ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ຈະບໍ່ພົບປະກັບ ນາຍົກອິສຣາແອລ ຜູ້ທີ່ ຖືກເຊື້ອເຊີນ ມາລັດຖະສະພາ ໂດຍປະທານສະພາຕ່ຳ


White House Has Cool Reaction to Congress’ Invitation to Netanyahu
please wait

No media source currently available

0:00 0:03:40 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ບໍ່​ພົບ
​ປະ​ກັບ ນາ​ຍົກ​ລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin
Netanyahu ​ໃນ​ເວລາ​ທ່ານ​ມາ​ຢ້ຽມຢາມ​ວໍ​ຊິ​ຕັນ ​ໃນ​ເດືອນ​ມີນາ
​ຈະມາ​ເຖິງນີ້ ເພື່ອ​ກ່າວ​ຄຳ​ປາ​ໄສ ຢູ່ໃນກອງ​ປະ​ຊຸມ​ຮ່ວມ ຂອງ​ລັດ
ຖະສະພາ​ສະຫະລັດນັ້ນ. ປະທານ​ສະພາ​ຕ່ຳ​ ທ່ານ John
Boehner ສັງກັດ​ພັກຣີພັບ​ບລີກັນ ​ໄດ້​ປະກາດ​ການ​ເຊື້ອ​ເຊີນຕໍ່
ທ່ານ Netanyahu ​ແລະ ກ່າວວ່າ ທ່ານ ບໍ່​ໄດ້​ປຶກສາ​ຫາ​ລື​ກັບ​
ທຳນຽບຂາວ ລ່ວງ​ໜ້າ. ຫຼາຍໆ​ຄົນ​ເຫັນ​ວ່າ ການ​ເຊື້ອ​ເຊີນ​ນັ້ນ
​ແມ່ນ​ເປັນ​ການຕອບໂຕ້ ​ນະ​ໂຍບາຍການ​ທູດສາກົນ ຂອງປະທາ
ນາທິບໍດີ ໂອ​ບາ​ມາ ​ເພື່ອ​ຫັນປ່ຽນ​ໂຄງການ​ນິວ​ເຄລຍ ຂອງ​ອີຣ່ານ
​ໂດຍ​ສະມາຊິກສະພາ​ສັງກັດ​ພັກຣີພັບ​ບລີກັນ. ຜູ້​ສື່​ຂ່າວວີ​ໂອ​ເອ
Cindy Saine ມີ​ລາຍ​ງານ​ ຈາກລັດຖະສະພາ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ປະທາ​ນາທິບໍດີ​ໂອ​ບາ​ມາ ​ແ​ລະ ນາຍົກລັດຖະມົນຕີອິສຣາ​ແອ​ລ ບໍ່​ເຫັນ​ດີ​ນຳ​ກັນ ​ໃນ​ວິທີ
ທາງ​ທີ່​ດີ​ທີ່​ສຸດ ທີ່​ຈະຢັບຢັ້ງອີຣ່ານ ບໍ່​ໃຫ້​ໄດ້​ມາ​ຊຶ່ງ​ອາວຸດ​ນິວ​ເຄລຍ. ທ່ານ Netanyahu ມີ
​ຄວາມ​ບໍ່​ແນ່​ໃຈ ກ່ຽວ​ກັບ​ການ​ແນຈຸດ​ເພັ່ງ​ເລັງໃສ່ການ​ທູດສາກົນ ຂອງ​ທ່ານ ​ໂອ​ບາ​ມາ.

​ໂດຍການ​ເຈລະຈາ​ຂັ້ນ​ສາກົນ ກັບ​ອີຣ່ານ ຊຶ່ງ​ກຳນົດ​ຈະ​ເລີ້ມ​ຄືນ​ອີກ ​ໃນ​ເດືອນກຸມພາ ​ທີ່
​ຈະ​ມາ​ເຖິງນີ້ ພວກ​ຜູ້ນຳ​ລັດຖະສະພາ​ສະຫະລັດ​ບາງ​ທ່ານ ກໍ​ເກີດໝົດ​ຄວາມອົດທົນ
ເຊັ່ນກັນ. ປະທານ​ສະພາ​ຕ່ຳ​ທ່ານ John Boehner ສັງກັດ​ພັກຣີພັບ​ບລີກັນ ​ໄດ້​ສ້າງ​ຄວາມ​ຕົກຕາ​ລຶງ ​ໃຫ້​ແກ່ຫຼາຍໆ​ທ່ານ ​ໂດຍ​ເຊື້ອ​ເຊີນ​ຜູ້ນຳ​ອິສຣາ​ແອ​ລ ມາ​ກ່າວ​ຄຳ​ປາ​ໄສ​ຕໍ່​ ລັດຖະສະພາ ຊຶ່ງ​ທ່ານກ່າວ​ວ່າ ກ່ຽວ​ກັບ​ການ​ຂົ່ມຂູ່​ ຈາກໂຄງການ​ນິວເຄລຍ ຂອງອີຣ່ານ
​ແລະ ພວກຫົວ​ຮຸນ​ແຮງ​ອິສລາມ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu, ວັນທີ 14 ທັນວາ 2014.
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu, ວັນທີ 14 ທັນວາ 2014.

ທ່ານ Boehner ​ເວົ້າວ່າ “ຂ້າພະ​ເຈົ້າບໍ່​ໄດ້​ປຶກສາ​ຫາລື​ ກັບ
​ທຳນຽບຂາວ. ລັດຖະສະພາ ສາມາດ​ຕັດສິນ​ໃຈເລື້ອງ​ນີ້​ໄດ້
ດ້ວຍ​ຕົນ​ເອງ. ມັນມີການ​ຂົ່ມຂູ່​ ທີ່​ຮ້າຍແຮງ​ປາກົດ​ຢູ່​ໃນ​ໂລກ
​ແລະ ເມື່ອ​ຄ່ຳ​ຄືນ​ທີ່​ຜ່ານ​ມາ​ ປະທານາທິບໍດີ ບໍ່ໃຫ້​ຄວາມ​ສຳ
ຄັນ​ເລີຍ ພຽງ​ແຕ່​ເບິ່ງໄປ​ເປັນ​ພຽງເຜີນ​ໆ​ຊື່ໆ.”

​ໂຄສົກ​ທຳນຽບຂາວ ກ່າວ​ວ່າ ປະທານາທິບໍດີ ຈະ​ບໍ່​ພົບ​ປະ​ກັບ
ທ່ານ Nethanyahu ​ເພາະວ່າ ມັນ​ເປັນ​ເວລາ​ໃກ້ໆ​ກັບໄລຍະ
ການ​ເລືອກຕັ້ງຂອງ​ອິສຣາ​ແອ​ລ ​ໃນ​ທ້າ​ຍ​ເດືອນ​ມີນານີ້.

ທ່ານ​ນາງ Nancy Pelosi ຜູ້ນຳ​ສະພາ​ຕ່ຳ​ສຽງ​ສ່ວນ​ນ້ອຍ ສັງກັດ
ພັກເດ​ໂມ​ແຄຣັດ ກໍຍັງ​ມີ​ຂໍ້​ສົງ​ໄສ ກ່ຽວ​ກັບວາລະຂອງ​ການ​ຢ້ຽມຢາມນີ້ເຊັ່ນ​ກັນ.

ທ່ານ​ນາງ Pelosi ​ເວົ້າວ່າ “ການກ່າວ​ຄຳ​ປາ​ໄສທີ່​ວ່າ​ນີ້ ຈະ​ມີ​ຂຶ້ນ​ພາຍ​ໃນ​ສອງ​ອາທິດ​
ກ່ອນການ​ເລືອກ​ຕັ້ງ​ໃນ​ອິສຣາ​ແອ​ລ. ຂ້າພະ​ເຈົ້າ ບໍ່​ຄິດ​ວ່າ ​ມັນເປັນ​ການ​ເໝາະສົມ​ ສຳ​ຫລັບ​ປະ​ເທດ​ໃດໆ​ກໍ​ຕາມ.”

