ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ຊາວອາລາສກ້າ ຮູ້ສຶກເຖິງຜົນກະທົບ ໃນການປ່ຽນແປງ ຂອງ ດິນຟ້າອາກາດ


ຮູບຖ່າຍ ເມື່ອວັນທີ 7 ມິຖຸນາ 2015 ທີ່ເຫັນຄວັນພຸ່ງຂຶ້ນ ຈາກໄຟໄໝ້ປ່າ ຢູ່ເຂດ Bogus Creek ຊຶ່ງເປັນນຶ່ງ ໃນໄຟປ່າ
2 ບ່ອນ ໃນເຂດຫລົບໄພສັດປ່າ ທີ່ Yukon Delta ທາງພາກຕາເວັນຕົກສຽງໃຕ້ຂອງອາລາສກ້າ.
ຮູບຖ່າຍ ເມື່ອວັນທີ 7 ມິຖຸນາ 2015 ທີ່ເຫັນຄວັນພຸ່ງຂຶ້ນ ຈາກໄຟໄໝ້ປ່າ ຢູ່ເຂດ Bogus Creek ຊຶ່ງເປັນນຶ່ງ ໃນໄຟປ່າ 2 ບ່ອນ ໃນເຂດຫລົບໄພສັດປ່າ ທີ່ Yukon Delta ທາງພາກຕາເວັນຕົກສຽງໃຕ້ຂອງອາລາສກ້າ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ຊາວ
ອາລາສກ້າ ທີ່ອາໄສຢູ່ໃນລັດອັນກວ້າງໃຫຍ່ໄພສານແລະສອກ
ຫຼີກຫ່າງໄກທາງພາກຕາເວັນຕົກສຽງເໜືອຂອງປະເທດຊຶ່ງສ່ວນ ນຶ່ງນອນຢູ່ໃນເຂດຂົ້ວໂລກເໜືອນັ້ນກຳລັງມີຄວາມຮູ້ສຶກກ່ຽວກັບ
ຜົນກະທົບ ໃນການປ່ຽນແປງ ຂອງດິນຟ້າອາກາດ ໃນຂະນະທີ່ ທ່ານກະກຽມການຢ້ຽມຢາມ ເປັນເວລາ 3 ມື້ຕໍ່ລັດດັ່ງກ່າວຊຶ່ງຈະ
ເລີ້ມຂຶ້ນໃນວັນ ຈັນຈະມານີ້.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານ ໃນວັນເສົາມື້ນີ້ວ່າ ຊາວອາລາສກ້າກຳລັງປະສົບກັບ
ຄື້ນຟອງຂອງລົມພາຍຸທີ່ໃຫຍ່ກວ່າເກົ່າ ຂະນະທີ່ແຜ່ນນ້ຳກ້ອນ
ໃນທະເລເປື່ອຍ ມີໄຟໄໝ້ປ່າເກີດຂຶ້ນເລື້ອຍໆແລະຮ້າຍແຮງກວ່າເກົ່າ ແຜ່ນນ້ຳກ້ອນຂະ ໜາດໃຫຍ່ເປື່ອຍ ແລະດິນໃນເຂດແຄມຝັ່ງທະເລເຈື່ອນແບບວ່ອງໄວທີ່ສຸດໃນໂລກ.

ທ່ານໂອບາມາເວົ້າວ່າ ຖ້າຊາວອາເມຣິກັນຫາກບໍ່ດຳເນີນການສິ່ງໃດສິ່ງນຶ່ງກ່ຽວກັບການ ປ່ຽນແປງຂອງດິນຟ້າອາກາດແລ້ວ ອຸນຫະພູມຢູ່ທີ່ລັດອາລາສກ້າ ແມ່ນຄາດວ່າຈະເພີ້ມ ຂຶ້ນລະຫວ່າງ 3.3 ຫາ 6.7 ອົງສາແຊລເຊີສພາຍໃນທ້າຍສັດຕະວັດນີ້ຊຶ່ງຈະມີຜົນກະທົບ ຕໍ່ອຸດສາຫະກຳຫຼາຍໆຢ່າງ.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງ ປ. ໂອບາມາ

ປະທານາທິບໍດີໂອບາມ ມີກຳນົດທີ່ຈະເດີນທາງໄປຮ່ວມກອງປະຊຸມ ວ່າດ້ວຍການປ່ຽນ ແປງຂອງດິນຟ້າອາກາດທີ່ນະຄອນ Anchorage ໃນມື້ວັນຈັນຈະມານີ້ ຊຶ່ງຈະມີພວກຜູ້ ຕາງໜ້າຈາກບັນດາປະເທດໃນເຂດຂົ້ວໂລກເໜືອເຂົ້າຮ່ວມນຳດ້ວຍ ແລະປະຊາຊົນໃນ ລັດອາລາສກ້າ ມີຄວາມເປັນຫ່ວງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນກະ ທົບຕໍ່ລັດເຂົາເຈົ້າ ຊຶ່ງໄດ້ເພິ່ງພາອາໄສຢ່າງໜັກ ຕໍ່ອຸດສາຫະກຳນ້ຳມັນແລະການປະມົງ.

ກອງປະຊຸມທີ່ລັດອາລາສກ້າມີຂຶ້ນ 3 ເດືອນກ່ອນໜ້າກອງປະຊຸມຂອງອົງການສະຫະປະ ຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດທີ່ນະຄອນຫລວງປາຣີ ປະເທດຝຣັ່ງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG