ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ສະແດງ ຄວາມດີໃຈ ນຳແມ່ຍິງ ຊູດານ ທີ່ຖືກປ່ອຍ ໃຫ້ເປັນ ອິດສະຫຼະ (ວີດີໂອ)


ພະສັນຕະປະປາ Francis ຊົງພົບປະກັບນາງ Meriam Ibrahim ຈາກຊູດານ ພ້ອມກັບລູກສາວນ້ອຍຂອງນາງ ທີ່ສຳນັກວາຕິກັນ (24 ກໍລະກົດ 2014)
ພະສັນຕະປະປາ Francis ຊົງພົບປະກັບນາງ Meriam Ibrahim ຈາກຊູດານ ພ້ອມກັບລູກສາວນ້ອຍຂອງນາງ ທີ່ສຳນັກວາຕິກັນ (24 ກໍລະກົດ 2014)

ທຳນຽບຂາວກ່າວວ່າ ຕົນມີຄວາມປິຕິຍິນດີ ທີ່ແມ່ຍິງຊູດານ ຊຶ່ງໄດ້
ຖືກຕັດສິນປະຫານຊີວິດຍ້ອນບໍ່ຍອມປະສາສະໜາຄຣິສຕຽນຂອງ
ນາງນັ້ນ ໃນເວລານີ້ ມີຄວາມປອດໄພ ແລະກໍເປັນອິດສະຫຼະແລ້ວ
ແລະກໍກຳລັງເດີນທາງ ມາຍັງສະຫະລັດ.

ນາງ Mariam Yahya Ibrahim ໄດ້ເດີນທາງໄປເຖິງໂຣມໃນວັນ
ພະຫັດວານນີ້ ພ້ອມດ້ວຍສາມີຂອງນາງ ຊຶ່ງເປັນຄົນອາເມຣິກັນ
ແລະລູກນ້ອຍຂອງພວກເຂົາເຈົ້າສອງຄົນ ຮວມທັງລູກສາວທີ່ຍັງ ເປັນທາລົກຊຶ່ງໄດ້ເກີດໃນຂະນະທີ່ນາງຕິດຄຸກຢູ່ນັ້ນ.

ຮອງລັດຖະມົນຕີການຕ່າງປະເທດອີຕາລີ ທ່ານ Lapo Pistelli (ຊ້າຍ) ຕ້ອນຮັບນາງ Mariam Yahya Ibrahim ແລະຄອບຄົວ ທີ່ເດີນທາງ ໄປເຖິງໂຣມ ແຕ່ຊູດານ (24 ກໍລະກົດ 2014)
ຮອງລັດຖະມົນຕີການຕ່າງປະເທດອີຕາລີ ທ່ານ Lapo Pistelli (ຊ້າຍ) ຕ້ອນຮັບນາງ Mariam Yahya Ibrahim ແລະຄອບຄົວ ທີ່ເດີນທາງ ໄປເຖິງໂຣມ ແຕ່ຊູດານ (24 ກໍລະກົດ 2014)

ທີ່ວາຕິກັນ ນາງໄດ້ພົບພໍ້ ກັບພະສັນຕະປະປາ Francis ທີ່ຊົງໄດ້
ກ່າວ ຂອບອົກຂອບໃຈນາງ ຍ້ອນການມີຄວາມເຊື່ອ ແລະຄວາມ
ກ້າຫານຂອງນາງ.

ທ່ານນາງ Susan Rice ທີີ່ປຶກສາ ທາງດ້ານຄວາມໝັ້ນຄົງແຫ່ງ
ຊາດ ຂອງສະຫະລັດ ກ່າວວ່າ ສະຫະລັດ ຈະໄດ້ຮັບຄວາມເຂັ້ມ
ແຂງຂຶ້ນຕື່ມຈາກຕົວຢ່າງຂອງນາງ Ibrahim ເວລາ ໃຫ້ການສະ ໜັບສະໜຸນຕໍ່ພວກທີ່ຖືກປະຕິເສດບໍ່ໃຫ້ມີສິດເສລີພາບໃນການ
ເຊື່ອຖືສາສະໜາ.

ຜູ້ພິພາກສາຄົນນຶ່ງຂອງຊູດານໄດ້ຕັດສິນປະຫານຊີວິດນາງໃນເດືອນພຶດສະພາຜ່ານມາ ຍ້ອນນາງໄດ້ປະຕິເສດບໍ່ຍອມປະສາສະໜາຄຣິສຕຽນຂອງນາງ. ພາຍໃຕ້ກົດໝາຍຂອງ ຊູດານແລ້ວ ເດັກນ້ອຍທີ່ເປັນຜູ້ຊາຍມຸສລິມແມ່ນຖືວ່າເປັນມຸສລິມ. ນາງ Ibrahim ໄດ້ຖືກ ລ້ຽງດູໂດຍແມ່ທີ່ນັບຖືສາສະໜາຄຣິສຕ໌.

ສານໄດ້ຕັດສິນຍົກເລີກໂທດປະຫານຊີວິດ ໃນເດືອນແລ້ວນີ້ ແລະຄອບຄົວຂອງນາງໄດ້
ເຂົ້າໄປລີ້ໄພຢູ່ໃນສະຖານທູດສະຫະລັດ ທີ່ນະຄອນຫຼວງຄາທູມ.

SUDAN APOSTASY VO
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG