ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກວິຊາ​ການຊາວ​ວີ​ເກີ ຖືກ​ຟ້ອງ​ຮ້ອງ ​ໃນ​ຂໍ້​ຫາ “​ແບ່ງ​ແຍກ​ລັດ” (ວີດີໂອ)


ທ່ານ Ilham Tohti ນັກວິຊາ​ການຊາວ​ວີ​ເກີ​ ຜູ້​ປາກກ້າ​ ສົນທະນາ ກັບສື່ຂ່າວຕ່າງປະເທດ ລະຫວ່າງການໃຫ້ສຳພາດ ຢູ່ເຮືອນຂອງທ່ານ ໃນປັກກິ່ງ ເມື່ອວັນສຸກ ທີ 5 ກໍລະກົດ 2013.
ທ່ານ Ilham Tohti ນັກວິຊາ​ການຊາວ​ວີ​ເກີ​ ຜູ້​ປາກກ້າ​ ສົນທະນາ ກັບສື່ຂ່າວຕ່າງປະເທດ ລະຫວ່າງການໃຫ້ສຳພາດ ຢູ່ເຮືອນຂອງທ່ານ ໃນປັກກິ່ງ ເມື່ອວັນສຸກ ທີ 5 ກໍລະກົດ 2013.

ກຸ່ມ​ສິດທິມະນຸດຕ່າ​ງໆ ຮຽກຮ້ອງ​ໃຫ້​ຈີນ​ປົດ​ປ່ອຍ ນັກວິຊາ​ການ
ຊາວ​ວີ​ເກີ​ຜູ້​ມີ​ຊື່​ສຽງ​ຄົນ​ນຶ່ງ ທີ່ໄດ້ຖືກ​ຟ້ອງ​ຮ້ອງ ​ໃນ​ຂໍ້​ຫາ “​ແບ່ງ​
ແຍກ​ລັດ.”

​ບັນດາ​ໄອ​ຍາ​ການໄດ້ກ່າວ​ຟ້ອງ ຢ່າງ​ເປັນ​ທາງ​ການຕໍ່ ທ່ານ
Ilham Tohti ຊຶ່ງ​ເປັນ​ຜູ້​ນຶ່ງ​ທີ່ໄດ້​ກ່າວ​ຕິ​ຕຽນ​ເປັນ​ປະຈຳ​ ຕໍ່ການ
​ກະທຳ​ທີ່​ຮຸນ​ແຮງຂອງ​ທາງ​ກາ​ນຈີນ ຕໍ່​ຊາວ​ວີ​ເກີ​. ທ່ານ Tohti ​
ໄວ 44 ປີ ທີ່ເປັນ​ອາຈານ​ສອນເສດຖະສາດ​ ຢູ່​ມະຫາວິທະຍາ
​ໄລສູນ​ກາງສຳ​ຫລັບ​ຊົນ​ຊາດ​ຂອງ​ປັກ​ກິ່ງ ​ໄດ້​ຖືກ​ຈັບ​ກຸມ​ ໃນ
​ເດືອນ​ມັງກອນ​ປີ​ນີ້.

ຕັ້ງ​ແຕ່​ຖືກຈັບ​ກຸມມາ ສື່​ຂອງທາງ​ການຈີນ​ໄດ້​ເຜີຍ​ແຜ່​ຂ່າວ​ເປັນໃນໆ​ ວ່າ ທ່ານ Tohti
ເປັນ “ມັນສະໝອງ” ທີ່ຢູ່​ເບື້ອງ​ຫຼັງການເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ ຢູ່ໃນ​ເຂດຊີ​ນຈຽງ
ທາງພາກຕາ​ເວັນ​ຕົກ​ສຸດ​ຂອງ​ປະ​ເທດ. ​ແຕ່​ວ່າ​ບົດ​ວິຈານ​ຕ່າງໆ ຂອງ​ທ່ານ Tohti ​ແລະ
ບົດໃຫ້​ສຳພາດ ຫຼາຍຄັ້ງ ກັບ​ສື່​ຕ່າງປະ​ເທດ​ນັ້ນ ບໍ່​ໄດ້​ສະ​ເໜີ​ແນະວ່າ ທ່ານສະໜັບສະໜູນ
ການແບ່ງ​ແຍກດິນ​ແດນ​ເລີຍ.

ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ ອົງການ​ສິ້ງຊອມ​ສິດທິ​ມະ​ນຸດ ຫຼື Human Rights Watch
ກ່າວ​ວ່າ ບໍ່​ມີຫຼັກຖານ​ໃດໆທີ່​ຫາເບິ່ງໄດ້​ຢ່າງ​ເປີດ​ເຜີຍ ທີ່​ສະ​ແດງວ່າ​ ທ່ານ Tohti ໄດ້ຍຸຍົງ
​ໃຫ້​ກໍ່​ຄວາມ​ຮຸນ​ແຮງ ຫຼື ​ໄດ້​ກໍ່ອາ​ຊະ​ຍາ​ກຳ​ອື່ນໆ​ໃດ​ເລີຍ. ກຸ່ມ​ສິດທິ​ມະນຸດ​ທີ່​ມີ​ຫ້ອງການ
​ຢູ່ນະຄອນ New York ກ່າວ​ວ່າ ມັນ​ເປັນ​ເລື່ອງ​ທີ່​ “ໜ້າ​ຮ້ອນ​ໃຈ​ເປັນ​ທີ່​ສຸດ” ທີ່ທ່ານ
Tohti ໄດ້​ຖືກຟ້ອງ​ໃນ​ຂໍ້​ຫາ​ແບ່ງ​ແຍກ​ດິນ​ແດນ ທີ່​ອາດ​ມີໂທດເຖິງ​ປະຫານຊີວິດ ກໍໄດ້​ນັ້ນ.

ສະມາ​ຄົມວີ​ເກີ​ອາ​ເມ​ຣິກັນ ​ໄດ້ເອີ້ນການຟ້ອງຮ້ອງ​ໃນ​ຂໍ້​ຫາ ​ແບ່ງ​ແຍກ​ດິນ​ແດນນີ້ວ່າ
“​ເປັນຕາ​ຢາກຫົວ” ​ແລະ ​ກ່າວວ່າ ຕົນ​ບໍ່ເຊື່ອ​ວ່າ ທ່ານ Tohti ຈະໄດ້​ຮັບ​ຄວາມ​ຍຸດຕິ​ທຳ
​ໃນການ​ດຳ​ເນີນຄະດີຢູ່​ສານ.

ຢູ່​ທີ່ວໍ​ຊິງ​ຕັນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ທ່ານນາງ Marie Harf ​ໄດ້
ຮຽກຮ້ອງປັກ​ກິ່ງ ​ໃຫ້ປົດ​ປ່ອຍ​ ທ່ານ Tohti ​ໂດຍ​ທັນທີ.

CHINA UIGHUR SCHOLAR SOTVO
please wait

No media source currently available

0:00 0:00:49 0:00

XS
SM
MD
LG