ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ດຳເນີນໃນຫຼາຍມາດຕາການ ເພື່ອຄວບຄຸມການນຳເຂົ້າສິນຄ້າຢູ່ທີ່ດ່ານຊາຍແດນໃນທົ່ວປະເທດ ໂດຍສະເພາະການຄວບຄຸມການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໃນຂະນະດຽວກັນ ກໍໄດ້ມີການປັບຂຶ້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານມີລາຍຮັບທີ່ໄດ້ຈາກການຈັດເກັບພາສີການຄ້າເພີ້ມຂຶ້ນ
ເຈົ້າໜ້າທີ່ໃນສະພາປະຊາຊົນຂັ້ນແຂວງຫຼວງພະບາງ ເປີດເຜີຍວ່າ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດແກ່ຕ່າງຊາດ ໂດຍສະເພາະແມ່ນບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫຼາຍທີ່ສຸດໃນລາວນັ້ນ ຖືເປັນໂຄງການທີ່ສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວຫຼາຍທີ່ສຸດ
ນັກເສດຖະສາດໄທ ໃຫ້ທັດສະນະວ່າ ສາເຫດສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ກໍຄືການຂາດດຸນການຄ້າຕ່າງປະເທດ ຊຶ່ງກໍໄດ້ສົ່ງຜົນກະທົບເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງຢ່າງຕໍ່ເນື່ອງດ້ວຍ
ຊາວຕ່າງຊາດທີ່ໄດ້ມາທ່ອງທ່ຽວນະຄອນຫຼວງພະບາງ ກໍ່ໄດ້ມີຄວາມປະທັບ ໃຈເຖິງເອກະລັກ ວັດທະນະທຳ ອັນເກົ່າແກ່ຂອງລາວ
ທັງນີ້ ການລັກລອບເຜົາປ່າເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປ ຄິດເປັນພື້ນທີ່ກວ້າງກວ່າ 476,970 ເຮັກຕາໃນປີ 2023
ພາກທຸລະກິດການຄ້າໃນລາວຍັງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ ເພາະວ່າທະນາຄານແຫ່ງຊາດຍັງບໍ່ສາມາດດຳເນີນມາດຕະການຄວບຄຸມການແລກປ່ຽນ ແລະຕອບສະໜອງເງິນຕາໄດ້ຢ່າງແທ້ຈິງ
ຈາກເຫດການທີ່ມີສານເຄມີຮົ່ວໄຫລສູ່ເເມ່ນ້ຳຫຼາຍໆສາຍໃນເເຂວງຫົວພັນ ໄດ້ເຮັດໃຫ້ປະຊາຊົນບໍລິເວນທີ່ກ່າວມານັ້ນ ເດືອດຮ້ອນຍ້ອນໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ເຊິ່ງທາງບໍລິສັດໄດ້ມີການປ່ອຍສານເຄມີລົງສູ່ເເມ່ນ້ຳເຮັດໃຫ້ນ້ຳມີສານເຄມີທີ່ເປັນອັນຕະລາຍສະສົມຢູ່ໃນນ້ຳເປັນຈຳນວນຫຼວງຫຼາຍ
ເຖິງແມ່ນວ່າ ລາວໄດ້ປຽບດຸນການຄ້າຕ່າງປະເທດກໍຕາມ ແຕ່ເນື່ອງຈາກວ່າ ລາຍໄດ້ສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າລວມ 2,382 ລ້ານໂດລານັ້ນ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດ ຈຶ່ງມີລາຍຮັບພຽງສ່ວນນ້ອຍເທົ່ານັ້ນ ທີ່ໄດ້ໂອນເຂົ້າສູ່ລະບົບທະນາຄານໃນລາວ ອັນເຮັດໃຫ້ທະນາຄານໃນລາວ ມີເງິນຕາຕ່າງປະເທດຢ່າງຈຳກັດ
ນັກກິລາດາວເດັ່ນຈາກລາວຜູ້ນີ້ໄປຫຼິ້ນໃນນາມທີມເຍົາວະຊົນຂອງໄທ ກໍເພາະຢາກ ເກັບກ່ຽວເອົາປະສົບການເພີ້ມ ແລະພັດທະນາຕົນເອງຂຶ້ນໄປເລື້ອຍໆ
ໂດຍແຜນທີ່ທໍລະນີສາດແຮ່ທາດໃນລາວ ທີ່ນຳໃຊ້ໃນປັດຈຸບັນນີ້ ໄດ້ດຳເນີນການສຳຫຼວດ ແລະຈັດທຳໂດຍກົມໃຫຍ່ທໍລະນີສາດ ກະຊວງປ້ອງກັນປະເທດຂອງຈີນ ທີ່ໄດ້ສຳຫຼວດພົບແຫ່ງແຮ່ທາດໃນລາວ ເຖິງ 570 ແຫ່ງ
ພ້ອມກັນນີ້ ກໍຈະຊຸກຍູ້ໃຫ້ມີການລົງທຶນສ້າງຕັ້ງໂຮງງານແຍກແຮ່ຫາຍາກເປັນທາດດຽວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ໄດ້ກ່ອນປີ 2030 ໂດຍຈະຈັດຕັ້ງລັດວິສາຫະກິດພັດທະນາແຮ່ທາດລາວຂຶ້ນມາ ເພື່ອຮັບຜິດຊອບໃນການຄຸ້ມຄອງ ແລະເບິ່ງແຍງຜົນປະໂຫຍດຈາກແຮ່ຫາຍາກໃຫ້ກັບລັດຖະບານລາວ ເປັນການສະເພາະດ້ວຍ
ປະຊາຄົມມຽນມາໃນລາວ ກ່າວຕໍ່ VOA ພາກພາສາມຽນມາວ່າ ຜູ້ຖືກຈັບກຸມສ່ວນໃຫຍ່ແມ່ນຄົນສັນຊາດມຽນມາ, ໃນຈໍານວນນັ້ນ ກໍໄດ້ຖືກປະກັນໂຕໂດຍນາຍຈ້າງຂອງພວກເຂົາເຈົ້າໄປເທື່ອລະໜ້ອຍ
ໂຫລດຕື່ມອີກ
No live streaming currently available