ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ພົບກັບຄະນະ ຄວາມໝັ້ນຄົງ ໃນຂະນະທີ່ ປ. ຝຣັ່ງ ຮຽກຮ້ອງໃຫ້ເອົາບາດກ້າວ


Obama, Hollande Vow to Intensify Fight Against Islamic State
please wait

No media source currently available

0:00 0:02:20 0:00

ປະທານາທິບໍດີສະຫະລັດ ທ່ານ Barack Obama ປະຊຸມ​ກັບ​
ທິມ “​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານໃນ​ວັນ​ພຸດ​ມື້​ນີ້ິ ​ເພື່ອ​ຟັງ
​ລາຍ​ງານ ​ຄວາມ​ໝັ້ນຄົງ​ ຂອງ​ປະ​ເທດ ສອງ​ອາທິດ​ ຫລັງ​ຈາກ
​ການ​ໂຈມ​ຕີກໍ່​ການ​ຮ້າຍໃນ​ນະຄອນ​ປາຣີແລະ​ໃນ​ຂະນະທີ່​ຊາວ
​ອາ​ເມຣິກັນ ຫຼາຍ​ລ້ານ​ຄົນພາກັນ​ເດີ​ນທາງ​ໃນ​ວັນພັກ​ແຫ່ງ​ຊາດ.

ວັນ​ພຸດ​ມື້​ນີ້ ​ເປັນ​ວັນ​ກ່ອນມື້ບຸນ​ ຂອບຄຸນ​ພະ​ເຈົ້າຫລື Thanks-
giving ​ຊຶ່ງເປັນ​ມື້​ນຶ່ງ​ທີ່​ມີ​ຄົນ​ເດີນທາງ​ຫລາຍ​ທີ່​ສຸດ​ປະຈຳ​ປີ ຢູ່
ໃນ​ສະຫະລັດ ​ແລະ​ໃນ​ຂະນະ​ທີ່ຫ້ອງການ​ສັນຕິ​ບານ​ກາງ FBI
ກ່າວ​ວ່າ ບໍ່​ມີ​ການ​ຂົ່ມ ຂູ່ທີ່​ເຈາະ​ຈົງ​ໃດໆ ບັນ​ດາ​ຫ້ອງການທ້ອງ​
ຖິ່ນ ​ແລະລັດຖະບານ​ກາງພາ ກັນຕຽມ​ລະວັງຢູ່​ໃນ​ຂັ້ນ​ສູງ​ສຸດ.
ວັນ​ສຸກ​ຈະ​ມາ​ເຖິງ​ນີ້​ເປັນ​ວັນ​ທີ່​ມີ​ການ​ຊື້ ຂາຍຫຼາຍທີ່​ສຸດ​ຢູ່ຕາມ​ຮ້ານ​ຄ້າ​ຕ່າງ​ໆ ​ໃນ​ຖານະ​ທີ່​
ເປັນ​ປະ​ເພນີການ​ເລີ້ມລະດູ​ຊື້​ຂາຍເນື່ອງ​ໃນ​ເທດສະການ​ບຸ​ນຄຣິສມັສ.

ຝຣັ່ງ ​ຊຶ່ງໄດ້ຕຽມ​ລະວັງ​ໄພ​ຢູ່​ແລ້ວ ຫລັງ​ຈາກການ​ໂຈມ​ຕີ​ໃນວັນ​ທີ​ 13 ​ເດືອນພະຈິກ ​ທີ່​ເຮັດ​
ໃຫ້ 130 ຄົນ​ເສຍ​ຊີວິດນັ້ນ ​ໃນ​ວັນ​ພຸດ​ມື້​ນີ້ ​ໄດ້​ປະກາດ​ທີ່​ຈະ​ສົ່ງ​ກຳລັງຕຳຫລວດ​ ແລະ​
ທະຫານເພີ້​ມຂື້ນ ​ໄປ​ຍາມ​ຮັກສາ ການກອງ​ປະຊຸມວ່າ​ດ້ວຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ
ຂອງໂລກ ທີ່​ຈະ​ມີ​ຂື້ນ​ໄວໆ​ນີ້. ກອງ​ປະຊຸມ​ດັ່ງກ່າວ​ຈະ​ເລີ້ມໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້ ​ແລະ
​ທ່ານ Barack Obama ກໍ​ແມ່ນ​ຜູ້​ໜຶ່ງ​ທີ່​ຈະ​ໄປ​ຮ່ວມກອງ​ປະຊຸມ​ບັນດາ​ຜູ້ນຳ​ໂລກ ທີ່​ເດີນ
​ທາງ​ໄປ​ນະຄອນ​ປາຣີນັ້ນ.

ພວກທະຫານ ຄາດວ່າຈະຢູ່ຕ່ມຖະໜົນ ນະຄອນ Brussels ຕະຫລອດອາທິດນີ້.
ພວກທະຫານ ຄາດວ່າຈະຢູ່ຕ່ມຖະໜົນ ນະຄອນ Brussels ຕະຫລອດອາທິດນີ້.

ນະຄອນຫລວງ Brussels ຂອງ​ປະ​ເທດ Belgium ຍັງ​ຢູ່​ໃນ​ການ​ລະມັດ​ລະວັງສູງ​ສຸດ
ຈົນ​ຮອດ​ວັນ​ຈັນ​ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າໜ້າ​ທີ່ທຳການ​ຄົ້ນ​ຫາ​ຜູ້​ຕ້ອງ​ສົງ​ໄສ​ຫຼາຍ​ຄົນ ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ຢູ່​ນະຄອນ​ປາຣີ ຮວມທັງ ທ້າວ Salah Abdeslam ​ແລະ​ການ​ກ່າວ​ຫາ​ໃໝ່​ ຕໍ່ທ້າວ​Mohamed Abrini.

​ແຕ່​ວ່ານະຄອນ​ ດັ່ງກ່າວ​ໄດ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ບາງ​ຢ່າງ​ໃນ​ວັນ​ພຸດ​ມື້​ນີ້ ພ້ອມ​ດ້ວຍ
​ພວກ​ເດັກນ້ອຍ​ນັກຮຽນ ​ພາກັນ​ກັບ​ໄປ​ເຂົ້າ​ໂຮງຮຽນ ​ແລະ​ລະບົບ​ລົດ​ໄຟ​ໄຕ້​ດິນ ​ຂອງ​ນະ
ຄອນ Brussels ໄດ້ເປີດ​ເປັນ​ສ່ວນ​ໃຫຍ່​ແລ້ວ.

ຕຳຫລວດຝຣັ່ງ ກຳລັງລາດຕະເວນຢູ່ Trocadero ໃກ້ກັບ Eiffel Tower ໃນນະຄອນ Paris.
ຕຳຫລວດຝຣັ່ງ ກຳລັງລາດຕະເວນຢູ່ Trocadero ໃກ້ກັບ Eiffel Tower ໃນນະຄອນ Paris.

XS
SM
MD
LG