ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສະຫະລັດ ຜ່ານມາດຕະການ ລົງໂທດ ເກົາຫຼີເໜືອ


ຜູ້ນຳສຽງສ່ວນຫຼາຍ ສະພາສູງ ທ່ານ Mitch McConnell, ກາງ, ຍ່າງກັບສະມາຊິກສະພາສູງ ທ່ານ Pat Toomey ໄປທີ່ຫໍສະພາ ເພື່ອຮັບການລົງຄະແນນສຽງ ຕໍ່ການວາງມາດ ຕະການລົງໂທດໃສ່ ເກົາຫຼີເໜືອ. 10 ກຸມພາ, 2016.
ຜູ້ນຳສຽງສ່ວນຫຼາຍ ສະພາສູງ ທ່ານ Mitch McConnell, ກາງ, ຍ່າງກັບສະມາຊິກສະພາສູງ ທ່ານ Pat Toomey ໄປທີ່ຫໍສະພາ ເພື່ອຮັບການລົງຄະແນນສຽງ ຕໍ່ການວາງມາດ ຕະການລົງໂທດໃສ່ ເກົາຫຼີເໜືອ. 10 ກຸມພາ, 2016.

ມື້ໜຶ່ງຫຼັງຈາກຫົວໜ້າສືບລັບຂອງ ສະຫະລັດ ໄດ້ກ່າວເຕືອນ ກ່ຽວ ກັບ ອາວຸດ ນິວເຄລຍ ແລະ ຂີປະນາວຸດ ແລະ ຄວາມສາມາດທາງ ດ້ານອິນ​ເຕີ​ແນັດຂອງ ເກົາຫຼີເໜືອ, ສະມາຊິກສະພາກສູງຂອງ ສະ ຫະລັດ ໄດ້ຮັບຜ່ານມາດຕະການລົງໂທດທີ່ກວ້າງຂວາງອອກຕໍ່ ພຽງຢາງ ແລະ ຜູ້ສົ່ງສິນຄ້າ ຕະຫລອດ​ທັງຜູ້ໃຫ້ການຮ່ວມມືຈາກ ຕ່າງປະເທດຂອງພວກເຂົາເຈົ້າ.

ການລົງຄະແນນສຽງ 96 ຕໍ່ 0 ​ໃນວັນພຸດວານນີ້ມີຂຶ້ນຫຼັງຈາກ ເກົາ ຫຼີເໜືອ ໄດ້ຍິງລູກສອນໄຟໄລຍະໄກຂອງພວກເຂົາເຈົ້າ ໃນວັນອາ ທິດທີ່ຜ່ານມາພ້ອມກັບການທົດລອງລະເບີດນິວເຄລຍເມື່ອບໍ່ດົນ ມານີ້.

ທ່ານ Bob Corker ຈາກພັກ ຣິພັບບລີກັນ ເຊິ່ງເປັນປະທານ ຄະນະກຳມະການ ພົວພັນຕ່າງ ປະ​ເທດຂອງສະພາສູງ ໄດ້ກ່າວວ່າ ນະໂຍບາຍຫຼາຍທົດສະວັດຂອງ ສະຫະລັດ ກ່ຽວກັບ ເກົາ ຫຼີເໜືອ ໄດ້ “ລົ້ມແຫຼວຢ່າງໜ້າສັງເວດ,” ແລະ ວ່າມາດຕະການລົງໂທດທີ່ຮຸນແຮງກວ່າຈະ ເຮັດໃຫ້ມີການແກ້ໄຂບັນຫາໄດ້.

ທ່ານ Corker ໄດ້ກ່າວວ່າ “ກົດໝາຍຂອງພວກເຮົາຈະຕັ້ງບັນທັດ ຖານ ແລະ ສ້າງຂໍ້ບັງຄັບ ໃຊ້ມາດຕະການລົງໂທດທີ່ຮຸນແຮງ. ປະທານາທິບໍດີຈະຕ້ອງໄດ້ ສືບສວນສອບສວນການ ຈັດມາດຕະການລົງໂທດທີ່ສາມາດປະຕິບັດໄດ້ຢ່າງ ກວ້າງຂວາງ, ລວມທັງການ​ແຜ່ຜາຍ ອາວຸດທຳລາຍລ້າງສູງ, ວັດຖຸທີ່ກ່ຽວກັບ ຂ້ອງກັບອາວຸດ, ສິນຄ້າຫຼູຫຼາ, ການລ່ວງລະເມີດ ສິດທິມະນຸດ ແລະ ກິດຈະກຳ ຕ່າງໆທີລອບທຳລາຍຄວາມປອດໄພທາງອິນ​ເຕີ​ແນັດ.”

ກົດໝາຍມີເປົ້າໝາຍແນໃສ່ດ້ານການຄ້າແຮ່ທາດຂອງ ເກົາຫຼີເໜືອ ແລະ ກິດຈະກຳອື່ນໆທີ່ ອຳນວຍ​ໃຫ້​ອຳນາດ​ການ​ປົກຄອງ​ດັ່ງກ່າວ​ໄດ້ຮັບ​ເງິນສົດ, ແລະ ລົງ ໂທດຊາວຈີນ ແລະ ໜ່ວຍ ງານອື່ນໆທີ່ເຮັດວຽກຮ່ວມກັບພຽງຢາງ.

US Senate North Korea
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG