ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ສັນລະເສີນ ຊາວອາເມຣິກັນ ກຸ່ມ 'ພິເສດສຸດ' ດ້ວຍຫຼຽນໄຊເສລີພາບ


Spectrum of American Culture Represented in Medal of Freedom Honorees
please wait

No media source currently available

0:00 0:01:34 0:00

ເຊີນຊົມວີດີໂອ ລາຍງານນີ້

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້​ໃຫ້ການ
​ຮັບ​ຮູ້​ແກ່ຊາວອາເມຣິກັນ 17 ຄົນ ດ້ວຍ​ການມອບຫຼຽນ​ໄຊເສລີ
ພາບສູງ​ສຸດ ສຳລັບພົນລະເຮືອສະຫະລັດ ​ໃຫ້​ແກ່ພວກເຂົາເຫຼົ່າ
ນັ້ນ ປະກອບດ້ວຍ ບຸກ​ຄົນ​ສຳຄັນດ້ານການບັນເທີງ ກິລາ ນັກ
ການເມືອງ ນັກເຄື່ອນໄຫວ ແລະ ພະນັກງານລັດຜູ້ມີຫົວຄິດປະ
ດິດສ້າງ.

ນັບ​ແຕ່ນັກຮ້ອງ-ນັກສະແດງ ທ່ານນາງ Barbra Streisand
ຕະຫຼອດຈົນ ນັກຄະນິດສາດຂອງອົງການ NASA ທ່ານນາງ
Katherine Johnson ຜູ້ອຳນວຍການສ້າງຮູບ​ເງົາ ທ່ານ
Steven Spielberg ນັກກິລາ baseball ທີ່ໂດ່ງດັງ ທ່ານ
Willie Mays ແລະ ທ່ານ Yogi Berra ຊຶ່ງທ່ານໂອບາມາ ໄດ້ກ່າວສັນລະເສີນວ່າ ​ເປັນ
ຕົ້ນແບບ ຂອງຊາວອາເມຣິກັນ ດ້ວຍການມອບຫລຽນ​ໄຊກຽດຕິຍົດສຳລັບພົນລະເຮືອນ
ອັນສູງສຸດແຫ່ງຊາດ ໃນພິທີ​ທີ່​ຈັດ​ຂຶ້ນຢູ່ທີ່ທຳນຽບຂາວ ເມື່ອວັນອັງຄານວານນີ້.

ນັກຮ້ອງ ທ່ານນາງ Gloria Estefan ພ້ອມກັບສາມີຂອງນາງ ຜູ້ອຳ ນວຍການຜະລິດເພງ
ທ່ານ Emilio Estefan ນັກຂຽນບົດລະຄອນ ທ່ານ Stephen Sodheim ນັກຮ້ອງ ທ່ານ
James Taylor ນັກຫຼິ້ນດົນຕີໄວໂອລິນ ທ່ານ Itzhak Perlman ອະດີດສະມາຊິກສະພາ
ສະຫະລັດ ທ່ານ Lee Hamilton ແລະ ອະດີດຫົວໜ້າ ອົງການປົກປ້ອງສະພາບແວດລ້ອມ ທ່ານ William Ruckelshaus ກໍໄດ້ຮັບ ລາງວັນດັ່ງກ່າວນີ້ດ້ວຍ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ມອມຫຼຽນໄຊ ເສລີພາບ ຂອງປະທານາທິບໍດີ ໃຫ້ແກ່ ທ່ານນາງ Barbra Streisand ໃນລະຫວ່າງພິທີມອບ ຢູ່ທີ່ວໍຊິງຕັນ ເມື່ອວັນທີ 24 ພະຈິກ 2015, ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຂວາ) ມອມຫຼຽນໄຊ ເສລີພາບ ຂອງປະທານາທິບໍດີ ໃຫ້ແກ່ ທ່ານນາງ Barbra Streisand ໃນລະຫວ່າງພິທີມອບ ຢູ່ທີ່ວໍຊິງຕັນ ເມື່ອວັນທີ 24 ພະຈິກ 2015, ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ.

ລວມຢູ່ໃນບັນດານັກການເມືອງ ທີ່ຖືກຍ້ອງຍໍສັນລະເສີນ ກໍມີ
ສະມາຊິກສະພາສູງ ທ່ານນາງ Barbara Mikulski ແລະທ່ານ
ນາງ Shirley Chisholm ຜູ້ທີ່ ໃນປີ 1968 ໄດ້ກາຍເປັນຜູ້ຍິງ
ອາເມຣິກັນ ເຊື້ອສາຍອາຟຣິກາຄົນທຳອິດ ທີ່ໄດ້ຖືກເລືອກ ເຂົ້າ
​ໄປ​ນັ່ງ​ຢູ່​ໃນລັດຖະສະພາ.

ທ່ານໂອບາມາ ໄດ້ເອີ້ນ ທ່ານນາງ Mikulski ທີ່ເປັນສະມາຊິກ
ສະພາສູງ​ແມ່ຍິງສະຫະລັດທີ່ປະຕິບັດໜ້າທີ່ດົນນານທີ່ສຸດ ເປັນ
ປະຫວັດສາດ ວ່າ ເປັນ “ນາງສິງໂຕ” ຢູ່ທີ່ ລັດຖະສະພາ ແລະ
ໄດ້ຍ້ອງຍໍ ທ່ານນາງ ​ໃນ “ການຕໍ່ສູ້ເພື່ອການ​ມີ​ໂອກາດຂອງ
ພວກແມ່ຍິງ ແລະ ເດັກຍິງ ອາເມຣິກາ.”

ບັນດາຜູ້ທີ່ໄດ້ຮັບຫຼຽນ ​ໄຊ ຍັງລວມທັງ ບັນດານັກເຄື່ອນໄຫວ
ເພື່ອສັງຄົມ ເຊັ່ນ ມື້ລາງ ທ່ານ Billy Frank Jr. ທີ່ຕໍ່ສູ້ເພື່ອສິດ
ໃນການຫາປາ ຂອງພວກຊົນເຜົ່າ. ມື້ລາງ ທ່ານ Minoru
Yasui ຜູ້ທີ່ໄດ້ທ້າທາຍດ້ານກົດໝາຍ ຕໍ່ການຫ້າມອອກເຮືອນ
ທີ່ໄດ້ປະກາດໃຊ້ ຕໍ່ຊາວອາເມຣິກັນ ເຊື້ອສາຍຍີີ່ປຸ່ນ ໃນປາງ
ສົງຄາມໂລກຄັ້ງທີສອງ.

ທ່ານໂອບາມາ ເວົ້າວ່າ “ກຸ່ມນີ້ ແມ່ນເປັນກຸ່ມທີ່ພິ​ເສດ​ສຸດ” ຄືເປັນກຸ່ມ ທີ່ສະແດງໃຫ້ເຫັນ
ເຖິງ “ຄວາມ​ເປັນ​ປຶກ​ແຜ່ນ ທີ່ໜ້າເຫຼືອເຊື່ອ ຂອງປະເທດນີ້.”

XS
SM
MD
LG