ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດ ແລະ ສະຫະພາບຢູໂຣບ ຮຽກຮ້ອງ ໃຫ້ໄທ ປ່ອຍນັກສຶກສາ ທີ່ຖືກຈັບ


ພວກນັກສຶກສາ ໂຮມຊຸມນຸມກັນ ຢູ່ນອກປ້ອມຕຳຫຼວດ ເຂດປະທຸມວັນ ໃນບາງກອກ (24 ມິຖຸນາ 2015)
ພວກນັກສຶກສາ ໂຮມຊຸມນຸມກັນ ຢູ່ນອກປ້ອມຕຳຫຼວດ ເຂດປະທຸມວັນ ໃນບາງກອກ (24 ມິຖຸນາ 2015)

ພະແນກການສິດທິມະນຸດ ຂອງອົງການສະຫະປະຊາຊາດ ແລະ
ສະຫະພາບຢູໂຣບທີ່ປະເທດໄທ ໃນວັນອັງຄານວານນີ້ຮຽກຮ້ອງ
ໃຫ້ຄະນະປົກຄອງທະຫານຂອງປະເທດດັ່ງກ່າວ ປ່ອຍພວກນັກ
ສຶກສາ ນິຍົມປະຊາທິປະໄຕ 14 ຄົນ ທີ່ຖືກຈັບ ແລະ ກ່າວຫາວ່າ ປຸກລະດົມປະຊາຊົນຕໍ່ຕ້ານລັດຖະບານ. Steve Herman ນັກ
ຂ່າວວີໂອເອ ມີລາຍງານເລື້ອງນີ້ ຈາກບາງກອກ ດັ່ງໄພສານຈະ
ນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ ຫ້ອງການສິດທິມະນຸດຂອງອົງການສະຫະ ປະຊາຊາດຫຼື OHCHR ປະຈຳເຂດເອເຊຍຕາເວັນອອກສຽງໃຕ້ຮຽກຮ້ອງໃຫ້ປະເທດໄທ ຍົກເລີກຂໍ້ກ່າວຫາທາງອາຍາໃນທັນທີ ຕໍ່ພວກນັກສຶກສາທີ່ຖືກຈັບໃນວັນທີ 26 ມິຖຸນາ ທີ່ ໄດ້ພາກັນປະທ້ວງຢ່າງສັນຕິນຶ່ງມື້ກ່ອນກ່ອນນັ້ນທີ່ອະນຸສາວະລີປະຊາທິປະໄຕຢູ່ບາງກອກ.

ພວກນັກສຶກສາປະເຊີນກັບການຕິດຄຸກເຖິງ 7 ປີ ທີ່ບໍ່ພາກັນປະຕິບັດຕາມຄຳສັ່ງຫ້າມຂອງ ພວກທະຫານ ບໍ່ໃຫ້ເດີນຂະບວນແລະໂຮມຊຸມນຸມໃນທີ່ສາທາລະນະທີ່ຄັດຄ້ານຕໍ່ການປົກ ຄອງຂອງລັດຖະບານ.

ຖະແຫຼງການຂອງຫ້ອງການສິດທິມະນຸດສະຫະປະຊາຊາດໃຫ້ຂໍ້ສັງເກດວ່າໄທຊຶ່ງເປັນພາ ຄີຂອງສົນທິສັນຍາສາກົນວ່າດ້ວຍສິດທິຂອງພົນລະເມືອງແລະສິດທິທາງການເມືອງແມ່ນ ມີພັນທະທີ່ຈະຕ້ອງໄດ້ປະຕິບັດຕາມ ຫລືຍົກສູງ ສິດທິໃນການສະແດງອອກ ຊຶ່ງຄວາມຄິດ
ຄວາມເຫັນ ແລະສິດເສລີພາບໃນການໂຮມຊຸມນຸມຢ່າງສັນຕິ.

ຄະນະປົກຄອງທະຫານ ໄດ້ກ່າວປ້ອງກັນກົດໝາຍ ທີ່ຫ້າມ ບໍ່ໃຫ້ມີການຊຸມນຸມ ທາງການ
ເມືອງຂອງຕົນວ່າ ມີຄວາມຈຳເປັນເພື່ອຮັກສາຄວາມສະຫງົບສຸກຂອງປະເທດຊາດ.

ແຕ່ການປາບປາມຂອງລັດຖະບານໄດ້ກໍ່ໃຫ້ເກີດມີການວິພາກວິຈານຢູ່ໃນບັນດາປະເທດ ຕາເວັນຕົກ ຮວມທັງສະຫະລັດ. ຄະນະປະຕິບັດງານ ຂອງສະຫະພາບຢູໂຣບ ໃນປະເທດ ໄທ ເອີ້ນການເຄື່ອນໄຫວທີ່ຈະດຳເນີນຄະດີພວກນັກສຶກສາໃນຂໍ້ຫາປຸກລະດົມຕໍ່ຕ້ານລັດ ຖະບານວ່າ ເປັນຂໍ້ຫາທີ່ລົບກວນຈິດໃຈ.

ທ່ານ Jarrodd Weir ເຈົ້າໜ້າທີ່ການເມືອງປະຈຳຄະນະຜູ້ຕາງໜ້າຂອງສະຫະພາບຢູໂຣບ
ໃນປະເທດໄທ ໃຫ້ຄວາມເຫັນວ່າ:

“ສະຫະພາບຢູໂຣບ ເຊື່ອໃນສິດທິຂອງທຸກການສະແດງອອກ ຊຶ່ງຄວາມຄິດຄວາມ ເຫັນຂອງພວກເຂົາເຈົ້າຢ່າງສັນຕິແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ໄທປະຕິບັດຕາມພັນ ທະຂອງຕົນ ພາຍໃຕ້ສົນທິສັນຍາສາກົນ ວ່າດ້ວຍສິດທິທາງດ້ານການເມືອງ ແລະ ສິດທິພົນລະເມືອງນັ້ນ.”

ພວກນັກສຶກສານິຍົມປະຊາທິປະໄຕແມ່ນຮວມຢູ່ໃນຈຳນວນເຄືອຂ່າຍນ້ອຍໆທີ່ໄດ້ພາກັນ ທ້າທາຍຕໍ່ພວກປົກຄອງທະຫານ ທີ່ເຂົ້າຢຶດອຳນາດໃນເດືອນພຶດສະພາ ປີ 2014.

ການເຮັດລັດຖະປະຫານທີ່ບໍ່ເສຍເລືອດເນື້ອເທື່ອຫລ້າສຸດ ຂອງຈຳນວນຫຼາຍໆຄັ້ງທີ່ມີມາ ເປັນເວລາດົນນານແລ້ວ ຢູ່ໃນລາຊະອານາຈັກໄທ ໄດ້ໂຄ່ນລົ້ມ ລັດຖະບານ ທີ່ຖືກເລືອກ ໂດຍປະຊາຊົນ ແລະທຳການຈຳກັດຮັດແຄບສິດເສລີພາບຂອງປະຊາຊົນຢ່າງເຄັ່ງຄັດ.

ພວກນັກສຶກສາທີ່ຖືກຈັບ ແມ່ນຈະຖືກດຳເນີນຄະດີໂດຍສານທະຫານ ບ່ອນທີ່ການຮັບຟັງ ຄຳໃຫ້ການຕ່າງໆຈະຖືກປິດລັບ ແລະຈະບໍ່ສາມາດຂໍອຸທອນໄດ້ຖ້າຫາກຖືກພົບເຫັນວ່າມີ ຄວາມຜິດ.

ທ່ານ Jarrodd Weir ເຈົ້າໜ້າທີ່ການເມືອງ ຂອງສະຫະພາບຢູໂຣບ ທີ່ບາງກອກ ກ່າວວ່າ ສະຫະພາບຢູໂຣບມີບັນຫາກ່ຽວກັບເລື້ອງນີ້.

“ການເຄົາລົບນັບຖືສິດທິມະນຸດ ແລະສິດເສລີພາບຂັ້ນພື້ນຖານ ຕ້ອງໄດ້ຮັບການ ຍົກສູງ ແລະບໍ່ຄວນນຳໃຊ້ສານທະຫານ ເພື່ອດຳເນີນຄະດີພົນລະເຮືອນ.”

ຜູ້ຄົນກຸ່ມນຶ່ງຈຳນວນສິບຄົນ ທີ່ໃສ່ໜ້າກາກກາຕູນຂອງພວກນັກສຶກສາທີ່ຖືກຈັບໄດ້ພາກັນ ໂຮມຊຸມນຸມເດີນຂະບວນຢູ່ນອກກົງສຸນສະຫະລັດທີ່ນະຄອນຊຽງໃໝ່ ໃນມື້ວັນຈັນຜ່ານມາ
ນີ້.

ເຈົ້າໜ້າທີ່ກ່າວວ່າ ມີ 3 ຄົນໄດ້ຖືກຈັບ ບໍ່ເທົ່າໃດຊົ່ວໂມງຕໍ່ມາຢູ່ທີ່ຮ້ານກາເຟໃກ້ໆນັ້ນ ໂດຍ ຖືກກ່າວຫາວ່າ ເຂົ້າຮ່ວມໃນການປະທ້ວງຊຶ່ງເປັນການກະທຳທີ່ຜິດກົດໝາຍ ພາຍໃຕ້ລັດ ຖະທຳມະນູນຊົ່ວຄາວຂອງພວກທະຫານ.

ພວກນັກວິຊາການກຸ່ມນຶ່ງ ໃນວັນອັງຄານວານນີ້ ໄດ້ພາກັນໄປໂຮມຊຸມນຸມກັນ ຢູ່ຕໍ່ໜ້າຄຸກ ທີ່ບາງກອກບ່ອນທີ່ພວກນັກສຶກສາຖືກຄຸມຂັງໃນເວລານີ້ ເພື່ອອ່ານຖະແຫຼງການຮຽກຮ້ອງ
ໃຫ້ປ່ອຍພວກເຂົາເຈົ້າ ທີ່ກ່າວວ່າ ໄດ້ມີການເຊັນຊື່ ໂດຍພວກອາຈານ ໃຫ້ປະຖະຄາຖາ ຢູ່ ຕາມມະຫາວິທະຍາໄລຕ່າງໆ 280 ທ່ານໃນທົ່ວປະເທດ.

ຜູ້ນຳໃນການກໍ່ລັດຖະປະຫານຂອງໄທຊຶ່ງເປັນຜູ້ບັນຊາການກອງທັບບົກໃນເວລານັ້ນແລະ ນາຍົກລັດຖະມົນຕີ ໃນປັດຈຸບັນ ທ່ານປຣະຍຸດ ຈັນໂອຊາ ຍັງຢືນຢັດຢູ່ວ່າ ການເຂົ້າກຳອຳ ນາດຂອງລັດຖະບານໂດຍພວກທຫານແມ່ນມີຄວາມຈຳເປັນເພື່ອຟື້ນຟູຄວາມເປັນລະບຽບ ຮຽບຮ້ອຍແລະປະຕິຮູບຂັ້ນຕອນທາງການ ເມືອງທີ່ມີການແຕກແຍກຢ່າງເລິກເຊິ່ງຢູ່ໃນປະ ເທດໄທນັ້ນ.

XS
SM
MD
LG