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຫາ​ທາງ​ທີ່​ຈະ​ເຮັດ​ໃຫ້ເຫັນ​ວ່າ
ເລື້ອງ​ນີ້​ເປັນ​ເລື້ອງ​ບໍ່​ສຳຄັນ ຊຶ່ງຫຼາຍ​ຄົນ​ເຫັນ​ວ່າ ​ເປັນ​ການ​ບໍ່​ເຫັນ​ພ້ອມກັບປະທານາທິບໍດີ
​ໂອ​ບາ​ມາ.

ປະທານ​ສະພາ​ຕ່ຳ​ ທ່ານ John Boehner ສັງກັດ​ພັກຣີພັບ​ບລີກັນ ​ໄດ້​ປະກາດ​ການ​ເຊື້ອ​ເຊີນຕໍ່ ທ່ານ Netanyahu ມາລັດຖະສະພາ ໂດຍບໍ່ປຶກສາຫາລືກັບ ທຳນຽບຂາວ.
ປະທານ​ສະພາ​ຕ່ຳ​ ທ່ານ John Boehner ສັງກັດ​ພັກຣີພັບ​ບລີກັນ ​ໄດ້​ປະກາດ​ການ​ເຊື້ອ​ເຊີນຕໍ່ ທ່ານ Netanyahu ມາລັດຖະສະພາ ໂດຍບໍ່ປຶກສາຫາລືກັບ ທຳນຽບຂາວ.

ທ່ານ Kerry ​ເວົ້າວ່າ “ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ນາຍົກ
ລັດຖະມົນຕີ​ອິສຣາ​ແອ​ລ ທີ່​ຈະ​ມາ ​ແລະ​ກ່າວ​ຄຳ​ປາ​ໄສ
​ໃນ​ອາ​ເມຣິກາ ​ເວລາ​ໃດ​ກໍ​ໄດ້. ເປັນ​ທີ່​ຈະ​ແຈ້ງວ່າ ມັນ​ຜິດ
​ປົກກະຕິ​ໜ້ອຍ​ນຶ່ງ ທີ່​ໄດ້​ຮຽນ​ຮູ້ວ່າ ການ​ເຊື້ອ​ເຊີນ ​ໄດ້​ໄປ
ຈາກຫ້ອງການ ຂອງ​ປະທານສະພາ​ຕ່ຳ. ​ນັ້ນໝາຍ​ຄວາມ​
ວ່າ ຜູ້​ໃດ​ກໍຮູ້​ວ່າ ​ເລື້ອ​ງຂອງ​ອີຣ່ານ ​ມັນແມ່ນຢູ່​ໃນ​ຈິດ​ໃຈ
ຂອງທຸກໆຄົນ​.”

ທ່ານ​ນາງ Pelosi ກ່າວ​ວ່າ ປະທານາທິບໍດີ ​ມີ​ແຜນ​ທີ່​ຈະຢັບຢັ້ງ
ອີຣ່ານ ບໍ່​ໃຫ້​ພັດທະນາອາວຸດ​ນິວ​ເຄລຍ ​ແລະ ລັດຖະສະພາ
ຕ້ອງ​ໄດ້ໂຈະ​ໄວ້ ການ​ລົງ​ຄະ​ແນນ​ສຽງ ທີ່​ສະ​ເໜີ​ໄປ ​ເພື່ອ​ວາງ​ມາດ
​ຕາ​ການ​ລົງ​ໂທດ​ ໃສ່​ອີຣ່ານຕື່ມ​ອີກ.

ທ່ານ​ນາງ Pelosi​ ​ເວົ້າວ່າ “ການ​ເຈລະຈາ ອາດ​ເປັນ​ຜົນສຳ​ເລັດ ຫຼື ບໍ່​ກໍ​ເປັນ​ໄດ້. ​
ແຕ່​ວ່າ​ພວກ​ເຮົາກໍ​ບໍ່​ຢາກ​ໃຫ້​ມັນລົ້ມ​ແຫລວ ຍ້ອນວ່າ​ລັດຖະສະພາ ຢາກ​ຈະ​ເບັ່ງ​
ກ້າມຂອງ​ຕົນ ຊຶ່ງບໍ່ມີ​ຄວາມ​ຈຳ​ເປັນ​ເລີຍ.”

ແຕ່​ຜູ້​ແທນ​ສະພາ​ສູງ​ສັງກັດ​ພັກ​ເດ​ໂມ​ແຄຣັດ ທ່ານ Robert Menendez ​ແມ່ນບໍ່​ເຫັນ​ດີ​ນຳ.

ທ່ານ Menendez ​ເວົ້າວ່າ “ອີຣ່ານ ຕ້ອງ​ຮັບ​ຮູ້​ວ່າ ຈະ​ມີ​ຜົນ​ສະທ້ອນຕ່າງໆ ​ຖ້າວ່າມີ​
ການລົ້ມ​ແຫລວ ບັດ​ນີ້ ມີ​ບາງ​ສ່ວນຂອງ​ພວກ​ເຮົາ ​ເຊື່ອ​ວ່າ ຜົນ​ສະທ້ອນ​ເຫຼົ່ານັ້ນ​
ແຫຼ໊ະ ຄວນຈະ​ແມ່ນການ​ລົງໂທດເພີ້​ມຕື່ມ​ອີກ.”

ທ່ານ Steve Billet ຈາກ​ມະຫາວິທະຍາ​ໄລ George Washington ກ່າວ​ວ່າ ລັດຖະ
ສະພາ ມີ​ບົດບາດ​ໃນ​ການ​ສ້າງ​ນະ​ໂຍບາຍ​ຕ່າງປະ​ເທດ ​ແຕ່​ຫາກ​ວ່າ ການ​ກ່ຽວ​ພັນ​ຂອງ​ລັດຖະສະພາ​ນັ້ນ ອາດເຮັດ​ໃຫ້ການ​ພົວພັນ​ ທາງ​ການ​ທູດ​ທີ່​ດຳເນີນ​ຢູ່​ນັ້ນ ມີ​ຄວາມຫຍຸ້ງຍາກ​.

ທ່ານ Billet ​ເວົ້າ​ວ່າ “ຂ້າພະ​ເຈົ້າບໍ່​ແນ່​ໃຈ​ວ່າ ໝົດ​ທຸກ​ສິ່ງ​ນີ້ ຈະ​ອອກ​ມາ​ໃນ​ຮູບ​ໃດ ​
ເວລາມີການ​ເຈລະຈາ​ກັນ ມັນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ​ເງື່ອນ​ໄຂອັນ​ປ່ຽນ​ແປງ​
ເລື້ອຍໆ​ ທີ່​ສັບສົນ​ ສຳລັບ​ພວກ​ຄົນ​ຜູ້​ທີ່ ກ່ຽວ​ພັນ​ກັບ​ການ​ເຈລະຈານັ້ນ ​ໃຫ້​ມີ​ເລື້ອງ​
ບັນຫາ​ສະ​ເພາະນີ້​ ປົກ​ຄຸມການ​ເຈລະຈາ​. ​ເວລາ​ລັດຖະສະພາ ນຳ​ເອົາ​ຕົນ​ເຂົ້າ​
ໄປຢູ່​ໃນ​ສະຖານະ​ການ ຄື​ກັບ​ເລື້ອງ​ນີ້​ແລ້ວ ມັນຍິ່ງ​ຈະເພີ້​ມຄວາມ​ບໍ່​ແນ່ນອນຂຶ້ນ​
ຕື່ມ.”

​ຢູ່ໃນທັດສະນະ​ຄວາມ​ຄິດ​ທີ່​ຜິດ​ປົກກະຕິ​ອັນນຶ່ງ​ໃນ ໜັງສື​ພິມ The Washington Post
ທີ່​ມີ​ຂໍ້ຄວາມ​ວ່າ ບັນດາລັດຖະມົນຕີຕ່າງປະ​ເທດ ຂອງສະຫະພາບ​ຢູ​ໂຣບ​ ເຢຍຣະມັນ
ຝຣັ່ງ ​ແລະ ອັງກິດ ກ່າວ​ວ່າ ການ​ລົງ​ໂທດເພີ້​ມ​ຕື່ມ​ໃດໆ​ ຕໍ່​ອີຣ່ານ​ໃນ​ຂະນະ​ນີ້ ຈະ​ເປັນ​
ອັນຕະລາຍ​ຕໍ່​ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ ​ໃນ​ຊ່ວງ​ຈຸດ​ເຊື່​ອມຕໍ່​ທີ່ສຳຄັນ​ນີ້. ພວກ​
ເຂົາ​ເຈົ້າ ຂໍ​ຮ້ອງ​ໃຫ້​ໝົດ​ທຸກ​ຄົນ ຈົ່ງ​ໃຫ້​ໂອກາດ​ທາງ​ການ​ທູດຕື່ມເສຍກ່ອນ.

The White House says President Barack Obama will not meet with Israeli Prime Minister Benjamin Netanyahu when he visits Washington in March to address a joint meeting of the U.S. Congress.Republican House Speaker John Boehner announced the invitation to Mr. Netanyahu, and said that he did not consult with the White House in advance.Many see the invitation as a rebuke by congressional Republicans to President Obama's policy of international diplomacy to curb Iran's nuclear program. VOA's Cindy Saine has the story from Capitol Hill.

President Obama and Israeli Prime Minister Netanyahu do not agree on the best way to keep Iran from obtaining a nuclear weapon. Mr. Netanyahu is skeptical of Mr. Obama's focus on international diplomacy.

With the international talks with Iran set to resume in February, some U.S. congressional leaders also are growing impatient.Republican House Speaker John Boehner surprised many by inviting the Israeli leader to speak to Congress, as he said, about the threats posed by Iran's nuclear program and radical Islam.

(JOHN BOEHNER, SPEAKER, HOUSE OF REPRESENTATIVES)
"I did not consult with the White House.The Congress can make this decision on its own.There is a serious threat that exists in the world, and the president last night kind of papered over it."

A White House spokesman said the president will not meet with Mr. Netanyahu because of the proximity of Israeli elections, later in March.

Democratic House Minority leader Nancy Pelosi also questioned the timing of the visit.

(NANCY PELOSI, HOUSE DEMOCRATIC MINORITY LEADER)
"This presentation will take place within two weeks of the election in Israel.I don't think that is appropriate for any country."

Secretary of State John Kerry sought to play down what many view as a snub to President Obama.

(JOHN KERRY, US SECRETARY OF STATE)
"We welcome the prime minister of Israel to come and speak in America any time. Obviously, it is a little unusual to learn of an invitation from the speaker's office. That said, everybody knows that the subject of Iran is much on people's minds."

The president has a plan to keep Iran from developing a nuclear weapon, Pelosi said, and Congress needs to hold off on proposed votes to impose additional sanctions on Iran.

(NANCY PELOSI, HOUSE DEMOCRATIC MINORITY LEADER)
"It (negotiations) may or may not succeed.But we cannot have it fail because Congress wants to flex its muscle unnecessarily."

But Democratic Senator Robert Menendez disagrees.

(SENATOR ROBERT MENENDEZ, DEMOCRAT)
"Iran needs to know that there will be consequences for failure - now some of us believe those consequences should be additional sanctions."

Steve Billet of George Washington University says Congress has a role to play in shaping U.S. foreign policy, but its involvement could complicate ongoing diplomacy.

(STEVE BILLET, GEORGE WASHINGTON UNIVERSITY)
"I'm not quite sure how all of this plays out when it comes to the negotiations - it's clearly a confounding variable for the people who are involved in the negotiations to have these particular issues overhanging the negotiations. When the Congress insinuates itself into a situation like this, it really increases the sort of the uncertainty."

In an unusual opinion piece for The Washington Post, the foreign secretaries of the European Union, Germany, France and Britain said any additional sanctions on Iran now would jeopardize international efforts at a critical juncture.They appealed to everyone to give diplomacy a chance.

XS
SM
MD
LG