນລ ທຣຳ.
ສານສູງສູດ ສາມາດເບິ່ງເຫັນໄດ້ຢູ່ທີ່ ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ ທີ 4 ມີນາ 2024, ບ່ອນທີ່ບັນດາຜູ້ພິພາກສາ ມອບສິດໃນການມີຊື່ໃນບັດລົງຄະແນນສຽງເລືອກຂັ້ນຕົ້ນສຳລັບການເລືອກຕັ້ງປະທານາທິບໍດີ ປີ 2024 ຄືນ ໃຫ້ກັບ ທ່ານ ດໍໂນລ ທຣຳ.

ສານ​ສູງ​ສຸດ​ສະຫະລັດ​ໄດ້​ຕັດສິນ​ເປັນ​ເອກະສັນ​ ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ ດໍໂນລ ທຣຳ ສາມາດ​ຢູ່​ໃນບັດ​ເລືອກຕັ້ງ​ ຂອງ​ລັດ ໂຄໂລຣາໂດ (Colorado) ​ໃນ​ປີ 2024 ຕໍ່ໄປໄດ້ ​ໂດຍໄດ້ມອບໄຊຊະນະອັນສຳຄັນ ໃຫ້ແກ່​ ​ຜູ້​ສະໝັກ​ປະທານາທິບໍດີ​ພັກຣີພັບ​ບລິ​ກັນ ທີ່ຢູ່ແຖວໜ້າ ນຶ່ງ​ມື້ ກ່ອນທີ່​ລັດ​ທາງພາກຕາ​ເວັນ​ຕົກ ​ແລະ​ອີກ 14 ລັດ ຈະລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນຂອງ​ພັກທີ່ເອີ້ນວ່າ ວັນ Super Tuesday.

ຄໍາຕັດສິນດັ່ງກ່າວ ໄດ້ຕ່າວປີ້ນຄຳຕັດສິນຂອງສານສູງສຸດ ລັດ ໂຄໂລຣາໂດ (Colorado) ທີ່ວ່າ ທ່ານ ທຣຳ ບໍ່ມີສິດທີ່ຈະມີຊື່ຢູ່ໃນບັດເລືອກຕັ້ງ ຂອງລັດ ເນື່ອງຈາກບົດບາດຂອງທ່ານ ໃນການຊຸກຍູ້ໃຫ້ເກີດຄວາມວຸ້ນວາຍ ໃນວັນທີ 6 ມັງກອນ 2021 ຢູ່ທີ່ຫໍລັດຖະສະພາສະຫະລັດ, ເຊິ່ງນັກວິຈານ ທ່ານ ທຣຳ ບາງຄົນ ກ່າວຫາທ່ານວ່າ ລະເມີດກົດລະບຽບຂອງລັດຖະທໍາມະນູນຂອງສະຫະລັດ ທີ່ຫ້າມພວກ​ກະບົດ​ ຈາກການດຳລົງຕຳແໜ່ງທາງລັດຖະການ.

ຫຼັງຈາກທີ່ ທ່ານ ທຣຳ ບອກໃຫ້ຜູ້ສະຫນັບສະຫນູນຂອງທ່ານ "ຕໍ່ສູ້ຢ່າງດຸເດືອດຄືນາລົກ" ຢູ່ທີ່ການຊຸມນຸມໃກ້ໆກັບທໍານຽບຂາວ, ໂດຍທີ່ພວກເຂົາເຈົ້າຫຼາຍຮ້ອຍຄົນໄດ້ອາລະວາດໄປທົ່ວຫໍລັດຖະສະພາ, ຮື້ຄົ້ນຫ້ອງການລັດຖະສະພາບາງແຫ່ງ ແລະຂັດຄືນຕໍາຫຼວດ ໃນຂະນະທີ່ພວກເຂົາພະຍາຍາມຂັດຂວາງບໍ່ໃຫ້ສະພາ ຮັບຮອງວ່າ ທ່ານ ຜ່າຍແພ້ ການເລືອກຕັ້ງຄືນໃໝ່ ໃນປີ 2020 ຂອງທ່ານ ຕໍ່ທ່ານ ໂຈ ໄບເດັນ ຈາກພັກເດໂມແຄຣັດ.

​ແຕ່​ຜູ້​ພິພາກສາ​ສານ​ສູງ​ສຸດ 9 ທ່ານ, ​ໃນ​ຄວາມ​ຄິດ​ເຫັນ 13 ໜ້າ​ ທີ່​ບໍ່​ໄດ້​ລົງ​ນາມ, ລະບຸວ່າ ລັດຖະທຳ​ມະນູນ​ ບໍ່​ອະນຸຍາດ​ໃຫ້​ລັດດຽວ ​ຕັດສິດ​ຜູ້​ສະໝັກເອົາຕໍາແໜ່ງ​ປະທານາທິບໍດີ ​ຈາກການດຳລົງ​ຕຳ​ແໜ່​ງ​ລະດັບ​ຊາດ.

ສານ​ກ່າວ​ວ່າ ມີ​ພຽງ​ແຕ່​ສະພາ​ ເທົ່ານັ້ນ ​ທີ່​ໄດ້​ຮັບ​ອຳນາດ​ດັ່ງກ່າວ, ບໍ່​ແມ່ນ​ລັດ​ໃດ​ນຶ່ງ​ ໃນ 50 ລັດ. ສານ​ໄດ້​ເຕືອນ​ວ່າ ອາດ​ຈະ​ມີ​ຄວາມ​ວຸ່ນວາຍ​ ເກີດຂຶ້ນ ຖ້າ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່​ງ​ລະດັບ​ຊາດ ​ສາມາດ​ຖືກ​ປະກາດ​ວ່າ ​ບໍ່​ມີ​ຄຸນສົມບັດ​ໃນ​ບາງ​ລັດ, ​ແຕ່​ບໍ່​ແມ່ນໃນ​ລັດອື່ນໆ, ອີງ​ຕາມ​ການ​ປະພຶດ​ແບບ​ດຽວ​ກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG