ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

37 ຄົນ ຖືກສັງຫານ ຍ້ອນການໂຈມຕີ ສະຫຼະຊີບ ຢູ່ ໄນຈີເຣຍ


ແຜນທີ່ ປະເທດໄນຈີເຣຍ
ແຜນທີ່ ປະເທດໄນຈີເຣຍ

ເກືອບ 40 ຄົນ ​ໄດ້​ເສຍຊີວິດ ຫຼັງຈາກ ຜູ້ຍິງ​ສອງ​ຄົນ ​ໄດ້ໂຈມ​ຕີ
ດ້ວຍ ​ລະ​ເບີດ​ສະຫຼະຊີບ ທີ່​ຕະຫລາດ​ແຫ່ງ​ນຶ່ງ ໃນ​ເມືອງ
Maiduguri ທາງ ພາກຕາ​ເວັນ​ອອກສຽງ​ເໜືອ ຂອງ​ປະ​ເທດ​
ໄນ​ຈີ​ເຣຍ ​ເມື່ອ​ວັນ​ອັງຄານ​ວານ​ນີ້.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ຜູ້ຍິງ​ຄົນ​ທຳ​ອິດ ບີບ​ຂະ​ນວນ
ລະ​ເບີດ ​ໃຫ້​ແຕກ​ຂຶ້ນ ຊຶ່ງໄດ້ສັງຫານຢ່າງ​ນ້ອຍ ​3 ຄົນ ​ແລະ ​ໃນ​
ຂະນະ​ທີ່ຜູ້ຄົນ ​ເຕົ້າ​ໂຮມ​ກັນ​ ຢູ່​ໃນ​ບໍລິ​ເວນ ​ທີ່ເກີດເຫດນັ້ນ ລະ​ເບີດ
​ລູກ​ທີ​ສອງ​ກໍ​ໄດ້​ແຕກ​ຂຶ້ນ.

ຕຳ​ຫລວດ ​ໃນ​ເມືອງ Maiduguri ຍັງບໍ່​ໄດ້ອອກລາຍງານໃດໆ ກ່ຽວ​ກັບ​ເຫດຮ້າຍ​ດັ່ງກ່າວ
ນີ້​ເທື່ອ.

ນັກ​ຂ່າວ​ວີ​ໂອ​ເອ ​ໃນ​ເມືອງ Maiduguri ທ່ານ Abdulkareem Haruna ລາຍ​ງານ​ວ່າ 37 ຄົນ ​ໄດ້​ເສຍ​ຊີ​ວິດ ພ້ອມ​ກັບ ອີກຫຼາຍໆຄົນ​ໄດ້​ຮັບ​ບາດ​ເຈັບ.

​ບັນດາເຈົ້າໜ້າ​ທີ່​ຂອງໂຮງ​ໝໍ​ແຫ່ງ​ນຶ່ງ ບອກ​ກັບ​ວີ​ໂອ​ເອ ວ່າ ພວກ​ເຂົາ ​ເຈົ້າໄດ້​ຮັບເອົາ ຜູ້​ເຄາະ​ຮ້າຍ 54 ຄົນ ມາ​ຈາກ​ບ່ອນ​ເກີດລະ​ເບີດ​ນັ້ນ.

​ດຣ​. Salisu Kwaya Bura ​ໄດ້​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ 14 ຄົນ ທີ່​ຢູ່ໃນອາການສາຫັດ ​ໄດ້​ຖືກ​ນຳ​ສົ່ງ​ໂຮງໝໍ​ ​ມະຫາວິທະຍາ​ໄລ ຂອງ ເມືອງ Maiduguri ເພື່ອຮັບການ​ຮັກສາ​ປິ່ນປົວ ​ໃນ​ຂະນະ​ດຽວ​ກັນ ຜູ້​ເຄາະ​ຮ້າຍອີກ 20 ຄົນ ​ໄດ້​ອອກ​ຈາກໂຮງໝໍ​ໄປ​ແລ້ວ.

ຜູ້​ປົກຄອງ​ລັດ ທ່ານ Kashim Shettima ​ໄດ້ເອີ້ນ​ພວກ​ໂຈມຕີດ້ວຍ ລະ​ເບີດ​ສະຫຼະຊີບ ວ່າ
“​ໂຫດຮ້າຍ ປ່າ​ເຖື່ອນ ​ແລະ ບໍ່​ມີ​ຫົວ​ໃຈ​ເລີຍ” ​ ແລະຕັ້ງຄຳຖາມ​ວ່າ​ ເປັນ​ຍ້ອນ​ຫຍັງ ​ພວກ​ເຂົາ​ເຈົ້າຈຶ່ງ​ເລືອກເອົາ “ພວກຄ້າຂາຍ​ ​ແລະ ພວກ​ເດັກ​ນ້ອຍ ທີ່ອານາຖາ ​ເຫຼົ່ານັ້ນ” ​ເປັນ​ເປົ້າໝາຍ.

NIGERIA VIOLENCE VO
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG