ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໒ ພຶດສະພາ ໒໐໒໔

ສານ​ສູງ​ສຸດ​ ພິ​ຈາ​ລະ​ນາ​ການ​ຮຽກ​ຮ້ອງ​ຂອງ​ທ່ານ ທຣຳ ກ່ຽວ​ກັບ​ການ​ຄຸ້ມກັນ​ທາງ​ອາ​ຍາ


ແຟ້ມພາບ - ອາຄານສານສູງສຸດ ໄດ້ຖືກເຫັນຢູ່ໃນວໍຊິງຕັນ, ວັນທີ 30 ກັນຍາ 2022.
ແຟ້ມພາບ - ອາຄານສານສູງສຸດ ໄດ້ຖືກເຫັນຢູ່ໃນວໍຊິງຕັນ, ວັນທີ 30 ກັນຍາ 2022.

ສານສູງສຸດ, ໃນວັນພະຫັດວານນີ້ ປາກົດວ່າມີຄວາມສົງໄສຕໍ່ການກ່າວອ້າງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າ ທ່ານ ໄດ້ຮັບການຄຸ້ມກັນ (ຍົກເວັ້ນ) ໂທດຢ່າງຮອບດ້ານຈາກການຖືກດຳເນີນຄະດີອາຍາ ສຳລັບການກະທຳທີ່ເປັນທາງການທີ່ທ່ານໄດ້ເຮັດ ໃນຂະນະທີ່ດຳລົງຕຳແໜ່ງ, ແຕ່ຜູ້ພິພາກສາຫຼາຍທ່ານ ສະແດງຄວາມສົງໄສກ່ຽວກັບລາຍລະອຽດຂອງຂໍ້ກ່າວຫາທີ່ຟ້ອງທ່ານ ໃນການພິຈາລະນາຄະດີຂອງລັດຖະບານກາງທີ່ຍັງລໍຖ້າດຳເນີນການຢູ່.

ທ່ານ ທຣຳ ປະເຊີນກັບຂໍ້ກ່າວຫາທາງອາຍາຢູ່ໃນ 4 ເຂດອໍານາດຕຸລາການໃນສະຫະລັດ, ແຕ່ກໍລະນີທີ່ເປັນບັນຫາໃນວັນພະຫັດ ແມ່ນການຟ້ອງຮ້ອງຂອງລັດຖະບານກາງໃນຂໍ້ກ່າວຫາທີ່ເປັນສ່ວນນຶ່ງຂອງຄວາມພະຍາຍາມຂອງທ່ານ ທີ່ຈະຕ່າວປື້ນໄຊຊະນະຂອງປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງປະທານາທິບໍດີ ປີ 2020, ທ່ານ ໄດ້ເຮັດການສໍ້ໂກງຕໍ່ສະຫະລັດ, ​ໄດ້​ພະຍາຍາມຂັດຂວາງ​ການ​ດຳ​ເນີນ​ການ​ຢ່າງ​ເປັນ​ທາງ​ການ​ຂອງ​ລັດຖະບານ, ​ແລະ​ໄດ້​ກົດ​ດັນ​ເຈົ້າ​ໜ້າ​ທີ່​ຂອງລັດ ​ຢ່າງ​ຜິດ​ກົດໝາຍ​ ໃຫ້​ຊ່ວຍ​ຂັດຂວາງການ​ຢັ້ງຢືນ​ຜົນ​ການ​ເລືອກ​ຕັ້ງ.

ໃນຂະນະທີ່ອະດີດປະທານາທິບໍດີ ຕ້ອງການການຕັດສິນທີ່ເຫັນດີກັບຄຳກ່າວອ້າງຂອງທ່ານ ໃນເລື້ອງການຄຸ້ມກັນຈາກການດໍາເນີນຄະດີອາຍາ, ແຕ່ການຕັດສິນ ທີ່ເຮັດໃຫ້ຄວາມຄືບຫນ້າຂອງການພິຈາລະນາຄະດີອາຍາທີ່ກໍາລັງດໍາເນີນຢູ່ຂອງທ່ານ ຫຼ້າຊ້າຢ່າງຫຼວງຫຼາຍ ກໍອາດຈະເປັນປະໂຫຍດຕໍ່ທ່ານເຊັ່ນກັນ, ໂດຍການຊຸກຍູ້ໃຫ້ການຕັດສິນຄະດີ ໃຫ້ຜ່ານການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກ ເສຍກ່ອນ.

ຖ້າທ່ານ ທຣຳ ຊະນະການເລືອກຕັ້ງປະທານາທິບໍດີ ອີກເທື່ອນຶ່ງ, ມັນກໍຈະຢູ່ໃນອໍານາດຂອງທ່ານ ທີ່ຈະຊີ້ນໍາກະຊວງຍຸຕິທໍາໂດຍກົງ ໃຫ້ຍົກເລີກຄະດີຕໍ່ທ່ານ.

ໂດຍມີການໂຕ້ແຍ້ງວ່າ ພື້ນຖານຂອງການພິຈາລະນາຄະດີ ໃນວັນພະຫັດວານນີ້ ແມ່ນຄໍາຮ້ອງຂໍຂອງ ທ່ານ ທຣຳ ທີ່ຮຽກຮ້ອງໃຫ້ສານສູງ ທົບທວນຄືນຄໍາຕັດສິນຂອງສານອຸທອນທີ່ເປັນເອກກະພາບກັນ ເຊິ່ງປະຕິເສດການອ້າງສິດໃນການຄຸ້ມກັນຢ່າງຮອບດ້ານຂອງທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG