ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຈາກທີ່ເຄີຍເປັນນັກເລງ ດຽວນີ້ໄດ້ກາຍມາເປັນແຊ້ມປ້ຽນ ແລະກໍາລັງສ້າງ ຊື່ສຽງໃຫ້ແກ່ ລາວອາເມຣິກັນ ໃນເວທີມວຍຈູຈິດຊຸ ຂອງໂລກ


ແຊມສັນ ເປັນຜູ້ຊະນະເລີດໃນການແຂ່ງຂັນຈຸ ຈິດຊຸ (ພາບສະໜອງໃຫ້ໂດຍ ແຊມສັນ).
ແຊມສັນ ເປັນຜູ້ຊະນະເລີດໃນການແຂ່ງຂັນຈຸ ຈິດຊຸ (ພາບສະໜອງໃຫ້ໂດຍ ແຊມສັນ).

ຈາກເມື່ອກ່ອນເຄີຍເປັນຜູ້ນຶ່ງໃນແກັ່ງອັນຕະພານຢູ່ເມືອງຊອລທ໌ເລັກ, ລັດຢູທາ, ທ້າວແຊມສັນ ໄດ້ກາຍມາເປັນນັກຕີມວຍທີ່ກໍາລັງສ້າງຊື່ສຽງໃຫ້ແກ່ຄົນເຊື້ອສາຍ ລາວ ໃນເວທີສາກົນທີ່ໄດ້ກ້າວໄປຊີງແຊ້ມລະດັບໂລກ ໃນກິລາມວຍປະເພດ ຈູ ຈິດຊຸ (Ju Jitsu) ທີ່ຊື່ວ່າ ສະຫະພັນມວຍທີ່ໃຊ້ການຈັບແລະລັອກໄວ້ ແບບມືອາຊີບ ຂອງໂລກ ຫລື Professional Grappling Federation World ຊຸດທີ 6 ຊຶ່ງໄດ້ ເລີ້ມຕົ້ນຂຶ້ນໃນມື້ນີ້ ໄປຈົນເຖິງວັນທີ 26 ເດືອນເມສາ ທີ່ນະຄອນລອສເວກັສ ລັດເນວາດາ.

ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເລືອກທີ່ຈະເຮັດຄວາມດີໄດ້ ເພື່ອປ່ຽນແປງໂຕເອງ ໃຫ້ເປັນຄົນດີຂອງສັງຄົມ. ນີ້ຄືຄໍາເວົ້າທີ່ປາກົດວ່າ ຖືກກັບ ແຊມສັນ ພົມມະບຸດ ຫລາຍທີ່່ສຸດ. ລາວເກີດຢູ່ເມືອງຊອລທ໌ເລັກ, ລັດຢູທາ ຫລັງຈາກຄອບຄົວ ຂອງລາວອົບພະຍົບມາຕັ້ງຖິ່ນຖານໃໝ່ຢູ່ທີ່ນັ້ນ. ລາວມັກຫລິ້ນກິລາມວຍປໍ້າ ຕັ້ງແຕ່ຍັງນ້ອຍ ແຕ່ວ່າເມື່ອລາວຮຽນໜັງສືບໍ່ໄດ້ຄະແນນດີ ນັບແຕ່ຕອນຢູ່ ມ. 3 ຈົນຈົບມັດທະຍົມປາຍ ທາງໂຮງຮຽນບໍ່ອະນຸຍາດໃຫ້ລາວຫຼິ້ນກິລາຕໍ່ໄປ. ສະພາບການນັ້ນ ເຮັດໃຫ້ລາວຖືກດຶງໄປເຂົ້າແກັ່ງອັນຕະພານ ຈົນກວ່າມາຮອດມື້ນຶ່ງ ລາວ ຈຶ່ງສໍານຶກໄດ້ວ່າ ຕົນໄດ້ເດີນທາງຜິດ ເມື່ອເຫັນເພື່ອນຮັກ ຂອງລາວຖືກຍິງຕາຍຢູ່ຕໍ່ໜ້າຕໍ່ຕາຂອງລາວເອງ ໂດຍແກັ່ງອື່ນທີ່ເປັນສັດຕູກັນ ແລະລາວເອງ ກໍຖືກຕໍາຫລວດຈັບຂັງຄຸກເປັນເວລາສາມເດືອນ ຍ້ອນການຄ້າຢາເສບຕິດ ຊຶ່ງລາວເວົ້່າເຖິງ ປະຫວັດຂອງລາວສູ່ຟັງວ່າ:

“ໃນເວລາທີ່ຖືກຈັບຍ້ອນເອົາກັນຊາ 55 ປອນ ເດີນທາງໄປທົ່ວສະຫະລັດນັັ້ນ ຂ້ອຍ ມີອາຍຸປະມານ 22 ປີ. ແລ້ວຂ້ອຍໄດ້ບອກຕົນເອງວ່າ ຂ້ອຍຕ້ອງເຮັດອັນໃດ ອັນນຶ່ງ ເພື່ອປ່ຽນແປງຕົວເອງ ແລະຂ້ອຍກໍເຫັນໝູ່ເພື່ອນຂ້ອຍຜູ້ນຶ່ງກໍາລັງສອນຕີ ມວຍແບບປະສົມ ຫລື MMA ແລະຈູຈິດຊຸ (jujitsu) ຢູ່ໃນຫ້ອງອອກກໍາລັງກາຍ ແຫ່ງນຶ່ງ. ຫຼັງຈາກນັ້ນຂ້ອຍກໍເວົ້າວ່າ ດີແລ້ວຂ້ອຍຕ້ອງໄປລອງເບິ່ງ ແລະຄິດວ່າບາງທີນັ້ນອາດຈະແມ່ນສິ່ງທີ່ຂ້ອຍຕ້ອງເຮັດສໍາລັບຕົວເອງເພື່ອໃຫ້ແນ່ໃຈວ່າ ຂ້ອຍຈະອອກຈາກແກັ່ງໃຫ້ໄດ້ ແລະບໍ່ໄປມີບັນຫາອີກ. ເພື່ອຮັບປະກັນວ່າ ຂ້ອຍເດີນຢູ່ໃນເສັ້ນທາງທີ່ຖືກຕ້ອງ. ແລ້ວຂ້ອຍກໍໄປຫາຫ້ອງອອກກໍາລັງກາຍ. ແລະນັບຕັ້ງແຕ່ນັ້ນມາ ຂ້ອຍກໍຍ່າງໄປຫ້ອງອອກກໍາລັງກາຍຢູ່ແຫ່ງນັ້ນ. ນັບຕັ້ງແຕ່ໄດ້ໄປມື້ທໍາອິດມາຂ້ອຍບໍ່ເຄີຍຢຸດເລີຍ. ຂ້ອຍບໍ່ເຊົາໄປ. ຂ້ອຍເຊົາໄປຍ່າງເລາະ​ຕາມ​ຖະ​ຫນົນ​ຫົນທາງ​, ເຊົາໄປຊຸມໄປ​ແຊວ ແລະເຊົາເຮັດສິ່ງຕ່າງໆໝົດເລີຍ​. ຂ້ອຍສືບຕໍ່ຝຶກຊ້ອມ ແລະເຂົ້າໄປແອບ jujitsu, ເຂົ້າໄປແອບ MMA. ຂ້ອຍເລີ່ມ​ຕົ້ນດ້ວຍ​ການ​ຝຶກຢ່າງ​ໜັກທຸກໆ​ມື້, ຫົກ​ ຫລື 7 ມື້​ຕໍ່​ອາ​ທິດ. ເລີ້ມມີຮ່າງກາຍດີຂຶ້ນ ແລະຫຼັງຈາກນັ້ນ ຂ້ອຍກໍບອກຕົນເອງວ່າ ຈະລອງອອກໄປແຂ່ງພາຍໃນເວລາ 2 ປີ. ແຕ່ໃນທີ່ສຸດຂ້ອຍກໍໄດ້ເລີ້ມໄປແຂ່ງຂັນໄດ້ ພາຍໃນເວລາແປດເດືອນ ແລະຫຼັງຈາກນັ້ນ ກໍຊະນະຕະຫລອດມາ ແລ້ວກໍພະຍາຍາມແຂ່ງອີກ ແລະກໍ​ຊະ​ນະໄປເລື້ອຍໆ​. ຫລັງຈາກນັ້ນ ຂ້ອຍກໍບອກຕົນເອງວ່າ ຂ້ອຍອາດຈະເຮັດໄດ້ດີ, ອາດຈະເອົາມັນເປັນອາຊີບກໍໄດ້ ແລະກໍສືບຕໍ່ພະຍາຍາມເຮັດໄປເລື້ອຍໆ.”

ກິລາມວຍຈູ ຈິດຊຸ (Ju Jitsu) ເປັນກິລາປະເພດໃໝ່ຊຶ່ງມັນເປັນມວຍແບບປະສົມ ໂດຍໃຊ້ເທັກນິກການຊົກ, ປໍ້າ ແລະເອົາແຂນ ແລະຂາຮັດ ຫລືລັອກແຂນ, ຂາຂອງ ຄູ່ຕໍ່ສູ້ໄວ້ເພື່ອບໍ່ໃຫ້ເຂົາກັບຄືນມາສູ້ໄດ້. ດຽວນີ້ ແຊມສັນ ມີອາຍຸ 35 ປີປາຍ, ລາວ ຫລິ້ນກິລາປະເພດນີ້ມາໄດ້ 15 ປີແລ້ວ ແລະໄດ້ຄອງສາຍແອວດໍາ. ລາວໄດ້ເປັນຜູ້ ທໍາອິດທີ່ຕາງໜ້າໃຫ້ຄົນເຊື້ອສາຍລາວຂຶ້ນແຂ່ງເອົາແຊ້ມປ້ຽນໂລກໃນກິລາມວຍ ປະເພດຈູຈິດຊຸ ຢູ່ໃນການແຂ່ງຂັນທີ່ຊື່ວ່າ ສະຫະພັນມວຍທີ່ໃຊ້ການຈັບ ແລະລັອກ ໄວ້ແບບມືອາຊີບຂອງໂລກ ຫລື Professional Grappling Federation World ຊຸດທີ 6 ທີ່ໄດ້ເລີ້ມຂຶ້ນແລ້ວໃນມື້ນີ້ວັນທີ 21 ໄປຈົນເຖິງວັນທີ 26 ເມສາ ທີ່ນະຄອນລາສເວກັສ, ລັດເນວາດາ. ແຊມສັນມີ ຄວາມມຸ້ງໝັ້ນ ຢາກເຮັດໃຫ້ໂລກຮູ້ຈັກຄົນລາວ ໂດຍຜ່ານທາງກິລາ ຊຶ່ງລາວກ່າວວ່າ:

“ຂ້ອຍບອກຕົວເອງວ່າ ຂ້ອຍຈະເປັນຄົນລາວຜູ້ທໍາອິດທີ່ເຮັດຫຼາຍສິ່ງຫຼາຍຢ່າງ, ຢູ່ໃນລະດັບຂອງຈູຈິດຊຸ ແລະສິ່ງອື່ນໆອີກ ເຊັ່ນວ່າ ຢູ່ໃນການຕໍ່ສູ້ ແບບຈູຈິດຊູຸ ເອດດີ ບຣາໂວ ຫລື Eddie bravo combat jujitsu, ທ່ານຮູ້ບໍ່ ເປັນຄົນລາວຜູ້ທໍາອິດທີ່ເຂົ້າຮ່ວມການແຂ່ງຂັນ PGF, ເປັນຄົນລາວຜູ້ທຳອິດທີ່ຊະນະການແຂ່ງຂັນ AC ໂອເພິນ ຫຼືບາງອັນທີ່ຄ້າຍຄືກັນນັ້ນ. ແລະບໍ່ພຽງແຕ່ເທົ່ານັ້ນ, ຍັງເປັນຄົນລາວຜູ້ທໍາອິດ ທີ່ຈະເປັນທູດນໍາສະເໜີຊຸດກິລາອອກໃໝ່ຂອງຍີ່ຫໍ້ lululemon ແລະເຮັດວຽກກັບບາງຍີ່ຫໍ້ທີ່ດີທີ່ສຸດຂອງໂລກ. ມັນຫາຍາກຫຼາຍທີ່ຄົນລາວ ຈະຂຶ້ນໄປຢູ່ອັນດັບ ຕົ້ນໆໄດ້. ເຈົ້າຮູ້ບໍ່, ຂ້ອຍຢາກຈະສະແດງໃຫ້ຄົນລາວຜູ້ອື່ນທັັງຫຼາຍ ໃຫ້ຮູ້ວ່າເຂົາເຈົ້າສາມາດປ່ຽນແປງຕົວເອງໄດ້ແທ້ໆ ແລະສາມາດເຮັດວຽກຢ່າງຂະຫຍັນ. ສິ່ງທີ່ເຈົ້າຕ້ອງເຮັດກໍມີແຕ່ເຮັດສິ່ງທີ່ເຈົ້າຢາກເຮັດ ຢ່າງສະໝໍ່າສະເໝີ.”

ໃນການແຂ່ງຂັນຄັ້ງກິລາມວຍຈູຈິດຊຸ ລະດັບໂລກຄັ້ງນີ້ ຖືວ່າເປັນການແແຂ່ງຂັນ ແບບໃໝ່ເພາະມັນແຂ່ງແບບເປັນທີມ ໂດຍມີ 4 ທີມ. ແຕ່ລະທີມມີສະມາຊິກ 4 ຄົນ ແລະ ກັບຕັນຜູ້ນຶ່ງ ຊຶ່ງແຕ່ລະຄົນເປັນນັກມວຍທີ່ເກັ່ງໆມາຈາກທົ່ວໂລກ. ໃນໄລຍະ 4 ມື້ທໍາອິດ ເປັນການແຂ່ງໃນຮອບຄັດເລືອກຊຶ່ງທຸກໆມື້ ນັກກິລາແຕ່ລະຄົນ ຕ້ອງໄດ້ຕໍ່ສູ້ກັບນັກກິລາຂອງທີມຄູ່ແຂ່ງຈົນໃຫ້ຍັງເຫລືອ 8 ຄົນສຸດທ້າຍ ຈາກສອງທີມທີ່ທໍາຄະແນນໄດ້ສູງທີ່ສຸດ ຈຶ່ງໄດ້ເຂົ້າແຂ່ງໃນຮອບຊະນະເລີດ ເພື່ອຄວ້າເອົາ ລາງວັນເປັນເງິນສົດ 1 ແສນໂດລາ.

ການທີ່ໄດ້ເຫັນຄົນເຊື້ອສາຍລາວສາມາດເຂົ້າແຂ່ງຂັນກິລາມວຍໃນເວທີສາກົນ ເຊັ່ນນີ້ ທ່ານໂກ້ ຈັນເດດກ້າ, ຊຶ່ງເປັນຜູ້ຮ່ວມກໍ່ຕັ້ງອົງການ Lao-American Sports Hall of Fame ໄດ້ສະແດງຄວາມຮູ້ສຶກອອກມາວ່າ "ໂອ້ ກະດີໃຈລະ ໄດ້ຍິນແນວນີ້ ດີໃຈແຫລະ ຂອງຄົນເຮົາບໍ່ໄດ້ຍິນຫຼາຍໃດ! ລາວຫາກໍຂຶ້ນ ຄົນເຮົາຫາກໍຂຶ້ນ."

ນອກຈາກນັ້ນລາວກໍສະແດງຄວາມດີໃຈນໍາທ້າວແຊມສັນ ທີ່ສາມາດປ່ຽນແປງ ຕົວເອງໄດ້ວ່າ: "ເອີ້ ກະດີໃຈຫຼາຍແທ້ ດີໃຈ ຂອງຫວັງແຕ່ຄົນຕອນນ້ອຍໆນິ ເຂົາເຈົ້າກະບໍ່ຮູ້ ລະເປັນຄົນບໍ່ດີນິ ຍາກໃດຍາກທີ່ຈະປະມັນໄດ້ ຄືວ່າເຈົ້າເປັນນັກເລງນິ ເຈົ້າຢາກເຊົາຢາກຍອມເຂົາເຈົ້າກະບໍ່ຢາກໃຫ້ເຈົ້າຍອມ ຈັ່ງຊັ້ນນີ້ ລາວຫາວິທີອອກໄດ້ ບັດນີ້ລາວຫາວິທີອອກໄດ້ ລາວໄປຮຽນ ລາວຕີມວຍ ລາວແຮງເກ່ງໆ ບັດນີ້ລາວກະສອນໃຫ້ຄືກັນ ເຫັນເບາະ ເຈົ້າຈະດີຫຼາຍແຫລະດີຫຼາຍໃດຄົນແນວນີ້ ຄົນໂຕກະປ່ຽນໃຈລາວ ແຕ່ກີ້ກະແມ່ນຢູ່ເປັນຄົນນັກເລງ ລາວປ່ຽນບັດນີ້ ມາເຮັດດີ ລາວດີ ລາວເສັງໃຫ້ດັງຂອງຄົນລາວອີກ ລາວກະສອນໃຫ້ຄົນລາວອີກ ລາວມີລູກສິດຫຼາຍ."

ສະຫລຸບແລ້ວໂດຍອຸດທິດທຸກຢາດຂອງເຫື່ອແລະແຮງໃຈຂອງຕົນ ຢ່າງບໍ່ຢຸດຢັ້ງແຊມສັນ ໄດ້ຫັນປ່ຽນຕົນເອງໃຫ້ກາຍເປັນນັກມວຍມືອາຊີ ແລະພະຍາມເຮັດໃຫ້ຕົນເອງກາຍເປັນຕົວແທນຂອງຄົນເຊື້ອຊາດລາວໃນເວທີກິລາມວຍປ້ຳຕ່າງໆຂອງໂລກ. ພ້ອມກັນນັ້ນລາວ ກໍາລັງທົດສອບຜະລິດນໍ້າດື່ມຊູກໍາລັງທີ່ຊື່ວ່າເຟສ (Phaze) ກ່ອນຈະຕັ້ງເປັນໂຮງງານຂະໜາດໃຫຍ່ ເພື່ອຜະລິດສົ່ງຂາຍໃນທົ່ວ ສະຫະລັັດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG