ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານ ໄນຈີເຣຍ ຊ່ວຍເຫຼືອ 178 ຄົນ ໃຫ້ລອດພົ້ນຈາກພວກ ໂບໂກ ຮາຣາມ


ແຜນທີ່ສະແດງທີ່ຕັ້ງຂອງລັດ Borno ປະເທດ ໄນຈີເຣຍ
ແຜນທີ່ສະແດງທີ່ຕັ້ງຂອງລັດ Borno ປະເທດ ໄນຈີເຣຍ

ກອງກຳລັງ​ທະຫານ ​ໄນຈີ​ເຣຍ ​ໄດ້​ຊ່ວຍ​ເຫຼືອ 178 ຄົນ​ທີ່​ຖືກ​ຄວບ​ຄຸມ​ຕົວ​ໄວ້ໂດ​ຍກຸ່ມ​ຫົວ​ຮຸນ​ແຮງ ອິສລາມ ​ໂບ​ໂກ ຮາຣາມ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ.

​ໂຄສົກ​ທະຫານ ພັນ​ເອກ Tugur Gusau ​ໄດ້​ກ່າວ​ໃນ​ຕອນແລງ​ຂອງ​ວັນ​ອາທິດ​ວານ​ນີ້ວ່າ ໃນ​ຈຳນວນຜູ້​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ດັ່ງກ່າວ ​ແມ່ນ​ເດັກ​ນ້ອຍ 101 ຄົນ, ​ແມ່ຍິງ 67 ຄົນ ​ແລະ ທີ່​ເຫຼືອ​ແມ່ນ​ຜູ້​ຊາຍ, ​

ທະຫານ​ອາກາດ ໄນ​ຈີ​ເຣຍ​ ​ໄດ້​ລາຍ​ງານການ​ສັງຫານພວກ​ຫົວ​ຮຸນ​ແຮງ “ຈຳນວນ​ຫຼວງ​ຫຼາຍ” ​ໃນ​ເວລາ​ກອງ​ທະຫານ​ຊ່ວຍ​ເຫຼື​ອພາກ​ພື້ນ​ດິນ​ໂຈມ​ຕີ​ຂັບ​ໄລ່ ທີ່​ໝູ່​ບ້ານ Bitta, 5​0 ກິ​ໂລ​ແມັດ ລົງ​ໄປທາງ​ທິດ​ຕາ​ເວັນ​ຕົກ​ສຽງໃຕ້​ຈາກ​ການ​ປະຕິບັດ​ການ​ທະຫານ

​ຢູ່​ອ້​ອມຮອບ​ເມືອງ Bama ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງລັດ Borno.

ຖະ​ແຫຼ​ງການໃນວັນ​ອາທິດ​ວານ​ນີ້​ບໍ່​ໄດ້​ລະບຸ​ວ່າການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນ​ເມື່ອໃດ.

ສັບປະດາ​ທີ່​ຜ່ານ​ມາ, ທະຫານ​ໄດ້​ຊ່ວຍ​ເຫຼືອ 71 ຄົນ​ທີ່​ໄດ້​ຖືກ​ລັກພາໂຕນັ້ນ.

ພວກ​ຫົວ​ຮຸນ​ແຮງ ​ໂບ​ໂກ ຮາຣາມ ​ໄດ້​ໂຈມ​ຕີ​ໝູ່​ບ້ານ​ຫຼາຍ​ແຫ່ງ ​ແລະ ລັກພາໂຕ​ຊາວບ້ານໄປ​ເປັນ​ປະຈຳ​, ບັງຄັບ​ໃຫ້​ພວກ​ເຂົາ​ເຈົ້າ​ປ່ຽນ​ສາສະໜາ​ເປັນ ອິສລາມ.

ການ​ໂຈມ​ຕີຂອງ​ພວກ ​ໂບ​ໂກ ຮາຣາມ ຄັ້ງ​ໜຶ່ງ​ເຊິ່ງ​ນັກຮຽນຍິງ​ເກືອບ 300 ຄົນ​ໄດ້​ຖືກ​ລັກພາ​ໂຕ​ຈາກ​ເມືອງນ້ອຍ​ແຫ່ງ​ໜຶ່ງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ປີ​ກາຍ​ນີ້ ​ໄດ້​ເຮັດ​ໃຫ້ເປັນ​ຂ່າວ​ໄປ​ທົ່ວ​ໂລກ ແລະ ກ່າວ​ປະ​ນາມ​ຕໍ່​ກຸ່ມຫົວ​ຮຸ​ນ​ແຮງ​ ອິສລາມ ດັ່ງກ່າວ. ປະຈຸ​ບັນ​ເດັກ​ຍິງ​ຫຼາຍ​ກວ່າ 200 ຄົນ​ຍັງ​ຫາຍ​ສ​າບສູ​ນຢູ່.

ພວກໂບ​ໂກ ຮາຣາມ ​ໄດ້​ດຳ​ເນີ​ນການ​ຕໍ່ສູ້​ນອງ​ເລືອດ​ໃນຮູບ​ແບບ​ກໍ່​ການ​ຮ້າຍ ​ໃນ​ພາລະກິດ ເພື່ອ​ຫັນປ່ຽນ​ປະ​ເທດ ໄນ​ຈີ​ເຣຍ ​ໃຫ້​ເປັນ​ລັດ​ທີ່ເຄັ່ງ​ຄັດ​ໃນ​ການ​ເຊື່ອ​ຖື​ສາສະໜາ​ ອິສລາມ.

ພວກ​ໂບ​ໂກ ຮາຣາມ ​ໄດ້​ເລີ່​ມການ​ກໍ່​ການ​ຮ້າຍ​ໃນ ​ໄນ​ຈີ​ເຣຍ ​ປີ 2009 ​ແລະ ຕັ້ງ​ແຕ່​ນັ້ນ​ມາ​ໄດ້​ຂ້າ​ປະຊາຊົນ ​ໄນ​ຈີ​ເຣຍ ຫຼາຍ​ພັນ​ຄົນ​ໃນ​ການ​ຍິງ ​ແລະ ລະ​ເບີດ. ລັດຖະບານ ​ໄນ​ຈີ​ເຣຍ ​ໄດ້​ຕອບ​ສະໜອງ​ດ້ວຍ​ປະກາດ​ພາວະ​ສຸກ​ເສີນ​ໃນ​ສາມ​ລັດ​ທາງ​ພາກ​ເໜືອ ​ເຊິ່ງ​ເປັນ​ບ່ອນທີ່​ພວກ​ໂບ​ໂກ ຮາຣາ ​ເຄື່ອນໄຫວ​ຫຼາຍ​ທີ່​ສຸດ, ​ແຕ່​ວ່າການ​ປະກາດ​ດັ່ງກ່າວ​ກໍໄດ້​ລົ້ມ​ແຫຼວ​ເພື່ອ​ຢຸດ​ການ​ໂຈມ​ຕີ.

ປະ​ເທດ Cameroon, ພ້ອມ​ດ້ວຍ Chad ​ແລະ Niger ​ໄດ້​ສົ່ງທະຫານ​ຂອງ​ຕົນ​ເພື່ອ​ຕໍ່ສູ້​ກັບ​ພວກ ​ໂບ​ໂກ ຮາ​ຣາມ ​ໃນ​ຕົ້ນ​ປີ​ນີ້ຫຼັງ​ຈາກ​ພວກ​ຫົວ​ຮຸ​ນ​ແຮງ​ໄດ້​ເປີດການ​ໂຈມ​ຕີຕາ​ມ​ເຂດ​ຊາຍ​ແດ​ນຢ່າງ​ຕໍ່​ເນື່ອງ. ​ເດືອ​ນ​ແລ້ວ​ນີ້​ປະ​ເທດ​ດັ່ງກ່າວ​ນັ້ນ​ໄດ້​ຮ່ວມ​ມື​ກັບປະ​ເທດ ​ໄນ​ຈີ​ເຣຍ ​ແລະ ​ເບ​ນິນ ​ໃນ​ການປະກາດ​ໜ່ວຍ​ປະຕິບັດ​ການສະ​ເພາະ​ກິດ​ໃໝ່ ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະຄອນ ຫຼວງ N’Djamena ຂອງ​ປະ​ເທດ Chad ​ເພື່ອ​ໂຕ້​ຕອບ​ພວກ​ຫົວ​ຮຸນ​ແຮງ.

XS
SM
MD
LG