ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ແມ່ພະຍາດທີ່ຍັງມີຊີວິດ ຖືກຄົ້ນພົບຢູ່ໃນສະໝອງຂອງຄົນເຈັບຊາວອອສເຕຣເລຍ


ແມ່ພະຍາດຂະໜາດ 8 ຊັງຕີແມັດ ໄດ້ຖືກພົບວ່າ ມີຊີວິດຢູ່ໃນສະຫມອງຂອງແມ່ຍິງຄົນນຶ່ງໃນອອສເຕຣເລຍ
ແມ່ພະຍາດຂະໜາດ 8 ຊັງຕີແມັດ ໄດ້ຖືກພົບວ່າ ມີຊີວິດຢູ່ໃນສະຫມອງຂອງແມ່ຍິງຄົນນຶ່ງໃນອອສເຕຣເລຍ

ແມ່ພະຍາດຂະໜາດ 8 ຊັງຕີແມັດ ໄດ້ຖືກພົບວ່າ ມີຊີວິດຢູ່ໃນສະຫມອງຂອງແມ່ຍິງຄົນນຶ່ງໃນອອສເຕຣເລຍ. ນັກວິໄຈກ່າວວ່າມັນເປັນຄັ້ງທໍາອິດທີ່ແມ່ກາຝາກໄດ້ຖືກຄົ້ນພົບຢູ່ໃນມະນຸດ. ແມ່ພະຍາດດັ່ງກ່າວໄດ້ຖືກດຶງອອກມາຈາກສະຫມອງຂອງຄົນເຈັບໃນລະຫວ່າງການຜ່າຕັດໃນນະຄອນຫຼວງ ແຄນເບີຣາ (Canberra) ຂອງອອສເຕຣເລຍ ໃນເດືອນມິຖຸນາ ປີ 2022. ກໍລະນີທີ່ບໍ່ປົກະຕິດັ່ງກ່າວ ໄດ້ຖືກບັນທຶກໄວ້ໃນວາລະສານ Emerging Infectious Diseases ສະບັບຫລ້າສຸດ. ຟີລ ເມີເຊີ (Phil Mercer) ມີລາຍງານເລື້ອງນີ້ຈາກນະຄອນຊິດນີ (Sydney), ເຊິ່ງອາດນະສັກ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ແມ່ພະຍາດສີແດງ ຍາວ 8 ຊັງຕີແມັດ ທິ່ຍັງມີຊີວິດ ແລະ ເໜັງດຸກດິກ ເມື່ອມັນຖືກດຶງອອກຈາກສະໝອງຂອງຄົນເຈັບ. ນັກວິທະຍາສາດເຊື່ອວ່າ ມັນອາດຢູ່ທີ່ນັ້ນເກືອບສອງເດືອນກ່ອນທີ່ຈະຖືກດຶງອອກມາ.

ທ່ານຊານຈາຢາ ເຊນານາຢາເກ (Sanjaya Senanayake), ຮອງສາດສະດາຈານດ້ານການແພດຂອງມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ ແລະ ແພດປິ່ນປົວພະຍາດຕິດ ແປດຢູ່ໂຮງຫມໍແຄນເບີຣາ (Canberra) ແມ່ນນຶ່ງໃນນັກວິໄຈທີ່ມີສ່ວນຮ່ວມໃນກໍລະນີນີ້.

ທ່ານ​ໄດ້ບັນຍາຍ​ໃຫ້​ວີ​ໂອ​ເອຟັງ ເຖິງຕອນ​ທີ່​ແພດຜ່າຕັດ​ໄດ້​ຄົ້ນ​ພົບໂດຍ​ບໍ່ໄດ້​ຄາດ​ຄິດໄວ້, ໂດຍທ່ານໄດ້ກ່າວວ່າ:

“ນາງ ແລະ ທຸກຄົນທີ່ຢູ່ໃນຫ້ອງຜ່າຕັດນັ້ນ ພາກັນຕົກໃຈທີ່ສຸດໃນຊີວິດ ເມື່ອນາງໃຊ້ເຄື່ອງມື ຢິບເອົາສິ່ງທີ່ຜິດປົກະຕິບາງຢ່າງ ແລະ ສິ່ງຜິດປົກະຕິດັ່ງກ່າວນັ້ນປະກົດວ່າແມ່ນແມ່ພະຍາດສີແດງອ່ອນໆ ທີ່ມີຄວາມຍາວ 8 ຊັງຕີແມັດ ທີ່ກຳລັງເໜັງດຸກດິກ. ເຖິງແມ່ນວ່າທ່ານຕັດຄວາມເປັນຕາຂີ້ດຽດອອກໄປ, ນີ້ແມ່ນການຕິດເຊື້ອຊະນິດໃໝ່ ຢູ່ໃນມະນຸດທີ່ບໍ່ເຄີຍມີການບັນທຶກມາກ່ອນ.”

ຄົນເຈັບອາຍຸ 64 ປີ ຊາວອອສເຕຣເລຍ ໄດ້ຈົ່ມວ່າເຈັບທ້ອງ, ຖອກທ້ອງ ແລະ ຊຶມເສົ້າ. ນາງໄດ້ເຂົ້າຮັບການຮັກສາໃນໂຮງໝໍ ໃນເດືອນມັງກອນ ປີ 2021. ຜົນຂອງການສະແກນໃນເວລາຕໍ່ມາໄດ້ສະແດງໃຫ້ເຫັນຄວາມຜິດປົກກະຕິໃນສະໝອງ ຂອງນາງ.

ໃນເດືອນມິຖຸນາ ປີ 2022, ນາງໄດ້ກວດເນື້ອເຍື່ອ ຢູ່ໂຮງຫມໍແຄນເບີຣາ (Canberra), ແລະ ໄດ້ພົບເຫັນແມ່ພະຍາດ.

ທ່ານດຣ ເຊນານາຢາເກ (Senanayake) ເຕືອນວ່າກໍລະນີດັ່ງກ່າວນີ້ຊີ້ໃຫ້ເຫັນເຖິງອັນຕະ ລາຍທີ່ເພີ່ມຂື້ນຂອງພະຍາດແລະການຕິດເຊື້ອຈາກສັດໄປສູ່ຄົນ. ໂດຍທ່ານໄດ້ກ່າວວ່າ:

"ການຕິດເຊື້ອໃໝ່ເຫຼົ່ານີ້ ແມ່ນກຳລັງປະກົດຂຶ້ນ ແລະສ່ວນໃຫຍ່ມາຈາກສັດ ແລະເຂົ້າສູ່ມະນຸດ, ແລະນີ້ກໍ່ແມ່ນອີກການຕິດເຊື້ອນຶ່ງ, ແລະສະແດງໃຫ້ເຫັນວ່າເມື່ອປະຊາກອນມະນຸດຂະຫຍາຍຕົວ, ພວກເຮົາກໍ່ເຂົ້າໃກ້ແລະລຸກລໍ້າທີ່ຢູ່ອາໄສຂອງສັດຫຼາຍຂຶ້ນ. ສັດລ້ຽງ, ສັດປ່າ, ພືດປ່າ ແລະການພົວພັນຂອງມະນຸດ ຈະນໍາໄປສູ່ການຕິດເຊື້ອໃຫມ່ໆເຫຼົ່ານີ້ຫຼາຍຂຶ້ນ.”

ທີມວິໄຈສົງໃສວ່າຍັງມີຕົວອ່ອນ ຫຼືແມ່ພະຍາດນ້ອຍ, ຢູ່ໃນອະໄວຍະວະອື່ນໆໃນຮ່າງກາຍຂອງແມ່ຍິງຄົນນັ້ນ, ລວມທັງປອດ ແລະຕັບ. ທີມງານວິໄຈດັ່ງກ່າວ ປະກອບມີ ນັກວິທະ ຍາສາດ ແລະແພດພະຍາດຊຶມເຊື້ອ, ພູມຄຸ້ມກັນວິທະຍາ ແລະແພດຜ່າຕັດປະສາດ ຈາກມະຫາວິທະຍາໄລແຫ່ງຊາດອອສເຕຣເລຍ, CSIRO, ອົງການວິທະຍາສາດແຫ່ງຊາດ, ມະຫາວິທະຍາໄລ ເມລເບີນ ແລະມະຫາວິທະຍາໄລຊິດນີ.

ມີລາຍງານວ່າຄົນເຈັບຟື້ນໂຕໄດ້ດີ.

ປົກກະຕິແລ້ວແມ່ທ້ອງໂຕກົມ ແມ່ນພົບເຫັນຢູ່ໃນ ງູເຫຼືມ ຄາເປັດ (carpet pythons), ເຊິ່ງພົບໄດ້ທົ່ວໄປໃນອອສເຕຣເລຍ. ຄາດວ່າງູທີ່ບໍ່ມີພິດດັ່ງກ່າວອາດປ່ອຍແມ່ພະຍາດອອກມາທາງອາຈົມ ລົງໃນຫຍ້າ ຫຼືພືດ ທີ່ຄົນເຈັບສຳພັດໃນລັດນິວເຊົ້າ​ເວລສ໌ (New South Wales) ຂອງອອສເຕຣເລຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG