ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຈັບກຸມ ຄົນເຂົ້າເມືອງ ຢູ່ຊາຍແດນ ສະຫະລັດ ຫຼຸດລົງ ເປັນເດືອນທີ 2 (ວີດີໂອ)


ປະ​ທານ​າທິບໍດີ Barack Obama ກ່າວ​ວ່າ ການ​ຈັບ​ກຸມ​ຢູ່​ຊາຍ
​ແດນສະຫະລັດ ​ຕິດກັບ​​ເມັກ​ຊິ​ໂກ ​ໄດ້ຫ​ລຸດໜ້ອຍລົງ
ປະ​ທານ​າທິບໍດີ Barack Obama ກ່າວ​ວ່າ ການ​ຈັບ​ກຸມ​ຢູ່​ຊາຍ ​ແດນສະຫະລັດ ​ຕິດກັບ​​ເມັກ​ຊິ​ໂກ ​ໄດ້ຫ​ລຸດໜ້ອຍລົງ

ປະ​ທານ​າທິບໍດີ Barack Obama ກ່າວ​ວ່າ ການ​ຈັບ​ກຸມ​ຢູ່​
ຊາຍ​ແດນສະຫະລັດ ​ຕິດກັບເມັກ​ຊິ​ໂກ ​ໄດ້ຫ​ລຸດໜ້ອຍລົງ​
ເປັນ​ເດືອນ​ທີ​ສອງ​ລຽນຕິດ.

ທ່ານ Obama ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ທີ່ນະຄອນຫລວງ​
ວໍຊິງ​ຕັນ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ຂ່າວ​ດີ​ນັ້ນ​ກໍ​ຄື ພວກ​ເຮົາ
ໄດ້ເລີ້ມ​ສ້າງ​ຄວາມ​ຄືບໜ້າ​ຈຳນວນ​ນຶ່ງ.”

​ເຖິງ​ແມ່ນ​ວ່າ ​ໂຕ​ເລກຂອງເດືອນ​ສິງຫາຍັງ​ບໍ່​ທັນ​ໄດ້ເປີດ​ເຜີ​ຍ​
ເທຶ່ອກໍຈິງ ແຕ່ ປະທານາທິບໍດີກໍກ່າວ​ວ່າ ​ຄາດ​ວ່າຈຳນວນ​ຈະ​
ຕ່ຳກວ່າລະ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ ​ທັງໆທີ່ພວກເດັກນ້ອຍ
ແລະ ຄອບຄົວຈາກເຂດອາເມຣິກາກາງ ຫລາຍ​ສິບ​ພັນ​ຄົນ
ໄດ້ມາ​ເຖິງຜ່ານທາງ​ ເມັກ​ຊິ​ໂກຫວ່າງ​ບໍ່​ເທົ່າໃດ​ເດືອນ​ທີ່​ຜ່ານ​ມາ​ນີ້.

ການ​ຫລຸດຜ່ອນ​ລົງດັ່ງກ່າວນີ້ ຈະ​ຊ່ວຍ​ຜ່ອນ​ເບົາ​ຄວາມກົດ​ດັນ​ຕໍ່​ສູນ​ກາງ​ຕ່າງໆ ທີ່​ມີຜູ້
ຄົນເກີນ​ຂອບ​ເຂດ ນັບ​ແຕ່​ບ່ອນ​ກັກ​ຂັງ​ເຫຼົ່ານີ້ ໄດ້ຮັບເອົາຜູ້ຄົນເປັນຈຳນວນຫຼວງຫຼາຍ
ລ​ະຫວ່າງ​ເດືອນ​ມີນາຫາ​ເດືອນມິ​ຖຸນາຜ່ານມາ.

ປະທານາທິບໍດີໂອບາມາກ່າວວ່າ “ນັ້ນຄືຫຍັງ ຂ້າພ​ະ​ເຈົ້າ​ຄິດ​ວ່າ ອະນຸຍາດ​ໃຫ້​ພວ​ກ
​ເຮົາປະຕິບັດ​ງານ ກໍຄື​ເພື່ອ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ບັນດາ​ເດັນ​ນ້ອຍ​ເຫລົ່າ​ນັ້ນ​ຖືກ​ເບິ່ງ
​ແຍງ​ຢ່າ​ງ​ເໝາະ​ສົມ ພ້ອມ​ໆກັບ​ຂະບວນການທາງກົດໝາຍ. ພ້ອມ​ດຽວ​ກັນ​ນັ້ນ ມັນກໍ​
ເປັນ​ການ​ອະນຸຍາດ​ ໃຫ້​ພວກ​ເຮົາ ​ພົວພັນ​ກັບການ​ສົນທະນາ​ ໃນຂອບເຂດທີ່ກວ້າງ
ຂວາງ ກ່ຽວກັບອັນ​ທີ່​ພວກ​ເຮົາ​ຕ້ອງການ​ເຮັດ​ເພື່ອໃຫ້ໄດ້ຮັບຊັບພະ​ຍາກ​ອນຢູ່​ທີ່​ຊາຍ
​ແດນ,”

ປີ​ກາຍ​ນີ້ ​ມີເດັກນ້ອຍປະມານ 31,500 ຄົນ ​ເດີນ​ທາງ​ມາ​ຜູ້​ດຽວ​ ໄດ້​ຖືກ​ກັກ​ຂັງ​ທີ່ຊາຍ
​ແດນໃນພາກ​ໃຕ້​ຂອງສະຫະລັດ. ຈຳນວນ​ດັ່ງ​ກ່າວ​ຄາດ​ວ່າ​ຈະສູງ​ຂື້ນກາຍສອງ​ເທົາໃນ
​ປີ​ນີ້ ​ເຖິງ​ແມ່ນ​ວ່າ​ຈຳນວນໄດ້ຫ​ລຸດລົງ​ແຕ່​ເດືອນ​ມິຖຸນາ ຫາ​ເດືອນ​ກໍລະ​ກົດ ​ແລະ​ປັດຈຸ​
ບັນ​ນີ້ ​ແມ່ນ​ເດືອນ​ສິງຫາ.

ໃນວັນພະຫັດວານນີ້ ທ່ານ Obama ​ຍັງ​ໄດ້​ກ່າ​ວຢ້ຳ​ ເຖິງການໃຫ້ຄຳໝັ້ນສັນຍາຂອງ
ທ່ານ​ ​ທີ່ຈະເອົາບາດກ້າວຂອງ​ຝ່າຍ​ບໍລິຫານ​ຫລາຍ​ຂື້ນ ຖ້າ​ຫາກ​ລັດຖະສະພາ​ ບໍ່​ເຫັນ
​ພ້ອມ ກັບ​ການ​ປະຕິ​ຮູບດ້ານຄົນ​ເຂົ້າ​ ພາຍເມືອງ​ໃນ​ທ້າຍ​ປີ​ນີ້.

ທ່ານ Obama ກ່າວ​ວ່າ “​ໃນຂະນະທີ່ບໍ່ມີການດຳເນີນງານ​ໃດໆຂອງ​ສະພາ ຂ້າພະ​ເຈົ້າ​
ຈະ​ເຮັດ​ທຸກ​ຢ່າງ​ທີ່​ສາມ​າດ​ເຮັດ​ໄດ້ ​ເພື່ອ​ໃຫ້ເປັນ​ທີ່​ແນ່ນອນ​ວ່າ ລະບົບ​ດັ່ງກ່າວເຮັດວຽກ
ໄດ້​ດີ​ຂື້ນ.”

Obama immigration acts
please wait

No media source currently available

0:00 0:00:24 0:00

XS
SM
MD
LG