ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ເມສາ ໒໐໒໔

ຈັນນິດາ ນັກຂຽນ ນັກຄົ້ນຄວ້າ ວັດທະນາທຳລາວ ທີ່ເປັນປາກເປັນສຽງໃຫ້ສັງຄົມ


ຍານາງຈັນນິດາ ແພງດາຣາ ພ້ອດເຕີ ສະຕີລາວ-ອາເມຣິກັນ ນັກຂຽນ ນັກຄົ້ນຄວ້າ ວັດທະນາທຳລາວ ແລະປາກກະບອກສຽງສັງຄົມ.
ຍານາງຈັນນິດາ ແພງດາຣາ ພ້ອດເຕີ ສະຕີລາວ-ອາເມຣິກັນ ນັກຂຽນ ນັກຄົ້ນຄວ້າ ວັດທະນາທຳລາວ ແລະປາກກະບອກສຽງສັງຄົມ.

ໃນລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາ​ຈະສະ​ເໜີ​ການ​ສຳ
ພາດກັບ ຍານາງ​ຈັນ​ນິດາ ​ແພງ​ດາ​ຣາ Potter ສະຕີ
​ລາວ-ອາ​ເມຣິກັນ ທີ່​ເປັນນັກ​ຂຽນ ນັກ​ຄົ້ນ​ຄວ້າ ​ເປັນປາກ
ເປັນສຽງ​ໃຫ້​ສັງຄົມລາວ ທີ່ຢູ່​ທັງໃນ ​ແລະ​ນ​ອກ ສະຫະລັດ
ອາ​ເມຣິກາ. ປັດ​ຈຸ​ບັນ​ ຈັນ​ນິດາ ກຳລັງເຮັດ​ວຽກ​ອາສາ​ສະ
ມັກຢູ່​ໃນໂຄ​ງການ​ທີ່​ມີ​ຊື່ວ່າ “the Little Laos on the
Prairie” ຫລື ປະ​ເທດ​ລາວນ້ອຍໆ ຢູ່ກາງ​ທົ່ງ​ໃຫຍ່. ສ່ວນ
​ວ່າຄວາມ​ເປັນ​ມາ​ຂອງ ຈັນ​ນິດາ ​ແລະໂຄງການ​ນີ້​ມີແນວ​
ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ເປັນ​ຜູ້ມາ​ເລົ່າ​ສູ່ທ່ານຟັງ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າ​ຈະ​ພາ​ທ່ານ ​ໄປ​ພົບ​ກັບ​ ຍານາງ ຈັນ​ນິດາ
​ແພງ​ດາຣາ ພ້ອດ​ເຕີ ສະຕີ​ລາວ-ອາ​ເມຣິກັນ ຢູ່​ທີ່ນະຄອນ Minneapolis ​ລັດ Minne-
sota ພາກ​ກາງ​ຕອນ​ເໜືອ​ຂອງ ສະຫະລັດ ບ່ອນ​ທີ່​ມີ​ອາກາດ​ໜາວຈັດ ຕິດ​ກັບ​ຊາຍ​ແດນ
ປະ​ເທດ​ກາ​ນາ​ດາ. ​ຈັນ​ນິດາ ​ແມ່ນ​ເຊື້ອ​ຊາດ​ລາວ​ຄົນ​ນຶ່ງ​ ​ໃນ​ບັນດາລູກ​ລາວ ຫລານ​ລາວ ຫລາຍ​ໆ​ຮ້ອຍ​ພັນຄົນທີ່​ໄດ້ຕິດຕາມຄອບຄົວ ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ໃນ ສະຫະລັດ ເມື່ອ
ສາມທົດ​ສະ​ວັດ​ກ່ອນ. ​ຈັນ​ນິດາ ໄດ້ເດີນ​ທາງມາ​ເຖິງ ສະຫະລັດ ​ໃນ​ປີ 1987 ​ເວລາ​ອາຍຸ​
ໄດ້​ສອງ​ປີ ນາງ​ໄດ້​ເຕີບ​ໃຫຍ່​ຢູ່ໃນນະຄອນ Minneapolis ລັດ Minnesota ຢູ່​ໃນບັນ
ຍາກາດ​ຂອງຄອບຄົວ​ທີ່ ມີຄວາມອົບ​ອຸ່ນໃກ້ຊິດກັບ​ພໍ່​ແມ່ ​ແລະຍາດຕິ​ພີ່ນ້ອງ ​ເພາະສະ
​ນັ້ນ ນາງ​ຈຶ່ງ​ມີຈິດ​ໃຈຢາກ​ຮຽນ​ຮູ້​ກ່ຽວ​ກັບ ພື້ນຖານ​ຄວາມ​ເປັນ​ມາຂອງຕົນ ​ຕະຫຼອດ​ທັງ​
ຂອງ​ຊົນ​ຊາດ​ລາວນຳ.

ປັດຈຸ​ບັນ​ ຈັນ​ນິດາ ມີ​ອາຍຸ 30 ປີ​ ​ສຳ​ເລັດ​ການ​ສຶກສາ​ ປະລິນຍາ​ຕີ ຝ່າຍ Global Studies
and communication ຫລື ການ​ສຶກສາ​ວິຊາປະຊາ​ຄົມ​ໂລກ ​ແລະ​ການ​ຕິດ​ຕໍ່ສື່ສານ ຈັນ
​ນິດາ ​ໄດ້ສ້າງ​ຄອບຄົວ ​ແລະ​ມີ​ລູກ​ນຶ່ງ​ຄົນ. ຈັນ​ນິດາ ເປັນນັກ​ຂຽນ ນັກ​ຄົ້ນ​ຄວ້າ ​ນັກ​ຖ່າຍ
ຮູບ ​ແລະ​ສາມາດ​ປາກ​ພາສາ​ລາວ​ໄດ້​ເປັນ​ຢ່າງ​ດີ. ຍ້ອນຄວາມ​ສົນ​ໃຈກ່ຽວ​ກັບຄົນ​ລາວ ຈຶ່ງ
​ເຮັດ​ໃຫ້​ນາງ​ຢາກ ຮຽນ​ຮູ້​ວ່າ ນາງ​ມາ​ແຕ່​ໃສ ແລະເປັນ​ຫຍັງ​ຈຶ່ງ​ມາ​ຕົກ​ຢູ່​ດິນ​ແດນ​ແຫ່ງ​ນີ້.
​ເພາະສະ​ນັ້ນ ຈັນ​ນິດາ ​ພ້ອມ​ດ້ວຍ​ອະດີດ ​ເພື່ອນ​ນັກ​ສຶກສາ ຈຶ່ງ​ໄດ້​ເລີ້ມ​ຂຽນ​ເລື້ອງ​ຄວາມ​
ເປັນ​ມາ​ຂອງ​ຊາວ​ລາວ-ອາ​ເມຣິກັນ ທີ່​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ ສະຫະລັດ ເປັນ​ພາສາ​
ອັງກິດ ເຜີຍແຜ່ອອກ​ທາງອິນ​ເຕີ​ແນັດ ​ໃຫ້​ຄົນ​ໄດ້​ອ່ານ​ເປັນ​ປະຈຳອາທິດ​ນຶ່ງ​ສອງ​ເທື່ອ ມີ​
ຊື່ວ່າ The Little Laos on the Prairie ຫລື​ “​ປະ​ເທດລາວນ້ອຍໆໃນ​ກາງ​ທົ່ງໃຫຍ່.”
ຊຶ່ງໝາຍ​ເຖິງ ປະຊາ​ຄົມ​ລາວ-ອາ​ເມຣິກັນ ຢູ່​ໃນ​ແຜ່ນດິນ​ໃຫຍ່​ຂອງ ສະຫະລັດ. ​ໂຄ​ງການ
ຂີດ​ຂຽນ​ດັ່ງກ່າວ​ນີ້​ໄດ້​ຕັ້ງ​ຂື້ນ​ມາໃນປີ 2011 ​ແລະ​ໄດ້​ດຳ​ເນີນ​ມາ​ຈົນ​ເທົ້າ​ເຖິງປັດ​ຈຸ​ບັນນີ້
​ເມື່ອ​ອາທິດ​ທີ່​ຜ່ານ​ມາ​ນີ້ ໄດ້​ມີ​ການສະ​ແດງ​ຮູບ​ຖ່າຍ ​ແລະ​ກາ​ນສຳພາດກ່ຽວ​ກັບຊີວິດຄົນ​ລາວ ທີ່​ໄດ້​ຈັດສະ​ແດງຢູ່ Vine Arts Center ທີ່ ນະຄອນ Minneapolis ລັດ Minne-
sota ຈາກ​ວັນ​ທີ່ 10 ຫາ​ທີ່ 24 ມັງກອນ ປີ 2015 ທີ​ຫາ​ກໍ່​ຜ່ານ​ພົ້ນ​ໄປອາທິດ​ແລ້ວ​ນີ້.
ຈັນ​ນິດາ ​ໄດ້​ເລົ່າ​ເບື້ອງ​ຕົ້ນ​ຄວາມ​ເປັນ​ມາ ຂອງ​ໂຄງ​ການ​ດັ່ງກ່າວ​ສູ່ ວີ​ໂອ​ເອ ຟັງ​ວ່າ :

ຈັນນິດາ ຕອນເຮັດວຽກຄົ້ນຄວ້າຢູ່ເມືອງລາວ
ຈັນນິດາ ຕອນເຮັດວຽກຄົ້ນຄວ້າຢູ່ເມືອງລາວ

ເປັນ​ເວ​ລາ ດົນກວ່າ​ສາມ​ທົດ​ສະ​ວັດ​ຜ່ານມາ ທັງ​ເປັນເສັ້ນທາງ​ອັນ​ຍືດຍາວ ທີ່ບັນດາ​ລູກ
​ຫລານ​ເຊື້ອ​ຊາດ​ລາວທັງຍິງ ​ແລະ​ຊາຍ ​ໄດ້​ມາ​ເຕີີບ​ໃຫຍ່​ຢູ່​ໃນ ສະຫະລັດ ຈົນ​ໄດ້ກາຍ​ມາ
​ເປັນ​ນັກ​ວິຊາ​ການ​ ​ປະກອບ​ວິຊາ​ອາຊີບຕ່າງໆ ​ມີ​ຄອບຄົວ ​ແລະເປັນ​ຜູ້ນຳໃນສັງຄົມ ຢ່າງ​
ໜ້າ​ສັນລະ​ເສີນ. ນອກຈາກ​ນັ້ນ​ອີກ​ ຢູ່​ໃນ​ສັດຕະວັດ​ທີ່ 21 ນີ້ ລະບົບ​ການສື່ສານ​ຫາ​ກັນ
ພຽງ​ແຕ່ຢູ່​ໃນ​ປາຍ​ນີ້ວມື​ເທົ່າ​ນັ້ນ ​ເຂົາ​ເຈົ້າ​ສາມາດຢື້​ຢາມ​ຖາມ​ຂ່າວ ​ແບ່ງປັນ​ແນ​ວຄິດ​ຜະ
ດິດ​ສ້າງດ້ານ​ການ​ຂີດ​ຂຽນ ​ແລະ​ອຶ່ນໆໂດຍ​ຜ່ານ​ທາງ​ອິນ​ເຕີ​ແນັດຢ່າງງ່າຍດາຍ ຈັນນິດາ ​ໄດ້​ກ່າວ​ກ່ຽວ​ກັບ​ເລື້ອງ​ນີ້​ວ່າ :

ຍານາງຈັນນິດາ ແພງດາຣາ ພ້ອດເຕີ
ຍານາງຈັນນິດາ ແພງດາຣາ ພ້ອດເຕີ

ນັບ​ແຕ່ ຈັນ​ນິດາ ​ໄດ້​ມາຕົກ​ຢູ່ ສະຫະລັດ ​ເປັນ​ເວລາ 28 ປີ ນາງ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ
​ເມືອງ​ລາວ ບ້ານໂພນ ​ເມືອງ​ໂພ​ນ​ໂຮງ ​ແຂວງ​ວຽງ​ຈັນ ​ຊຶ່ງ​ເປັນ ​ບ້ານ​ເກີດ​ເຖິງ​ສອງເທຶ່ອ
ແລ້ວ ແລະ​ເທື່ອ​ສຸດ​ທ້າຍ ຈັນ​ນິດາ ​ໄດ້​ໃຊ້​ເວລາ​ຢູ່​ເມືອງ​ລາວ ​ເປັນ​ເວລາ​ຫົກ​ເດືອນ​ ຈາກ
​ເດືອນ ພະ​ຈິກ​ປີ 2013 ຫາ​ເດືອນພຶດສະພາ ປີ 2014 ເພື່ອ​ເຮັດ​ວຽກ​ຄົ້ນ​ຄວ້າ​ກ່ຽວ​ກັບ ​ ໂຄ​ງການ “Little Laos in the Prairie” ນາງ ​ໄດ້​ເຫລົ່າ​ຄວາມ​ຮູ້ສຶກສູ່ ວີ​ໂອ​ເອ ຟັງ​ວ່າ :

ຍານາງຈັນນິດາ ແພງດາຣາ ພ້ອດເຕີ (ທີສອງຈາກຂວາ)
ຍານາງຈັນນິດາ ແພງດາຣາ ພ້ອດເຕີ (ທີສອງຈາກຂວາ)

ນັ້ນ​ແມ່ນການ​ສຳພາດ ກັບຍາ​ນາງຈັນ​ນິດາ ​ແພງ​ດາຣາ ພ້ອດ​ເຕີ ທີ່​ເມືອງ Minneapolis
ລັດ Minnesota ກ່ຽວ​ກັບ​ໂຄ​ງການ The Little Laos in the Prairie ຫລື “ປະ​ເທດ​ລາວ​
ນ້ອຍໆ ຢູ່​ໃນ​ທົ່ງ​ກວ້າງ.” ຊຶ່ງເປັນ​ໂຄງການ​ຄົ້ນ​ຄວ້າ ແລ້ວ​ນຳ​ເອົາ​ມາ​ຂີດຂຽນກ່ຽວ​ກັບ​ຊີ​ວິດ
ລາວ-ອາ​ເມຣິກັນ. ທ່ານ​ສາມາດ​ອ່ານ ບົດ​ຂຽ​ນປະຈຳ​ສັບ​ປະດາ ຂອງ ຈັນ​ນິດາ​ໄດ້​ທີ່

http://littlelaosontheprairie.org/laodiasporaproject/

XS
SM
MD
LG