ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວອາເມຣິກັນ ແລະ ນັກທ່ອງທ່ຽວ ສະແດງຄວາມເຫັນ ກ່ຽວກັບ ວັນ Thanksgiving


Thanksgiving Atttitude
please wait

No media source currently available

0:00 0:01:53 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ທຸກໆເດືອນພະຈິກ, ໃນວັນພະຫັດທີ 4 ຂອງເດືອນ, ປະຊາຊົນ ຊາວ ອາເມຣິກາ ຈະເຕົ້າໂຮມກັນຈັດ​ງານລ້ຽງສະ​ເຫຼີ​ມສະຫຼອງວັນ ຂອບຄຸນພະຜູ້ເປັນເຈົ້າ ຮ່ວມກັບຄອບຄົວ ແລະໝູ່ເພື່ອນເພື່ອສະ ແດງຄວາມຂອບໃຈ ຕໍ່ການໃຫ້ພອນໃນຊີວິດຂອງພວກ ເຂົາເຈົ້າ. ສຳລັບປີນີ້, ພາຍຫຼັງການໂຈມຕີກໍ່ການຮ້າຍໃນນະຄອນ ຫຼວງ ປາຣີ ເມື່ອບໍ່ດົນມານີ້ ອາລົມ ຂອງປະຊາຊົນໃນນະຄອນຫຼວງ ວໍຊິງຕັນ ສ່ວນໃຫຍ່ແມ່ນໄດ້ສະທ້ອນຄືນ ແລະ ສະ​ແດງ​ໃຫ້​ເຫັນ​ເຖິງການຮູ້ ສຳນຶກ​ໃນບຸນຄຸນ. ພຸດທະ​ສອນ​ ມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງນີ້ມາ ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ທ້າວ Zahid Sheikh, ຄົນທີ່ອາໄສຢູ່ໃນທ້ອງຖິ່ນມີຄຳເຫັນ ກ່ຽວກັບ ວັນ Thanksgiving ວ່າ “ສະບາຍດີ, ຊື່ຂອງຂ້າພະເຈົ້າແມ່ນ Zahid Sheik. ຂ້າພະເຈົ້າເກີດໃນປະເທດ ປາກິສຖານ ແຕ່ວ່າຂ້າພະເຈົ້າຍ້າຍມາຢູ່ໃນປະເທດ ສະຫະລັດ ຕັ້ງແຕ່ 35 ປີ ກ່ອນ. ໃນວັນຂອບຄຸນພະເຈົ້ານີ້ ຂ້າພະເຈົ້າຈະສະຫຼອງ ດ້ວຍການກິນເຂົ້າແລງ ກັບຄອບຄົວ ແລະ ໝູ່ເພື່ອນ ແລະ ພວກເຮົາກໍຈະ ສວດມົນໃຫ້ ອາເມຣິກາ ແລະ ສິ່ງທີ່ດີງາມຕ່າງໆ ເຊິ່ງຂ້າພະເຈົ້າໄດ້ ປະສົບຜົນສຳເລັດໃນ ອາເມຣິກາ.”

ນາງ Liz McAmulty ນັກທ່ອງທ່ຽວ ກ່າວວ່າ “ຂ້າພະເຈົ້າຮູ້ສຶກດີໃຈ ​ໃນສັນຕິພາບ ແລະ ສິດເສລີພາບທີ່ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າຕ້ອງຍ່າງໄປຍ່າງມາ. ຂ້າພະ ເຈົ້າຮູ້ສຶກຂອບໃຈສຳລັບ...ຂ້າພະເຈົ້າບໍ່ຮູ້ວ່າມັນເໝາະສົມທີ່ຈະເວົ້າຫລືບໍ່..ແຕ່ ຂ້າພະເຈົ້າຮູ້ສຶກຂອບໃຈແທ້ໆ ສຳ ລັບເລື່ອງທີ່ວ່າມັນມີຫຼາຍໆຄົນຢູ່ໃນຊຸມຊົນ ທີ່ນັບຖືສາສະໜາ ອິສລາມ ທີ່ລຸກຂຶ້ນຕໍ່ຕ້ານການກໍ່ການຮ້າຍ ທີ່ກຳລັງປະເຊີນ ໜ້າກັບໂລກໃນປະຈຸບັນນີ້.”

ນາງ Katie Freeman ນັກທ່ອງທ່ຽວ ໃຫ້ຄຳເຫັນວ່າ “ຂ້າພະເຈົ້າ ແນ່ນອນຮູ້ສຶກຂອບ ໃຈສຳລັບລູກຂອງຂ້າພະເຈົ້າ, ແລະ ຄວາມ ສາມາດໃນການລ້ຽງດູພວກເຂົາເຈົ້າ ໃນສະພາບແວດລ້ອມທີ່ເປັນອິດສະຫຼະ ແລະ ສັ່ງສອນພວກເຂົາເຈົ້າໃຫ້ຮູ້ຈັກສຳ ນຶກບຸນຄຸນໃນສິ່ງທີ່ ພວກເຮົາມີ.”

ສ່ວນທ້າວ Derek Freeman ນັກທ່ອງທ່ຽວ ກ່າວວ່າ “ຂອບໃຈສຳລັບ ຄອບຄົວ ແລະ ໝູ່ເພື່ອນທຸກຄົນ. ຂອບໃຈສຳລັບທຸກໆຢ່າງທີ່ພວກເຮົາມີ ແລະວ່າພວກເຮົາໄດ້ ສະເຫຼີມສະຫຼອງໃນປະເທດນີ້.”

ນາງ Chelsea Thompson ປະຊາຊົນໃນທ້ອງຖິ່ນໄດ້ສະແດງ ຄວາມຮູ້ສຶກຂອງນາງວ່າ “ການມີບຸນພຽງແຕ່ໄດ້ເກີດ ແລະ ອາໄສຢູ່ໃນຢູ່ປະເທດນີ້ເຊິ່ງເປັນບ່ອນທີ່ມີ ຄວາມປອດໄພໃນການຫຼັບນອນໃນຍາມກາງຄືນແມ່ນສິ່ງທີ່ຂ້າພະເຈົ້າຮູ້ສຶກຂອບ ໃຈ.”

XS
SM
MD
LG