ກະຊວງການຄ້າສະຫະລັດກ່າວວ່າ ສະຫະລັດໄດ້ຍົກເລີກໃບອະນຸຍາດບາງ ສ່ວນສຳລັບການສົ່ງອອກໄປໃຫ້ບໍລິສັດເທັກໂນໂລຈີໃຫຍ່ Huawei ຂອງຈີນ, ເຊິ່ງໄດ້ຮັບການຄັດຄ້ານຈາກປັກກິ່ງໃນວັນພຸດວານນີ້
ສະຖານທູດ ຈີນ ບໍ່ໄດ້ຕອບຕໍ່ການຂໍຄຳເຫັນໃນທັນທີ
ໃນການລົງໂທດທ່ານ, ສານອາຍາຍັງໄດ້ປັບໄໝທ່ານດ້ວຍເງິນ 150 ບາດສຳລັບການໃຊ້ລຳໂພງສຽງດັງ
“ຈີນ ໄດ້ທຳຄວາມກ້າວໜ້າຢ່າງຫຼວງຫຼາຍໂດຍສະເພາະໃນ 10 ປີທີ່ຜ່ານມາ, ແຕ່ເຂົາເຈົ້າແມ່ນໄດ້ເກັບໄວ້ເປັນຄວາມລັບຫຼາຍ.”
ຕຳຫຼວດອອສເຕຣເລຍກ່າວ ໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າກຳລັງສືບສວນວ່າ ເປັນຫຍັງຜູ້ຊາຍອາຍຸ 40 ປີ ທີ່ມີອາການທາງຈິດ ຈຶ່ງເບິ່ງຄືວ່າ ຈະແນ່ເປົ້າໄປທີ່ບັນດາຜູ້ຍິງ ໃນຂະນະທີ່ລາວຍ່າງເລາະ ໃນສູນການຄ້າຢູ່ນະຄອນຊິດນີ ພ້ອມກັບມີດຂະໜາດໃຫຍ່ ທີ່ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະບາດເຈັບອີກຫຼາຍສິບຄົນ
ຊາວບ້ານໃນສູນການຄ້າຂອງມຽນມາແຫ່ງນຶ່ງ ໄດ້ຫລົບໜີຂ້າມຊາຍແດນໄປປະເທດໄທ ໃນວັນອັງຄານວານນີ້ ທ່າມກາງສຽງລະເບີດ ແລະຫລັງຈາກກຸ່ມປະກອບອາວຸດຂອງຊົນເຜົ່າກຸ່ມໜ້ອຍ ກ່າວວ່າ ພວກເຂົາເຈົ້າໄດ້ຍຶດເອົາຖານທັບທະຫານທີ່ສຳຄັນ ຢູ່ໃນບໍລິເວນໃກ້ຄຽງແລ້ວ
ປີກາຍນີ້, ຫ້ອງການສິດທິມະນຸດອົງການສະຫະປະຊາຊາດ ໄດ້ກ່າວວ່າ ຢ່າງໜ້ອຍ 120,000 ຄົນ ໄດ້ຖືກຈັບໃນສະຖານທີ່ການຕົ້ມຕຸນໃນ ມຽນມາ
ໄຂ້ເລືອດອອກ, ເຊິ່ງສາມາດກໍ່ໃຫ້ເກີດໄຂ້ສູງໃນທັນທີ, ເຊິ່ງມີຢູ່ທົ່ວໄປໃນປະ ເທດທີ່ຮ້ອນ ແລະ ຈະເກີດຂຶ້ນສ່ວນໃຫຍ່ໃນເຂດຕົວເມືອງ ແລະ ເຄິ່ງຕົວ ເມືອງ
ລັດຖະບານ ວໍຊິງຕັນ ເຊື່ອວ່າ ມົສກູ ແມ່ນກຳລັງພັດທະນາອາວຸດນິວເຄລຍຕໍ່ຕ້ານດາວທຽມເທິງອະວະກາດ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ໄດ້ເດີນທາງໄປເຖິງ ເກົາຫຼີໃຕ້ ໃນວັນອາທິດວານນີ້ ສຳລັບການຢຸດແວ່ທຳອິດຂອງການຢ້ຽມຢາມ ເອເຊຍ ແບບສັ້ນໆ ເຊິ່ງລວມທັງຟີລິບປິນ
ໃນວັນພຸດວານນີ້, ສະພາຕ່ຳ ສະຫະລັດ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນຶ່ງຢ່າງຖ້ວມລົ້ນທີ່ຈະບັງຄັບໃຫ້ TikTok ຖອນການລົງທຶນຂອງຕົນອອກຈາກບໍລິສັດແມ່ຂອງເຂົາເຈົ້າ ຫຼື ປະເຊີນກັບການຫ້າມໃນທົ່ວປະເທດ
ອົງການສະຫະປະຊາຊາດ ກ່າວໃນບົດລາຍງານສະບັບນຶ່ງທີ່ໄດ້ພິມເຜີຍແຜ່ໃນວັນອັງຄານວານນີ້ວ່າ ຈຳນວນເດັກນ້ອຍໃນທົ່ວໂລກທີ່ເສຍຊີວິດກ່ອນອາຍຸ 5 ປີ ໄດ້ບັນລຸລະດັບຕ່ຳສຸດເປັນປະຫວັດການ ໃນປີ 2022 ໂດຍເປັນຄັ້ງທຳອິດທີ່ມີຜູ້ເສຍຊີວິດໜ້ອຍກວ່າ 5 ລ້ານຄົນ
ຈີນໄດ້ເພີ່ມຄວາມພະຍາຍາມຢ່າງເຂັ້ມງວດໃນການສະກັດຊອບແວທີ່ຊ່ວຍໃຫ້ຜູ້ໃຊ້ອິນເຕີເນັດສາມາດເຂົ້າເຖິງເວັບໄຊທີ່ຖືກຫ້າມ ໃນລະຫວ່າງກອງປະຊຸມທາງການເມືອງລະດັບສູງ ໃນອາທິດນີ້, ຜູ້ໃຫ້ບໍລິການແຖວໜ້າດ້ານຊອບແວທີ່ຫຼີກລ້ຽງການກວດສອບຂໍ້ມູນເຂົ້າ-ອອກ ລະບົບເຄືອຄ່າຍ ກ່າວຕໍ່ AFP
ພັກລັດຖະບານຂອງກຳປູເຈຍ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງສະມາຊິກສະພາສູງ ໃນວັນອາທິດວານນີ້, ເຮັດໃຫ້ອະດີດນາຍົກລັດຖະມົນຕີ ຮຸນ ເຊນ (Hun Sen) ໄດ້ກັບຄືນສູ່ການເມືອງຢ່າງເປັນທາງການ ຫລັງຈາກທີ່ທ່ານໄດ້ກ້າວລົງຈາກຕຳແໜ່ງໃນປີກາຍນີ້, ອີງຕາມອົງການຂ່າວ AFP.
ຈີນ ເວົ້າວ່າເຂົາເຈົ້າແມ່ນບໍ່ເຂົ້າຂ້າງໃຜໃນບັນຫາຂັດແຍ້ງ ຢູເຄຣນ ແຕ່ຖືກຕຳໜິວິຈານສຳລັບການປະຕິເສດທີ່ຈະກ່າວປະນາມ ມົສກູ ສຳລັບການໂຈມຕີຂອງພວກເຂົາ.
ກອງກຳລັງສະຫະລັດ ໃນທະເລແດງ “ປະສົບຜົນສຳເລັດໃນການໂຈມຕີ ປ້ອງກັນຕົນເອງ 5 ຄັ້ງ” ເພື່ອສະກັດກັ້ນການໂຈມຕີທາງບົກ ແລະທາງທະເລ ຈາກເຂດທີ່ຄວບຄຸມໂດຍກຸ່ມຮູຕີ ຂອງເຢເມນ, ທຳນຽບຫ້າແຈ ກ່າວໃນວັນອາທິດ ວານນີ້, ອີງຕາມອົງການຂ່າວເອເອັຟພີ.
ບໍລິເວນໃກ້ໆກັບເກາະດອນຫາດຊາຍສກາໂບໂຣ ໄດ້ກາຍເປັນຈຸດລະເບີດ ລະຫວ່າງປະເທດທັງສອງ ນັບແຕ່ຈີນໄດ້ເຂົ້າຢຶດເອົາຈາກຟີລິບປິນ ໃນປີ 2012
ລັດຖະບານ ແຄນເບີຣາ ເຂົ້າໃຈວ່າໂທດປະຫານຊີວິດຄວນຖືກຫຼຸດລົງມາເປັນຂັງຄຸກຕະຫຼອດຊີວິດ ຫຼັງຈາກໄລຍະສອງປີ, ທ່ານນາງ ວັອງ ກ່າວ
ກອງທັບຂອງ ເກົາຫຼີໃຕ້ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ກວດພົບລູກສອນໄຟນຳວິຖີຫຼາຍລູກຖືກຍິງໃກ້ກັບເຂດນ້ຳຢູ່ບໍລິເວນເຂດ ຊິນໂປ ຂອງເກົາຫຼີເໜືອ
ຕົວເລກທີ່ເປັນທາງການ ໄດ້ສະແດງໃຫ້ເຫັນໃນວັນພຸດວານນີ້ວ່າ ເສດຖະກິດຂອງຈີນໃນປີກາຍນີ້ໄດ້ເຕີບໂຕໃນອັດຕາທີ່ຊ້າທີ່ສຸດໃນຮອບສາມທົດສະວັດທີ່ຜ່ານມາ, ເນື່ອງຈາກໄດ້ຮັບຜົນກະທົບຈາກວິກິດການຊັບສິນທີ່ຊຸດໂຊມ, ການຊົມໃຊ້ທີ່ຊ້າລົງ ແລະ ຄວາມວຸ້ນວາຍໃນໂລກ
ໂຫລດຕື່ມອີກ