ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບ​ ປາ​ກິ​ສຖານ ​ຈະໄກ່​ເກ່ຍ ສະພາບການ ບໍ່ໄປບໍ່ມາ ທາງການເມືອງ (ວີດີໂອ)


ພວກປະທ້ວງ ທີ່ສະໜັບສະໜູນທ່າ​ນ Imran Khan ນັກ​ຫລີ້ນກິລາ Cricket ແລະ​ນັກບວດອິສລາມ Tahir-ul-Qadri ​
ພວກປະທ້ວງ ທີ່ສະໜັບສະໜູນທ່າ​ນ Imran Khan ນັກ​ຫລີ້ນກິລາ Cricket ແລະ​ນັກບວດອິສລາມ Tahir-ul-Qadri ​

ກອງທັບ​ປາ​ກິ​ສຖານ​ເລີ້ມ​ເຂົ້າ​ມາໄກ່​ເກ່ຍ ລ​ະຫວ່າງ ລັດຖະ
ບານ ແລະ​ພວກ​ປະ​ທ້ວງຝ່າຍຄ້ານ ທີ່​ພາກັນ​ຕັ້ງ​ຄ້າຍ​ຢູ່ໃນ​
ນະຄອນ​ຫລວງ ​ມາເປັນ​ເວລາ​ສອງ​ອາທິດ​ແລ້ວ ​ເພື່ອ​ຮຽກ
ຮ້ອງ​ໃຫ້ນາຍົກລັດຖະມົນຕີ Nawaz Sharif ລາ​ອອກ​ຈາ​ກ
ຕໍ​າແໜ່​ງ.

ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານ​ນີ້ ທ່າ​ນ Imran Khan
ນັກ​ຫລີ້ນກິລາ Cricket ທີ່ກາຍ​ມາ​ເປັນ​ນັກ​ການ​ເມືອງ ​ແລະ​
ນັກບວດອິສລາມ Tahir-ul-Qadri ​ໄດ້​ພົບ​ປະ​ກັບນາຍ​ພົນ
Raheel Sharif ​ຜູ້ບັນຊາການທະຫານບົກ ແລະ​ຍອມຮັບ
​ເອົາທ່ານເປັນ“ຜູ້​ໄກ່​ເກ່ຍ ​ແລະ​ຜູ້​ຄໍ້າ ປະກັນ” ​ໃນການ​ເຈ
ລະຈາກັນ.

ທ່ານ Khan ​ແລະທ່ານ Qadri ​ໄດ້​ກ່າວ​ຫາ​ວ່າ ມີການການ​ສໍ້​ໂກງ​ຄະແນນ ສຽງຢ່າງ
ໃຫຍ່ໃນ​ການ​ເລືອກ​ຕັ້ງ ເມື່ອເດືອນພຶດສະພາ ປີ 2013 ທີ່​ທ່ານ Sharif ​ໄດ້​ກ້າວຂຶ້ນ
ມາກຳ​ອຳນາດ ດ້ວຍ​ຄະ​ແນນ​ສຽງ​ສ່ວນ​ຫລາຍ. ບັນດາ​ຜູ້ສັງ​ເກດ​ການ​ສາກົນກ່າວ​ວ່າ
ການປ່ອນບັດດັ່ງກ່າວ ສ່ວນໃຫຍ່ແລ້ວໄດ້ດຳເນີນ ໄປ ແບບເສລີແລະຍຸດຕິທຳ.

ມາຮອດປັດຈຸບັນ ທ່ານ Sharif ​ໄດ້​ປະຕິ​ເສດ​ ບໍ່ຍອມລາ​ອອກ. ທ່ານ​ໄດ້​ພະ ຍາຍາມ
​ແກ້​ໄຂ​ສະພາບການບໍ່ໄປບໍ່ມາທາງດ້ານກ​ານ​ເມືອງ ຜ່ານ​ການ​ເຈລະຈາ​ຫລາຍໆ​ຄັ້ງ​
ກັບບັນດາ​ຜູ້ນຳຝ່າຍ​ຄ້ານ ​ແຕ່ກໍ​ລົ້ມ​ແຫລ​ວ.

ການເມືອງ ໃນປາກິສຖານ
please wait

No media source currently available

0:00 0:00:49 0:00

XS
SM
MD
LG