ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

ຂົວ Francis Scott Key ໃນ ເມືອງບອລຕິມໍ ຫັກລົງ ຫຼັງຈາກຖືກກຳປັ່ນຕຳ ເຮັດໃຫ້ຍານພາຫະນະຈຳນວນນຶ່ງ ຕົກລົງໄປໃນແມ່ນ້ຳ


ສະພາບຂອງຂົວ Francis Scott Key Bridge ຫຼັກຈາກຂົວດັ່ງກ່າວຫັກ ໃນເມືອງບັລຕິມໍ
ສະພາບຂອງຂົວ Francis Scott Key Bridge ຫຼັກຈາກຂົວດັ່ງກ່າວຫັກ ໃນເມືອງບັລຕິມໍ

ບາງສ່ວນຂອງຂົວ Francis Scott Key ໃນເມືອງ ບອລຕິມໍ (Baltimore) ໄດ້ພັງລົງຫຼັງຈາກເຮືອຂະຫນາດໃຫຍ່ໄດ້ແລ່ນຕໍາຂົວດັ່ງກ່າວ ໃນຕອນເຊົ້າມືດວັນອັງຄານມື້ນີ້, ແລະເຮັດໃຫ້ຍານພາຫະນະຫຼາຍຄັນໄດ້ຕົກລົງໄປໃນແມ່ນ້ໍາ. ເຈົ້າ​ໜ້າ​ທີ່​ໄດ້​ພະ​ຍາ​ຍາມ​ຊ່ວຍຊີວິດ​ຢ່າງ​ໜ້ອຍ 7 ຄົນ, ອີງຕາມອົງການຂ່າວ ເອ.ພີ.

ເຮືອຂະຫນາດໃຫຍ່ລຳນັ້ນ ໄດ້ຕໍາເຂົ້າໄປໃສ່ຂົວ, ເຮັດໃຫ້ເກີດໄຟໄໝ້ກ່ອນທີ່ຈະຈົມລົງ ແລະເຮັດໃຫ້ຍານພາຫະນະຫຼາຍຄັນ ຕົກລົງໄປໃນແມ່ນໍ້າ ປາທັອປສໂກ (Patapsco), ອີງຕາມວິດີໂອທີ່ຖືກເຜີຍແຜ່ ໃນສື່ສັງຄົມ X, ເຊິ່ງໃນເມື່ອກ່ອນເອີ້ນວ່າ Twitter.

“ໝົດທຸກເລນໄດ້ປິດທັງສອງທິດທາງ ເນື່ອງຈາກເຫດການທີ່ເກີດຂຶ້ນຢູ່ທີ່ທາງຫຼວງ I-695 Key Bridge. ການຈະລາຈອນກຳລັງໄດ້ຖືກປ່ຽນເສັ້ນທາງອ້ອມໄປທາງອື່ນ,” ອີງຕາມຂໍ້ມູນທີ່ໄດ້ຖືກເຜີຍແຜ ໂດຍຫ້ອງການການຂົນສົ່ງຂອງລັດ ແມຣີແລນ ທີ່ໄດ້ຖືກເຜີຍແຜ່ລົງໃນ X.

ເຈົ້າຄອງນະຄອນ ທ່ານ ແບຣນດັນ ເອມ. ສກັອດ (Brandon M. Scott) ແລະຜູ້ບໍລິຫານເຂດ ບອລຕິມໍ (Baltimore) ທ່ານ ຈອນນີ້ ໂອລຊິວສກີ ຈູເນຍ (Johnny Olszewski Jr.) ປະກາດວ່າ ເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນກຳລັງຮັບມື ແລະ ດໍາເນີນການຊ່ວຍເຫຼືອຢູ່.

ເຈົ້າໜ້າທີ່ຮັບມືກັບເຫດການສຸກເສີນ ກຳລັງຊອກຫາຢ່າງນ້ອຍ 7 ຄົນທີ່ເຊື່ອວ່າຢູ່ໃນນໍ້າ, ທ່ານ ເຄວິນ ຄາດໄຣ (Kevin Cartwright), ຜູ້ອຳນວຍການຝ່າຍສື່ສານຂອງພະແນກດັບເພີງ ບອລຕີມໍ (Baltimore), ກ່າວຕໍ່ ອົງການຂ່າວ ເອພີ ເມືອເວລາປະມານ 3 ໂມງເຊົ້າມື້ນີ້.

ທ່ານກ່າວວ່າໜ່ວຍງານຕ່າງໆ ໄດ້ຮັບໂທລະສັບຂອງ 911 ໃນເວລາປະມານ 1:30 ຕອນໂມງເຊົ້າ ທີ່ລາຍງານວ່າ ມີເຮືອລຳນຶ່ງທີ່ເດີນທາງອອກຈາກເມືອງ ບອລຕີມໍ (Baltimore) ໄດ້ຕໍາເສົາຢູ່ເທິງຂົວ, ເຮັດໃຫ້ມັນຫັກພັງລົງ. ໃນເວລານັ້ນມີຍານພາຫະນະຫຼາຍຄັນ ຢູ່ເທິງຂົວ, ລວມທັງລົດຄັນນຶ່ງທີ່ມີຂະໜາດເທົ່າກັບລົດພ່ວງຫົວລາກ ນໍາດ້ວຍ.

"ເປົ້າໝາຍຂອງພວກເຮົາໃນເວລານີ້ ແມ່ນການພະຍາຍາມຊ່ວຍເຫຼືອ ແລະຟື້ນຟູຄົນເຫຼົ່ານີ້," ທ່ານ ຄາດໄຣ (Cartwright) ກ່າວ. ທ່ານ​ກ່າວ​ວ່າ ມັນ​ຍັງໄວ​ເກີນ​ໄປ​ທີ່​ຈະ​ຮູ້​ວ່າ​ມີ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈັກ​ຄົນ ແຕ່​ໄດ້​ເອີ້ນ​ການ​ຫັກພັງລົງດັ່ງ​ກ່າວ​ນີ້ ວ່າເປັນ “​ເຫດ​ການທີ່ເຮັດໃຫ້ມີ​ຜູ້​ປະສົບໄພ​ຈຳນວນຫຼາຍ.”

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

A portion of the Francis Scott Key Bridge in Baltimore collapsed after a large boat collided with it early Tuesday morning, and multiple vehicles fell into the water. Authorities were trying to rescue at least seven people.

A large vessel crashed into the bridge, catching on fire before sinking and causing multiple vehicles to fall into the Patapsco River, according to a video posted on X, formerly known as Twitter.

“All lanes closed both directions for incident on I-695 Key Bridge. Traffic is being detoured,” the Maryland Transportation Authority posted on X.

Mayor Brandon M. Scott and Baltimore County Executive Johnny Olszewski Jr. posted that emergency personnel were responding and rescue efforts were underway.

Emergency responders were searching for at least seven people believed to be in the water, Kevin Cartwright, director of communications for the Baltimore Fire Department, told The Associated Press around 3 a.m.

He said agencies received 911 calls around 1:30 a.m. reporting a vessel traveling outbound from Baltimore that had struck a column on the bridge, causing it to collapse. Multiple vehicles were on the bridge at the time, including one the size of a tractor-trailer.

“Our focus right now is trying to rescue and recover these people,” Cartwright said. He said it’s too early to know how many people were affected but called the collapse a “developing mass casualty event.”

Cartwright said it appears there are “some cargo or retainers hanging from the bridge,” creating unsafe and unstable conditions, and that emergency responders are operating cautiously as a result.

“This is a dire emergency,” he said.

The Francis Scott Key Bridge opened in 1977.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG