ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກາແດງວ່າ ເຊື້ອໄວຣັສ ອີໂບລາ ອາດຄວບຄຸມໄດ້ ພາຍໃນສີ່ ຫາຫົກເດືອນ


ບັນດາພະນັກງານການແພດ ກຳລັງຝັງສົບຜູ້ຍິງຄົນນຶ່ງ ທີ່ສົງໄສ ວ່າ ຕິດເຊື້ອອີໂບລາ ທີ່ນະຄອນຫຼວງ Monrovia ຂອງໄລບີເຣຍ
ບັນດາພະນັກງານການແພດ ກຳລັງຝັງສົບຜູ້ຍິງຄົນນຶ່ງ ທີ່ສົງໄສ ວ່າ ຕິດເຊື້ອອີໂບລາ ທີ່ນະຄອນຫຼວງ Monrovia ຂອງໄລບີເຣຍ

ຫົວໜ້າ​ສະພາກາ​ແດງ ກ່າວ​ວ່າ ການ​ແຜ່​ລະບາດ​ ຂອງເຊື້ອ
ອີ​ໂບລາ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດແລ້ວ ຫລາຍກວ່າ 4,500
ຄົນ ໃນອາ​ຟຣິກກາ​ຕາ​ເວັນ​ຕົກ ອາດ​ຈະສາມາດ​ຄວບ​ຄຸມ​ໄດ້
ໃນ​ລະຫວ່່າງສີ່ ຫາ​ຫົກເດືອນ ຖ້າ​ຫາກ​ວ່າປະຕິບັດ​ຕາມ ບາດ
ກ້າວ​ທີ່​ຖືກຕ້ອງ.

ທ່ານ Elhadj As Sy ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນ​ວັນ​ພຸດ​ມື້​ນີ້ ຢູ່​
ທີ່ປະ​ເທດ​ຈີນ ວ່າກຳນົດເວລາດັ່ງກ່າວ ແມ່ນເປັນ​ໄປ​ໄດ້ ​ໂດຍ
​ການ​ແຍກ​ຜູ້ຕິດເຊື້ອອອກ​ໄປ​ຢູ່​ ​ໂດດດ່ຽວ ​ແລະ​ປິ່ນປົວ​ບັນດາ
​ກໍລະນີ ທີ່ຢືນຢັນວ່າໄດ້ຕິ​ດ​ເຊື້ອ​ອີ​ໂບລາແລ້ວນັ້ນ ພ້ອມ​ທັງ​
ການ​ຝັງ​ສົບ​ທີ່​ເໝາະ​ສົມ ໃຫ້​ແກ່​ພວກ​ທີ່​ເສຍ​ຊີ​ວິດຍ້ອນຕິດ
ເຊື້ອ​ໄວຣັສ.

ການໃຫ້ຄວາມເຫັນຂອງທ່ານມີຂຶ້ນໃນຂະນະທີ່ອົງການອະນາໄມໂລກ ຈັດກອງ ປະຊຸມ
ສຸກເສີນຄະນະກຳມະການຮັບມືກັບອີໂບລາ ເພື່ອຫາລາກັນກ່ຽວກັບການ ເຄື່ອນໄຫວ
ຫລ້າສຸດໃນການແຜ່ລະບາດ ແລະຈະທຳການປ່ຽນແປງຄຳແນະນຳ ຂອງຕົນທີ່ໃຫ້ໄປ

ແລ້ວນັ້ນຫຼືບໍ່.

ການ​ໂອ້​ລົ​ມສົນ​ທະ​ນາຫາລືກັນນີ້ ຄາດ​ວ່າ​ຈະ​ໃຊ້ເວ​ລາ​ນຶ່ງ​ຫາ​ສອງ​ມື້ ຫລັງ​ຈາກນັ້ນ ທາງ
ອົງການ​ອະ​ນາ​ໄມ​ໂລກ ຈະລາ​ຍງານ​ໃຫ້ຊາບກ່ຽວກັບຜົນຂອງການປະ ຊຸມ.

ອົງການດັ່ງກ່າວຂອງສະຫະ​ປະຊາ​ຊາດກ່າວໃນ​ວັນ​ອັງຄານ​ວານນີ້​ວ່າ ຢາວັກ​ຊີ​ນ ທົດ​
ລອງກັນອີໂບລາ ອາດ​ຈະ​ມີການ​ນຳ​ໃຊ້ ໃນ​ເດືອນ​ມັງກອນ​ຈະ​ມາ​ເຖິງ​ນີ້.

ຮອງ​ຫົວໜ້າອົງການ​ອະນາໄມ​ໂລກ ດອກ​ເຕີ Marie Paule Kieny ກ່າວ​ວ່າ ຫ້ອງ​ທົດ
​ລອງ​ນຳໃຊ້ຢາ​ວັກ​ຊີ​ນກັນອີ​ໂບລາ ກຳລັງ​ດຳເນີນກັນຢູ່ ຫລືມີການ​ວາງ​ແຜນຢູ່​ໃນ​ຢູ​ໂຣບ
ສະຫະລັດ ​ແລະອາ​ຟຣິກາ. ທ່ານ​ນາງ ກ່າວ​ວ່າ ຖ້າ​ຫາກ​ພົບ ເຫັນວ່າຢາ​ວັກ​ຊີ​ນ​ນີ້ ມີ​
ຄວາມ​ປອດ​ໄພແລ້ວ ມັນ​ອາດ​ຈະ​ຖືກ​ນຳ​ໃຊ້ຢູ່ທີ່ອາຟຣິກາ​ຕາ​ເວັນ​ຕົກ ​ໃນ​ເດືອນ​ມັງ​
ກອນ​ຈະມານີ້ ​ສຳລັບຫລາຍ​ສິບ​ພັນ​ຄົນ.

EBOLA VOSOT
please wait
Embed

No media source currently available

0:00 0:01:54 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG