ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອົງການອາຫານ ແລະຢາ ສະຫະລັດ ເຕືອນກ່ຽວກັບ ຮູບແບບຢາເບົາຫວານ Ozempic ທີ່ເປັນຢາປອມ 


ແຟ້ມພາບ - ແພດການຢາ ໃຫ້ເບິ່ງກ່ອງຢາ Ozempic, ເຊິ່ງເປັນຢາທີ່ໃຊ້ປິ່ນປົວພະຍາດເບົາຫວານປະເພດ 2 ແລະ ໂຣກຕຸ້ຍ ທີ່ຜະລິດໂດຍບໍລິສັດ Novo Nordisk, ຢູ່ທີ່ຮ້ານຂາຍຢາ Rock Canyon, ໃນເມືອງ Provo, ລັດຢູທາ, ວັນທີ 29 ມີນາ 2023.
ແຟ້ມພາບ - ແພດການຢາ ໃຫ້ເບິ່ງກ່ອງຢາ Ozempic, ເຊິ່ງເປັນຢາທີ່ໃຊ້ປິ່ນປົວພະຍາດເບົາຫວານປະເພດ 2 ແລະ ໂຣກຕຸ້ຍ ທີ່ຜະລິດໂດຍບໍລິສັດ Novo Nordisk, ຢູ່ທີ່ຮ້ານຂາຍຢາ Rock Canyon, ໃນເມືອງ Provo, ລັດຢູທາ, ວັນທີ 29 ມີນາ 2023.

ອົງການອາຫານແລະຢາຂອງສະຫະລັດ ຫຼື FDA ໃນວັນພະຫັດວານນີ້ ໄດ້ເຕື່ອນຜູ້ບໍລິໂພກທັງຫຼາຍບໍ່ໃຫ້ໃຊ້ຢາປອມແປງປະເພດແກ້ເບົາຫວານຕ່າງໆຂອງບໍລິສັດ Novo Nordisk ຊື່ວ່າ Ozempic ທີ່ໄດ້ຖືກພົບເຫັນໃນລະບົບຕ່ອງໂສ້ການສະໜອງຢາຂອງປະເທດ.

ຜູ້ຄວບຄຸມດ້ານສຸຂະພາບ ໄດ້ກ່າວວ່າ ຕົນຈະສືບຕໍ່ສືບສວນສອບສວນຢາ Ozempic ປອມ 1 ມີລີກຣາມ ທີ່ສັກເອົາ ແລະໄດ້ຢຶດຢາປອມໄດ້ຫຼາຍພັນຫຼອດ ແຕ່ໄດ້ແຈ້ງເຕືອນວ່າ ບາງສ່ວນອາດຍັງມີໃຫ້ຊື້ໄດ້ຢູ່.

ຜູ້ຜະລິດຢາບໍລິສັດ Novo Nordisk ຂອງປະເທດເດັນມາກ ແລະ FDA ກຳລັງທົດສອບສິນຄ້າທີ່ຢຶດມາໄດ້ ແລະຍັງບໍ່ທັນມີຂໍ້ມູນກ່ຽວກັບ ລັກຊະນະສະເພາະ, ຄຸນນະພາບ ຫຼື ຄວາມປອດໄພ ຂອງຢາທັງຫຼາຍເທື່ອ, ຕາມທີ່ ອົງການໄດ້ກ່າວ.

ບໍລິສັດ Novo ໄດ້ກ່າວວ່າ ການຢຶດຢາເກີດຂຶ້ນໃນຊາງເກັບເຄື່ອງຫຼາຍແຫ່ງຢູ່ນອກລະບົບການສະໜອງທີ່ອະນຸຍາດໂດຍບໍລິສັດ.

ອົງການ FDA ໄດ້ກ່າວວ່າ ເຂັມສັກຢາທັງຫຼາຍທີ່ມາຈາກການຢຶດຂອງກາງມາໄດ້ນັ້ນ ເປັນຢາປອມ ແລະການຂ້າເຊື້ອພະຍາດຂອງພວກມັນນັ້ນ ບໍ່ສາມາດຢັ້ງຢືນໄດ້ ຊຶ່ງເປັນຄວາມສ່ຽງເພີ້ມຕື່ມອີກ ໃນການຕິດແປດເຊື່ອພະຍາດສຳລັບພວກຄົນປ່ວຍທັງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG