ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ​ແລະ WHO ຊ່ວຍ​ເຫຼືອລາວ ​ຕິດຕັ້ງລະ​ບົບ ໂທລະສັບ ​ສາຍ​ດ່ວນ


ສະຫະລັດ ​ແລະ ອົງການ​ອະນາ​ໄມ​ໂລກ ຊ່ວຍ​ເຫຼືອລາວ​ຕິດຕັ້ງ
ລະ​ບົບ ໂທລະສັບ​ສາຍ​ດ່ວນ ຫຼື Hotline ​ເພື່ອ​ການ​ຄວບ​ຄຸມ
ພະ​ຍາດຕິ​ດຕໍ່.
ສະຫະລັດ ​ແລະ ອົງການ​ອະນາ​ໄມ​ໂລກ ຊ່ວຍ​ເຫຼືອລາວ​ຕິດຕັ້ງ ລະ​ບົບ ໂທລະສັບ​ສາຍ​ດ່ວນ ຫຼື Hotline ​ເພື່ອ​ການ​ຄວບ​ຄຸມ ພະ​ຍາດຕິ​ດຕໍ່.

ສະຫະລັດ ​ແລະອົງການ​ອະນາ​ໄມ​ໂລກ ຊ່ວຍ​ເຫຼືອລາວ​ຕິດຕັ້ງ
ລະ​ບົບ ໂທລະສັບ​ສາຍ​ດ່ວນຫລື Hotline ​ເພື່ອ​ການ​ຄວບ​ຄຸມ
ພະ​ຍາດຕິ​ດຕໍ່ ​ແລະ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ຂໍ້​ມູນ​ແກ່​ປະຊາ​ຊົນ
​ລາວ ​ໃນ​ທົ່ວ​ປະ​ເທດ.

ພິທີການ​ເປີດ​ນຳ​ໃຊ້​ລະບົບ ​ໂທລະສັບ​ສາຍ​ດ່ວນ ຫຼື ສູນ
Hotline 166 ​ເພື່ອ​ການ​ຄວບ​ຄຸມພະ​ຍາດຕິ​ດຕໍ່​ໃນ​ລາວ ​
ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​
ທ່ານ​ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ເປັນ​ປະທານ​
ໃນ​ພິທີ​ຮ່ວມ​ກັບ​ ທ່ານ Daniel A. Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ​
ປະຈຳ​ລາວ ​ແລະ Dr. Juliet Fleishi ຜູ້​ຕາງ​ໜ້າ​ຂອງ​ອົງການ​ອະນາ​ໄມ​ໂລກ (WHO)
ປະຈຳ​ລາວ ຊຶ່ງ​ໄດ້​ຮ່ວມ​ກັນ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ ​ໃນ​ການ​ສ້າງຕັ້ງສູນ Hotline ​ໃນ
​ຄັ້ງນີ້.

ໂດຍ​ເປົ້າໝາຍ​ສຳຄັນ​ຂອງ​ການ​ສ້າງຕັ້ງສູນ Hotline ດັ່ງກ່າວ​ນີ້ ກໍ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ
ສະ​ເພາະ​ໜ້າ ​ແກ່​ປະຊາຊົນ​ລາວ ທີ່​ສົງ​ໄສ​ວ່າ​ພວກ​ຕົນ​ໄດ້​ຕິດ​ເຊື້ອ​ໂຣກຊະນິດ​ໃດຫຼືບໍ່ ໂດຍ ​ບັນດາ​ພະນັກງານ​ ທີ່​ປະຈຳ​ຢູ່​ສູນ Hotline ຈະ​ໃຫ້​ຄຳ​ປຶກສາ​ ​ແລະ​ແນະນຳ​ວິທີ​ການ
​ປະຕິບັດ​ໃນ​ເບື້ອງ​ຕົ້ນ ​ເມື່ອ​ໄດ້​ຮັບ​ຂໍ້​ມູນ ຈາກ​ປະຊາຊົນ​ລາວ ທີ່​ໂທລະ​ສັບ​ເຂົ້າມາ​ທີ່​ສູນ
Hotline ດັ່ງກ່າວ​ຢ່າງ​ຄົບ​ຖ້ວນ​ແລ້ວນັ້ນ.

ນອກຈາກ​ນັ້ນ ສູນ Hotline ດັ່ງກ່າວ​ຍັງ​ຈະ​ມີ​ບົດບາດ​ຢ່າງ​ສຳຄັນ​ໃນ​ການ​ໃຫ້​ຂໍ້​ມູນຂ່າວ
ສານໃນ​ດ້ານ​ສຸຂະພາບ​ອະນາ​ໄມ ​ແກ່​ປະຊາຊົນ​ລາວ ທັງ​ຍັງ​ຈະ​ເປັນ​ຕົວ​ກາງ​ໃນ​ການ​ຕິດຕໍ່ ​ແລະ​ປະສານ​ຂໍ້​ມູນ​ທີ່​ໄດ້​ຮັບ ຈາກ​ປະຊາຊົນ​ລາວ ​ໄປ​ຍັງ​ໜ່ວຍ​ງານ​ລັດຖະບານ​ລາວ ທີ່​ກ່ຽວຂ້ອງ​ກັບ​ບັນຫາ ​ໂດຍ​ກົງ​ອີກ​ດ້ວຍ.

ທ່ານ Daniel A. Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ​ ປະຈຳ​ລາວ ມອບການຊ່ວຍເຫຼືອ ຄວບຄຸມໄຂ້​ເລືອດ​ອອກ.
ທ່ານ Daniel A. Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມຣິກາ​ ປະຈຳ​ລາວ ມອບການຊ່ວຍເຫຼືອ ຄວບຄຸມໄຂ້​ເລືອດ​ອອກ.

ໂດຍ​ປະຊາຊົນ​ລາວ​ສາມາດ​ຈະ​ໂທ​ລະສັບ ຕິດ​ຕໍ່​ກັບ​ສູນ Hotline
​ໄດ້​ທີ່​ໝາຍ​ເລກ 166 ລະຫວ່າງ 8 ​ໂມງ​ຫາ 16 ​ໂມງ​ຂອງ​ວັນ​ຈັນ
ຫາ ວັນ​ສຸກ ສ່ວນ​ນອກ​ເວລາ​ທຳ​ການ ຮວມ​ເຖິງ​ວັນ​ເສົາ ວັນ​ທິດ​
ດ້ວຍ​ນັ້ນ ກໍ​ຈະ​ເປັນ​ລະບົບ​ຕອບ​ຮັບ ​ແລະ​ບັນທຶກ​ສຽງ​ໂດຍ​ອັດຕະ
​ໂນ​ມັດ ທີ່​ປະຊາຊົນ​ລາວ​ສາມາດ​ຕິດ​ຕໍ່​ກັບ​ສູນ Hotline ​ໄດ້​ຕະ
ຫລອດ 24 ຊົ່ວ​ໂມງ​ໂດຍ​ບໍ່​ເສຍ​ຄ່າ​ທຳນຽມ​ແຕ່​ຢ່າງ​ໃດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ຫລັບ​ການ​ດຳ​ເນີນ​ງານ ​ໃນ​ລະຍະ​ເບື້ອງ
ຕົ້ນນີ້​ສູນ Hotline ຈະ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ກັບ​ການ​
ຄວບ​ຄຸມພະ​ຍາດຕິ​ດຕໍ່ ທີ່​ເຄີຍ​ເກີດ​ການ​ແຜ່ລະບາດ ຢູ່​ໃນ​ລາວ
ກໍ​ຄື​ເຊື້ອ​ໂຣກ​ໄຂ້ຫວັດສັດປີກ H5N1 ​ແລະ H7N9 ​ເຊື້ອ​ໂຣກ​ໄຂ້​ເລືອດ​ອອກ ​ແລະ​ພະຍາດ ອະຫິວາ ສ່ວນ​ໃນລະຍະ​ຕໍ່​ໄປ ກໍ​ຍັງ​ຈະ​ຂະຫຍາຍ​ໄປ​ເຖິງ​ພະຍາດ​ຕິດ​ຕໍ່​ຊະນິດອື່ນໆ ​ເຊັ່ນ​ໂຣກ HIV-AIDS ທີ່ີມີ​ທ່າ​ອຽງ​ຈະ​ແຜ່​ລະບາດ​ໃນ​ລາວ​ ທີ່ມີ​ລະດັບ​ຮຸນ​ແຮງຫຼາຍນັບ​ມື້.

ທັງ​ນີ້​ໂດຍ ທ່ານ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໃນ
​ຖານະ​ປະທານ​ຄະ​ນະ​ກຳມະການ​ຕ້ານ​ເອດ​ສ໌​ແຫ່ງ​ຊາດ ຢືນຢັນ​ວ່າ​ເປົ້າໝາຍ​ສຳ​ຄັນ​ທີ່​ສຸດ
ຂອງ​ການ​ຕ້ານ​ເຊື້ອ HIV-AIDS ​ໃນ​ລາວ ກໍ​ຄື​ການ​ທີ່​ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະການ​ປ້ອງ​ກັນ
​ການ​ແພ່​ລະບາດ​ຂອງ​ເຊື້ອ​ໂຣກ​ເອດ​ສ໌ ​ໃນ​ລາວ​ໃຫ້​ໄດ້​ຕາມ​ເປົ້າໝາຍ​ສະຫັດ​ສະ​ວັດ​ການ​
ພັດທະນາ​ໃນ​ປີ 2015 ດ້ວຍ​ການ​ຄວບ​ຄຸມ​ການ​ຕິດ​ເຊື້ອ​ໂຣກ​ເອດ​ສ໌ ​ໃນ​ໝູ່​ປະຊາຊົນ​ລາວ​
ໃຫ້​ມີ​ອັດຕາ​ສະ​ເລ່ຍທີ່​ຕ່ຳ​ກວ່າ 1 ​ເປີ​ເຊັນ​ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ​ໃນ​ປະ​ເທດ.

ໂດຍການດຳເນີນງານໃນລະຍະທີ່ຜ່ານມາ ກໍປະກົດວ່າສາມາດຄວບຄຸມ ການຕິດເຊື້ອໂຣກ
ເອດສ໌ໄດ້ດີພໍສົມຄວນ ເພາະລາຍງານຫລ້າສຸດ ຂອງທາງການລາວ ກໍໄດ້ລະບຸວ່າ ມີປະຊາ
ຊົນລາວຕິດເຊື້ອໂຣກເອດສ໌ ໃນຊ່ວງປີ 1990-2013 ຈຳນວນທັງໝົດ 6,172 ຄົນ ແລະ
ໃນນີ້ ກໍໄດ້ເສຍຊີວິດໄປແລ້ວເຖິງ 1,494 ຄົນ ຈຶ່ງຍັງຄົງເຫລືອ 4,678 ຄົນ ທີ່ຈະຕ້ອງໄດ້
ຮັບການຊ່ວຍເຫລືອ ໃນການປິ່ນປົວຕໍ່ໄປ ຊຶ່ງຖືເປັນອັດຕາສະເລ່ຍທີ່ຕ່ຳກວ່າ 1 ເປີເຊັນ
ຂອງຈຳນວນປະຊາຊົນລາວທັງໝົດ 6 ລ້ານ 5 ແສນກວ່າຄົນໃນປັດຈຸບັນ.

ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະພະຍາດຕູດຕໍ່ໃນລາວ ກໍລາຍງານວ່າ ໃນປັດຈຸບັນມີປະຊາຊົນລາວ 3 ກຸ່ມ ດ້ວຍກັນທີ່ຖືວ່າເປັນກຸ່ມປະຊາກອນ ທີ່ມີຄວາມສ່ຽງ
ສູງສຸດ ທີ່ຈະຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປະກອບດ້ວຍກຸ່ມ ແມ່ຍິງ
ລາວ ທີ່ຂາຍບໍລິການທາງເພດ ກຸ່ມຮັກຮ່ວມເພດດຽວກັນ ແລະ ກຸ່ມທີ່ຊົມໃຊ້ຍາເສບຕິດ ດ້ວຍການສີດເຂົ້າເສັ້ນເລືອດ.

ໂດຍຈາກການເກັບກຳຂໍ້ມູນພາກສະໜາມ ເມື່ອບໍ່ນານມານີ້ ພົບວ່າ ມີແມ່ຍິງລາວເກີນກວ່າ
11,000 ຄົນ ທີ່ຂາຍບໍລິການທາງເພດ ເປັນອາຊີບ ສ່ວນຜູ້ຊາຍຫຼາຍກວ່າ 50,000 ຄົນ ກໍຮັກຮ່ວມເພດດຽວກັນ ແລະອີກ 50,000 ກວ່າຄົນ ກໍຊົມໃຊ້ຢາເສບຕິດເປັນປະຈຳ ໂດຍ
ສະເພາະແມ່ນກຸ່ມທີ່ສີດຢາເສບຕິດເຂົ້າເສັ້ນເລືອດນັ້ນ ຍັງນັບເປັນກຸ່ມປະຊາກອນ ທີ່ຕິດ
ເຊື້ອ HIV-AIDS ເພີ້ມຂຶ້ນຢ່າງວ່ອງໄວທີ່ສຸດອີກດ້ວຍ.

XS
SM
MD
LG