ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຳລັງຮັກສາຄວາມປອດໄພ ປະທະກັບ ພວກປະທ້ວງ ຢູ່ອິສລາມາບັດ (ສະໄລດ໌/ວີດີໂອ)


ຕຳຫຼວດປາບຈະລາຈົນ ປະທະກັບພວກສະໜັບສະໜຸນທ່ານ Tahir ul-Qadri, Sufi ນັກບວດ ແລະຜູ້ນຳພັກການເມືອງ Awami Tehreek (PAT), ທີ່ນະຄອນຫຼວງ ອິສລາມາບັດ
ວັນທີ 31 ສິງຫາ 2014.
ຕຳຫຼວດປາບຈະລາຈົນ ປະທະກັບພວກສະໜັບສະໜຸນທ່ານ Tahir ul-Qadri, Sufi ນັກບວດ ແລະຜູ້ນຳພັກການເມືອງ Awami Tehreek (PAT), ທີ່ນະຄອນຫຼວງ ອິສລາມາບັດ ວັນທີ 31 ສິງຫາ 2014.

ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ປາ​ກິ​ສຖານ​ ໄດ້​ກວາດ​ລ້າງ​ພວກ​ປະ
​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຫຼາຍ​ຮ້ອຍ​ຄົນ​ ອອກ​ຈາກ​ສະຖານີ​ໂທລະ
ພາບ​ແຫ່ງ​ຊາດ​ແລ້ວ ຫຼັງ​ຈາກ​ພວກ​ປະ​ທ້ວງ​ເຂົ້າ​ຍຶດ​ເອົາ​ອາຄານ
​ແລະ​ຕັດ​ການຖ່າຍ​ທອດ​ຂອງ​ສະຖານີ​ດັ່ງກ່າວ.

ພວກ​ປະ​ທ້ວງທີ່ຮຽກຮ້ອງ​ໃຫ້​ນາຍົກລັດຖະມົນຕີ Nawaz Sharif
ລາ​ອອກ​ຈາກ​ຕຳ​ແໜ່​ງ ​ໄດ້​ບຸກເຂົ້າ​ໄປ​ສະຖານີ​ໂທລະພາບປາ​ກິ​ສ
ຖານ ຫຼື PTV ​ໃນ​ວັນ​ຈັນ​ມື້​ນີ້. ສະຖານີ​ດັ່ງກ່າວ​ໄດ້​ຖ່າຍ​ທອດ​ສົດ​
ພາບ​ພວກ​ປະ​ທ້ວງ​ຢູ່ໃນ​ຫ້ອງການ​ຂອງ​ຕົນ​ທີ່​ນະຄອນຫຼວງ​ອິສລາ
ມາ​ບັດ ໃນ​ວັນ​ຈັນ​ມື້​ນີ້.

​ກ່ອນ​ໜ້າ​ນັ້ນ ພວກ​ປະ​ທ້ວງ​ທີ່​ຖື​ໄມ້ຄ້ອນແລະ​ກ້ອນ​ຫິນ ​ໄດ້ປະ​ທະ​ກັນ​ຄັ້ງ​ໃໝ່​ກັບ​ຕຳຫຼວດ.

ພວກ​ປະ​ທ້ວງ​ໄດ້​ທຳ​ການ​ປະ​ທ້ວງ​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ​ແລ້ວ ຮຽກຮ້ອງ​ໃຫ້​ນາ
ຍົກລັດຖະມົນຕີ Nawaz Sharif ລາ​ອອກ​ຈາກ​ຕຳ​ແໜ່​ງ.

​ເຖິງ​ແມ່ນ​ຝົນຕົກ​ໜັກ ພວກ​ປະ​ທ້ວງກໍ​ໄດ້​ພະຍາຍາມ​ບຸກຜ່ານ​ເຂດ​ປ້ອງ​ກັນ​ຂອງ​ຕຳຫຼວດ
ເຂົ້າ​ໄປ​ຫາ​ບ້ານ​ພັກ​ຂອງ​ນາຍົກລັດຖະມົນຕີ​ໃນ​ນະຄອນຫລວງ​ນັ້ນ ​ແລະ​ຕຳຫຼວດ​ໄດ້ຕອບ
ໂຕ້​ດ້ວຍ​ການ​ຍິງ​ແກ​ສນ້ຳຕາ​ໃສ່​.

ທ່ານ Imran Khan ຜູ້ນຳ​ຝ່າຍ​ຄ້ານໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ບໍ່​ຍົກ​ເລີກ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຈົນ​ກວ່າ​ນາຍົກລັດຖະມົນຕີຈະລາອອກ.

​ໃນ​ຄືນ​ວັນ​ອາທິດວານ​ນີ້ ທ່ານ Khan ​ໄດ້​ຮຽກຮ້ອງພວກ​ສະໜັບສະໜຸນທ່ານ ​ໃຫ້​ປະ​ເຊີນ
ໜ້າ​ກັບ​ຕຳຫຼວດ ​ແລະ​ສະ​ແດງ​ຄວາມເດັດດ່ຽວ ຕ້ານອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ປາບ​ປາມ​ທີ່
ຜິດ​ກົດໝາຍ​ຕໍ່​ພວກ​ປະ​ທ້ວງ​ຢ່າງ​ສັນຕິ​ນັ້ນ.

ກອງທັບ​ທີ່​ມີ​ອຳນາດ​ຂອງ​ປາ​ກິ​ສຖານ ​ໄດ້​ຮຽກກອງ​ປະຊຸມຂອງບັນດາ​ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ຕົນ ໃນ​ວັນ​ອາທິດ​ວານນີ້ ​ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ ​ແລະ​ເວົ້າ​ວ່າ ລັດຖະບານ​ຄວນ​ຈະ​ຍຸດຕິ​
ການ​ປະ​ເຊີນ​ໜ້າກັນ​ກັບ​ພວກ​ປະ​ທ້ວງ​ຢ່າງ​ສັນຕິ ໂດຍ​ທັນທີ.

ນາຍ​ພົນ Raheel Sharif ຫົວໜ້າ​ກອງທັບ ​ເຕືອນ​ວ່າ ການ​ໃຊ້​ກຳລັງ​ຕໍ່​ໄປ​ອີກ ພຽງ​ແຕ່
ຈະເພີ້​ມຄວາມ​ວຸ້ນວາຍ​ຂຶ້ນ​ເທົ່າ​ນັ້ນ.

ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ ​ໄດ້​ພາກັນ​ປຸກ​ເຕ້ນ​ພັກ​ຢູ່​ໃນ​ນະຄອນ​ອິສລາມາ​ບັດ​ມາ​ໄດ້​ສອງ​ອາທິດ​ປາຍ​ແລ້ວ ຮຽກຮ້ອງ​ໃຫ້​ທ່ານ Sharif ລາອອກ​ຈາກ​ຕຳ​ແໜ່​ງ. ພວກ​ຝ່າຍ​ຄ້ານ​ກ່າວ
ຫາ​ທ່ານ​ວ່າ ​ໄດ້​ທຳ​ການ​ສໍ້​ໂກງ​ຢ່າງ​ຫລວງຫລາຍ​ໃນ​ການ​ເລືອກ​ຕັ້ງ​ໃນ​ປີ​ແລ້ວ​ນີ້. ພວກ​ນັກ
ສັງ​ເກດ​ການ​ນາໆ​ຊາດ​ໄດ້​ກ່າວ​ວ່າ ການ​ປ່ອນ​ບັດ​ເລືອກ​ຕັ້ງ ສ່ວນ​ໃຫຍ່​ແມ່ນ​ດຳ​ເນີນ​ໄປ​
ຢ່າງ​ເສລີ ​ແລະ​ຍຸຕິ​ທຳ.

pakistanpolitics1september14
please wait

No media source currently available

0:00 0:01:06 0:00

XS
SM
MD
LG