ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ທ່ານ ທຣຳ ຫຍັບເຂົ້າໃກ້ ຈຳນວນຄະແນນຂອງຜູ້ແທນທີ່ສຳຄັນ ກ່ອນວັນ Super Tuesday


ຜູ້ມີສິດເລືອກຕັ້ງ ລົງຄະແນນສຽງ ໃນລະຫວ່າງການລົງຄະແນນສຽງລ່ວງໜ້າ ນຶ່ງມື້ ກ່ອນການເລືອກຕັ້ງຂັ້ນຕົ້ນ Super Tuesday ຢູ່ສູນລົງຄະແນນສຽງ ຢູ່ທີ່ສາລາຂອງເມືອງ ຊານຟຣານຊິສໂກ ໃນ ຊານຟຣານຊິສໂກ, ລັດຄາລີຟໍເນຍ, ວັນທີ 4 ມີນາ 2024.
ຜູ້ມີສິດເລືອກຕັ້ງ ລົງຄະແນນສຽງ ໃນລະຫວ່າງການລົງຄະແນນສຽງລ່ວງໜ້າ ນຶ່ງມື້ ກ່ອນການເລືອກຕັ້ງຂັ້ນຕົ້ນ Super Tuesday ຢູ່ສູນລົງຄະແນນສຽງ ຢູ່ທີ່ສາລາຂອງເມືອງ ຊານຟຣານຊິສໂກ ໃນ ຊານຟຣານຊິສໂກ, ລັດຄາລີຟໍເນຍ, ວັນທີ 4 ມີນາ 2024.

ລະດູການເລືອກຕັ້ງຂັ້ນຕົ້ນຂອງປະທານາທິບໍດີສະຫະລັດ ຍັງເຫຼືອເວລາຫຼາຍເດືອນ, ແຕ່ຄໍາຖາມສ່ວນໃຫຍ່ກ່ຽວກັບຜົນໃນທີ່ສຸດມີແນວໂນ້ມທີ່ຈະໄດ້ຮັບການແກ້ໄຂພາຍໃນອາທິດຕໍ່ໄປນີ້ ເນື່ອງຈາກວ່າ ຜູ້ມີສິດເລືອກຕັ້ງ ໃນ 15 ລັດ, ລວມທັງ 2 ລັດທີ່ໃຫຍ່ທີ່ສຸດຂອງປະເທດ, ຈະໄດ້ລົງຄະແນນສຽງໃນວັນທີ 5 ມີນານີ້, ໃນຂະນະທີ່ອີກ 4 ລັດ ຈະລົງຄະແນນສຽງໃນອີກ 7 ມື້ຕໍ່ມາ.

ທາງດ້ານພັກເດໂມແຄຣັດ, ປະທານາທິບໍດີ ໂຈ ໄບເດັນ ປະກົດວ່າ ຢູ່ໃນຕໍາແໜ່ງທີ່ດີ ໃນການສືບຕໍ່ກວາດເອົາການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ ຕໍ່ໄປ, ໂດຍບໍ່ມີຜູ້ສະໝັກຄົນໃດ ແຂ່ງຂັນຢ່າງຈິງຈັງ ຕໍ່ການລົງແຂ່ງຂັນຂອງທ່ານ ເພື່ອໃຫ້ໄດ້ຮັບການສະເໜີຊື່ເປັນສະໄໝທີສອງ.

ມາຮອດປັດຈຸບັນນີ້, ການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລີກັນ ໄດ້ຖືກຄອບງຳໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ, ເຊິ່ງໄດ້ຊະນະການແຂ່ງຂັນທຸກຄັ້ງມາເຖິງຕອນນີ້, ຍົກເວັ້ນການເລືອກຕັ້ງຂັ້ນຕົ້ນໃນວັນອາທິດທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ. ເຖິງແມ່ນວ່າ ອະດີດຜູ້ວ່າການລັດ ຄາໂຣໄລນາ ໃຕ້ ທ່ານນາງ ນິກກີ ເຮລີ ຈະມີຊື່ໃນບັດລົງຄະແນນສຽງກໍ່ຕາມ, ແຕ່ທ່ານ ທຣຳ ກໍປະກົດວ່າ ຄືຈະຊະນະ ລັດສ່ວນໃຫຍ່ ຫຼືທັງໝົດ ໃນການລົງຄະແນນສຽງ ໃນວັນທີ່ເອີ້ນວ່າ “Super Tuesday,” ລວມທັງລັດ ເທັກຊັສ (Texas) ແລະ ລັດຄາລີຟໍເນຍ (California) ທີ່ມີຜູ້ແທນເປັນຈຳນວນຫຼາຍ.

ຖ້າ ທ່ານ ທຣຳ ປະຕິບັດໄດ້ຕາມທີ່ຄາດໄວ້ ໃນວັນທີ 5 ມີນານີ້, ທ່ານກໍຈະມີຈໍານວນຄະແນນຂອງຜູ້ແທນ ເກີນຈຳນວນຜູ້ແທນທັງໝົດທີ່ຕ້ອງການ ເພື່ອຮັບປະກັນການໄດ້ຖືກສະເໜີຊື່ຂອງພັກຣີພັບບລີກັນ ເມື່ອມີການລົງຄະແນນສຽງເພີ້ມຕື່ມອີກ 4 ລັດ ໃນອາທິດຕໍ່ມາ, ໃນວັນທີ 12 ມີນານີ້. ເຖິງແມ່ນວ່າ ຄວາມເປັນຈິງແລ້ວ ເກືອບເຄິ່ງນຶ່ງຂອງ 50 ລັດ ແລະຫຼາຍໆເຂດດິນແດນ ຈະຍັງບໍ່ໄດ້ລົງຄະແນນສຽງ, ແລະ​ ​ກອງ​ປະ​ຊຸມ​ເພື່ອການສະ​ເໜີ​ຊື່​ຂອງ​ພັກ​ໃນ​ເມືອງ ມິລວໍກີ (Milwaukee) ຍັງ​ເຫຼືອ​ອີກ 4 ເດືອນ​ເຕັມ ກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG