ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

I Like Rock'n Roll ຜົນງານເພງຣ໊ອກ ຂອງເພັດ ນໍຣະວົງ ຜູ້ຟັງຈະບໍ່ຜິດຫວັງແນ່ນອນ


ເພັດ ນໍຣະວົງ
ເພັດ ນໍຣະວົງ

I Like Rock’n Roll ​ ນີ້​ຖື​ວ່າ​ເປັນ​ຕົວ​ແທນ​ອັນ​ແທ້​ຈິງ​ຂອງ​ເພງ​
ແນວຣ໊ອກນີ້ ຊຶ່ງ​ເພງ​ນີ້ ​ໄດ້​ບັນ​ລະ​ຍາຍ​ເຖິງ​ຄວາມ​ເປັນ​ຄົນ​ຮັກ​ດົນຕີ​
ແນວນີ້ ​ແບບ​ນີ້ ຊຶ່ງ​ສິນລະປິນ​ລາວ-​ກາ​ນາ​ດາ ທ່ານ​ນີ້ ຖື​ວ່າ​ເປັນ
​ສິນລະປິນ​ຜູ້​ນຶ່ງ ​ທີ່ມີ​ຄວາມ​ສາມາດ​ທັງຮ້ອງ​ ທັງ​ຫຼິ້ນ​ດົນຕີ ​ແລະ
​ສຳຄັນຍິ່ງ​ໄປ​ກວ່າ​ນັ້ນ​ແມ່ນສາມາດ ​ແຕ່ງ​ເພງ. ຫຼາຍໆ​ທ່ານ​ທີ່​ຕິດ
ຕາມ​ຮັບ​ຟັງຜົນງານ​ເພງ​ຂອງ​ຜູ້ກ່ຽວນີ້ ຄົງ​ຈະເຮັດ​ໃຫ້​ຫຼາຍໆ​ທ່ານ​
ນຶກ​ເຖິງຜົນງານເພງ​ເກົ່າໆຂອງ​ສິນລະປິນທ່ານ​ນີ້ ເມື່ອ​ຄັ້ງ​ຈະທີ່​ຍັງ​ເປັນນັກ​ຮ້ອງ​ນຳ ແລະ
ຫົວໜ້າ​ວົງ Exile ຊຶ່ງຜົນງານ​ຂອງວົງ Exile ເຄີຍ​ໄດ້​ໂດ​ງດັງ​ໃນ​ເມືອງ​ໄທ ມາ​ກ່ອນ. ມັກ​ທີ່​ສຸດ ​ໃນ​ເພງ​ນີ້ືກໍ​ຄົງ​ແມ່ນ​ຄຳ​ຮ້ອງ​ສຸດ​ທ້າຍ ທີ່ວ່າ “ມັກ​ຫຼາຍ​ເດີ້ ຣ໊ອກ ​ແອນ ​ໂຣ ນີ້ ກິນ​ກັບ​ລາບ ຄູ່ມື້ ກະ​ໄລ້​ເລີ້.

ລິງໂດຍກົງ


​ສ່ວນ​ຂໍ້ຄວາມ​ຕ່າງໆ​ທີ່​ທ່ານ​ຜູ້​ຟັງ​ຂຽນ​ຝາກ​ໄວ້​ໃນ web site ບໍ່​ວ່າ​ຈະ​ເປັນ​ຂອງ​ທ່ານ ຖະ​ຫວັນ ​ແລະທ່ານເຟ​ເດິຣິກ ຈາກ ​ລາວ ທີ່​ຂຽນ​ບອກ​ມາ​ຕ່າງໆ​ນາໆ ກ່ຽວ​ກັບ​ເພງ​ ​ແນວ ຮິບ ຮ໊ອບ ມາ​ເດີ້ ມາ​ເດີ້ ວ່າ ມ່ວນ ​ແລະ​ຂໍໃຫ້ກຸ່ມ​ສິນລະປິນ ກຸ່ມ​ນີ້ ​ໃຫ້​ຕັ້ງ​ໃຈ​ແລະ​ຂະ​ຫຍັ່ນ​ໝັ່ນ​ພຽນ ​ສ້າງ​ຜົນງານ​ໃໝ່​ອອກ​ມາ​ເລື້ອຍໆ ຂໍ​ຈັດ​ເພງ​ ຂອງຕ້ອມ ມໍ​ເດີນ​ແດນ​ສ ຈາກ​ຄ້າຍ​ເພງ ອິນ​ດີ ​ແທນ​ຄຳ​ຂອບ​ໃຈ… ​ເຊີນ​ຟັງ​ເພງ​ຄົນ​ສອງ​ໜ້າ ພ້ອມໆ​ກັນ​ເລີຍ​

ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງມ່ວນໆ ຂອງ​ຄ້າຍ​ເພງ​ຄຸນ​ນະພາ​ບຈາກ​ສປປ ລາວ ກຸ່ມສິນ
ລະປິນ ​ເມ​ກາ ​ແບນ ​ໃນ​ບົດ​ເພງ ຫຼົງ. ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້ານອນ​ຫຼັບ​ຝັນ​ຫວານ. ສັບປະດາ​ໜ້າ ວັນນະ​ສອນ​ຈະ​ນຳ​ເພງ​ມາ​ຝາກ​ທ່ານ​ຜູ້​ຟັງ.

XS
SM
MD
LG