ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວສິງກະໂປ ສັ່ງລາ 'ບິດາຜູ້ກໍ່ຕັ້ງປະເທດ' ເປັນຄັ້ງສຸດທ້າຍ


ນາຍົກລັດຖະມົນຕີສິງ​ກະ​ໂປ ທ່ານ Lee Hsien Loong ກ່າວ​ໃນ
​ຄຳ​ສະດຸ​ດີ ​ມື້​ລາງ​ບິດາ​ຂອງ​ທ່ານ ວ່າ “ທ່ານ Lee Kuan Yew
ດຳລົງຊີວິດ ແລະ ​ຫາຍ​ໃຈ​ ​ເພື່ອສິງ​ກະ​ໂປ ​ໃນຕະຫລອດ​
ຊີວິດ​ຂອງ​ທ່ານ.”

ຢູ່​ໃນ​ຄຳ​ສະດຸ​ດີ​ທີ່​ສະ​ເທືອ​ນຈິດ​ໃຈນັ້ນ ນາຍົກລັດຖະມົນຕີ Lee
ກ່າວ​ຢູ່​ພິທີ​ຊາ​ປະ​ນະ​ກິດ​ສົບ ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​
ສິງກະ​ໂປ ວ່າ “​ແສງ​ໄຟ​ທີ່​ນຳ​ທິດທາງພວກ​ເຮົາ ຕະຫລອດ
ຫຼາຍໆ​ປີ ​ຜ່ານມາ​ນີ້ ​ແມ່ນ​ໄດ້ມອດ​ລົງ​ແລ້ວ. ພວກ​ເຮົາ​ໄດ້​
ສູນ​ເສຍ ບິດາ​ຜູ້​ກໍ່ຕັ້ງປະ​ເທດ.”

ເຂົ້າຮ່ວມ​ໃນພິທີ​ຊາ​ປະ​ນາ​ກິດ​ສົບ ມີບັນດາ​ບຸກຄົນ​ສຳ​ຄັນໆ ​ຈາກ​ທົ່ວ​ໂລກ ລວມທັງອະດີດ ​ປະທານາ​ທິບໍດີ ສະຫະລັດ ທ່ານ Bill Clinton ນາຍົກລັດຖະມົນ​ຕີ​ຍີ່ປຸ່ ທ່ານ Shinzo Abe ​ປະທານາ​ທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-Hye ​ແລະ ນາຍົກລັດຖະມົນ​ຕີອອສ​ເຕຣ​ເລຍ ທ່ານ Tony Abbott.

ໂລງສົບ​ຂອງ​ທ່ານ Lee ທີ່​ປົກ​ຄຸມ​ດ້ວຍ​ທຸງຊາດ​ສິງກະ​ໂປ ​ໄດ້​ຖືກ​ດອຍ​ໄວ້ ​ຢູ່ໃນສູນວັດ
ທະນະທຳ​ຂອງມະຫາວິ​ທະຍາ​ໄລ ຫຼັງຈາກທີ່​ສົບ​ຂອງ​ທ່ານ​ ໄດ້ຖືກເຄື່ອນ​ຍ້າ​ຍ ​ມາຈາກຕຶກ​
ລັດຖະສະພາ ພາຍ​ໃຕ້ສາຍ​ຝົນ ທີ່ຫຼັ່ງ​ລົງ​ມາ ຜ່ານຖະໜົນ​ສາຍ​ຕ່າງໆ ທີ່​ມີບັນດາ​ຜູ້​ໄວ້ອາ​
ໄລຫຼາຍໝື່ນ ຄົນ ຢືນລຽນ​ຕິດກັນ​ເປັນ​ແຖວ.

Singapore Lee Funeral
please wait
Embed

No media source currently available

0:00 0:00:43 0:00

ອະດີດ​ນາຍົກລັດຖະມົນຕີ ຜູ້ນຳ​ພາ​ປະ​ເທດເກາະສິງກະ​ໂປ ​ຈາກ​ປີ 1959 ຫາ 1990 ​ໄດ້​
ເຖິງ​ແກ່​ອະສັນ​ຍະ​ກຳ​ໄປ ​ເມື່ອ​ວັນ​ຈັນຜ່ານ​ມາ ລວມອາຍຸ​ໄດ້ 91 ປີ.

ທ່ານໄດ້​ເປັນນາຍົກລັດຖະມົນຕີຄົນທຳອິດ​ຂອງ​ສິງກະ​ໂປ ໃນ​ເວລາ​ປະ​ເທດ​ໄດ້​ຮັບ​
ເອກ​ກະລາດ​ ​ປົກຄອງ​ດ້ວຍ​ຕົນ​ເອງ ຈາກ​ການເປັນ​ອານາ​ນິຄົມຂອງ​ອັງກິດ. ທ່ານ Lee
ຍັງ​ສືບ​ຕໍ່​ເປັນ​ພະລັງ​ຂັບ​ດັນ​ປະ​ເທດ ຫຼັງຈາກ​ທີ່​ທ່ານ​ໄດ້​ກະສຽນ​ໄປ​ແລ້ວ 3 ທົດ​ສະ​ວັດ​ຕໍ່ມາ.

ທ່ານ ​ໄດ້​ຖືກ​ຍ້ອງຍໍສັນລະ​ເສີນ ວ່າ​ເປັນ​ຜູ້ວາງ​ພື້ນຖານ​ ສຳ​ຫຼັບການເຕີບ​ໂຕ​ຢ່າງ​ໃຫຍ່ ​ແລະ​ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສິງກະ​ໂປ ​ແຕ່​ກໍໄດ້ຖືກ​ຕຳ​ນິຕິ​ຕຽນ ​ໂດຍຫຼາຍໆ​ຄົນ ​ທີ່​ຄັດ​ຄ້ານ
ຕໍ່​ການ​ປົກຄອງ​ແບບ​ຜະ​ເດັດ​ການ ຂອງ​ທ່ານ.

World Leaders in Singapore Sunday for Funeral of Lee Kuan Yew
please wait

No media source currently available

0:00 0:02:47 0:00

Lee Kuan Yew "lived and breathed Singapore all his life," said Prime Minister Lee Hsien Loong in a eulogy at his father's funeral Sunday.

In the moving tribute, Prime Minister Lee said at the National University of Singapore, "The light that has guided us all these years has been extinguished.We have lost out founding father."

The funeral was attended by dignitaries from all over the world, including former U.S. President Bill Clinton, Japanese Prime Minister Shinzo Abe, South Korean President Park Geun-Hye and Australian Prime Minister Tony Abbott.

Mr. Lee's flag-draped casket sat on a stage at the University Culture Center, where it had been transported under a driving rain from parliament house, through streets lined by tens of thousands mourners.

The former prime minister, who led the island nation from 1959 to 1990, died Monday at the age of 91.

He became Singapore's first prime minister when it gained full self-governance from Britain's colonial rule. Mr. Lee remained the country's driving force long after his retirement three decades later.

He has been praised for laying the foundation for Singapore's massive growth and booming prosperity, but criticized by many who objected to his authoritarian style.

XS
SM
MD
LG