ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຫຸ່ນ​ຍົນດຳ​ນ້ຳ​ ເກີດມີບັນຫາຕິດຂັດ ແລະຖືກຕັດເວລາຊອກຄົ້ນ ສັ້ນລົງ (ວີດີໂອ/ສະໄລດ໌)


Malaysia Plane
please wait
Embed

No media source currently available

0:00 0:01:11 0:00
ຫຸ່ນ​ຍົນດຳ​ນ້ຳ​ ທີ່​ຖືກ​ສົ່ງ​ລົງ​ໄປ​ຊອກ​ຄົ້ນ​ຫາ​ຊິ້ນ​ສ່ວນ​ຂອງ​ສາຍ​
ການບິນ​ມາ​ເລ​ເຊຍ ທີ່ຫາຍ​ສາບ​ສູນນັ້ນ ບໍ່​ໄດ້​ເຮັດ​ວຽກ​ຢ່າງເຕັມ
​ທີ່ອີກ​ ໃນ​ວັນ​ພຸດ​ມື້​ນີ້.

ອົງການອອສ​ເຕຣ​ເລຍ​ ຊຶ່ງ​ເປັນ​ຜູ້​ປະສານ​ງານ​ການ​ຄົ້ນ​ຫາ​ນີ້
ກ່າວ​ວ່າ ​ໄດ້ເກີດ​ບັນຫາດ້ານ​ເທັກ​ນິກ ​ທີ່​ບໍ່ບອກ​ໃຫ້​ຮູ້ວ່າ​ແມ່ນ
ຫຍັງ ຊຶ່ງ​ໄດ້ບັງຄັບໃຫ້ຫຸ່ນ​ຍົນດຳ​ນ້ຳ​ Bluefin-21 ຕ້ອງ
ກັບ​ຄືນ ຂຶ້ນ​ມາສູ່​ຜີວ​ນ້ຳ​ອີກ.

​ແຕ່​ທາງ​ອົງການ​ກ່າວ​ວ່າ ເຮືອ​ດຳ​ນ້ຳ​ຫຸ່ນ​ຍົນນັ້ນ ​ໄດ້​ຖືກ​ສົ່ງ​ລົງ​
ໄປ​ອີກ ​ເພື່ອ​ສືບ​ຕໍ່​ຄົ້ນ​ຫາຕື່ມ ​ແລະ​ກ່າວ​ວ່າ ການ​ວິ​ໄຈ​ຂໍ້​ມູນທີ່​ເກັບ​ກຳມາ​ໄດ້ ​ໃນຂັ້ນ​ຕົ້ນ​ນັ້ນ ​ແມ່ນ​ວ່າ ບໍ່​ໄດ້​ມີ​ຫຍັງ​ສຳຄັນ​ເປັນ​ພິ​ເສດ.

ທາງອົງການ ບໍ່​ໄດ້​ອະທິບາຍ​ຫຍັງ​ຫຼາຍ ກ່ຽວ​ກັບ​ວ່າ ​ສາ​ເຫດທີ່​ພາ​ໃຫ້​ນຳ​ເອົາ​ຫຸ່ນ​ຍົນ​ດຳນ້ຳ
ກັບ​ຄືນ​ມາ​ເທິງ​ໜ້າ​ນ້ຳ​ອີກ ​ແລະ​ເປັນ​ດົນ​ປານ​ໃດ.

ເມື່ອ​ຕົ້ນ​ອາທິດ​ນີ້ ການ​ປະຕິບັດ​ງານ​ຂອງຫຸ່ນ​ຍົນດຳ​ນ້ຳໄດ້​ຢຸດ​ລົງ ຫຼັງ​ຈາກ​ພຽງ​ແຕ່ 6 ຊົ່ວ​
ໂມງເທົ່າ​ນັ້ນ ​ເວລາ​ມັນ​ໄປ​ຮອດເຂດ​ທີ່​ເລິກ ເກີນລະດັບ​ການ​ປະຕິບັດ​ງານ​ຂອງ​ມັນ ຄື​ປະມານ 4,500 ​ແມັດ​ນັ້ນ.

ຫຸ່ນ​ຍົນດຳ​ນ້ຳ​ Bluefin-21 ​ໃຊ້​ລະບົບ sonar ​ເພື່ອ​ເກັບ​ກຳ​ຮູບ​ພາບ 3 ມິ​ຕິ ຂອງ​ບໍລິເວນ ​
ໃຕ້ນ້ຳ​ ​ໃນ​ມະຫາ​ສະມຸດ​ອິນ​ເດຍ ບ່ອນ​ທີ່​ເຊື່ອ​ກັນ​ວ່າ ​ເຮືອບິນ ​ໂບອິ້ງ 777 ​ໄດ້​ຕົກລົງ​ຢູ່​ທີ່​ນັ້ນ.

ການຄົ້ນຫາຖ້ຽວບິນ MH370

​ເຈົ້າ​ໜ້າ​ທີ່​ທະຫານ​ເຮືອ​ສະຫະລັດ ​ໄດ້​ເຕືອນ​ວ່າ ມັນ​ອາດ​ຈະ​ໃຊ້​ເວລາດົນ​ເຖິງ 2 ​ເດືອນ
ກ່ວາຫຸ່ນ​ຍົນດຳ​ນ້ຳ ​ຈະ​ຊອກ​ຄົ້ນ​ຫາໄດ້​ທົ່ວ ​ໃນ​ບໍລິ​ເວນ 600 ຕາລາງ​ກິ​ໂລແມັດ ທີ່​ບໍ່
ເຄີຍ​ ໄດ້​ບັນທຶກ​ລົງ​ໃນແຜນທີ່​ມາ​ກ່ອນ​ນັ້ນ.

​ສ່ວນ​ຢູ່ເທິງ​ໜ້າ​ນ້ຳ ​ກໍ​ມີ​ເຮືອ​ບິນ ຈຳນວນ 14 ລຳ​ແລະ​ກຳ​ປັ່ນ​ອີກ 11 ລຳ ສືບ​ຕໍ່ທຳການ ຊອກ​ຄົ້ນ​ ໃນ​ວັນພຸດ​ມື້​ນີ້ ​ເພື່ອ​ຊອກຫາ​ເສດສ່ວນ ຊາກ​ຫັກ​ພັງໃດໆ​ແລະ​ຮັບ​ຟັງ​ຄື້ນສຽງ ສັນຍານ​ຈາກຫີບ​ດຳ ​ເຖິງ​ແມ່ນ​ວ່າ ທາງ​ການ​ໄດ້​ເຕືອນ​ແລ້ວ​ວ່າ ຄວາມພະຍາຍາມ
ແບບ​ນີ້ ກໍ​ຈະ​ສິ້ນ​ສຸດ​ລົງ ​ໃນ​ໄວໆ​ນີ້.


XS
SM
MD
LG