ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການອະນຸລັກຊີວະນານາພັນ ຈະເຮັດໃຫ້ການພັທະນາຊີວິດ ຂອງປະຊາຊົນລາວດີຂື້ນ


ການປະມົງໃນລາວ
ການປະມົງໃນລາວ

ນັກ​ອະນຸລັກ​ຢືນຢັນ​ວ່າການ​ອະນຸລັກ​ຊີວະ​ນານາ​ພັນ​ໃຫ້​ອຸດົ​ມສົມບູນ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການພັທະ​ນາ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ໃນ​ເຂ​ດຊົນນະ ບົດ​ໃຫ້​ດີ​ຂື້ນ ຫາກ​ແຕ່​ການ​ຕັດ​ໄມ້​ທຳລາຍ​ປ່າ​ຢ່າງ ກວ້າງຂວາງ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ຊີວະ​ນານາ​ພັນ​ໃນ​ລາວ​ຢ່າ​ງໜັກໜ່ວງ.

ທ່ານ​ສີສະ​ຫວັດ ວິທະ​ໄຊ ຮອງ​ຫົວໜ້າ​ອົງກາ​ນຊັບພະຍາກອນ​ນ້ຳ ​ແລະ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ ລາວ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ລະດັບ​ປະຕິບັດ​ການ​ວ່າ​ດ້ວຍ​ການ​ອະນຸລັກ​ຊີວະ​ນານາ​ພັນ​ໃນ​ລາວ ຊຶ່ງ ​ເປັນ​ການ​ປະຊຸມ​ລະ​ວ່າງ​ທາງ​ການ​ລາວ​ກັບ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການພັທະນາ​ແລະ​ສະຫະ ພາບ ​ເພື່ອ​ການ​ອະນຸລັກ​ທຳ​ມະ​ຊາດ​ສາກົນ ທີ່​ຈັດຂື້ນ​ຢູ່​ນະຄອນ​ວຽງ​ຈັນ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າລາວ​ນັບ ​ເປັນ​ປະ​ເທດ​ນຶ່ງ​ທີ່​ມີ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ຊີວະ​ນານາ​ພັນ. ທັງ​ນີ້​ໂດຍ​ຈາກ​ການ​ສຳ​ຫລວດ​ໃນ​ປີ 2004ທີ່​ຜ່ານ​ມາ ພົບ​ວ່າ​ຢູ່​ໃນ​ທົ່ວ​ປະ​ເທດ​ລາວ​ມີ​ພັນ​ພືດ​ທີ່​ໃຫ້​ດອກ​ເຖິງ 11,000 ກວ່າ​ຊະນິດ ສ່ວນ​ສັດ​ເລື້ອຍ​ຄານ​ແລ​ະສັດ​ເຄິ່ງບົກ​ເຄິ່ງນ້ຳນັ້ນ​ກໍ​ມີ​ຢູ່​ເຖິງ 166 ຊະນິດ ​ແລະ​ໃນ​ຂະນະ​ດຽວ​ກັນ​ກໍ​ມີ ນົກ​ຫລື​ສັດ​ປີກ​ຫລາຍ​ກວ່າ 700 ຊະນິດ ສ່ວນ​ສັດ​ນ້ຳປະ​ເພດ​ປາ​ ທັງ​ໃນ​ທ້ອງ​ຖິ່ນ​ແລະ​ໃນ​ແມ່ນ້ຳ ຂອງ​ນັ້ນ​ກໍ​ມີ​ຢູ່​ຫລາຍ​ກວ່າ 500 ຊະນິດ​ຈາກ 87 ສາຍ​ພັນ ນອກຈາກ​ນີ້​ກໍ​ມີ​ສັດລ້ຽງ​ລູກ​ດ້ວຍ​ນົມ​ອີກ​ຫລາຍ​ກວ່າ 100 ສາຍ​ພັນ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ສຳ​ຫລວດ​ດັ່ງກ່າວ​ກໍ​ຍັງ​ພົບ​ດ້ວຍ​ວ່າ​ລາວ​ເປັນ​ປະ​ເທດ​ທີ່​ເປັນ​ແຫ​ລ່ງກຳ​ເໜີ​ດ ຂອງ​ພັນ​ເຂົ້າ​ໜຽວ​ແລະ​ມີ​ພັນ​ເຂົ້າພື້ນ​ເມືອງ​ຫລາຍ​ທີ່​ສຸດ​ໃນ​ສ່ວນ​ພູມິ​ພາກ​ເອ​ເຊຍ​ອີກ​ດ້ວຍ ​ແລະ​ຖ້າ ຫາກ​ລວມພັນ​ເຂົ້າປ່າ​ດ້ວຍ​ນັ້ນ ກໍ​ປາກົດ​ວ່າ​ຢູ່​ໃນ​ລາວ​ມີ​ພັນ​ເຂົ້າຫລາຍ​ກວ່າ 13,000 ຊະນິດ ຈຶ່ງ ນັບ​ວ່າ​ເປັນ​ປ​ະ​ເທດ​ນຶ່ງ​ທີ່​ເປັນ​ສູນ​ກາງຂອງ​ເຂົ້າພັນ​ພື້ນ​ເມືອງ​ໃນ​ເອ​ເຊຍ. ຊຶ່ງ​ດ້ວຍ​ຄວາມ​ອຸດົມສົມ ບູນທາງ​ດ້ານ​ຊີວະ​ນານາ​ພັນ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ເຊື່ອ​ໝັ້ນ​ວ່າ​ຈະ​ມີ​ສ່ວນ​ຢ່າງ​ສຳຄັນ ຕໍ່​ການພັທະ​ນາ​ສະພາບ​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃຫ້​ດີ​ຂື້ນ ​ໂດຍສ​ະ​ເພາະ ​ແມ່ນ​ປະຊາຊົນ​ລາວ​ທີ່ຢູ່​ໃນ​ເຂດ​ຊົນ​ນະ​ບົດ ລວມ​ໄປ​ເຖິງ​ການພັທະນາ​ເສ​ດຖະກິດ​ໂດຍ​ລວມຂອງ ປະ​ເທດ​ລາວ​ດ້ວຍ ດັ່ງ​ທີ່​ທ່ານ​ສີສະຫວັດໄດ້​ຖະ​ແຫລ​ງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

