ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຈີນກ່າວວ່າ ພວກຕ້ອງສົງໄສ ຕິດເຊື້ອອີໂບລາ 43 ຄົນ ບໍ່ມີເຊື້ອອີໂບລາ


ຊ່ຽວຊານດ້ານສຸຂະພາບຈີນ ສາທິດໃຫ້ຕຳຫລວດພາສີເບິ່ງ ອາການຂອງເຊື້ອອີໂບລາ ຢູ່ຫ້ອງກວດແຫ່ງນຶ່ງ ທີ່ສະໜາມບິນ ແຫ່ງນຶ່ງ ໃນເມືອງຈິງດາວ ແຂວງຊານຕຸງ, ວັນທີ 11 ສິງຫາ 2014.
ຊ່ຽວຊານດ້ານສຸຂະພາບຈີນ ສາທິດໃຫ້ຕຳຫລວດພາສີເບິ່ງ ອາການຂອງເຊື້ອອີໂບລາ ຢູ່ຫ້ອງກວດແຫ່ງນຶ່ງ ທີ່ສະໜາມບິນ ແຫ່ງນຶ່ງ ໃນເມືອງຈິງດາວ ແຂວງຊານຕຸງ, ວັນທີ 11 ສິງຫາ 2014.

ຈີນໄດ້ອອກມາຖະແຫລງ ກ່ຽວກັບກໍລະນີຄົນຕິດເຊື້ອອີໂບລາ
ຢູ່ໃນປະເທດຂອງຕົນ ໂດຍກ່າວວ່າ ຜົນການກວດ 43 ຄົນທີ່ສົງ
ໄສວ່າຕິດເຊື້ອອີໂບລາ ຢູ່ໃນແຂວງກວາງຕຸ້ງ ທາງພາກໃຕ້ຂອງ
ປະເທດ ສະແດງວ່າພວກກ່ຽວບໍ່ໄດ້ຕິດເຊື້ອອີໂບລາ. ຂະນະດຽວ
ກັນ ສື່ຈີນລາຍງານວ່າ ທາງການກຳລັງເອົາມາດຕະການເພີ້ມຂຶ້ນ
ເພື່ອປ້ອງກັນບໍ່ໃຫ້ເຊື້ອ ໄວຣັສ ທີ່ອັນຕະລາຍເຖິງຕາຍນັ້ນ ເຂົ້າໄປ
ຮອດປະເທດຂອງຕົນ. Bill Ide ມີລາຍງານຈາກປັກກິ່ງ ຊຶ່ງດາຣາ
ຈະນຳມາສະເໜີທ່ານ.

ລາຍງານຂ່າວສັ້ນໆ ທີ່ອົງການຂ່າວຊິນຫົວ ນຳອອກເຜີຍແຜ່ ເມື່ອແລງວັນອັງຄານອາທິດ ແລ້ວນີ້ ມີລາຍລະອຽດພຽງເລັກນ້ອຍ ແຕ່ໂຕເລກທີ່ເປີດເຜີຍອອກມານັ້ນ ພາໃຫ້ປະຫລາດ ໃຈ.

ຊິນຫົວເວົ້າວ່າ ມີປະມານ 8.672 ຄົນໄດ້ເດີນທາງ ໄປຍັງແຂວງກວາງຕຸ້ງ ຈາກເຂດທີ່ຖືກ ອີໂບລາຄຸກຄາມຢ່າງໜັກ ໃນອາຟຣິກາຕາເວັນຕົກ ເມື່ອທ້າຍເດືອນສິງຫາຜ່ານມາ. ໃນ
ນັ້ນ ຫລາຍກ່ວາ 5.437 ຄົນ ໄດ້ຖືກປ່ອຍຈາກ ການຖືກຕິດຕາມດູແລເບິ່ງທາງການແພດ.

ລາຍງານບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບພວກອື່ນໆ ແລະກໍບໍ່ໄດ້ເວົ້າຢ່າງແຈ້ງຂາວວ່າ ການຕິດຕາມດູແລເບິ່ງທທາງການແພດນັ້ນ ໝາຍຄວາມວ່າແນວໃດ ຫລືບອກວ່າພວກ ຄົນເຫລົ່ານັ້ນ ເດີນທາງມາຈາກປະເທດໃດ.

ເຈົ້າໜ້າທີ່ຄົນນຶ່ງຂອງສະຖານທູດໄລບີເຣຍ ກ່າວວ່າ ທາງການຈີນບໍ່ໄດ້ແຈ້ງໃຫ້ເຂົາເຈົ້າ ຊາບວ່າ ໄດ້ມີກໍລະນີທີ່ສົງໄສວ່າຕິດເຊື້ອອີໂບລາມາຈາກໄລບີເຣຍ. ສ່ວນທາງສະຖານ ທູດຊີແອຣາ ລີອອນນັ້ນ ບໍ່ສາມາດຕິດຕໍ່ຂໍຄວາມເຫັນໄດ້.

ຢູ່ກວາງໂຈ ເມືອງຫລວງຂອງແຂວງກວາງຕຸ້ງ ງານມະຫະກຳ Canton Fair ຊຶ່ງເປັນງານ ສະແດງສິນຄ້າທີ່ໃຫຍ່ທີ່ສຸດຂອງຈີນ ໄດ້ໄຂຂຶ້ນ ເມື່ອວັນທີ 15 ຜ່ານມາ ແລະຈະເປີດຈົນ
ຮອດ ວັນທີ 4 ເດືອນພະຈິກ.

ສື່ຈີນລາຍງານວ່າ ໄດ້ມີການຈັດຕັ້ງບ່ອນກວດອຸນນະພູມຫລາຍຂຶ້ນ ເພື່ອກວດຜູ້ຄົນທີ່ໄປ ຮ່ວມງານ ແລະພວກທີ່ເດີນທາງມາຮ່ວມ ຈາກເຂດທີ່ຖືກອີໂບລາກະທົບໜັກໜ່ວງທີ່ສຸດ ໃນອາຟຣິກາຕາເວັນຕົກນັ້ນ ໄດ້ຖືກຮ້ອງຂໍໃຫ້ພັກເຊົາຢູ່ໂຮງແຮມ ທີ່ທາງການຈັດໃຫ້ ໃນຂະນະທີ່ມີການຕິດຕາມເບິ່ງອຸນນະພູມຂອງເຂົາເຈົ້າ.

ຢູ່ສະໜາມບິນສາກົນໃຫຍ່ໆໃນປະເທດຈີນ ກໍໄດ້ມີການຈັດແຖວກວດອຸນນະພູມ ສຳຫລັບ ພວກທີ່ເດີນທາງໄປຈາກ ອາຟຣິກາຕາເວັນຕົກເຊັ່ນກັນ.

ທ່ານ Adams Bodomo ອາຈານສອນວິຊາສຶກສາກ່ຽວກັບອາຟຣິກາ ທີ່ມະຫາວິທະຍາ
ໄລ ນະຄອນຫລວງ ວຽນນາ ຂອງປະເທດອອສເຕຣຍ ກ່າວວ່າ ເວລາລາວເດີນທາງໄປ ຮອດປັກກິ່ງ ເມື່ອບໍ່ດົນມານີ້ ລາວກໍຕ້ອງໄດ້ໄປຜ່ານແຖວກວດພິເສດນັ້ນ ເພາະວ່າລາວ
ຖືໜັງສືເດີນທາງຂອງປະເທດ ການາ.

ຕໍ່ມາ ທ່ານ Bodomo ໄດ້ເດີນທາງຕໍ່ໄປຍັງເມືອງກວາງໂຈ ຈາກຮົງກົງ ໂດຍທາງລົດໄຟ. ລາວກ່າວວ່າ ຢູ່ສະຖານີລົດໄຟກວາງໂຈຕາເວັນອອກນັ້ນ ກໍມີແຖວກວດອຸນນະພູມຈັດໄວ້ ສຳຫລັບຜູ້ທີ່ຖືກພາສປອຕ ຂອງພວກປະເທດອາຟຣິກາຕາເວັນຕົກເຊັ່ນກັນ.

ທ່ານ Bodomoເວົ້າວ່າ “ຍ້ອນວ່າເມືອງກວາງໂຈ ມີປະຊາຄົມຊາວອາຟຣິກາ ທີ່ໃຫຍ່ທີ່ສຸດໃນປະເທດຈີນ ແນວຄິດກໍແມ່ນວ່າ ຖ້າໄວຣັສອີໂບລາຈະເຂົ້າມາ
ປະເທດແທ້ໆແລ້ວ ມັນກໍຄົງຈະເຂົ້າມາທາງກວາງໂຈນີ້ແຫລະ.”

ທ່ານ Bodomo ກ່າວອີກວ່າ ໃນຕອນນັ້ນ ທ່ານບໍ່ໄດ້ຍິນຂ່າວກ່ຽວກັບວ່າ ມີຜູ້ໃດຖືກແຍກ ໄປກັກໂຕໄວ້ຕ່າງຫາກ ແຕ່ກໍຮູ້ສຶກວ່າທຸກໆຄົນມີຄວາມຢ້ານກົວ ເຖິງແມ່ນຕອນນັ້ນຈະເປັນ ທ້າຍເດືອນສິງຫາ ແລະຕົ້ນເດືອນກັນຍາ ກໍຕາມ.

ທ່ານ Bodomo ເວົ້າວ່າ “ເບິ່ງຄືວ່າ ຫລາຍໆຄົນພາກັນຢ້ານກົວ ແລະກໍມີການ ໂອ້ລົມກັນຢ່າງຫລວງຫລາຍ ທີ່ສ້າງຄວາມຢ້ານກົວຂຶ້ນ ໃນປະຊາຄົມ.”

ໂຄສົກຍິງຂອງກະຊວງການຕ່າງປະເທດຈີນ ທ່ານນາງ Hua Chunying ກ່າວວ່າ ພວກ
ຄົນທີ່ມາຈາກບັນດາປະເທດທີ່ຖືກກະທົບ ແລະໄດ້ຖືກກວດ ແຕ່ພົບວ່າບໍ່ມີຮ່ອງຮອຍຂອງ
ໄວຣັສອີໂບລາ ແມ່ນໄດ້ຮັບອະນຸຍາດ ໃຫ້ເດີນທາງໄປມາ ຢູ່ໃນປະເທດຈີນໄດ້ ໂດຍບໍ່ມີ
ຂໍ້ຈຳກັດຮັດແຄບໃດໆ.

ຈີນບໍ່ແມ່ນປະເທດດຽວ ທີ່ມີຄວາມເປັນຫ່ວງກ່ຽວກັບ ການແຜ່ລາມອອກໄປຂອງໄວຣັສ ທີ່ອັນຕະລາຍເຖິງຕາຍນັ້ນ.

ມີການອະພິປາຍກັນຫລາຍຂຶ້ນເລື້ອຍໆ ກ່ຽວກັບຄວາມຈຳເປັນໃນການຫ້າມເດີນທາງ.

ຜູ້ແທນລັດຖະສະພາສະຫະລັດ ຈຳນວນນຶ່ງ ກ່າວວ່າ ການຫ້າມພວກຄົນເດີນທາງມາຈາກ ອາຟຣິກາຕາເວັນຕົກ ເຂົ້າສະຫະລັດ ຈະເປັນປະໂຫຍດ ແຕ່ວ່າ ປະທານາທິບໍດີ ບາຣັກ ໂອບາມາ ມີຄວາມເຫັນພ້ອມກັບພວກເຈົ້າໜ້າທີ່ສຸຂະພາບ ທີ່ຄັດຄ້ານຕໍ່ການຫ້າມເດີນທາງ.

ຢ່າງໃດກໍຕາມ ເລີ້ມຕົ້ນໃນວັນພຸດອາທິດແລ້ວນີ້ ສະຫະລັດໄດ້ເລີ້ມຈັດສົ່ງ ພວກຖ້ຽວບິນ
ທີ່ມາຈາກເຂດທີ່ຖືກອີໂບລາຄຸກຄາມ ໃນອາຟຣິກາຕາເວັນຕົກນັ້ນ ໃຫ້ໄປຜ່ານ 5 ສະໜາມ
ບິນໃຫຍ່ໆ.

ຈີນກ່າວວ່າ ຕົນກຳລັງຢື່ນມືໄປຫາປະຊາຄົມນາໆຊາດ ເພື່ອສະເໜີໃຫ້ການສະໜັບສະໜຸນ ແລະການຮ່ວມງານ ເພີ້ມຂຶ້ນ. ປັກກິ່ງໄດ້ຮັບປາກທີ່ຈະໃຫ້ການຊ່ວຍເຫລືອດ້ານການແພດ ປະມານ 35 ລ້ານດອລລ່າ ແກ່ບັນດາປະເທດທີ່ຖືກອີໂບລາຄຸກຄາມ ຮ້າຍແຮງທີ່ສຸດ.

ນັບແຕ່ການລະບາດໄດ້ເລີ້ມຕົ້ນຂຶ້ນ ຈີນກໍໄດ້ສົ່ງພະນັກງານແພດ ເກືອບ 200 ຄົນ ໄປຍັງ ບັນດາປະເທດໃນອາຟຣິກາຕາເວັນຕົກ ເພື່ອຊ່ວຍຕ້ານຢັນການແຜ່ຜາຍຂອງໄວຣັສອັນນີ້.

XS
SM
MD
LG