ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. Obama ເດີນທາງ ໄປເຖິງຍີ່ປຸ່ນ ເພື່ອເລີ້ມ ຢ້ຽມຢາມ ເອເຊຍ (ສະໄລດ໌/ວີດີໂອ)


ປະທານາທິບໍດີ Barack Obama ເດີນທາງໄປເຖິງປະເທດຍີ່ປຸ່ນ
ປະທານາທິບໍດີ Barack Obama ເດີນທາງໄປເຖິງປະເທດຍີ່ປຸ່ນ
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້
​ເດີນທາງໄປຮອດ​ຍີ່ປຸ່ນ​ແລ້ວອັນ​ເປັນບ່ອນ​ເລີ້ມ​ຕົ້ນ​ການ
ຢ້ຽມຢາມ ສີ່​ປະ​ເທດໃນ​ເອ​ເຊຍ ​ຊຶ່ງທ່ານ​ຈະ​ພະຍາຍາມ​
ສ້າງຄວາມໝັ້ນໃຈ ​ໃຫ້ພັນທະ​ມິດ​ວ່າ ວໍ​ຊິງ​ຕັນມີ​ຄວາມ​
ໝາຍ​ໝັ້ນ ​ຕໍ່ການ “​ສ້າງຄວາມ​ກຳ້ເກິ່ງຄືນໃໝ່” ​ໃນ​ເຂດ​
ປາຊິ​ຟິກ.

ຄວາມ​ເປັນ​ຫ່ວງ​ດ້ານຄວາມໝັ້ນຄົງ ກ່ຽວ​ກັບການ​ອ້າງ​ເອົາ
ກຳມະສິດໃນ​ເລື່ອງ ເຂດ​ນໍ້າ​ແດນ​ດິນ​ຂອງ​ຈີນ ​ແລະ​ໂຄງການ​
ນິວ​ເຄລຍຂອງເກົາຫລີ​ເໜືອ ຈະເປັນ​ຈຸດເພັ່ງເລັງທີ່ສຳຄັນ
ໃນການ​ເດີນທາງໄປຢ້ຽມຢາມ ຂອງທ່ານ Obama ຊຶ່ງ​ມີຮວມທັງ​ການຢຸດ​ແວ່ທີ່ ຍີ່ປຸ່ນ
​ເກົາຫລີ​ໃຕ້ ມາ​ເລ​ເຊຍ ​ແລະ​ ຟິລິບ​ປິນ.

ເບິ່ງວີດີໂອ ກ່ຽວຂ້ອງ:
Enroute to Asia, Obama Visits Landslide Victims in Western State
please wait

No media source currently available

0:00 0:02:52 0:00

ການ​ຢ້ຽມຢາມ​ເປັນ​ເວລາ 8 ມື້ ​ເລີ້ມ​ຂື້ນ​ທີ່ນະຄອນຫຼວງ​ໂຕ​ກຽວ ​ໂດຍ​ການ​ພົບ​ປະ​ກັບ
ນາຍົກລັດຖະມົນຕີ Shinto Abe. ຍີ່ປຸ່ນກຳລັງ​ພົວພັນ ນຳການຂັດແຍ້ງ ທີ່ເພີ້ມທະ
ວີຂຶ້ນກັບປັກ​ກິ່ງ ກ່ຽວ​ກັບ​ໝູ່​ເກາະທີ່​ບໍ່​ມີ​ຄົນ​ຢູ່​ອາ​ໄສ ​ໃນເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ.

ກ່ອນ​ໜ້າການໄປ​ຢ້ຽມຢາມ​ນັ້ນ ​ທ່ານ Obama ​ໄດ້​ກ່າວ​ຕໍ່ໜັງສືພິມ​ Yomiuri ຂອງ
ຍີ່ປຸ່ນວ່າ ສະຫະລັດແມ່ນຄັດຄ້ານ “ຕໍ່ການ​ພະຍາຍາມໃດໆກໍຕາມ​ໂດຍລຳ ພັງແຕ່
ພຽງຝ່າຍ​ດຽວ ທີ່​ຈະບ່ອນທຳລາຍ​ ການ​ປົກຄອງຂອງຍີ່ປຸ່ນ ​ຢູ່ໃນໝູ່​ເກາະ​ດອນເຫລົ່າ
ນີ້.” ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ວ່າ ​ໝູ່​ເກາະ​ດັ່ງກ່າວ ແມ່ນ​ຢູ່ພາຍ​ໃຕ້ສົນ​ທິ ສັນຍາ ທີ່​ບັງຄັບ
ໃຫ້ສະຫະລັດ ຕ້ອງໄດ້ປ້ອງ​ກັນຍີ່ປຸ່ນ ຖ້າຫາກຍີ່​ປຸນ​ຖືກ​ໂຈມ​ຕີ.

ທ່ານ Obama ຍັງ​ຈະ​ພະຍາຍາມ ສ້າງຄວາມ​ກ້າວໜ້າ​ກັບຍີ່ປຸ່ນ ກ່ຽວກັບຂໍ້ຕົກ ລົງ
ການຄ້າເສລີຂ້າມມະຫາສະມຸດປາຊີີຟິກ ທີ່ໄດ້ມີການຊັກຊ້າມາເປັນເວລາດົນ ນານ
ແລ້ວນັ້ນ. ແຕ່ຫລາຍ​ຄົນ​ກ່າວ​ວ່າ ຍີ່ປຸ່ນຍັງລັງ​ເລ​ໃຈ​ທີ່​ຈະຍົກເລີກການ​ເກັບ ພາສີ ຕໍ່ຜະລິດຕະພັນກະສິກຳ ຊຶ່ງ​ຈະ​ເຮັດ​ໃຫ້ໂອກາດ​ໃນການທີ່ຈະສ້າງຄວາມ ກ້າວໜ້າ
ໃນເລື່ອງນີ້ ມີໜ້ອຍຫລາຍ.
OBAMA ASIA VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG