ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວ​ຕູນີ​ເຊຍ​ ໄປປ່ອນບັດ ເລືອກ​ເອົາ​ ປະທານາທິບໍດີ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງຕູນີເຊຍ ຢືນຍາມຢູ່ຂ້າງນອກ ໜ່ວຍປ່ອນບັດແຫ່ງນຶ່ງ ໃນເຂດໃຈກາງ ນະຄອນຫລວງຕູນິສ (23 ພະຈິກ 2014)
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງຕູນີເຊຍ ຢືນຍາມຢູ່ຂ້າງນອກ ໜ່ວຍປ່ອນບັດແຫ່ງນຶ່ງ ໃນເຂດໃຈກາງ ນະຄອນຫລວງຕູນິສ (23 ພະຈິກ 2014)

ຊາວ​ຕູນີ​ເຊຍ​ ກຳລັງພາກັນ​ໄປປ່ອນບັດ ​ໃນ​ວັນ​ອາທິດ​ມື້​ນີ້ ເພື່ອ
ເລືອກ​ເອົາ​ປະທານາທິບໍດີໂດຍ​ກົງ ​ເປັນຄັ້ງທຳ​ອິດ ນັບ​ຕັ້ງ​ແຕ່
ການ​ປະຕິວັດ​ໃນ​ປີ 2011 ທີ່​ພາໃຫ້ເກີດການ​ປະ​ທ້ວງ ​ເພື່ອ
​ປະຊາທິປະ​ໄຕ ​ໃນ​ບັນດາ​ປະ​ເທດ​ຕ່າງໆຢູ່ໃນຂົງ​ເຂດ ທີ່​ຮູ້​ຈັກ​ກັນ
​ໃນນາມ ການລຸກຮືຂຶ້ນໃນລະດູ​ບານຂອງ​ຊາວອາຣັບ ຫຼື Arab
Spring ​ນັ້ນ​ເອງ.

ການ​ປ່ອນບັດໃນວັນ​ອາທິດ​ມື້​ນີ້ ​ເປັນ​ຂີດ​ໝາຍ ທີ່​ລໍຄອຍ​ກັນ​ມາ​
ເປັນ​ເວລາ​ດົນ​ມາ​ແລ້ວ ​ໃນ​ການ​ຂ້າມ​ຜ່ານ​ ໄປສູ່​ປະຊາທິປະ​ໄຕ​
ຢ່າງ​ຄົບ​ຖ້ວນ ຫຼັງຈາກຊາວ​ຕູ​ນີ​ເຊຍ ​ໄດ້ລິ​ເລີ້ມ​ການ​ລຸກ​ຮື້​ຂຶ້ນໃນ​
ທົ່ວ​ຂົງ​ເຂດ ​ໂດຍທຳການ​ໂຄ່ນລົ້ມ ຜູ້ນຳ​ຜະ​ເດັດ​ການ ທ່ານ Zine
El Abidine Ben Ali ​ເມື່ອ 3 ປີກ່ອນ​.

ຮວມຢູ່ໃນບັນດາຜູ້​ສະໝັກເປັນ​ປະທານາທິບໍດີ ຫຼາຍກວ່າ 20 ຄົນ ກໍມີ ທ່ານ Beji Caid Essebsi ​ໄວ 87 ປີ ນັກ​ການ​ເມືອງ​ອະວຸໂສ ຊຶ່ງ ໄດ້​ກາຍ​ມາ​ ເປັນ​ຜູ້ມີຄະແນນສຽງນຳ​ໜ້າ ຕິດຕາມ​ມາ​ດ້ວຍປະທານ​າທິ ບໍດີໃນ​ປັດຈຸ​ບັດ ທ່ານ Moncef Marzouki.

ການ​ເລືອກ​ຕັ້ງຂັ້ນຊີ້​ຂາດ ຈະ​ມີ​ຂຶ້ນ ​ໃນເດືອນ​ທັນ​ວາ ຖ້າ​ບໍ່​ມີ​ໃຜ ​ໄດ້​ຮັບ ສຽງ​ສ່ວນ​ຫລາຍກາຍ 50 ເປີເຊັນ.

ຫຼາຍກວ່າ 3 ປີ ຫຼັງຈາກ​ການສິ້ນສຸດລົງ ຂອງການ​ປົກຄອງ​ດ້ວຍ​ພັກ​ດຽວ​ ຂອງທ່ານ Ben Ali ນັ້ນ ປະ​ເທດ​ຕູ​ນີ​ເຊຍ ​ໄດ້​ກາຍ​ມາ​ເປັນ​ຕົວແບບ ຂອງ​ການ​ປ່ຽນແປງ​ ສຳ​ຫລັບ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ ​ໂດຍ​ຮັບຮອງ​ເອົາ ​ລັດຖະທຳ​ມະນູນ​ສະບັບ​ໃໝ່ ​ແລະ ຫລີກ​ເວັ້ນ ຄວາມ​ວຸ້ນວາຍ ​ທັງຫຼາຍ ທີ່​ບັນດາປະ​ເທດ​ເພື່ອນ​ບ້ານ ​ກຳລັງ​ປະ​ເຊີນ​ໜ້າ​ຢູ່​ນັ້ນ.

TUNISIA ELECTION VO
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG