ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍາດພີ່ນ້ອງ ຜູ້ໂດຍສານ ຢາກໄດ້ຄຳຕອບ ຈາກ ເຈົ້າໜ້າທີ່ ມາເລເຊຍ (ວີດີໂອ)


ຍາດພີ່ນ້ອງຂອງຜູ້ໂດຍສານຈີນຄົນນຶ່ງ ທີ່ເດີນທາງໄປນຳຖ້ຽວບິນ 370 ຂອງມາເລເຊຍ ຮ້ອງໄຫ້ ຂະນະທີ່ນາງຖາມເຈົ້າໜ້າທີ່ສະຖານທູດແລະຜູ້ຕາງໜ້າຂອງສາຍການບິນມາເລເຊຍ ທີ່ກຸງປັກກິ່ງ (21 ເມສາ 2014)
ຍາດພີ່ນ້ອງຂອງຜູ້ໂດຍສານຈີນຄົນນຶ່ງ ທີ່ເດີນທາງໄປນຳຖ້ຽວບິນ 370 ຂອງມາເລເຊຍ ຮ້ອງໄຫ້ ຂະນະທີ່ນາງຖາມເຈົ້າໜ້າທີ່ສະຖານທູດແລະຜູ້ຕາງໜ້າຂອງສາຍການບິນມາເລເຊຍ ທີ່ກຸງປັກກິ່ງ (21 ເມສາ 2014)
​ໃນຂະນະທີ່ການຊອກຄົ້ນຫາຖ້ຽວບິນ 370 ຂອງມາເລເຊຍພວມ
ກ້າວເຂົ້າສູ່ອາທິດທີ 7 ນີ້ ພວກຍາດພີ່ນ້ອງຂອງຜູ້ໂດຍສານທີ່ນະ
ຄອນຫຼວງປັກກິ່ງ ຍັງສືບຕໍ່ພາກັນຮຽກຮ້ອງຢາກໄດ້ຄຳຕອບຈາກ ເຈົ້າໜ້າທີ່ສາຍການບິນ. Shannon Van Sant ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລື່ອງນີ້ຈາກປັກກິ່ງ ດັ່ງໄພສານຈະ​ນຳ​ເອົາລະ
ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາສະມາຊິກໃນຄອບຄົວ ຂອງຜູ້ໂດຍສານ ທີ່ເດີນທາງໄປກັບ
ຖ້ຽວບິນ 370 ຂອງມາເລເຊຍ ໄດ້ເປີດເຜີຍ ໃຫ້ຊາບ ກ່ຽວກັບຄຳ
ຖາມຕ່າງໆທີ່ພວກເຂົາເຈົ້າໄດ້ຖາມເຈົ້າໜ້າທີ່ໆພວມທຳການຊອກ
ຄົ້ນ ຫາເຮືອບິນດັ່ງກ່າວນີ້ຢູ່. ນາງ Sarah Bajc ຊຶ່ງຜູ້ບ່າວຂອງລາວທ່ານ Philip Woods ໄດ້ ເດີນທາງໄປນຳຖ້ຽວບິນນີ້ ໄດ້ສົ່ງອີີແມລໄປແຈ້ງໃຫ້ພວກນັກຂ່າວຊາບ ໃນນາມຄອບຄົວພວກ ເຄາະຮ້າຍຂອງຖ້ຽວບິນ MH370.

ອີແມລສະບັບນີ້ ໄດ້ຮ້ອງຂໍໃຫ້ຈັດ​ຕັ້ງຄະນຳກຳມະການອິດສະຫຼະຂຶ້ນ​ມາກວດສອບເບິ່ງຂໍ້ມູນ ຂອງດາວທຽມ Inmarsat ຂອງອັງກິດ ຊຶ່ງຂໍ້ມູນດັ່ງກ່າວແລະການວິເຄາະຂໍ້​ມູນ​ເຫຼົ່ານັ້ນ ​ໂດຍ ​ທາງບໍລິສັດໃນເວລາຕໍ່ມາ ໄດ້ຖືກນຳໃຊ້​ໃນ​ການ​ລົງ​ຄວາມ​ເຫັນວ່າ ຖ້ຽວ​ບິນ​ດັ່ງກ່າວໄດ້ຕົກລົງ ໃສ່ເຂດພາກໃຕ້ຂອງມະຫາສະມຸດອິນເດຍ. ນອກນັ້ນອີແມລສະບັບນີ້ຍັງໄດ້ຕຳໜິຕິຕຽນເຈົ້າ ໜ້າທີ່ ທີ່ໄດ້ອອກໃບຢັ້ງຢືນການເສຍຊີວິດກ່ອນທີ່ຈະມີການພົບເຫັນຊາກເຮືອບິນ ແລະບໍ່ໄດ້ ແບ່ງປັນຂໍ້ມູນ ໃຫ້ແກ່ພວກຍາດພີ່ນ້ອງໃກ້ຊິດ ຂອງຜູ້ໂດຍສານຮູ້ນຳ ກ່ອນທີ່ຈະເປີດເຜີຍໃຫ້ ແກ່ອົງການຂ່າວຕ່າງໆ.

ເຈົ້າໜ້າທີ່ຈາກສະຖານທູດມາເລເຊຍ ໄດ້ພົບພໍ້ກັບບັນດາສະມາຊິກໃນຄອບຄົວຂອງຜູ້ໂດຍ ສານ ຫຼາຍກວ່າ 300 ຄົນ ທີ່ໂຮງແຮມແຫ່ງນຶ່ງໃນນະຄອນຫຼວງປັກກິ່ງ ໃນມື້ວັນຈັນຜ່ານມານີ້. ພວກຍາດພີ່ນ້ອງຂອງຜູ້ໂດຍສານເວົ້າວ່າ ເຈົ້າໜ້າທີ່ທ່ານນີ້ ໄດ້ຕອບຄຳຖາມ ຂອງພວກເຂົາ ເຈົ້າ ພຽງສອງສາມຂໍ້ເທົ່ານັ້ນ ແລະພວກຍາດພີ່ນ້ອງ ຢາກພົບພໍ້ກັບເຈົ້າໜ້າທີ່ ທີ່ສາມາດໃຫ້ ຄຳຕອບ ຕໍ່ຄຳຖາມຕ່າງໆທາງດ້ານເທັກນິກ ຂອງພວກເຂົາເຈົ້າ. ທ້າວ Steve Wang ຊຶ່ງແມ່ ຂອງລາວແມ່ນຜູ້ໂດຍສານຄົນນຶ່ງ ທີ່ເດີນທາງໄປກັບຖ້ຽມບິນ 370 ເວົ້າວ່າ:

“ພວກເຮົາແມ່ນ ມີຄວາມໂກດແຄ້ນເປັນທີ່ສຸດ ກ່ຽວກັບສິ່ງທີ່ພວກເຈົ້າໜ້າທີ່ ໄດ້ກະ ທຳມາ ດັ່ງທີ່ທ່ານຮູ້ ມັນຄວນເປັນຄະນະເຈົ້າໜ້າທີ່ທາງດ້ານເທັກນິກລະດັບສູງ ສື່​ສານກັບພວກເຮົາ ກ່ຽວກັບຄຳຖາມຕ່າງໆ ທາງດ້ານເທັກນິກ.”

ໃນລະຫວ່າງການພົບພໍ້ກັນນັ້ນ ບັນດາສະມາຊິກໃນຄອບຄົວຂອງຜູ້ໂດຍສານ ໄດ້ພາກັນ ຮ້ອງຖາມຂຶ້ນຢ່າງແຮງຕໍ່ເຈົ້າໜ້າທີ່ສະຖານທູດມາເລເຊຍ ພ້ອມທັງຮ້ອງໄຫ້ອອກ​ມາແລະ ເຈົ້າໜ້າທີ່ການແພດຕ້ອງໄດ້ປິ່ນປົວແມ່ຍິງຄົນນຶ່ງທີ່ເປັນລົມລົ້ມລົງ ຫຼາຍໆຄັ້ງໃນລະຫວ່າງ ການພົບປະກັນຢູ່ນັ້ນສະມາຊິກຄອບຄົວຜູ້ໂດຍສານບາງຄົນຮ້ອງຂຶ້ນວ່າ “ເອົາຄົນທີ່ພວກ ເຮົາຮັກກັບຄືນມາໃຫ້ພວກເຮົາ” ຫລາຍໆຄົນ ຄືກັນກັບຄອບຄົວນີ້ ແມ່ນໄດ້ຕັ້ງຄຳຖາມ ຕໍ່ ເຈົ້າໜ້າທີ່ສະຖານທູດ.
MALAYSIA PLANE VOSOT
please wait
Embed

No media source currently available

0:00 0:01:44 0:00

ຊາຍຄົນນີ້ເວົ້າວ່າລູກຊາຍຂອງລາວໄດ້ເດີນທາງໄປນຳເຮືອບິນໂດຍສານລຳນັ້ນ. ລູກຊາຍ ພັນລະຍາ ແລະສະມາຊິກໃນຄອບຄົວ ຂອງຄົນອື່ນໆ ກໍໄດ້ເດີນທາງໄປນຳ ເຮືອບິນລຳນັ້ນ. ຫລາຍໆຄົນໃນໝູ່ພວກເຮົາເຊື່ອວ່າ ຄົນທີ່ພວກເຮົາຮັກ ແມ່ນຍັງມີຊີວິດຢູ່ແລະຍັງບໍ່ທັນຕາຍ ເທື່ອ ແຕ່ພວກທ່ານບໍ່ໄດ້ໄປຊອກຄົ້ນຫາ ໃນບ່ອນທີ່ຖືກຕ້ອງ ມາຈົນຮອດດຽວນີ້. ທ່ານມີແຕ່ ສັນນິດຖານວ່າ ເຂົາເຈົ້າເສຍຊີວິດໄປແລ້ວ. ພວກເຮົາຕ້ອງການ ເປັນທີ່ສຸດ ຢາກໃຫ້ຄະນະ ທີມງານດ້ານເທັກນິກ ເດີນທາງມາປັກກິ່ງ ເພື່ອຊ່ອຍຕອບຄຳຖາມພວກເຮົາ ພວກເຮົາທຸກ ຄົນຍັງມີຂໍ້ຂ້ອງໃຈຢ່າງແຮງແລະຢາກຮູ້ຈັກວ່າ ຄົນທີ່ພວກເຮົາຮັກຢູ່​ໃສ ພວກເຮົາບໍ່ຮູ້ວ່າເຂົາ ເຈົ້າ ຍັງມີຊີວິດຢູ່ຫລືຕາຍຈາກໄປແລ້ວ.

ເຈົ້າໜ້າທີ່ຈາກສະຖານທູດມາເລເຊຍກ່າວວ່າ ເຈົ້າໜ້າທີ່ອີກຄະນະນຶ່ງຈາກນະຄອນກົວລາ ລຳເປີ ຈະເດີນທາງມາປັກກິ່ງ ພາຍໃນ 24 ຊົ່ວໂມງ ເພື່ອຕອບ ຄຳຖາມຕ່າງໆ ຂອງຍາດພີ່ ນ້ອງຜູ້ໂດຍສານ.

ເຈົ້າໜ້າທີ່ມາເລເຊຍເວົ້າວ່າ “ຂ້າພະເຈົ້າຂໍຮ້ອງ ​ໄປ​ຍັງສະມາຊິກໃນຄອບຄົວທຸກຄົນ ຈົ່ງໃຫ້ການຮ່ວມມື. ພວກເຮົາໄດ້ພະຍາຍາມຢ່າງດີທີ່ສຸດແລ້ວ.”

ຖ້ຽວບິນ 370 ໄດ້ຫາຍສາບສູນໄປ ເມື່ອ 6 ອາທິດກວ່າໆຜ່ານມາ ໃນຕອນເຊົ້າ ຂອງວັນທີ 8 ມີນາ ພ້ອມດ້ວຍຜູ້ໂດຍສານ ແລະພະນັກງານປະຈຳເຮືອບິນ 239 ຄົນ. ສັນຍານທີ່ອາດມາ ຈາກເຄື່ອງບັນທຶກຂໍ້ມູນຂອງເຮືອບິນ ຖືກໄດ້ຈັບ ຢູ່ໃນບໍລິເວນເຂດແຄມຝັ່ງທະເລກ້ຳຕາເວັນ ຕົກຂອງອອສເຕຣເລຍ ແລະກໍມີການສົ່ງຍານດຳນ້ຳ ທີ່ບໍ່ມີຄົນຂັບ ຂອງກອງທັບເຮືອສະຫະ ລັດລົງໄປສຳຫຼວດເບິ່ງພື້ນທະເລແຕ່ມາຮອດເວລານີ້ກໍຍັງບໍ່ທັນພົບເຫັນຮ່ອງຮອຍໃດໆຂອງ ເຮືອບິນໂດຍສານ ມາເລເຊຍເທື່ອ.
XS
SM
MD
LG