ແຕ່​ຢ່າງ​ໃດ​ກໍ​ຕາມ ຜູ້​ຕາງໜ້າ​ຂອງ​ສະຫະພາບ​ເພື່ອ​ການ​ອະນຸລັກ​ທຳ​ມະ​ຊາດ​ສາກົນ ຫລື IUCN ກໍ​ໄດ້​ລະບຸ​ວ່າ​ສະຖານະ​ການ​ທີ່​ກຳລັງ​ຄຸກ​ຄາມ​ຊີວະ​ນານາ​ພັນ​ໃນ​ລາວ​ຢ່າງ​ໜ້າ​ເປັນ​ຫ່ວ​ງ​ໃນ​ເວລາ​ນີ້ ກໍ​ຄື​ການ​ຕັດ​ໄມ້​ທຳລາຍ​ປ່າ​ທີ່​ເປັນ​ການຕັດ​ໄມ້​ຕາມ​ສຳ​ປະທານ​ທີ່​ໄດ້​ຮັບ​ອະນຸຍາດ​ຢ່າງ​ຖືກຕ້ອງ​ຈາກ​ລັດຖະບານ​ລາວ ​ແລະ​ການ​ລັກ​ລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ເຖື່ອນ ລວມ​ໄປ​ເຖິງ​ການ​ຖາງ​ປ່າ​ເຮັດໄຮ່ ​ເລື້ອນລອຍ​ທີ່​ເກີດ​ຂື້ນ​ຢ່າງ​ກວ້າງ​ຂວາງດ້ວຍ. ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກຳ-ປ່າ ​ໄມ້​ຂອງ​ລາວ​ກໍ​ຍອມຮັບ​ວ່າ​ສັດປ່າ​ໃນ​ລາວ​ໄດ້​ລົດ​ຈຳນວນ​ປະຊາກອນ​ລົງ​ຢ່າງ​ໄວວາ​ແລະ​ຫລາຍ​ຊະ ນິດ​ກໍ​ກຳລັງ​ປະ​ເຊີນ​ກັບ​ສະພາວະ​ທີ່​ໄກ້​ຈະ​ສູນພັນ ​ເນຶ່ອງຈາກ​ແຫ​ລ່ງອາຫານ​ແລະ​ຖິ່ນ​ທີ່ຢູ່​ໄດ້​ຖືກ​ທຳ ລາຍ​ໄປ​ຢ່າງ​ກວ້າງ​ຂວາງ​ໂດຍ​ກຸ່ມ​ນັກ​ລ່າແລະ​ຄ້າ​ສັດປ່າ​ຜິ​ດກົດໝາຍ. ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ​ສັດປ່າ​ແລະ​ສັດ​ນ້ຳທີ່​ຫາ​ຍາກ​ຢູ່​ໃນ​ລາວ​ຈະ​ເປັນ​ປັດຈັຍ​ສຳຄັນ​ທີ່​ຊ່ວຍ​ດຶງ​ດູດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເດີນທາງ​ເຂົ້າລາວ​ຫລາຍ​ຂື້ນ​ນັບ​ມື້​ກໍ​ຕາມ ຫາກ​ແຕ່​ວ່າ​ໃນ​ຂະນະ​ດຽວ​ກັນ ສັດປ່າ​ແລະ​ສັດ​ນ້ຳຫາ​ຍາກ​ໃນ​ລາວ​ກໍ​ເປັນ​ທີ່​ຕ້ອງການ​ຂອງ​ບັນດາ​ນັກ​ລ່າ​ແລະ​ຄ້າ​ສັດປ່າ​ຜິດ​ກົດໝາຍຫລາຍ​ຂື້ນ​ດ້ວຍເຊັ່ນ​ກັນ.

XS
SM
MD
LG