ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ຜູ້​ລົງ​ຄະ​ແນນ​ສຽງ​ພັກ​ຣີ​ພັບ​ບ​ລີ​ກັນ ໂຕ້​ຖຽງ​ກັນ ກ່ຽວ​ກັບ​ວ່າ ທ່ານ​ນາງ ນິກ​ກີ ເຮ​ລີ ຄວນ​ຢູ່​ໃນ​ການ​ແຂ່ງ​ຂັນຫຼືບໍ່


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ນາງ ນິກ​ກີ ເຮ​ລີ ກ່າວ​ຄຳ​ປາ​ໄສ​ຢູ່​ງານ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເມືອງ ຝອດ ເວີດ ລັດ ເທັ​ກ​ຊັ​ສ໌, 4 ມີ​ນາ 2024.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ​ນາງ ນິກ​ກີ ເຮ​ລີ ກ່າວ​ຄຳ​ປາ​ໄສ​ຢູ່​ງານ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເມືອງ ຝອດ ເວີດ ລັດ ເທັ​ກ​ຊັ​ສ໌, 4 ມີ​ນາ 2024.

ໃນ​ຂະ​ນະ​ທີ່​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ດຳ​ເນີນ​ເຂົ້າ​ສູ່​ເດືອນ​ທີ​ສາມ​ຂອງ​ເຂົາ​ເຈົ້າ​ນັ້ນ, ອະ​ດີດ​ຜູ້​ປົກ​ຄອງ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ທ່ານ​ນາງ ນິກ​ກີ ເຮ​ລີ ແມ່​ນ​ຜູ້​ທ້າ​ຊິງ​ພຽງ​ຄົນ​ດຽວ​ທີ່​ຍັງ​ເຫຼືອ​ຢູ່ ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ.

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທັງຫຼາຍ​ຈະ​ພິ​ຈາ​ລະ​ນາ​ວ່າ​ ແມ່ນ​ໃຜ​ຈະ​ເປັນ​ຜູ້​ຖືກ​ສະ​ເໜີ​ຊື່​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ສຳ​ລັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຜູ້​ໃດ​ຈະ​ໄປ​ແຂ່ງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ໃນເດືອນ​ພະ​ຈິກນີ້.

ທ່ານ ທ​ຣຳ ໄດ້​ຊະ​ນະ​ເກືອບ​ທັງ​ໝົດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ 11 ຄັ້ງ ແລະ ການ​ປະ​ຊຸມ​ພັກ​ເພື່ອ​ເລືອກ​ຕັ້ງ​ຕົ​ວ​ແທນ​ເຂົ້າ​ແຂ່ງ​ຂັນ, ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຜູ້​ຄະແນນຂອງຜູ້ແທນ​ເລືອກ​ຕັ້ງ​ທັງ​ໝົດ 276 ຄົນ ຕໍ່​ທ່ານ​ນາງ ເຮ​ລີ 43 ຄົນ. (ທ່ານ​ນາງ ເຮ​ລີ ໄດ້​ຮັບ​ໄຊ​ຊ​ະ​ນະ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ເຊິ່ງ​ແມ່ນ​ການ​ແຂ່ງ​ຂັນ​ທີ່​ຖືກ​ຄາດ​ການມາ​ດົນ​ນານ​ວ່າ​ ທ່ານ​ນາງ​ຈະ​ໄດ້​ຊະ​ນະ.) ດ້ວຍ​ 15 ລັດ​ຈະ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ຜູ້​ຖືກ​ສະ​ເໜີ​ຊື່ ​ໃນ​ວັນ​ທີ 5 ມີ​ນາມື້ນີ້, ເຊິ່ງ​ເປັນ​ວັນ​ທີ່​ຮູ້​ຈັກ​ດັ່ງ​ກັບ “Super Tuesday,” ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ບໍ່​ເຫັນ​ພ້ອມ​ກັນ​ວ່າ ​ທ່ານ​ນາງ​ຄວນ​ຢູ່​ໃນ​ການ​ແຂ່ງ​ຂັນ ຫຼື ປ່ອຍ​ທາງ​ໃຫ້​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ.

ທ້າວ ບອບ ຄາ​ເຣ​ໂຕ, ຜູ້​ສະ​ໜັ​ບ​ສະ​ໜູນ​ທ່ານ ທ​ຣຳ ຈ​າກ​ເມືອງ ຊາ​ລ​ເມັດ, ລັດຫຼຸຍ​ຊຽນ​ນາ ອະ​ທິ​ບາ​ຍວ່າ “ຖ້າ​ເຈົ້າ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ເດ​ໂມ​ແຄ​ຣັດ, ເຈົ້າ​ຄົງ​ຈະ​ຢາກ​ໃຫ້​ທ່ານ​ນາງ ເຮ​ລີ ຢູ່​ໃນ​ການ​ແຂ່ງ​ຂັນ​ເພາະ​ວ່າ ​ລາວ​ລົບ​ກວນ​ສະ​ມາ​ທິ​ຂອງ​ທ່ານ ທ​ຣຳ ໃນ​ການ​ເອົາ​ຊະ​ນະ​ທ່ານ ໄບ​ເດັນ. ແຕ່​ຖ້າ​ເຈົ້າ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ແທ້​ຈິງ, ເຈົ້າ​ຈະ​ຢາກ​ໃຫ້​ລາວ​ຖອນ​ຕົວ​ອອກ​ຈາກ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ທ້າວ ຄາ​ເຣ​ໂຕ ກ່າວ​ວ່າ “ລາວ​ໄດ້​ບັງ​ຄັບ​ໃຫ້​ທ່ານ ທ​ຣຳ ໃຊ້​ເງິນ​ເພື່ອ​ເອົາ​ຊະ​ນະ​ລາວ, ແລະ ມັນ​ກໍ​ບໍ່​ແມ່ນ​ສິ່ງ​ທີ່​ດີ​ສຳ​ລັບ​ພັກ​ຣີ​ພັບ​ບ​ລີ​ກັນ. ແຕ່​ຄວາມ​ເປັນ​ຈິງ​ກໍ​ແມ່ນ​ວ່າ, ທ່ານ​ນາງ​ບໍ່​ມີ​ໂອ​ກາດ​ເລີຍ, ສະ​ນັ້ນ​ລາວ​ຄວນ​ອອກ​ໄປ.”

ເຖິງ​ແມ່ນ​ວ່າ​ທ່ານ ທ​ຣຳ ຈະ​ໄດ້​ຊະ​ນະ​ແຕ່​ລະ​ການ​ແຂ່ງ​ຂັນ​ໃນ​ປັດ​ຈຸ​ບັນ​ນີ້​ກໍ​ຕາມ, ແຕ່​ຜູ້​ລົງ​ຄະ​ແນນ​ສຽງ​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ທີ່​ສາ​ມາດ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ​ໃນ​ເດືອນ​ພະ​ຈິກນີ້ ​ສຳ​ລັບ​ພັກ​ຣີ​ພັບ​ບ​ລີ​ກັນ​ຄິດ​ວ່າ ​ທ່ານ​ນາງ ເຮ​ລີ ຄວ​ນ​ອອກ​ຈາກ​ການ​ແຂ່ງ​ຂັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG