ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ທ. ໄບ​ເດັນ ແລະ ທ. ທ​ຣຳ ຫຍັບ​ໃກ້​ເຂົ້າ​ການ​ແຂ່ງ​ຂັນ​ກັນ​ອີກ​ຄັ້ງ ຫຼັງ​ຈາກ​ໄດ້ຊະ​ນະ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ໃນວັນ Super Tuesday


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣ​ີ​ພັບ​ບ​ລີ​ກັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ​ງານ​ລ້ຽງ​ຄືນ​ການ​ເລືອກ​ຕັ້ງ Super Tuesday ຢູ່​ສະ​ໂມ​ສອນ ມາ​-ອາ-​ລາ​ໂກ ໃນ​ເມືອງ ພາມ ບີດ​ຈ໌ ລັດ ຟ​ລໍ​ຣິ​ດາ.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣ​ີ​ພັບ​ບ​ລີ​ກັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ​ງານ​ລ້ຽງ​ຄືນ​ການ​ເລືອກ​ຕັ້ງ Super Tuesday ຢູ່​ສະ​ໂມ​ສອນ ມາ​-ອາ-​ລາ​ໂກ ໃນ​ເມືອງ ພາມ ບີດ​ຈ໌ ລັດ ຟ​ລໍ​ຣິ​ດາ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ໃນ​ວັນ​ອັງ​ຄານ​ວານີ້ ໄດ້​ຫຍັບ​ໃກ້​ເຂົ້າ​ກວ່າ​ເກົ່າ​ທີ່​ຈະໄດ້​ແຂ່ງ​ຂັນ​ການ​ເລືອກ​ຕັ້ງ​ປະ​ທານ​ທິ​ບໍ​ດີ 2020 ຄືນ​ອີກ​ເປັນ​ຄັ້ງ​ທີ​ສອງ, ໃນ​ຂະ​ນະ​ທີ່​ແຕ່​ລະ​ທ່ານ​ໄດ້​ຊະ​ນະ​ການ​ແຂ່ງ​ຂັນ​ເພື່ອ​ການ​ສະ​ເໜີ​ຊື່​ຂອງ​ພັກ​ເກືອບ​ທັງ​ໝົດ ທີ່​ຖືກ​ຈັດ​ຂຶ້ນ​ໃນ​ກຸ່ມ​ຂອງ​ລັດ​ຕ່າງໆ​ກະ​ຈາຍ​ໄປ​ທົ່ວ​ປະ​ເທດ.

ທ່ານ ໄບ​ເດັນ ໄດ້​ຊະ​ນະ​ໃນ 15 ລັດ​ທີ່​ໄດ້​ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ຫຼື ການ​ປະ​ຊຸມ​ເພື່ອ​ເລືອກ​ຕົວ​ແທນ​ເຂົ້າ​ແຂ່ງ​ຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ, ລວມ​ທັງ​ໃນ​ລັດ ເວີ​ຈິ​ເນຍ, ເທັກ​ຊັ​ສ, ມິນ​ເນ​ໂຊ​ຕ້າ ແລະ ໂຄ​ໂລ​ຣາ​ໂດ. ທ່ານ​ໄດ້​ຜ່າຍ​ແພ້​ໃນ​ການ​ປະ​ຊຸມພັກ​ເພື່ອ​ເລືອກ​ຕົວ​ແທນ​ໃນ​ເກາະ​ຊາ​ມົວ ທີ່​ເປັນ​ດິນ​ແດນ​ຂອງ ສະ​ຫະ​ລັດ ພຽງ​ເທົ່າ​ນັ້ນ.

ທ່ານ ທ​ຣຳ ໄດ້​ຊະ​ນະ 14 ລັດ, ລວມ​ທັງໃນ​ລັດ ຢູ​ທາ, ເຊິ່ງ​ເປັນ​ລັດ​ສຸດ​ທ້າຍ​ທີ່​ໄດ້​ປະ​ກາດ​ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ເມື່ອ​ວັນ​ພຸດ​ວານນີ້.

ດ້ວຍ​ການ​ຄັດ​ຄ້ານ​ພຽງ​ເລັກ​ນ້ອຍ​ສຳ​ລັບ​ທ່ານ ໃນ​ການ​ແຂ່ງ​ຂັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​, ເຊິ່ງ​ແມ່ນ​ເລື່ອງ​ປົກ​ກະ​ຕິ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່​ນັ້ນ, ທ່ານ ໄບ​ເດັນ ໄດ້​ວາງ​ແຜນ​ອະ​ນາ​ຄົດ​ເຖິງ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະ​ຈິກ ແລະ ໄດ້​ເຕືອນ​ວ່າ​ ການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ ທ​ຣຳ ອີກ​ສະ​ໄໝ​ນຶ່ງ​ ຈະ​ໝາຍ​ເຖິງ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ທີ່​ຖືກ​ອະ​ທິ​ບາຍ​ໂດຍ “ຄວາມ​ວຸ້ນ​ວາຍ, ຄວາມ​ແຕກ​ແຍກ ແລະ ຄວາມ​ມືດ​ມົວ.”

Biden, Trump Have Super Night on Super Tuesday
please wait

No media source currently available

0:00 0:02:15 0:00

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ມື້ນີ້, ຜູ້​ລົງ​ຄະ​ແນນ​ສຽງຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ໄດ້​ເຮັດ​ໃຫ້​ສຽງ​ຂອງ​ເຂົາ​ເຈົ້າ​ໄດ້​ຍິນແລ້ວ ໂດ​ຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂົາ​ເຈົ້າ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້​ຕ້ານ​ແຜນ​ການ​ທີ່​ຮຸນ​ແຮງ​ຂອງ​ທ່ານ ດໍ​ໂນ​ລ ທ​ຣຳ ເພື່ອ​ນຳ​ພາ​ພວກ​ເຮົາ​ກັບ​ໄປ​ສູ່​ຄວາມຫຼ້າຫຼັງ.”

ທ່ານ ທ​ຣຳ, ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ໃນ​ລັດ ຟ​ລໍ​ຣິ​ດາ ນັ້ນ, ໄດ້​ກ່າວ​ວ່າປະ​ເທດ​ແມ່ນ​ໄດ້ “ອິດ​ເມື່ອຍ​ຢ່າງ​ແຮງ” ໃນ​ລະ​ຫວ່າງ​ສາມ​ປີ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ກ່າວ​ຫາ​ທ່ານ ໄບ​ເດັນ ຢ່າງບໍ່​ຖືກ​ຕ້ອງ ກ່ຽວ​ກັບການ​ຮັບ​ມື​ດ້ານ​ເສດ​ຖະ​ກິດ ແລະ ຄົນ​ເຂົ້າ​ເມືອງ.

ອະ​ດີ​ຜູ້​ນຳ, ຜູ້​ທີ່​ໄດ້​ຜ່າຍ​ແພ້​ໃນ​ການ​ພະ​ຍາ​ຍາມ​ຖືກ​ເລືອກ​ຕັ້ງ​ຄືນ​ຕໍ່ ​ທ່ານ ໄບ​ເດັນ ໃນ​ປີ 2020, ໄດ້​ສະ​ເຫຼີມ​ສະຫຼອງ​ການ​ຊະ​ນະ​ເລີດຫຼາຍ​ຮອບ ​ໃນ​ວັນ​ອັງ​ຄານ​ວານນີ້ ແລະ ໄດ້ໂຄ​ສະ​ນາວ່າ​ ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະ​ຈິກ​ຈະ​ເປັນ “ວັນ​ດຽວ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຂອງ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG