ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ຄົນ ເສຍຊີວິດ ໃນການໂຈມຕີ ຄະນະສັກຢາ ກັນໂປລິໂອ ຢູ່ ປາກິສຖານ


ແຜນທີ່ປາກິສຖານ
ແຜນທີ່ປາກິສຖານ

ພວກ​ມື​ປືນ​ໄດ້​ເປີດ​ສາກ​ຍິງ​ໃສ່ ທີ​ມສັກ​ຢາ​ປ້ອງ​ກັນ​ໂປ​ລິ​ໂອ ຢູ່​
ໃນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງປາ​ກິ​ສຖານ ​ໃນ​ວັນ​ພຸດ​ມື້​ນີ້
ໂດຍໄດ້ສັງ​ຫານ​ຢ່າງ​ໜ້ອຍສີ່​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ
​ຫລາຍ​ຄົນ.

ຕຳຫລວດ​ກ່າວ​ວ່າ ພະນັກງານ​ແພດ​ຜູ້ຍິງ​ສາມ​ຄົນ ຮວມຢູ່​
ໃນ​ຈຳນວນຜູ້​ເສຍ​ຊີວິດ.

ເຫດຮ້າຍດັ່ງກ່າວເກີດ​ຂື້ນ​ທີ່​ເມືອງ Quetta ​ເມືອງ​ຫລວງ​ຂອງ
​ແຂວງ Balu-chistan ທີ່ປະສົບກັບຄວາ​ມວຸ້ນວາຍນັ້ນ​.

ພະນັກງາ​ນການ​ແພດ​ຄົນ​ນຶ່ງ​ທີ່ໄດ້​ຮັບ​ບາດ​ເຈັບຍ້ອນ​ການ​ໂຈມ​ຕີ ​ໄດ້​ກ່າວຕໍ່​ບັນດາ​ນັກ​ຂ່າວຢູ່ໂຮງໝໍເມືອງ Quetta ວ່າ ​ນາງ​ໄດ້​ເດີນທາງ​ໂດຍ​ທາງ​ລົດ​ຕູ້ ພ້ອມ​ດ້ວຍເພື່ອນຮ່ວມ​ງານ
​ຜູ້ຍິງ​ແປດ​ຄົນ ​ແລະຜູ້​ຊາຍ​ນຶ່ງ​ຄົນ ​ເພື່ອຮ່ວມດຳ​ເນີນການ​ສັກ​ຢາປ້ອງ​ກັນໂປ​ລິ​ໂອ ​ເວລາ​ຜູ້ຊາຍ​ສອງ​ຄົນ ຂີ່​ລົດຈັກ​ໄດ້​ສະກັດ​ກັ້ນ​ລົດ​ຕູ້​ເຂົາ​ເຈົ້າ ຢູ່​ນອກ​ເມືອງດັ່ງກ່າວ ​ແລະ​ເປີດ​ສາກ​ຍິງ​ໃສ່​ເຂົາ​ເຈົ້າ.

ຜູ້ຍິງຄົນນຶ່ງເວົ້າວ່າ “ພວກ​ມື​ປືນ ຍິງ​ໃສ່​ພວກ​ເຮົາ ​ແລະ​ພວກ​ເຮົາ​ພາກັນ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ ​ແຕ່ບໍ່ມີ​ເຈົ້າໜ້າ​ທີ່​ຕຳຫລວດ​ມາ​ຊ່ວຍ”

ນາຍົກລັດຖະມົນ​ຕີ Nawaz Shariff ​ໄດ້​ປະນາມ​ການ​ສັງຫານ ພະນັກງານ​ສັກ​ຢາ​ປ້ອງ​ກັນໂປ​ລິ​ໂອ. ຖະ​ແຫລ​ງການ​ຂອງ​ທາງ​ການ ​ໄດ້ອ້າງ​ຄຳ​ເວົ້າຂອງ ທ່ານ​ທີ່ກ່າວ​ວ່າ “ພວກ​ທີ່​ແນໃສ່​ການ​ໂຈມຕີ ພະນັກງານສັກ​ຢາ ​ເປັນ​ສັດ​ຕູ​ຂອງ​ຂອງ​ປາ​ກິ​ສຖານ.”

巴基斯坦小兒麻痹疫苗接種人員遇襲
please wait

No media source currently available

0:00 0:01:03 0:00

XS
SM
MD
LG