ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີທາງອາກາດ ຂອງກຸ່ມອາຫຣັບ ທີ່ເຢເມັນ ດຳເນີນຕໍ່ໄປ ເປັນມື້ທີສີ່


ປ. Abed Rabbo Mansour Hadi (ຂວາ) ພົບປະກັບ ປ. Abdel Fattah al-Sissi ແຫ່ງອີຈິບ, ວັນທີ 27 ມີນາ 2015
ປ. Abed Rabbo Mansour Hadi (ຂວາ) ພົບປະກັບ ປ. Abdel Fattah al-Sissi ແຫ່ງອີຈິບ, ວັນທີ 27 ມີນາ 2015

ບັນດາ​ຜູ້ນຳ​ປະ​ເທດ​ອາຫຣັບ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ
ພາຍ​ໃຕ້​ການ​ນຳພາ​ຂອງ Saudi Arabia ຈະ​ດຳ​ເນີນ​ສືບ​ຕໍ່​ໄປ
​ຈົນເວລາໃດ ​ພວກ​ກະບົດ Houthi ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​
ອີຣ່ານ ຖອນອອກໄປຈາກ​ດິນ​ແດນ​ທີ່​ພວກ​ເຂົາ​ໄດ້​ຍຶດ​ເອົາ​ ແລະ
​ຍອມ​ຈຳນົນ.

ບັນດາ​ຜູ້ນຳ​ເຫຼົ່າ​ນີ້ ​ໄດ້​ມີ​ຄຳຖະ​ແຫຼ​ງ​ດັ່ງກ່າວ ​ໃນ​ເວລາ​ອັດ​ກອງ​
ປະຊຸມ​ສຸດ​ຍອດ​ຂອງ​ສັນນິບາດ​ຊາດ​ອາຫຣັບ ​ທີ່​ເມືອງ Sharm
-el-Sheik ຂອງ​ອີ​ຈິບ ​ໃນ​ວັນ​ອາທິດ​ມື້​ນີ້.

​ໃນ​ການ​ຖະ​ແຫຼງ​ຕໍ່​ກອງ​ປະຊຸມ​ໃນວັນ​ເສົາ​ວານ​ນີ້ ປະທານາທິບໍດີ Abd-Rabbu Mansour Hadi ​ແຫ່ງ​ເຢ​ເມັນ ​ໄດ້​ປະນາມ​ພວກShi’ites ທີ່​ຕໍ່ຕ້ານ​ທ່ານ​ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ສະມາຊິກ​ຂອງ​ກຸ່ມ​ຊົນເຜົ່າ​ Houthi ​ໃນ​ເຢ​ເມັນ​ວ່າ ​ເປັນ “ຫຸ່ນ” ​ແລະ​ “ລູກ​ແຫຼ້ງ​ຕີນ​ມື” ຂອງ​ອີຣ່ານ. ​ແຕ່​ອີຣ່ານຢືນຢັນ​ວ່າ ຕົນ​ບໍ່​ໄດ້​ໃຫ້​ເງິນທຶນ ຫຼື​ເຝິກ​ແອບ​ພວກ​ກຳລັງ Shi’ite ​ໃນ​ເຢ​ເມັນ​ນັ້ນ.

ບັນດາ​ຜູ້ນຳ​ໃນ​ກອງ​ປະຊຸມ​ສຸດ​ຍອດ ​ຍັງໄດ້​ຕົກ​ລົງ​ ທີ່​ຈະຈັດ​ຕັ້ງ​ກຳລັງ​ຮ່ວມອາຫຮັບ​ຂຶ້ນ ​ເພື່ອ
ຮັບ​ມື​ກັບ​ການ​ຂົ່ມຂູ່​ດ້ານ​ຄວາມ​ປອດ​ໄພ​ທີ່​ກຳລັງ​ເພີ້​ມທະວີຂຶ້ນ​ເລື້ອຍໆ​ໃນ​ພາກ​ພື້ນ​ນັ້ນ.
ຄາດ​ວ່າ ການ​ເຮັດ​ລາຍ​ລະອຽດ ກ່ຽວ​ກັບ​ອົງ​ປະກອບ ​ແລະ​ໂຄງ​ຮ່າງຂອງ​ກອງ​ກຳລັງ​ຮ່ວມ
ດັ່ງກ່າວ​ຂຶ້ນ ​ຈະ​ໃຊ້​ເວລາ​ຫຼາຍ​ເດືອນ.

​ໃນ​ຂະນະ​ດຽວ​ກັນ ຝູງ​ເຮືອບິນ​ລົບ ພາຍ​ໃຕ້​ການ​ນຳພາ​ຂອງ Saudi Arabia ກໍ​ໄດ້​ສືບ​ຕໍ່​
ໂຈມ​ຕີ​ເປົ້າ​ໝາຍຕ່າງໆ​ໃນ​ພາກ​ໃຕ້​ຂອງ​ເຢ​ເມັນ ​ເປັນ​ມື້ທີ​ສີ່​ລຽນຕິດ ​ໃນວັນອາທິດ​ມື້​ນີ້.
ກຸ່ມ​ປະສົມ​ອາຫຣັບ ກ່າວ​ວ່າ ບັດ​ນີ້ ຕົນ​ໄດ້​ຄວບ​ຄຸມ​ທາງ​ອາກາດ​ທັງ​ໝົດ​ໃນ​ເຂດ​ນ່ານຟ້າ​
ຂອງ​ເຢ​ເມັນ ຫຼັງ​ຈາກ​ທຳລາຍ​ພວກ​ລູກ​ສອນ​ໄຟ​ຕໍ່ຕ້ານ​ອາກາດ​ສະຍານ​ຈາກ​ພາກ​ພື້ນ​
ດິນຂອງ​ກຸ່ມ Houthi ເກືອ​ບທັງ​ໝົດ​ແລ້ວໃນ​ຄັງ​ອາ​ວຸດ​ໃນ​ເຂດ​ອ້ອມ​ແອ້ມ​ເມືອງ Aden ​
ແລະ​ນະຄອນຫຼວງ Sana’a ນັ້ນ. ລາຍ​ງານ​ຂ່າວ​ຈາກ​ເມືອງ Aden ເອງໃນ​ວັນ​ເສົາວານ​
ນີ້ ກ່າວ​ເຖິງສະພາວະ​ວຸ້ນວາຍ​ແລະ​ສັບສົນ​ທາງ​ພາກ​ພື້ນ​ດິນ ​ໂດຍ​ມີ​ພວກ​ລັກຂະ​ໂມ​ຍປຸ້ນ​
ສະດົມ​ເອົາ​ສິ່ງ​ຂອງ​ໃນ​ສະຖານ​ທີ່ແຫ່ງ​ຕ່າງໆ​ຂອງ​ລັດຖະບານ ​ແລະ​ພວກ​ທະຫານ​ຂອງ
​ເຢ​ເມັນໄດ້ຫັນປ່ຽນຄວາມ​ຈົງ​ຮັກ​ພັກດີ​ຂອງ​ພວກ​ເຂົາ​ເຈົ້າ ​ໄປ​ຍັງ​ຝ່າຍ​ກະບົດ.

​ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ບັນດາ​ນັກ​ການ​ທູດ​ນາໆ​ຊາດ ​ແລະ​ພວກ​ເຈົ້າໜ້າ​ທີ່​ສະຫະ​ປະ
ຊາຊາດ ​ໄດ້​ພາກັນ​ຫຼົບໜີ​ຈາກ​ເມືອງ Aden ​ເມືອງ​ໃຫຍ່​ທິ່ສຳຄັນ​ໃນ​ພາກ​ໃຕ້​ຂອງ​ເຢ​ເມັນ
ທີ່​ເປັນ​ຈຸດ​ຂອງ​ການ​ສູ້​ລົບ​ກັນໃນ​ເວລາ​ນີ້.

Yemen
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG