ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໓ ມິຖຸນາ ໒໐໒໔

ສະມາຊິກລັດຖະສະພາສະຫະລັດ ກຳລັງຈະໝົດເວລາ ທີ່ຈະຮັບຜ່ານງົບປະມານ ການຊ່ວຍເຫຼືອຢູເຄຣນ, ແລະ ການຮັກສາຄວາມປອດໄພຊາຍແດນ

ສະມາຊິກສະພາສະຫະລັດ ທ່ານລິບຊີ ແກຣມ ຈາກຄາໂຣໄລນາໃຕ້, ຄຽງຂ້າງໂດຍສະມາຊິກສະພາ ຈອນ ຄໍນິນ ຈາກເທັກຊັສ ແລະສະມາຊິກສະພາ ເຄທີ ບຣິຕ ຈາກອາລາບາມາ, ກ່າວຕໍ່ນັກຂ່າວຂະນະທີ່ພວກເຂົາວິພາກວິຈານນະໂຍບາຍຂອງປະທານາທິບໍດີ ໂຈ ໄບເດັນ ກ່ຽວກັບຊາຍແດນສະຫະລັດ-ແມັກຊີໂກ, ຢູ່ຫໍສະພາ ໃນວໍຊິງຕັນ ໃນວັນທີ 7 ທັນວາ 2023.

ເຫຼືອເວລາເຮັດ​ວຽກອີກພຽງ 4 ມື້ ກ່ອນວັນພັກຍາວ, ລັດຖະສະພາສະຫະລັດ ຍັງບໍ່​ຮັບຜ່ານຄຳຮ້ອງຂໍການຊ່ວຍເຫຼືອຢູເຄຣນ ມູນຄ່າ 60 ຕື້ໂດລາ ຂອງທຳນຽບຂາວ.

ບັນດາສະມາຊິກລັດຖະສະພາກຳລັງຈະໝົດເວລາ ໃນການເຈລະຈາຂໍ້ຕົກລົງດ້ານຄວາມປອດໄພຊາຍແດນ ທີ່ພັກຣີພັບບລີກັນ ກ່າວວ່າ ຈະຕ້ອງຖືກລວມເຂົ້ານຳ ເພື່ອເອົາຊະນະຄວາມກັງວົນຂອງພວກເຂົາເຈົ້າ ກ່ຽວກັບການໃຫ້ທຶນສະໜັບສະໜູນແກ່ການຂັດແຍ້ງໃນຕ່າງປະເທດ ໃນຂະນະທີ່ປະໃຫ້ບູລິມະສິດພາຍໃນປະເທດ ບໍ່ໄດ້ຮັບການແກ້ໄຂ.

ສະມາຊິກສະພາສູງຂອງພັກຣີພັບບລີກັນ ທ່ານ ລິນຊີ ແກຣມ (Lindsey Graham) ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ວ່າ "ນີ້ເປັນເລື້ອງກ່ຽວກັບການຮັກສາຄວາມປອດໄພຂອງຊາຍແດນຂອງພວກເຮົາ ເພື່ອໃຫ້ພວກເຮົາສາມາດຊ່ວຍເຫຼືອພັນທະມິດຂອງພວກເຮົາໄດ້."

ທ່ານ ແກຣມ (Graham) ຮຽກຮ້ອງໃຫ້ປະທານາທິບໍດີ ໂຈ ໄບເດັນ ບັງຄັບໃຊ້ກົດຫມາຍຄົນເຂົ້າເມືອງທີ່ມີຢູ່, ໂດຍກ່າວວ່າທ່ານຈະບໍ່ກັບຄືນໄປລັດຄາໂຣໄລນາໃຕ້ ເຊິ່ງເປັນບ້ານເກີດຂອງທ່ານ ເພື່ອ "ພະຍາຍາມອະທິບາຍວ່າເປັນຫຍັງທ່ານຈຶ່ງຊ່ວຍຢູເຄຣນ, ໄຕ້ຫວັນ ແລະອິສຣາແອລ ແລະບໍ່ເຮັດຫຍັງເພື່ອຮັກສາເຂດຊາຍແດນຂອງພວກເຮົາເອງ. ຂ້າພະເຈົ້າຈະຊ່ວຍພັນທະມິດຂອງພວກເຮົາທຸກຄົນ, ແຕ່ພວກເຮົາຕ້ອງຊ່ວຍຕົວພວກເຮົາເອງກ່ອນ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG