ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ສະຫະລັດ ຍັງຄົງມຸ່ງໝັ້ນທາງດ້ານການທູດ ເຖິງແມ່ນ ເກົາຫຼີເໜືອ ຈະຍົກລະດັບທາງດ້ານນິວເຄລຍ ກໍຕາມ


ທ່ານກິມ ຈົງ ອຶນ ຢ້ຽມຢາມມະຫາວິທະຍາໄລທະຫານ ກິມ ອີລ ຊຸງ ໃນນະຄອນຫຼວງພຽງຢາງ ລະຫວ່າງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບເກົາຫຼີເໜືອ ຄົບຮອບ 92 ປີ, ວັນທີ 25 ເມສາ 2024. (Korean Central News Agency photo via AFP)
ທ່ານກິມ ຈົງ ອຶນ ຢ້ຽມຢາມມະຫາວິທະຍາໄລທະຫານ ກິມ ອີລ ຊຸງ ໃນນະຄອນຫຼວງພຽງຢາງ ລະຫວ່າງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບເກົາຫຼີເໜືອ ຄົບຮອບ 92 ປີ, ວັນທີ 25 ເມສາ 2024. (Korean Central News Agency photo via AFP)

ສະຫະລັດ​ກ່າວ​ວ່າ ຕົນ​ໄດ້​ພະຍາຍາມ​ພົວພັນ​ກັບ​ເກົາຫຼີ​ເໜືອ ​ໂດຍ​ການ​ສົ່ງ​ຂໍ້​ຄວາມ​ໄປຫາດ້ວຍຫຼາຍວີທີທາງຊ້ຳ​ແລ້ວ​ຊ້ຳ​ອີກ​ ​ເຖິງ​ແມ່ນພຽງ​ຢາງ​ຈະ​ບໍ່​ສົນ​ໃຈ​ໃນ​ການ​ສົນທະນາ​ກັບ​ວໍ​ຊິງ​ຕັນກໍຕາມ ​ໃນ​ຂະນະ​ທີ່ການ​ຂົ່ມຂູ່​ຢູ່ໃນ​ພາກ​ພື້ນນັ້ນ ກໍາລັງເພີ້ມທະວີຂຶ້ນ.

“ພວກເຮົາໄດ້ສົ່ງຂໍ້ຄວາມດັ່ງກ່າວນັ້ນໃນຫຼາຍວິທີ ໂດຍຜ່ານພາກສ່ວນທີສາມ ແລະໂດຍກົງ, ທາງຄໍາເວົ້າ ແລະທາງລາຍລັກອັກສອນ ພ້ອມທັງໄດ້ລວມເອົາຂໍ້ ສະເຫນີທີ່ສະເພາະເຈາະຈົງກ່ຽວກັບການດໍາເນີນງານຮ່ວມມືທາງດ້ານມະນຸດສະທໍາ ແລະຫົວຂໍ້ອື່ນໆ ເພື່ອສົນທະນາຫາລື,” ອີງຕາມການກ່າວຂອງໂຄສົກກະ ຊວງການຕ່າງປະເທດ.

“ພວກ​ເຮົາ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ພວກ​ເຮົາ ​ທີ່​ຈະ​ປຶກສາ​ຫາລື ກ່ຽວກັບບາດກ້າວຕ່າງໆສໍາລັບການ​ດໍາເນີນງານ ​ທີ່​ທັງ​ສອງ​ຝ່າຍ​ສາມາດປະຕິ ບັດ ​ເພື່ອ​ແກ້​ໄຂ​ສະຖານະ​ການທາງດ້ານ​ຄວາມ​ໝັ້ນຄົງຢູ່​ໃນ​ພາກ​ພື້ນ,” ອີງຕາມ ທ່ານໂຄສົກກະຊວງທີ່ໄດ້ສືບຕໍ່ຂຽນອີເມລຫາ VOA ພະແນກພາສາເກົາຫຼີ ໃນວັນທີ 26 ເມສາ ທີ່ຜ່ານມາ.

“ແນວໃດ​ກໍ​ຕາມ, ມາ​ຮອດ​ປັດ​ຈຸ​ບັນນີ້, ສປປ ເກົາຫຼີ ຫຼື DPRK ບໍ່ໄດ້ສະແດງ ອອກເຖິງຄວາມສົນໃຈຂອງຕົນ ໃນການພົວພັນກັບສະຫະລັດ, ພວກເຮົາໄດ້ ເຫັນຂອບເຂດ ແລະຂະຫນາດຂອງການຍຸ​ແຍ່ທີ່ເພີ້ມຂຶ້ນຂອງ ສປປ ເກົາຫຼີ ແທນ. ​ເຊິ່ງພຽງ​ແຕ່ຈະ​ເພີ້ມຄວາມ​ເຄັ່ງ​ຕຶງຢູ່​ໃນ​ພາກ​ພື້ນ ​ແລະ​ເພີ້ມ​ຄວາມ​ສ່ຽງ​ໃນການ​ເກີດ​ອຸບັດຕິເຫດ ຫຼື ຄວາມສ່ຽງທີ່ເພີ້ມຂຶ້ນແບບບໍ່ໄດ້ຕັ້ງໃຈ.”

Failed Hanoi Summit Could Reset Productive Nuclear Talks
please wait

No media source currently available

0:00 0:02:19 0:00

ຊື່​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ ​ແມ່ນ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ຊົນ ​ປະ​ຊາທິປະໄຕເກົາ​ຫຼີ ຫຼື DPRK.

ເກົາຫຼີເໜືອ ໄດ້ດໍາເນີນການທົດລອງ​ລູກ​ສອນ​ໄຟຂີປະນາວຸດ ແລະ ຈະຫຼວດ ຫຼາຍໆຄັ້ງ, ລວມທັງອັນທີ່ຕົນກ່າວວ່າ ເປັນການຊ້ອມລົບຕ້ານນິວເຄລຍຄັ້ງທຳ ອິດ ໂດຍໃຊ້ລູກຈະຫຼວດປືນໃຫຍ່ທີ່ມີ “ຂະໜາດໃຫຍ່ຫຼາຍ” ເຊິ່ງບັນຈຸຫົວລົບ ນິວເຄລຍ ໃນວັນທີ 22 ເມສາ ທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG